ຂຽນເມື່ອ: ກ.ພ.. 24, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ເດິກດື່ນແລ້ວ ຢູ່ຫ້ອງນອນ…
ວິທະຍາລຸກອອກຈາກບ່ອນເຮັດວຽກ ໄປນອນເທີ້ງຢູ່ຕຽງ. ຄວາມເວົ້າຄວາມລົມຂອງໝູ່ເພື່ອນ ເມື່ອຕອນຄ້າຍແລງນີ້
ຖືກນຳມາລື້ມຄືນຢູ່ໃນມັນສມອງຂອງເຂົາ ຊຶ່ງກໍຍັງແມ່ນເລື່ອງວຽກງານ, ເລື່ອງການອຸທິດຕົນໃຫ້ກັບພໍ່ແມ່ປະຊາຊົນ,
ເລື່ອງຄວາມເປັນຫ່ວງເປັນໃຍນຳບ້ານເກີດເມືອງນອນ. ແລ້ວຊິເຮັດຈັ່ງໃດ ຈະໃຫ້ພວກເຂົາເຈົ້າໄປລົມເລື່ອງດອກເບັ້ຽ
ກຳໄລ, ຂອງຂັວນຫລັງບ້ານ, ຊອງຂາວກ້ອງໂຕະກໍບໍ່ຊ່າງຊິເວົ້າດອກ ເພາະນອກຈາກບໍ່ແມ່ນເລື່ອງໃນອຸດົມການແລ້ວ
ເລື່ອງຊຸມນີ້ຍັງເຂົ້າໄປບີບຄັ້ນ ຍ່ອງຍີຫົວໃຈອັນໜຸ່ມແໜ້ນຂອງພວກເຂົາອີກ. ພວກເຂົາຮູ້ສຶກເຈັບແສບເມື່ອສັງເກດ
ເຫັນວ່າຊ່ອງວ່າງລາຍໄດ້ຂອງຄົນໃນສັງຄົມ ທຳທ່າວ່ານັບມື້ນັບຍະວ່າງກວ້າງອອກກວ້າງອອກ.
ໃນຂະນະທີ່ວິທະຍາຄຶດທົບທວນແລະພວມວ່າຈະເຍີງປຶ້ມຂຶ້ນມາອ່ານ ເງົາດຳປະກົດຂຶ້ນຢູ່ກາງຫ້ອງນອນ. ງົານັ້ນສູງ
ກວ່າໂຕເຂົາໜ້ອຍນຶ່ງ. ຊາຍໜຸ່ມວາງປຶ້ມລົງເພື່ອໃຫ້ດອກໄຟ ສຳຫລັບອ່ານປຶ້ມຢູ່ເທິງຫົວຕຽງທໍ້ແສງໄຟໃສ່ເງົາດຳນັ້ນ.
ເງົາດຳຍົກແຂນຂຶ້ນທັງສອງເບື້ອງ ເກືອບຈະຈຸດອກໄຟນິອອນ ຊຶ່ງບໍ່ທັນໄດ້ໃຕ້ຢູ່ເພດານ. ຖ້າວ່າດອກໄຟນິອອນຮຸ່ງ
ຄົງຈະເຫັນຮູບຮ່າງຂອງເງົາຈະແຈ້ງ. ປະສາດຂອງວິທະຍາເລີ່ມຕັ້ງຄຳຖາມ:
- ແມ່ນຫຍັງ ? ໂຕແມ່ພະຍາດເອດ ຊັ້ນບໍ້? ມັນຄືມາໃຫຍ່ແທ້? ບໍ່ດອກ! ຫລືວ່າ ເທວະດາຈະມາບອກສູດຢາ
ປາບໂລກເອດໃຫ້ເຮົາບໍ້? ບໍ່ດອກ! ເພາະເທວະດາໃນນິຍາຍຕ້ອງມີສີຂຽວແລະຮຸ່ງສວ່າງ. ຫລືວ່າແມ່ນຜີ? ເອ້ແຕ່ວ່າ
ຜີບໍ່ມີ - ບໍ່ມີຜີ! ຄັນຊັ້ນແມ່ນຫຍັງແທ້?
ວິທະຍາ ປົດແວ່ນຕາຂາວອອກແລ້ວເອົາຫລັງມືເບື້ອງຊ້າຍຖູເປືອກຕາທັງສອງເບື້ອງ. ເຂົາເອົາຂາແວ່ນຕາເກາະຄືນ
ໃສ່ຫູເຕີ່ງ ແຕ່ເງົານັ້ນຍັງມີຢູ່ບ່ອນເກົ່າ. ເຂົາຕັ້ງສະຕິທຸ່ນທ່ຽງ:
- ມຶງຊິມາຫລອກກູຫວ໋າ! ຄົນໜຸ່ມສມອງໃສຄືກູ ບໍ່ເຊື່ອວ່າມີຜີດອກ! ກູຄືຊິບໍ່ຖືກຫລອກໄດ້ໂດຍງ່າຍດອກເດີ້! ຢ່າວ່າ
ແຕ່ຜີ ອາດຍາເຈົ້ານາຍໃດກໍຍັງຫລອກກູບໍ່ໄດ້ດອກ!
ທັນໃດນັ້ນວິທະຍາກໍຈັບປຶ້ມອ່ານຫົວໜາວີໃສ່ເງົານັ້ນໝົດແຮງ ແຕ່ບໍ່ໄດ້ຜົນ. ເງົາດຳຍັງຕີງໜ່ວງໜ່າງຄືກັບຟ້ນລຳວົງ
ຢູ່ກາງຫ້ອງນອນ. ຊາຍໜຸ່ມບໍ່ລໍຊ້າອີກແລ້ວ ເຂົາຜູດລຸກອອກຈາກຕຽງ ໂດດໃສ່ເງົາເພື່ອຈະກອດຮັດໄວ້ ແລ້ວກໍຈະ
ເປີດໜ້າກາກມັນອອກເບິ່ງຄວາມຈິງ. ແຕ່ເງົານັ້ນເຄື່ອນໄຫວໄວກວ່າ ມັນຫາຍແວ໋ບ ເຂົ້າໄປໃນຝາເຮືອນສີຂຽວອ່ອນ.
ວິທະຍາຢຸດຈຶ້ງບໍ່ທັນ ຈຶ່ງເລີຍໄປຕຳຝາໝົດແຮງ. ເຂົາຮູ້ສຶກເຈັບໜ້າຜາກ ເມື່ອເອົາມືລູບຈຶ່ງຮູ້ວ່າມີໂນນຶ່ງເກີດຂຶ້ນຢ່າງ
ກະທັນຫັນ. ຊາຍໜຸ່ມລູບຄຳນຳຝາທີ່ກ້ຽງເກົາ ປັສຈາກຮ່ອງຮອຍ. ເຂົາຢືນງົງດົນເຕີບ ກ່ອນຈະຊອກຢາຂີ້ເຜິ້ງບໍລິບຸນ
ມາທາໜ້າຜາກເບື້ອງຊ້າຍ. ເຂົາເກັບເອົາປຶ້ມແລ້ວກໍກັບຄືນມານອນເທີ້ງອ່ານຕໍ່. ອ່ານບໍ່ພໍຮອດສິບແຖວ ເຂົາກໍພັບ
ປຶ້ມໄວ້ ແລ້ວນຳເອົາເຫດການທີ່ຜ່ານໄປ ເມື່ອບໍ່ຫລາຍນາທີມາຄົ້ນຄຶດຄືນ.
- ແມ່ນຫຍັງແທ້? ຜີບໍ້? ເຮົາຖືກຫລອກຫວ໋າ? ອ່ານປຶ້ມດີກວ່າ ຮອດໜ້າໃດແລ້ວ? ເຊື້ອພະຍາດເອດຢູ່ນຳສັດ
ບາງຊະນິດໃນປ່າຕຶບດົງໜາຂອງອັຟຣິກກາ… ເອີ້ ຮອດໜ້ານີ້ແລ້ວ…
ອ່ານໄປໄດ້ສິບກວ່າໜ້າ ເງົາດຳອັນເກົ່າກໍອອກມາປະກົດອີກ. ເທື່ອນີ້ ວິທະຍາໄດ້ຍິນສຽງຫົວເຍາະເຍີ້ຍຄ່ອຍໆຈາກ
ເງົານັ້ນ. ຊາຍໜຸ່ມແນມເບິ່ງເງົາຢ່າງບໍ່ພັບຕາ. ເຂົາຄ່ອຍໆເດ່ມືງົມເຂົ້າກ້ອງໝອນ ຊອກຫາມີດແຫລມດ້າມງາຊ້າງ
ຊຶ່ງແມ່ນຂອງມູນປູ່. ເຂົາຈັບທາງປາຍໄດ້ພໍດີ ແລະໃນທັນທີທັນໃດເຂົາກໍຍົກມີດຂຶ້ນແລ້ວຊັດເຂົ້າໃສ່ໜ້າເອິກເບື້ອງຊ້າຍ
ຂອງເງົາ ໝາຍຈະເຈາະເອົາໝາກຫົວໃຈ. ແຕ່ເງົານັ້ນຍິ່ງເປັ່ງສຽງຫົວແຮງຂຶ້ນ ຈົນໄດ້ຍິນແຈ່ມແຈ້ງ. ວິທະຍາຜູດລຸກ
ຈາກຕຽງ ໂດດເຕະເງົາ ແຕ່ປະກົດວ່າເຕະຖືກລົມດັງວຶດບາດນຶ່ງ. ເງົາຖອຍຫລັງໄປຢືນຢູ່ແປະຝາ ຊາຍໜຸ່ມໂດດໃສ່
ໝົດແຮງ ເງົາຫາຍແວ໋ບເຂົ້າໄປໃນຝາສີຂຽວອ່ອນບ່ອນເກົ່າ. ເທື່ອນີ້ເນື່ອງຈາກວ່າວິທະຍາຈຶ້ງບໍ່ທັນ ກໍເລີຍໄປປະທະ
ກັບຝາ ຈົນດັງບຶບ ພາໃຫ້ແວ່ນຕາຂາວຕົກແຕກມຸ່ນອັບຍັບ. ໜຳບໍ່ພໍ ຍັງໄດ້ຕື່ມອີກໂນນຶ່ງ ຢູ່ໜ້າຜາກເບື້ອງຂວາ.
- ມັນແມ່ນຫຍັງແທ້ຫວ໋າ?
ວິທະຍາງົມທາວໄປໃຕ້ໄຟນິອອນ ດອກຢູ່ເພດານກ່ອນຈະເອົາຂີ້ເຜິ້ງບໍລິບຸນມາທາໜ້າຜາກຕື່ມອີກ. ເຂົາເກັບມີດ
ດ້າມງາມາມ້ຽນໄວ້ກ້ອງໝອນ ແລ້ວຈຶ່ງຊອກຕາມລີ້ນໂຕະ ເອົາແວ່ນຕາຂອງສອງປີກ່ອນມາໃສ່. ແນ່ນອນແລ້ວ
ແວ່ນຕາເກົ່າພາໃຫ້ແສງຕາເຂົາເບິ່ງວັດຖຸບໍ່ຊັດເຈນປານໃດ. ເມື່ອຂາດແວ່ນຕາເຂົາກໍບໍ່ສາມາດອ່ານໄດ້ອີກ.
ແຕ່ເຂົາກໍທຳທ່າອ່ານປຶ້ມຕໍ່ຢູ່ເທິງຕຽງ ເພື່ອລໍຖ້າເບິ່ງເຫດການພິສດານ.
- ຈະປຸກຄົນໄທເຮືອນບໍ້? ເພິ່ນຈະວ່າເຮົາຂີ້ຢ້ານແລະງົມງວາຍເພາະເພິ່ນບໍ່ເຫັນນຳ. ບ໋າເນາະ! ຖ້າວ່າໝູ່ຄູ່ມາຢູ່ນຳ
ຈັກຄົນ ກໍຊິໄດ້ເປັນສັກຂີພິຍານຊ່ວຍກັນ. ເງົາຊິມາອີກບໍ່? ມັນແມ່ນຫຍັງແທ້ ? ແມ່ນໃຜຈຶ່ງມາກ້າຫລອກປັນຍາຊົນ?
ວິທະຍາຄິດພໍ້ເຊືອກຜຽກຕາກເຄື່ອງຊຶ່ງໂຄ້ງຢູ່ກ້ອງຕູ້ເຄື່ອງນຸ່ງ. ບັດນີ້ແນວຄິດປະດິດສ້າງນຶ່ງກໍໂປໂລຂຶ້ນ. ເຂົາເອົາ
ເຊືອກມາຂອດເປັນບ້ວງແລ້ວ ທົດລອງຍັກບ້ວງໃຫ້ເປັນທີ່ແນ່ໃຈ. ບັດແລ້ວ ເຂົາກໍນຳໄປຫ້າງໄວ້ ກາງພື້ນຫ້ອງ
ບ່ອນເງົາດຳເຄີຍມາປະກົດ. ພາຍຫລັງຫ້າງບ້ວງແລ້ວ ເຂົາກໍເອົາສົ້ນເຊືອກມາມັດໄວ້ກັບເສົາຕຽງ. ເຂົາຍິ້ມດີໃຈ
ທີ່ຈະຈັບເງົາດຳໄວ້ໃຫ້ໝູ່ເພື່ອນໄດ້ວິໄຈຊ່ວຍ. ບັດນັ້ນເຂົາຈຶ່ງຈະໄດ້ອະທິບາຍວ່າ ມັນແມ່ນຫຍັງແທ້? ບາງທີມັນຈະ
ເປັນການຄົ້ນພົບທີ່ມະຫັສຈັນກວ່າພົບສູດຢາປາບໂລກເອດ. ຊາຍໜຸ່ມກັບມາຫາຕຽງ ທຳທ່ານອນຫລັບເຮັດສຽງໂກນ
ດັງກອດໆ…
ສຽງຫົວດັງຂຶ້ນ ເງົາດຳປະກົດຕົວຂຶ້ນທ່າມກາງແສງສວ່າງຂອງໄຟຫົວຕຽງແລະໄຟນິອອນ. ເງົານັ້ນເໜັ່ງໂອນເອນ
ເບັດຂ້າງເບັດແອວເໝືອນຫັດກາຍຍາມເຊົ້າ ຄືກັບວ່າຢາກຢອກລໍ້ວິທະຍາ. ຊາຍໜຸ່ມຄ່ອຍໆເດ່ມືໄປຫາສົ້ນເຊືອກ.
ບັດແລ້ວໃນວິນາທີນັ້ນເອງ ເຂົາກໍກະຊາກບ້ວງໝົດແຮງ. ເງົານັ້ນຮ້ອງໂອ້ຍແລະສະແດງອາການເຄື່ອນໄຫວບໍ່ໄດ້ອີກ.
ວິທະຍາຖົກບ້ວງອີກບາດນຶ່ງເພື່ອຄວາມແນ່ໃຈ ແລ້ວເຂົາກໍກະໂດດໃສ່ເງົາ. ແຕ່ວ່າຕີນເບື້ອງຂວາຂອງຕົນເອງ ຊໍ້າພັດ
ໄປສຸບໃສ່ບ້ວງ. ບ້ວງຍັກຂາເຮັດໃຫ້ວິທະຍາຊຶ່ງຫລູບໄປໝົດເຫື່ອໝົດແຮງນັ້ນ ຫົວຝາດໃສ່ຝາດັງຕຶບ! ສ່ວນເງົານັ້ນ
ຫາຍແວ໋ບເຂົ້າໄປໃນຝາສີຂຽວອ່ອນອີກຕາມເຄີຍ ພ້ອມສົ່ງສຽງຫົວເຢາະເຢີ້ຍແຮງຂຶ້ນກວ່າເກົ່າ.
ວິທະຍາຮູ້ສຶກວ່າ ຄວາມຮ້ອນແລະແສບຂອງໂນຢູ່ໜ້າຜາກທັງສອງເບື້ອງນັ້ນ ບັດນີ້ກັບກາຍມາເຢັນຊຸ່ມ. ເຂົາລູບ
ໜ້າຜາກ ຍ່າງໄປຫາແວ່ນໃຫຍ່ຢູ່ຝາຕູ້ເຄື່ອງນຸ່ງ. ເລືອດໄຫລອອກມາຕາມວ່າງນີ້ວມື. ເຫັນເລືອດເຂົາຕົກໃຈວາບ.
- ຫົວແຕກ! ຫົວແຕກຍ້ອນຖືກຫລອກ ຫລືວ່າ ຫົວແຕກຍ້ອນແລ່ນຕຳຝາ? ຫລືວ່າ ເຮົາແລ່ນຕຳຝາເອງຍ້ອນ
ຖືກຫລອກ?
ຂີ້ຕາເວັນຍາມເຊົ້າຕູ່ ສ່ອງຜ່ານປ່ອງຢ້ຽມເຂົ້າມາໃສ່ໜ້າໂຕະເຮັດວຽກ ວິທະຍາຈຶ່ງຮູ້ເມື່ອວ່າຕົນເອງບໍ່ໄດ້ນອນໝົດຄືນ.
- ເຮົາຊິວ່າຈັ່ງໃດກັບຄົນໄທເຮືອນ? ກັບໝູ່ເພື່ອນເດ້? ຄັນຖືກຖາມເຖິງສາຍເຫດຂອງຫົວແຕກ! ຖ້າຄົນຮູ້ເລື່ອງນີ້
ຈັ່ງໃດກໍຊິກາຍເປັນຫົວຂໍ້ໃຫຍ່ໃນວົງພົບປະສົນທະນາກັນລະບໍ້. ແລ້ວເຂົາກະຊິຫົວຂັວນເຮົາລະບໍ້!
ຜູ້ທີ່ສອດຮູ້ສອດເຫັນເລື່ອງນີ້ ຕ່າງກໍຄິດສົງສານວິທະຍາຊຶ່ງກາຍເປັນ"ປັນຍາຊົນຖືກຫລອກ". ແຕ່ໃຜເດ້ຊິເຊື່ອຫົວມັນ
ແນວວ່າພວກເຂົາບໍ່ເຫັນເງົານັ້ນກັບຕາ!