ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2009 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ການທີ່ເຮົາຈະຊ່ວຍກັນຄົນລະໄມ້ຄົນລະມືໃນການຮັກສາສິ່ງແວດລ້ອມເປັນເລື່ອງທີ່ງ່າຍດາຍແຕ່ບໍ່ຄ່ອຍຈະມີໃຜເລັງເຫັນຄວາມສຳຄັນຂອງມັນນີ້ແມ່ນສິບ

ຫ້າວິທີທີ່ງ່າຍໆໃນການຊວ່ຍຮັກສາແລະບັນເທົາພາວະໂລກຮ້ອນໄດ້ມີດັ່ງລຸ່ມນີ້:


1 ເມື່ອອອກຈາກບ້ານຄວນປິດໄຟທຸກຄັ້ງບໍ່ວ່າຈະເປັນດອກໄຟຫຼືເຄື່ອງໃຊ້ໄຟຟ້າທີ່ບໍ່ມີຄວາມຈຳເປັນຈະຕ້ອງສຽບປລັກປະໄວ້ ເຊັ່ນ: ໂທລະພາບ ເປັນຕົ້ນ
2 ເມື່ອຈຳເປັນຕ້ອງເປີດແອກໍ່ຄວນປັບອຸ່ນຫະພູມໄປທີ່ 25 ອົງສາ ດີແທ້ກໍ່ຄວນເປີດປ່ອງຢ້ຽມເອົານອກຈາກຈະປະຢັດພະລັງງານແລ້ວຍັງໄດ້ອາກາດສົດອີກ
3 ລຸດຜ່ອນການນຳໃຊ້ຖົງຢາງປລາສຕິກໃນເວລາອອກໄປຊື້ເຄື່ອງ, ແລະບາງຄັ້ງທີ່ມີພວກກ່ອງໂຟມກໍ່ບໍ່ຄວນໃຊ້ຫຼາຍເພາະຂີ້ເຫຍື້ອພວກນີ້ມັນຈະໃຊ້ເວລາຫຼາຍໆປີກວ່າຈະສະຫຼາຍໝົດ ດີແທ້ກໍ່ຫັນມາໃຊ້ຖົງຜ້າແທນ ຫຼື ຖ້າຈຳເປັນຕ້ອງໃຊ້ຖົງປລາສຕິກ ເມື່ອໃຊ້ແລ້ວກໍ່ຄວນນຳມາລ້າງແລະໃຊ້ຄືນໃໝ່ຖ້າບໍ່ເປື້ອນຫຼາຍຈົນເກີນໄປ
4 ແຍກຂີ້ເຫຍື້ອທີ່ເປັນເຈ້ຍທີ່ເຮົາຈະຖິ້ມອອກຕ່າງຫາກ, ເພາະບາງຄັ້ງເຈ້ຍທີ່ເຮົາຖິ້ມໄປອາດຈະໄປເປື້ອນນ້ຳມັນຫຼືເສດອາຫານໃນຖັງຂີ້ເຫຍື້ອຈົນບໍ່ສາມາດນຳເຈ້ຍນັ້ນມາ recycle ແລະນຳເຈ້ຍນັ້ນກັບຄືນມາໃຊ້ໄດ້
5 ໃຊ້ຜ້າເຊັດແທນເຈ້ຍທິສຊູ ເພາະວ່າເຮົາໃຊ້ເຈ້ຍທິສຊູປີລະຫຼາຍໆໂຕ້ນນັ້ນກໍ່ໝາຍຄວາມວ່າເຮົາໄດ້ຕັດຕົ້ນໄມ້ໄປຫຼາຍໜ່ວຍພູແລ້ວ, ນອກຈາກເຈ້ຍທິສຊູແລ້ວ ເຈ້ຍເອສີ່ ແລະເຈ້ຍອື່ນໆກໍ່ເຊັ່ນດຽວກັນຄວນຂຽນໃຫ້ໝົດທັງສອງດ້ານກ່ອນນຳໄປຖິ້ມ, ຢ່າເຜົາເຈ້ຍເດັດຂາດຄວນຂາຍໃຫ້ກັບບໍລິສັດບຳບັດຂີເຫຍື້ອນອກຈາກຈະຊ່ວຍໂລກແລ້ວທ່ານຍັງໄດ້ຮັບຜົນປະໂຫຍດຈາກການຂາຍເຈ້ຍເສດດັ່ງກ່າວດ້ວຍເຖິງຈະບໍ່ຫຼາຍແຕ່ກໍ່ໄດ້ຊ່ວຍທັງໂລກແລະທ່ານກໍ່ໄດ້ຮັບຜົນປະໂຫຍດອີກດ້ວຍ
6 ກະປ໋ອງເບຍ, ປ໋ອງແປັບຊີ ແລະກະປ໋ອງອື່ນໆອີກສາມາດນຳມາ recycle ໃຊ້ຄືນໃໝ່ໃນຮູບແບບອື່ນໄດ້ອີກ
7 ຢ່າຝັງຂີ້ເຫຍື້ອລົງໃນດິນເພາະວ່າເມື່ອຝົນຕົກນ້ຳຈະຊຶມລົງສູ່ນ້ຳໃຕ້ຊັ້ນດິນອາດຈະເຮັດໃຫ້ນ້ຳໄຕ້ດິນເປື້ອນເປິໄດ້ ຖ້າເປັນແນວນີ້ເມື່ອຈະໃຊ້ນ້ຳຈາກແຫຼ່ງນ້ຳໄຕ້ດິນກໍ່ຈຳເປັນຈະຕ້ອງມີການບໍາບັດເສຍເວລາແລະຫງົບປະມານນອກນັ້ນຍັງເສຍພະລັງງານທີ່ໃຊ້ເຂົ້າໃນການບໍາບັດນໍາອີກ
8 ປລາສຕິກພວກທີ່ເຮັດດ້ວຍ Polyethylene Terephthalate ສາມາດນຳໄປ recycle ແລ້ວເອົາມາເຮັດເປັນດ້າມຈັບເຄື່ອງໃຊ້ຕ່າງໆໄດ້ອີກດ້ວຍເຊັ່ນ ດ້າມມີດ ເຄື່ອງໃຊ້ໄຟຟ້າບາງຊະນິດ
9 ເວລາລ້າງລົດກໍ່ຄວນລ້າງດ້ວຍການໂຕ່ງນ້ຳໄວ້ ແທນການໃຊ້ສາຍຢາງສີດໂດຍກົງ ຫຼືອາດຈະລ້າງໂດຍໃຊ້ຟອງນ້ຳກໍ່ໄດ້
10 ນ້ຳຢາທຳຄວາມສະອາດໃນບ້ານເຮືອນຊະນິດຕ່າງໆກໍ່ມີຄວາມສຳຄັນຈັດວ່າເປັນອີກປະເພດທີ່ໜຶ່ງທີ່ມີມົນລະພິດທີ່ອອກສູ່ສິ່ງແວດລ້ອມຫຼາຍ
11 ການກິນນ້ຳກໍ່ມີຄວາມສຳຄັນຄວນກິນນ້ຳໃຫ້ໝົດບໍ່ຄວນໃຫ້ເຫຼືອແລ້ວຖອກຖິ້ມ ເພາະນ້ຳສະອາດໃນໂລກນີ້ມີພຽງເລັກໜ້ອຍ, ອາຫານກໍ່ເຊັ່ນດຽວກັນເພາະເສດອາຫານຈະຖືກຈຸລິນຊີຍ່ອຍແລ້ວກາຍໄປເປັນກາສມີເທນໄດ້
12 ດອກໄຟຟ້າຕາມບ້ານເຮືອນກໍ່ມີຄວາມສຳຄັນຄວນໃຊ້ດອກໄຟຟ້າທີ່ປະຢັດໄຟຟ້າໄດ້ດີ ແຕ່ໃຫ້ແສງສະຫວ່າງໄດ້ດີເຊັ່ນກັນ
13 ໄປທາງດຽວກັນກໍ່ໄປນຳກັນ ລຸດຜ່ອນການເຜົາໄໝ້ເຊື້ອໄຟລົງ, ຫັນມາໃຊ້ລົດປະຈຳທາງແທນກໍ່ໄດ້ ຖ້າຈຳເປັນຄ່ອຍໃຊ້ຍານພະຫະນະສ່ວນຕົວອອກໄປ
14 ສິ່ງນີ້ເປັນສິ່ງທີ່ຂາດບໍ່ໄດ້ເລີຍ ຄວນປູກຕົ້ນໄມ້ໄວ້ ເດືອນໜຶ່ງປູກໄດ້ຕົ້ນໜຶ່ງ ຫຼາຍໆຄົນປູກກໍ່ຈະໄດ້ເປັນປ່າ ເພາະປ່າຈະຊ່ວຍໃຫ້ໂລກເຮົາມີອອກຊີເຈນ ແລະຊ່ວຍໃຫ້ໂລກເຮົາຊຸ່ມຊື່ນອີກຄັ້ງ ເພາະຕອນນີ້ ກາສຄາບອນໄດອອກໄຊດ໌ ກຳລັງເຮັດໃຫ້ໂລກຂອງເຮົາປະສົບກັບພາວະເຮືອນແກ້ວ ອັນເປັນເຫດໃຫ້ນ້ຳກ້ອນຢູ່ຂົ້ວໂລກກຳລັງເປື່ອຍເທື່ອລະເລັກເທື່ອລະໜ້ອຍ
15 ລຸດຜ່ອນການກິນເນື້ອສັດຄ້ຽວເອື້ອງລົງ, ເພາະວ່າຖ້າເຮົາຫາກເຮົາກິນເພີ່ມຂຶ້ນອຸດສະຫະກຳການລ້ຽງສັດພວກນີ້ກໍ່ຈະເພີ່ມຂຶ້ນ ແລ້ວສັດພວກນີ້ເອງເວລາທີ່ມັນຂັບຖ່າຍອອກມາກໍ່ຈະປ່ອຍກາສມີເທນ ອອກມາພ້ອມເປັນສາເຫດເຮັດໃຫ້ໂລກຮ້ອນໄດ້ເຊັ່ນກັນ

ພຽງແຕ່ປະຕິບັດຕາມ 15 ວິທີພຶ້ນຖານທີ່ກ່າວມາຂ້າງເທິງນີ້ເຮົາກໍ່ສາມາດຊ່ວຍໂລກຂອງເຮົາບໍ່ໃຫ້ຮ້ອນໄດ້ແລ້ວລະ, ເຫັນບໍ່ ວ່າບໍ່ໄດ້ເປັນການຍາກເລີຍທີ່ເຮົາຈະຮັກສາໂລກຂອງເຮົາດ້ວຍສອງມືນ້ອຍໆຂອງເຮົາເອງ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

1. ອາຊິດຟອກມິກ (HCOOH) ມີຄວາມເຂັ້ມຂຸ້ນ 0.01 mol/L ມີຄ່າຄົງທີ່ການແຕກຕົວ Ka=1.80x10-5. ຖາມວ່າ ຄວາມເຂັ້ມຂຸ້ນຂອງ [H3O+]=? ແລະທາດລະລາຍນີ້ມີ pH=?

2. ທາດລະລາຍ Zn(NO3)2 ເຂັ້ມຂຸ້ນ 35.0%, density=1.3678 g/mL, ຖ້າຕ້ອງການ Zn(NO3)2 ຈຳນວນ25.0 g .ຖາມວ່າ ຈະຕ້ອງດູດເອົາທາດລະລາຍນີ້ອອກມາຈັກ mL ? ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Zn=65, N=14, O=16 ).


3. ເອົາທາດແມກນີຊຽມ (Mg) ຈຳນວນ 6 g ທຳປະຕິກິລິຍາກັບ ຮາໂລເຈັນ (ພວກຮາໂລແຊນຈຸ VII A) ສົມມຸດວ່າ ຮາໂລເຈັນດັ່ງກ່າວນັ້ນມີສູດແມ່ນ X2, ຈະໄດ້ທາດປະສົມ MgX2 ເມື່ອນຳເອົາ MgX2 ທີ່ໄດ້ມາເກີດປະຕິກິລິຍາກັບ AgNO3 ທີ່ຫຼາຍເກີນພໍ, ຈະເກີດມີພຶກຂອງ AgX 117.5 g. ຖາມວ່າ X2 ແມ່ນທາດໃດໃນຈຸ VII A ? ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Mg=24, Ag=108, N=14, O=16).

4. ເພິ່ນວິເຄາະອົງຄະທາດຊະນິດໜຶ່ງພົບວ່າມັນປະກອບມີ C 66.66%, H 11.11% ແລະ O 22.22%. ຖາມວ່າ ສູດເຄມີຂອງທາດປະສົມອົງຄະທາດຊະນິດນີ້ແມ່ນແນວໃດ? ມີຊື່ຕາມລະບົບ (IUPAC) ວ່າແນວໃດ? (ຮູ້ວ່າ: ທາດປະສົມອົງຄະທາດຊະນິດນີ້ 3.2 g ຈະມີບໍລິມາດໃນເງື່ອນໄຂມາດຕະຖານແມ່ນ 0.995 mL ແລະຮູ້ອີກວ່າ ຈຸເຄື່ອນໄຫວທາງເຄມີຂອງທາດປະສົມອົງຄະທາດຊະນິດນີ້ມີຢູ່ນຳອາຕອມຄາບອນທີສອງ).

5. ທາດລະລາຍ Na2SO4 ທີ່ມີຄວາມເຂັ້ມຂຸ້ນ 5.2% ໂດຍມວນສານຕໍ່ມວນສານ, ຖາມວ່າ ທາດລະລາຍດັ່ງກ່າວນີ້ຈະມີຄວາມເຂັ້ມຂຸ້ນເປັນເທົ່າໃດ molality ຫຼື mol/Kg?

ແລ້ວຄຳຖາມແບບນີ້ຈະມີມາອີກໃນສະບັບໜ້າ, ຂອບໃຈທຸກຄົນທີ່ຊ່ວຍແກ້ໂຈດຂ້າງເທິງນີ້