ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 29, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ຢູ່ສະຖານີດັບໄຟແຫ່ງໜື່ງສຽງໂທລະສັບໄດ້ດັງຂື້ນ

ເຈົ້າໜ້າທີ່: ສະບາຍດີ, ນີ້ແມ່ນສະຖານີດັບໄຟ.

ແມ່ຍິງ: ມີຜູ້ຊາຍຄົນໜື່ງມາຢືນເບີ່ງນ້ອງຫຼາຍເທື່ອແລ້ວ, ລາວພະຍາຍາມຈະປີນຂື້ນມາປ່ອງຢ້ຽມຫ້ອງນອນນ້ອງ

ເຈົ້າໜ້າທີ່: ນ້ອງໂທຜິດແລ້ວນີ້ແມ່ນສະຖານີດັບໄຟ

ແມ່ຍິງ: ບໍ່ຜິດດອກ, ນ້ອງຢາກໄດ້ຂັ້ນໄດຍາວໆ ເພາະຫ້ອງນອນນ້ອງມັນສູງ ອິອິອິ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ນາງແດງພາລູກສາວອາຍຸ4ປີ ໄປຊົມຫໍພິພິດຕະພັນວັດຖຸບູຮານ.

ພໍກາວຂາເຂົ້າໄປໃນຫ້ອງວາງສະແດງ, ນາງກໍຮີບເຕືອນລູກສາວວ່າ:

ລະວັງ! ຢ່າແຕະຕ້ອງອີ່ຫຍັງຈັກດີ້ເດີລູກ, ຈັກໜ່ອຍເຄື່ອງຂອງເພີ່ນຊິແຕກ.

ໄດ້ຍິນແນວນັ້ນ, ຝ່າຍລູກສາວກໍຕອບວ່າ:

ອີ່ແມ່! ເຄື່ອງວາງສະແດງຢູ່ບ່ອນນີ້ມີແຕ່ແນວແຕກພໍແຮງບໍ່ແມ່ຫວາ? 5555555555555

ຂອງເກົ່າມັນແຕກແລ້ວຍັງເຕືອນລູກຢູ່ນໍ55555555555555555555

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ພໍ່ຕູ້ສີໄປຊື້ຢາໄວອາກາຢູ່ທີ່ຮ້ານຂາຍຢາ, ເຈົ້າຂອງຮ້ານຈື່່່່່່່່່່່່່່່່່່ງຖາມວ່າ: ພໍ່ຕູ້ເອົາຈັກເມັດ?

ພໍ່ຕູ້ສີຕອບວ່າ: ເອົາ4ເມັດ ແລະ ແບ່ງແຕ່ລະເມັດອອກເປັນ4ປ່ຽງພ້ອມເດີ

ເຈົ້າຂອງຮ້ານ: ແບ່ງນ້ອຍປານນັ້ນ ມັນກໍຊ່ວຍເພີ່ມສະມັດຕະພາບທາງເພດພໍ່ຕູ້ບໍໄດ້ດອກ.

ພໍ່ຕູ້ສີ: ພໍ່ຕູ້ຮຼ້ແລ້ວ, ພໍ່ຕູ້ບໍ່ໄດ້ຢາກກິນເພື່ອຊ່ວຍວຽກເລື່ອງນັ້ນດອກ, ພໍ່ຕູ້ເຖົ້າແລ້ວ ພຽງແຕ່ຢາກກິນເພື່ອຊ່ວຍໃຫ້ມັນເດ່ອອກໜ້ອຍໜື່ງ ເພື່ອບໍ່ໃຫ້ຍ່ຽວຫົດເກີບ555555555555555555555555555555555

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ນາາງສົມໃຈ ເປັນຄົນມັກເວົ້າໃສ່ຄົນອື່ນ.

ມີມື້ໜື່ງລາວເຫັນນາງແພງວັນຊື້ສາຍຄໍຄຳໄຂ່ມຸກຈື່ງທ້ວງວ່າ: ສາຍຄໍນີ້ເປັນຂອງແທ້ບໍ່ນໍ?

ນາງແພງວັນ: ຂອງແທ້້ແນ່ນອນ !

ນາງສົມໃຈ: ຂອງແທ້ຫຼືຂອງປອມກັດເບີ່ງກໍ່ຮູ້ແລ້ວ

ນາງແພງວັນ: ເຮັດແນວນັ້ນບໍ່ໄດ້, ຖ້າເອົາແຂ້ວປອມມາກັດໄຂ່ມຸກແທ້ລະວັງແຂ້ວປອມຊິແຕກເດີ

ຮ່າໆໆໆໆໆໆໆໆໆໆໆຮີ້ວວວວວວວວວວວວວວວວວວ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ພໍ່ : ເປັນຫຍັງເສັງພາກຮຽນນີ້ລູກຄືໄດ້ຄະແນນຕຳ່ແທ້ !

ລູກ: ການສອບເສັງເທື່ອນີ້ລູກໄດ້ຕຳແໜ່ງຮວງຈຸ້ຍບໍ່ດີ

ພໍ່: ຮຽນໜັງສືມັນກ່ຽວຫຍັງກັບຮວງຈຸ້ຍລູກເອີຍ?

ລູກ: ກ່ຽວແນ່ນອນ, ພາກຮຽນແລ້ວນີ້ລູກໄດ້ນັ່ງໃກ້ກັບຄົນເສັງໄດ້ທີ່1,

ແຕ່ພາກຮຽນນີ້ລູກໄດ້ນັ່ງໃກ້ກັບຄົນທີ່ເສັງໄດ້ທີ່ສຸດທ້າຍ,

ຜົນການສອບເສັງຂອງລູກຈື່ງອອກມາເປັນແນວນີ້ 555+

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄຳເວົ້າຄຳນີ້ອາດຕຳໃຈໃຜຫຼາຍໆຄົນທີ່ມີແຟນເປັນຄົນຫຼາຍໃຈແຕ່ທາ່ນບໍ່ຕ້ອງຫຍັງຫຼາຍ

ເພາະຄວາມຮັກເມື່ອໄດ້ມາກໍ່ຕ້ອງມີເສັຍໄປແຕ່ຢາກໃຫ້ຈື່ໄວ້ວ່າຮັກສາຄວາມຮັກໃຫ້ໄດ້ທີ່ສຸດເທົ່າທີ່ຈະດົນໄດ້

ເພາະວ່າຄວາມຮັກນີ້ເປັນສີ່ງທີ່ສວຍງາມຮັກກັນໄວ້ດີກວ່າຊັງກັນເນາະພີ່ນ້ອງເອີຍ!

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ເມື່ອຄົນເຮົາມີບັນຫາຕ່າງໆທີ່ເຂົ້າມາໃນຊີວິດກໍ່ມັກຈະທໍ້ຖອຍງ່າຍໆເນື່ອງຈາກວ່າບໍ່ມີຄວາມອົດທົນພະຍາຍາມໃນດ້ານນັ້ນໆ

ເພາະຄົນເຮົາໃນປະຈຸບັນແມ່ນຈະບໍ່ມັກຄວາມທຸກແຕ່ທ່ານບໍ່ຮູ້ເລີຍວ່າຄວາມທຸກຢູ່ກັບທ່ານຕະຫລອດເວລາ 

ຄວາມສຳເລັດທຸກຢ່າງຂຶ້ນກັບທ່ານເອງ   

ສະນັ້ນເມື່ອມີບັນຫາຄວນທີ່ຈະຕັດສິນໃຈໃຫ້ດີ ຫລື ອາດຈະມາຂໍຄຳເຫັນຄຳປຶກສາກໍ່ໄດ້ວ່າງ25ຊົ່ວໂມງ