ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ແປກປລາດແທ້ໆ............ທີ່ແນ່ໆກໍຕົກໃຈ
ສ່ອງເບິ່ງແວ່ນຍາມໃດ....ຢາກແລ່ນໜີໄກພົ້ນ
ໜ້າທີ່ຕົນເຫັນນັ້ນ..........ມັນສັງມາແປກຕ່າງ
ບໍ່ແມ່ນໜ້າຂອງນາງ...ໜ້າໃຜກໍບໍ່ຮູ້...ມາລອຍໜ້າໃສ່ນາງ

ໜ້າທີ່ເຫັນຢູ່ນັ້ນ.............ມັນເປັນໜ້າຂອງຊາຍ
ສົ່ງສາຍຕາເຂົ້າຫາ.........ຍິ້ມມາໃຫ້ຫຼົງເພີ້
ເຜີຍິ້ມຄືນໄປໃຫ້.............ຫົວໃຈຕົກຫຼົ່ນ
ຈັກແມ່ນຄົນຫຼືຜີ..ເຂົ້າມາຕີໜ້າລໍ້...ພໍໃຫ້ຕື່ນກະໃຈ...ແທ້ນາ

ຫຼົງເອົາມືລູບໜ້າ.............ວ່າມັນຫາຍໄປໃສ
ຈິ່ງມີໜ້າຂອງຊາຍ..........ມ່າຍມາວົນວຽນຂຶ້ນ
ຢາກຈະເອົາມືຄວ້າ..........ດຶງມາຖາມເບິ່ງ
ຖາມເຖິງຄວາມເປັນມາ...ວ່າແມ່ນໃຜກັນແທ້...ແລເຫັນແລ້ວກໍຊື່ນໃຈ

ຄິດວ່ານາງຝັນຮ້າຍ.........ກໍບໍ່ໄດ້ນອນຫຼັບ
ສອງມືກຸມຂມັບ...............ຈັບຕົນກໍຍັງຮູ້
ເອົາສອງມືຊູຂຶ້ນ..............ເໜືອຫົວຮູ້ຕົວຢູ່
ສະຕິຍັງດີພໍ...ບໍ່ໄດ້ຝັນຫຼອກລໍ້...ພໍຮູ້ຂໍ້ເທັດຈິງ

ແປກປລາດແທ້ໆ............ແຕ່ມີໜ້າຂອງຊາຍ
ລອຍເຂົ້າມາວົນວຽນ.......ແມ່ນໃຜນໍຊາຍນີ້
ຜີຫຼືຄົນຂໍຮູ້.....................ຖາມດູຄວາມຈິງແນ່
ພຽງແຕ່ເປີດອອກມາ...ຢ່າລຶກລັບເຊື່ອງໄວ້...ໃຫ້ງົງຫຼິ້ນເດີຍອດຊາຍ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ກຸຫຼາບສີແດງທີ່ອ້າຍ..........ມອບວັນວາເລນໄທນ໌
ຍັງສົດໃສເໝືອນເດີມ........ບໍ່ປ່ຽນສີສູນເສົ້າ
ເອົາມາລາດວງນ້ອຍ.........ມາອອຍໃຈເປັນເພື່ອນ
ເພາະບາງສິ່ງປ່ຽນໄປ...ຍ້ອນເຈົ້າຂອງດອກໄມ້...ຫາຍໜ້າບໍ່ອວ່າຍມາ...ຫັ້ນເດ

ໃຈຂອງຊາຍຊ່າງຮ້າຍ.......ມາໜ່າຍໜີໄວໆ
ກຸຫຼາບທີ່ແທນໃຈ..............ຍັງສົດໃສເໝືອນແກ້ວ
ແນວໃຈເບົາເໝືອນງິ້ວ......ປິວຕາມລົມພັດສົ່ງ
ບໍ່ໝັ້ນຄົງແນ່ນອນ...ເຫັນອອນຊອນບ່ອນໜ້າ...ກໍລາລ້າງບ່ອນຫຼັງ...ແທ້ນໍອ້າຍເອີຍ

ຫົນທາງພິສູດມ້າ...............ການເວລາພິສູດຄົນ
ຄຳຄົມຂອງທ່ານໃດ...........ໃຊ້ກັນມານານແລ້ວ
ພໍເຫັນຍິງຄົນໜ້າ..............ວາຈາທີ່ມ່ວນກວ່າ
ກໍຫຼົງຕົວລືມຕົນ...ຫຼົງຄາລົມອ່ອນຊ້ອຍ...ລອຍຄວ້າງບໍ່ຕັ້ງຕົວ...ແທ້ນໍ

ວັນວາເລນໄທນ໌ຜ່ານພົ້ນ..ຍັງບໍ່ທັນດົນນານ
ເຫດການກັບປ່ຽນໄປ.......ຍ້ອນໃຈບໍ່ຈິງແທ້
ຄຳຫວານຍັງຝັງແໜ້ນ....ແສນນານນາງຍັງຈື່
ຄືມາປ່ຽນທ້າຍເດືອນ...ເໝືອນອ້າຍປ່ຽນເສື້ອຜ້າ...ອຸລາຊ້ຳບົ່ມໜອງ...ໃຈນ້ອງນາງ!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເຝົ້າຫັກຫ້າມ......ປາມຫົວໃຈ......ໃຫ້ເຂັ້ມແຂງ
ໃຈມັນແກວ່ງ......ສຸດອ່ອນແຮງ....ຫ້າມບໍ່ໄຫວ

ພະຍາຍາມ.........ຫາທາງແກ້.......ແຕ່ຫົວໃຈ
ມັນຫຼົງໄປ...........ເຝົ້າພະວົງ........ຫຼົງຮັກເຂົາ


ສຸດຫັກຫ້າມ.......ເໝືອນມີກັມ......ຕາມຈ່ອງໄວ້
ຫ້າມເທົ່າໃດ.......ເໝືອນເຕີມໃສ່..ແຫ່ງຄວາມເຫງົາ
ອົດຍິ້ມໄວ້...........ໃຫ້ຊື່ນແທ້........ແຕ່ໃຈເຮົາ
ມັນສຸດເສົ້າ..........ເຫັນຮູບເຂົາ.....ລອຍວຽນມາ


ຢາກຈະຖາມ......ເຖິງຫົວໃຈ........ຍອດຊາຍນັ້ນ
ວ່າເຄີຍຝັນ.........ວ່າເຄີຍຄິດ........ສເນຫາ
ເໝືອນດັ່ງຍິງ......ເຝົ້າຄິດເຖິງ.......ຕລອດເວລາ
ເຝົ້າຝັນຫາ.........ຢາກຄຽງຄູ່........ຢູ່ເລື້ອຍໄປ


ເດືອນຄູ່ຟ້າ..........ດາຣາຮຸ່ງ.........ພຸ່ງແສງສີ
ເໝືອນດັ່ງມີ.........ຄູ່ດວງຕາ.........ໜ້າຍອດຊາຍ
ໃຫ້ເຮົາເບິ່ງ.........ໃຫ້ເຮົາຫວັງ.....ດັ່ງໃຈໝາຍ
ຝັນສລາຍ............ມັນຜ່ານໄປ......ບໍ່ຄືນມາ


ໃຈດວງນີ້............ສຸດຈະທີ່..........ບັງຄັບໄຫວ
ຝັນເລື້ອຍໄປ.......ຝັນເຖິງຊາຍ.....ຢາກເຫັນໜ້າ
ສິ່ງສັກສິດ............ທົ່ວແຫ່ງຫົນ.....ດົນເຂົາມາ
ໄດ້ເຫັນໜ້າ.........ຄຽາກາຍາ........ດັ່ງຫວັງເອີຍ!