ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2009 | ມີ 26 ຄຳເຫັນ ແລະ 0 trackback(s)

                                                                    Pepsi ມີ47ສະນິດທົວໂລກ

                                                               ''ຂນ'' ເອົາມາເເນະນຳເເຕ່ພຽງນ້ອຍຫນຶ່ງ    ມາເບິ່ງກັນ

alt
 

                                  ສະນິດທີ່ 1   "Pepsi Vanilla"  !!!! Pepsi ສະນິດນີ້ພະລິດຂາຍໃນປີ 2003 ທີ່ເເຄນະດາແລະອັງກິດ

alt

 

                               ສະນິດທີ່ 2 "Pepsi Raw" ປະສົມລົດອະງຸ່ນ ເເອັບເປີ້ນ ໃບກະເຟ ໆລໆ ຂາຍເເຕ່ຢູ່ອັງກິດສ

alt

 

ສະນິດທີ່ 3 "Pepsi Kona"ເປັນ Pepsi ກາເເຟ 100%  Pepsi ສະນິດນີ້ຂາຍເເຕ່ຢູ່ອັງກິດສ

alt
 

ສະນິດທີ່ 4  "Pepsi Samba"  Pepsi ສະນິດນີ້ມີຊ່ວນປະກອບຂອງ ຫມາກມ່ວງ ກັບ ຫມາກຂາມ ໂດຍພະລິດຂາຍຢຸ່ ອອດສເຕເລຍ ໃນປີ2005

alt
 

ສະນິດທີ່ 5 "Pepsi Red" Pepsi ສະນິດນີ້ຊ່ວນປະສົມມີ ຫມາກເຜັດເເລະຂີງ ເຊິ່ງເເນ່່ນອນວ່າ Pepsi ນິ້ເຜັດ!!ເເນ່ນອນ!!ໃຜທີ່ຢາກລອງຊີມເບິ່ງກາຕ້ອງໃປຊື້ຢູ່ຢີປຸ່ນ^^

alt
 

ສະນິດທີ່ 6  "Pepsi Green"ລົດຊ້າດຂອງມັນບໍ່ມີໃຜຮູ້ວ່າເເມ່ນຫຍັງ (ເເມເເຕ່ Wikipedia ກໍ່ບໍ່ຮູ້)  ຂາຍຢູ່ໄທ

alt
 

                                ສະນິດທີ່ 7 "Pepsi Ice Cucumber"  ເປັນ Pepsi ທີ່ບໍ່ທຳມະດາສະນິດຫນຶ່ງ ຂາຍສະເພາະຢູ່ຢີປຸ່ນ ໃນປີ2007

                                                                                                                            alt

                                                                                                            ສະນິດທີ່ 8 ''Pepsi white'' ບໍ່ມີ່ຂໍ້ມູນ ຂາຍຢູ່ຢີປຸ່ນ

 

 

 

                                                                 ສະນິດສຸດທ້າຍ Pepsi original ທຸກທ່ານອາດຈະເຄີຍດື່ມ ເປັນPepsiທີ່ມີຂາຍເກືອບທົວໂລກ

                                                                                                                            alt

 

                                                                                                                                        ເເຖມ free

                                                                                                                     alt

                                                                                                                  alt

                                                                        ຖ້າມັກໂຕໃດກາບອກເເນເດີ້

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

alt

ຫມາກ​ເລັ່ນ​ເປັນອາຫານ ວິ​ເສດ

*​ໄລຍະ​ນີ້ ອາຫານ​ຈຳພວກ​ຜັກ ປ່າ ພວມ​ອຸດົມສົມບູນ, ສ່ວນ​ຜັກ​ປູກ ​ເຖິງ​ວ່າ​ຈະ​ເປັນ​ລະດູຝົນ​ທີ່​ບໍ່​ຄ່ອຍ​ໄດ້ ຜົນ​ສຳລັບ​ການ​ປູກ​ຜັກ ​ບາງ​ຊະນິດ ​ແຕ່​ດ້ວຍ​ຄວາມ​ມີ​ວິຊາ​ການ​ຂອງ​ ກະສິກອນ ພວກ​ເຮົາ​ຈຶ່ງ​ພໍ​ມີ​ຜັກ​ກິນ. ຜັກມີ​ປະ​ໂຫຍ​ດຕໍ່​ຮ່າງ ກາຍ​ຂອງ​ຄົນ​ເຮົາ (ສັດ​ກິນ ​ເອີ້ນ: ຫຍ້າ), ໂດຍ​ສະ​ເພາະ​ທຸກ​ມື້ນີ້ ຍິ່ງ​ມີ​ການ​ປຸກລະດົມເປັນ​ວົງກວ້າງ​ໃຫ້​ມີ​ການ​ບໍລິ​ ໂພກຜັກ​ໃຫ້​ຫລາຍ ​ຂຶ້ນ​ເພາະ​ຜົນ​ສະ ທ້ອນ ​ທີ່​ບໍ່​ດີ​ຈາກ​ການ​ກິນ​ຜັກ​ນັ້ນ ບໍ່​ສູ້​ຈະ​ມີ ( ຜັກ​ສະອາດ ບໍ່ມີ​ສານ​ເຄມີ ). ແຕ່​ແນວ​ໃດ​ກໍ່​ດີ ຄໍ​ລຳ ​ເພື່ອ​ສຸຂະ ພາບ​ມື້ນີ້ ຂໍ​ຍົກ​ເອົາ ໝາກ​ເລັ່ນ ມາ​ເປັນ​ຕົວຢ່າງ​ໃຫ້​ຮູ້​ວ່າ ມັນ​ມີ​ປະ​ໂຫຍດຕໍ່​ຮ່າງກາຍ​ຄົນ​ເຮົາ​ຄື​ແນວ​ໃດ.
​ ໄດ້​ມີ​ການ​ວິ​ໄຈ ​ໄດ້ຜົນ​ອອກ​ມາ​ວ່າ ຖ້າ​ເຮົາ​ກິນ​ໝາກ​ເລັ່ນ​ພຽງ​ແຕ່​ມື້ລະ 1-2 ໜ່ວຍ ມັນ​ຈະ​ໃຫ້​ປະ​ໂຫຍດ ຕໍ່​ຮ່າງກາຍຫລາຍ​ແນວ ​ເຊັ່ນ: ຕ້ານ​ພະຍາດ​ຄວາມດັນ​ເລືອດ​ສູງ, ບຳລຸງ​ສາຍຕາ, ບຳລຸງ​ດວງ​ຕາ, ບັນ​ເທົາ​ອາການ​ຍ່ຽວ​ຂັດ, ບຳລຸງ​ເຫືອກ ​ແລະ ​ແຂ້ວ, ປ້ອງ​ກັນ ​ເລືອດ​ກ້າມ, ປົບ​ພະຍາດ​ເລືອດ​ອອກ​ຕາມ​ເຟັນ​ແຂ້ວ, ປ້ອງ​ກັນ​ບໍ່ໃຫ້​ເປັນຫວັດ​ງ່າຍ, ​ແກ້​ອາການ​ທ້ອງ​ເບັງ, ບຳ ລຸງ​ຜິວ​ພັນ ​ແລະ ອື່ນໆ. ໄລຍະ​ຜ່ານ​ມາພວກ​ເຮົາ ກໍ່​ມັກ​ຖືກ​ລະດົມ​ໃຫ້​ກິນ​ໝາກ​ເລັ່ນ ​ເປັນຕົ້ນ​ເວລາ​ຍັງ​ເຍົາ​ໄວ ວ່າ​ມັນ​ດີ​ຕໍ່ຮ່າງ ກາຍ ​ໃຫ້​ຜິວ​ພັນ​ເຄັ່ງ ​ເບັງ​ບານ ​ເຊັ່ນ​ດຽວ​ກັບ ການ​ລະດົມ​ໃຫ້​ກິນ​ຜັກບົ້ງ ວ່າ​ບຳລຸງ​ສາຍຕາ​ເຮັດ​ໃຫ້​ຕາ​ຫວານ ​ເຊິ່ງ​ໃນ​ແງ່​ຂອງ​ວິທະຍາສາດ​ນັ້ນ ຖື​ວ່າ ສິ່ງ​ທີ່​ຜູ້​ໃຫຍ່​ສະ ​ເໜີ​ໃຫ້​ເມື່​ອກ່ອນ​ນັ້ນ ລ້ວນ​ແຕ່​ເປັນຄວາມ​ຈິງ ​ເພາະ​ໄດ້​ມີ​ການຄົ້ນ ຄວ້າ​ວິ​ໄຈ​ຫລາຍ​ລົບ​ຫລາຍ​ຕ່າວ ຈຶ່ງ​ເຫັນ​ຜົນ ​ແລະ ມີ​ ການ​ເຜີຍ​ແຜ່​ຂໍ້​ມູນ​ອອກ​ສູ່​ສັງຄົມ ​ໃນ​ທຸກ​ວັນນີ້. ຢ່າງ​ໃດ​ກໍ່​ດີ ເຖິງ​ແມ່ນ​ວ່າ ພືດ​ຜັກ​ບ້ານ​ເຮົາ ມີ​ຫລາຍ, ​ແຕ່​ການ​ຄົ້ນຄວ້າ​ວິ​ໄຈ​ ຜົນ​ຢູ່​ບ້ນ ​ເຮົາ​ນັ້ນ ຍັງ​ມີ​ຈຳກັດ ຈຶ່ງ​ໄດ້​ແຕ່​ເພິ່ງ​ພາ​ອາ​ໄສ ຂໍ້​ມູນ​ຈາກ​ຕ່າງປະ​ເທດ ທີ່​ເພິ່ນ​ຈະ​ເລີ​ນກວ່າ ​ໄປ​ກ່ອນ​. ຜັກ ທຸກ​ຊະນິດ ມີ​ປະ​ໂຫຍ​ດຕໍ່​ຮ່າງ ກາຍ ດັ່ງນັ້ນຄວນ​ກິນ​ໃຫ້​ສະ ໝ່ຳສະ​ເໝີ ຈະ​ດີ​ໜັກ​ແລ./.

ດື່ມນ້ຳ ເພື່ອສຸຂະພາບ

* ປະ​ລິ​ມານ​ນ້ຳ​ທີ່​ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ທີ່​ຕ້ອງ​ການ​ໃນ​ແຕ່​ລະ​ມື້​ແມ່ນ​ບໍ່​ຕ່ຳ​ກວ່າ 2 ລິດ ຊື່ງ​ນ້ຳ​ດັ່ງ​ກ່າວ​ອາດ​ຈະ​ບໍ່​ແມ່ນ​ການ ​ດື່ມ​ນ້ຳ​ຢ່າງ​ ດຽວ​ອາດ​ຈະ​ແມ່ນ​ໄດ້​ມາ​ຈາກ​ນ້ຳ​ໃນ​ສ່ວນ​ປະ​ກອບ​ຂອງ​ອາ​ຫານ​ຊະ​ນິດ​ອື່ນໆ​ຂຶ້ນ ​ ກັບ​ການ​ບໍ່​ລິ​ໂພກ​ຂອງ​ເຮົາ.
ນ້ຳ ໂດຍ​ທົ່ວ​ໄປ​ແລ້ວ​ຫລາຍໆ​ຄົນ​ຄົງ​ຈະ​ຮູ້ວ່າການ​ດື່ນ​ນ້ຳ​ມີ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍ ແລະ ຜິວ​ພັນ​ຂອງ​ເຮົາ, ແຕ່​ຫລາຍ​ຄົນ​ຄົງ​ຈະ​ ມີ​ບັນ ​ຫາໃນ ​ການ​ຈະ​ບັງ​ຄັບ​ຕົນ​ເອງ​ໃຫ້​ດື່ມ​ນ້ຳ​ໄດ້​ຫລາຍໆ ​ແນວ​ໃດ. ສະ​ນັ້ນ​ມື້​ນີ້ເຮົາ​ມີ​ວິ​ທີ​ໃນ​ການ​ດື່ມ​ນ້ຳ​ມາ​ຝາກທ່ານ ​ຜູ້​ອ່ານ​ລອງມາປະ ​ຕິ​ບັດ ນຳ​ກັນ​ເບິ່ງ.
1.ເລີ່ມ​ຕົ້ນ​ຕອນ​ເຊົ້າ​ທຸກໆ​ມື້​ດ້ວຍ​ການ​ດື່ມ​ນ້ຳ​ໃຫ້​ໄດ້​ໜຶ່ງ​ຈອກ ໂດຍ​ວາງ​ນ້ຳ​ໄວ້​ຂ້າງ​ບ່ອນນອນ​ກ່ອນ​ເຂົ້າ​ນອນ​ທຸກ​ມື້ ເພາະ​ເວ​ລາ ​ຕື່ນ ​ຕອນ​ເຊົ້າ​ເຮົາ​ຈະ​ສາ​ມາດ​ດື່ມ​ນ້ຳ​ໄດ້​ທັນ​ທີ່​ເພື່ອ​ເພີ່ມ​ຄວາມ​ສົດ​ຊື່ນ​ໃຫ້​ແກ່​ຮ່າງ​ກາຍ.
2.ເອົາ​ນ້ຳ​ໄປ​ນຳ​ທຸກ​ບ່ອນ​ບໍ່​ວ່າ​ເວ​ລາ​ເດີນ​ທາງ ຫລື ນັ່ງ​ເຮັດ​ວຽກໂດຍ​ການ​ວາງ​ໄວ້​ຂ້າງໆຈະ​ສາ​ມາດ​ດື່ມ​ໄດ້​ຕະ​ຫລອດ​ເວ​ລາ. ເພາະຈາກ ​ການ​ສຳ​ຫລວດ​ພົບວ່າ​ສ່ວນ​ຫລາຍ​ຈະ​ບໍ່​ມັກ​ດື່ມ​ນ້ຳ​ໃນ​ເວ​ລາ​ເຮັດ​ວຽກ .
3.ດື່ມ​ນ້ຳ 1 ຈອກ​ກ່ອນ​ກິນ​ອາ​ຫານ​ຕອນ​ທ່ຽງ ຊຶ່ງ​ມັນ​ສາ​ມາດ​ຫລຸດ​ຜ່ອນ​ອາ​ການ​ຫິວໄດ້ ແລະ ຍັງ​ສາ​ມາດ​ຄວບ​ຄຸມ​ປະ​ລິ​ມານ ​ການ ​ບໍ​ລິ​ໂພກ​ອາ​ຫານ​ໄດ້​ດີ​ອີກ​ດ້ວຍ.
4.ໃນ​ຂະ​ນະ​ທີ່​ຫລິ້ນ​ກິ​ລາ​ຕ່າງໆ​ຄວນ​ເພີ່ມ​ປະ​ລິ​ມານ​ນ້ຳ​ໃຫ້​ແກ່​ຮ່າງ​ກາຍ​ຢ່າງ​ສະ​ໝ່ຳ​ສະ​ເໝີໂດຍ​ການ​ດື່ມ​ນ້ຳ​ກ່ອນຫລິ້ນ ແລະ ຫລັງ​ເລີກ ​ຫລິ້ນເພື່ອ​ທົດ​ແທນ​ເຫື່ອ​ທີ່​ອອກ​ໄປ​ໃນ​ລະ​ຫວ່າງ​ການ​ຫລິ້ນ​ກິ​ລາ.
ຖ້າ​ຕ້ອງ​ການ​ຢາກ​ມີ​ສຸ​ຂະ​ພາບ​ທີ່​ດີ​ກໍ່​ຄວນ​ດື່ມ​ນ້ຳໃນ​ປະ​ລິ​ມານ​ທີ່​ຮ່າງ​ກາຍ​ຕ້ອງ​ການ​ໃຫ້​ພຽງ​ພໍ​ທຸກໆ​ມື້​ເປັນ​ປົກ​ກະ​ຕິ​ດີກວ່າ​ທີ່​ຈະ​ລໍ​ຖ້າ​ ໃຫ້​ຫິວ​ກ່ອນ​ຈຶ່ງ​ຄ່ອຍ​ກິນ ./.
 

                                                                                                      ໄຂ່​ຊ່ວຍ​ຫລຸດຜ່​ອນ​ໂອກ​າດ​ເປັນ​ມະ​ເຮັງ​​ເຕົ້ານົມ

* ແພດ​ມະ​ຫາ​ວິ​ທະ​ຍາ​ໄລ ​ນອດ​ແຄ​ໂຣ​ໄລ​ນາ​ ຂອງ​ສະ​ຫະ​ລັດ​ໄດ້​ແນະ​ນຳ​ໃຫ້​ຜູ້​ຍິງ​ກິນ​ໄຂ່​ໃຫ້​ຫລາຍ​ຂຶ້ນ ເພາະ​ວ່າ​ນອກ​ຈາກ​ ຈະ​ມີ​ ຄຸນ​ປະ​ໂຫຍດ ແລະ ສານ​ອາ​ຫານ​ທີ່​ຈຳ​ເປັນ​ຕໍ່​ຮ່າງ​ກາຍ​ແລ້ວ​ຍັງ​ຊ່ວຍ​ຫລຸດ​ຜ່ອນ​ໂອ​ກາດ​ທີ່​ຈະ​ເປັນພະ​ຍາດ​ມະ​ເຮັງເຕົ້ານົມໄດ້​ເຖິງ 1/4.
ດ​ຣ. ສະ​ຕີ​ເວັນ ເອັ​ສ. ໄຊ​ເຊ​ວ ຫົວ​ໜ້າ​ຄະ​ນະ​ວິ​ໄຈ​ໃນ​ການ​ວິ​ເຄາະ​ຫາ​ສາ​ເຫດ​ກັບ​ຜູ້​ຍິງ​ທີ່​ຢູ່​ໃນ​ໄວ​ອາ​ຍຸ​ຜູ້​ໃຫຍ່​ຈຳນວນ 3.000 ຄົນ​ໄດ ້​ເວົ້າ​ວ່າ: ຜົນ​ການ​ຄົ້ນຄວ້າ ​ຖື​ໄດ້​ວ່າ​ເປັນ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ໄຂ່​ຊ່ວຍ​ຫລຸດ​ຜ່ອນ​ອັນ​ຕະ​ລາຍ​ຂອງ​ການ​ເປັນ​ ມະ​ເຮັງເຕົ້າ ນົມ ໄດ້. ຈາກ​ຜົນ​ວິ​ໄຈ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ທີ່​ກິນ​ໄຂ່​ຫລາຍ​ທີ່​ສຸດ​ໃນ​ກຸ່ມ​ສາ​ມາດ​ຫລຸດ​ຜ່ອນ​ໂອ​ກາດ​ທີ່​ຈະ​ເປັນ​ມະ​ເຮັງເຕົ້າ ນົມໄດ້​ ຫລາຍ ​ກວ່າ​ຜູ້​ທີ່​ກິນ​ໜ້ອຍ​ເຖິງ 24%.
ດ​ຣ. ສະ​ຕີ​ເວັນ ໄດ້​ເວົ້າ​ອີກວ່າ: ຜູ້​ຍິງ​ທີ່​ກິນ​ໄຂ່​ຫລາຍ​ທີ່​ສຸດ​ສະ​ເລ່ຍ​ແລ້ວ​ຈະ​ໄດ້​ສານ​ໂຊ​ລິນ​ມື້​ໜຶ່ງ​ບໍ່​ຕ່ຳ​ກວ່າ 455 ມິ​ລິ​ກຣາມ, ໃນ​ຂະ​ນະ​ ທີ່​ຜູ້​ກິນ​ໜ້ອຍ​ໄດ້​ພຽງ​ມື້​ໜຶ່ງ 196 ມິ​ລິ​ກຣາມ. ສານ​ໂຊ​ລິນ​ເປັນ​ສານ​ທີ່​ຈຳ​ເປັນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕາມ​ປົກ​ກະ​ຕິ​ຂອງ​ພວກ​ແຊ​ນ ໂດຍ​ສະ​ເພາະ​ຜູ້​ຍິງ​ທີ່​ຢູ່​ໃນ​ໄວ​ຈະ​ເລີນ​ເຕີບ​ໂຕ. ສານ​ດັ່ງ​ກ່າວນອກ​ຈາກ​ຈະ​ມີ​ຢູ່​ໃນ ​ມອນໄຂ່​ແລ້ວ​ຍັງ​ມີ​ຢູ່​ໃນ​ກາ​ເຟ, ນົມ, ຕັບ ແລະ ກະ​ ລ່ຳປີ.
ນອກ​ຈາກ​ຈະ​ສາ​ມາດ​ຊ່ວຍ​ປ້ອງ​ກັນ​ການ​ເປັນ​ພະ​ຍາດ​ມະ​ເຮັງ​ແລ້ວ​ຍັງ​ສາ​ມາດ​ຊ່ວຍ​ປ້ອງ​ກັນ​ລູກ​ນ້ອຍ​ບໍ່​ໃຫ້​ເກີດ​ມາ​ພິ​ການ, ຊ່ວຍ​ບຳ​ ລຸງສະ ​ໝອງ ແລະ ຫລຸດ​ຜ່ອນ​ອັນ​ຕະ​ລາຍ​ຂອງ​ພະ​ຍາດ​ຫົວ​ໃຈ​ໄດ້​ອີກ​ດ້ວຍ./.

ດື່ມ​ກາ​​ເຟ ຫລາຍມີ​ຄວາມ​ສ່ຽງ​ລຸ​ລູກ

*ຜົນ​ການ​ສຶກາ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວາລະສານ ນິ​ເວດ​ວິທະຍາ ອາ​ເມ​ລິ​ກາ ພົບ​ວ່າ ​ແມ່ຍິງ​ຖືພາ​ທີ່​ດື່ມ​ກາ​ເຟວັນ​ລະ 2 ຈອກ​ຂຶ້ນ​ໄປ ມີ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນ 2 ເທົ່າ​ທີ່​ຈະ​ລຸ​ລູກ ​ເມື່ອ​ປຽບທຽບ​ກັບ​ແມ່ຍິງ​ຖືພາ ທີ່​ຫລີກ​ລ່ຽງ​ເຄື່ອງ​ດື່ມ​ມີ​ກາ​ເຟອິນ.
ຜົນ​ການ​ສຶກສາ​ຂອງ ດຣ.​ເດຄຸນ ລີ ນັກວິ​ໄຈ​ຈາກ​ສະ​ຖາ​ບັນ​ໄກ​ເຊີ ເພີ​ມາ​ເນັນ ດີ​ວິ​ຊັນ ອອຟ ຣີ​ເຊ​ສ ​ໃນ​ອາ​ເມ​ລິ​ກາ ສະ​ເຫ​ນີຫລັກ​ ຖານ​ທີ່​ຫນັກ​ແຫນ້ນ​ຂຶ້ນວ່າ ການ​ໄດ້​ຮັບ​ກາ​ເຟອິນ​ໃນ​ປະລິມານ​ສູງ ລະຫວ່າງ​ການ​ຖືພາ ຕັ້ງ​ແຕ່​ລະດັບ 200 ມິນລີ ກຣາມຕໍ່​ວັນ ຊຶ່ງ​ທຽບ​ເທົ່າ​ກັບ​ດື່ມ​ກາ​ເຟວັນ​ລະ 2 ຈອກ ມີ​ຄວາມ​ສ່ຽງ​ຕໍ່​ການ​ລຸ​ລູກ​ເພີ່ມ​ຂຶ້ນຫລາຍ. ຄະນະ​ວິ​ໄຈ​ແນະນຳ​ໃຫ້​ແມ່ຍິງ​ທີ່​ຖືພາ ຫລື​ກຽມ​ຖື ພາ ບໍ່​ຄວນ​ດື່ມ​ກາ​ເຟປະມານ 3 ເດືອນ ຫລື​ຕະຫລອດໄລຍະ​ເວລາ​ຂອງ​ການ​ຖືພາ.
ການ​ສຶກສາ​ຂອງ ​ດຣ. ລີ ແລະ ຄະນະໄດ້​ທົດ​ລອງນຳ​ເອົາ​ແມ່ຍິງ​ຖືພາ 1.063 ຄົນ ​ໃນ​ລະຫວ່າງ​ເດືອນຕຸລາ ປີ 1996 ​ເຖິງ​ເດືອນ​ຕຸ ລາປີ 1998 ໂດຍ​ທີ່​ແມ່ຍິງ​ແຕ່ລະຄົນ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ພຶດຕິ​ກຳ​ການ​ບໍລິ​ໂພ​ກກາ​ເຟອິນ ​ໃນ​ຂະນະ​ທີ່​ຖືພາ ສິ່ງ​ທີ່​ພົບຕະຫລອດ​ ການ​ວິ​ໄຈ​ເປັນ​ເວລາ 2 ປີ ຄື​ແມ່ຍິງທີ່​ດື່ມ​ກາ​ເຟວັນ​ລະ 2 ຈອກ ຫລື​ ຫລາຍ​ກວ່າ 2 ຈອກ ​ເປັນ​ປະຈຳ ຫລື​ ດື່ມນ້ຳ​ໂຊດາ ທີ່​ມີ​ສ່ວນ ​ປະສົມຂອງ​ກາ​ເຟອິນ​ຂະ ຫນາດ​ປ໋ອງລະ 12 ອອນ ວັນ​ລະ 5 ປ໋ອງ ຈະ​ມີ​ຄວາມ​ສຽງ​ລຸ​ລູກ​ຫລາຍ​ກວ່າ​ແມ່ຍິງ​ ທີ່​ຫລີກ​ລ່ຽງ​ ເຄື່ອງ​ດື່ມ​ ປະສົມ​ກາ​ເຟອິນ​ເຖິງ 2 ເທົ່າ.
ນັກວິ​ໄຈ​ເຊື່ອ​ວ່າ ຄວາມ​ສ່ຽງີ່​ເພີ່ມ​ຂຶ້ນ ກ່ຽວຂ້ອງ​ກັບກາ​ເຟອິນ​ຫລາຍ​ກວ່າ​ສານ​ເຄມີ​ອື່ນໆ ໃນ​ກາ​ເຟ ​ເພາະ​ເຄອງ​ດື່ມ​ຊະນິດ​ອື່ນ ​ເຊັ່ນ ນ້ຳ​ໂຊດາ, ຊາ ​ແລະໂຊ​ໂກ​ເລັດ​ຮ້ອນ ທີ່​ມີ​ກາ​ເຟອິນ ກໍ​ມີ​ຄວາມ​ສ່ຽງ​ລຸ​ລູກ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ. ດຣ.ລີ ກ່າວ​ວ່າ ກາ​ເຟອິນ ​ເປັນ​ອັນຕະ ລາຍ​ ຕໍ່​ເດັກ​ໃນ​ທ້ອງ ​ເພາະ​ຂັດຂວາງ​ຂະ​ບວນການ​ເຜົາ​ຜານ​ອາຫານ​ຂອງ​ຕົວ​ອ່ອນ ​ແລະ ອາດ​ຫລຸດ​ການ​ໄຫລ​ວຽນ​ ຂອງ​ເລືອດ ຂອງ​ ເດັກ​ໃນ​ທ້ອງ.
ນັກວິ​ໄຈ​ແນະນຳ​ວ່າ ຫາກ​ຈະ​ໃຫ້​ປອດ​ໄພ​ທີ່​ສຸດ ຈະ​ຕ້ອງເຊົາ​ດື່ມ​ກາ​ເຟ ​ໃນ​ໄລຍະ​ຖືພາ ​ແຕ່​ຖ້າ​ຫລີກ​ລ່ຽງບໍ່​ໄດ້ ພະຍາຍາມ​ບໍ່​ໃຫ້​ເກີນ ​ມື້ລະ​ຈອກ ຫລືປ່ຽນ​ໄປ​ດື່ມ​ເຄື່ອງ​ດື່ມ​ອື່ນ​ທີ່​ບໍ່​ມີ​ກາ​ເຟອິນ./.

 

 

                                                                                                                                          ພະຍາດຄໍ​ໜຽງ

* ຢູ່​ປະ​ເທດ​ລາວ ​ມີ​ຜູ້​ ເປັນ​ຄໍ​ເອີມ ຫຼື ”ຄໍ​ຫນຽງ” ຫລາຍ​ ສົມ​ຄວນ,​ ບໍ່​ວ່າຈະ​ຢູ່​ເຂດ​ພູ​ດອຍ​ ຫລື ເຂດ​ທົ່ງ​ພຽງ ​ໂດຍ​ສະ​ເພາະກໍ​ແມ່ນ​ ປະ​ຊາ​ ຊົນ ທີ່​ອາໄສ​ຢູ່​ທາງເຂດ​ພູ​ດອຍ, ສາ ​ເຫດ​ ທີ່​ພາ​ໃຫ້​ເປັນ​ຄໍ​ເອີມ​ ກໍ​ເນື່ອງ​ຈາກ​ວ່າ: ​ຄົນ​ຜູ້​ນັ້ນ​ຂາດ​ທາດອີ​ອົດ​ໃນ​ຮ່າງ​ກາຍ.
ເພື່ອ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ແຕ່​ລະ​ຄົນ​ໃຫ້​ດີ ທຸກ​ຄົນ​ຕ້ອງ​ຮູ້​ວິ​ທີ​ປ້ອງ​ກັນ ເພື່ອບໍ່ ໃຫ້​ ເປັນ​ຄໍ​ເອີມ ໂດຍ ສະ​ເພາະ​ແລ້ວ​ກໍ​ແມ່ນ​ປະຊາຊົນ ​ທີ່​ ອາໄສ​ຢ​ູ່​ໃນ​ເຂດ​ ທີ່​ເປັນ​ຄໍ​ ເອີມ​ ຫລາຍ​ຍິ່ງ​ຕ້ອງໄດ້ເອົາ​ໃຈ ໃສ່​ເປັນ ​ພິ​ເສດ ​ເພື່ອ​ບໍ່​ໃຫ້​ເປັນຄໍ​ເອີມ ​ຫລື​ ມີ​ອາ ​ການ​ ຂາດ ​ທາດ​ອີ​ອົດ, ພິ​ເສດຕໍ່ແມ່​ຍິງ​ຖື​ພາ. ແມ່​ ຍິງ​ທີ່ ເປັນ​ ຄໍ​ເອີມ ​ໃນ​ເວ​ລາ ​ຖື​ພາມີ​ຜົນ ສະ​ທ້ອນ​ ​ບໍ່​ດີ​ຕໍ່​ລູກ​ໃນ​ທ້ອງ ເພາະ​ມັນ​ຈະພາ ​ໃຫ້​ເດັກ​ນ້ອຍ​ບໍ່​ແຂງ​ , ສະ ຫມອງ​ ຂະ ​ຫຍາຍຕົວ​ຊ້າ ແລະ ​ອາດ​ຈະເສຍ​ຊີວິດ ໃນ​ເວ​ລາ​ເກີດ ​ຫລື ເກີດ​ມາ​ ມີ​ຊິ​ວີດ​ຢູ່​ກໍ​ອາດ ​ຈະ ກາຍເປັນ​ ຄົນ​ບໍ່​ສະ​ຫລາດ,​ ເປັນ​ຄົນ ໂງ່​ ຈ​້າ, ປັນ​ ຍາອ່ອນ, ຫູ​ຫນວກ,​ ປາກ​ກືກ. ແຕ່​ຄໍ​ເອີມ​ ແມ່ນ​ສິ່ງ​ ທີ່​ຫລີກ​ເວັ້ນ​ໄດ້ ແລະ ສາມາດ​ປ້ອງ​ກັນໄດ້ຄື ​ຕ້ອງ​ກິນ​ ເກືອ​ທີ່​ປະ​ສົມທາດ​ ອີ​ອົດ ​ເປັນ​ປະ ​ຈຳ​ແທນ​ ເກືອ​ທຳ​ມະ​ດາ. ​ຜູ້​​ເປັນຄໍ​ເອີມສາ​ ມາດ​ປິ່ນ​ປົວ ​ໄດ້ ແຕ່​ດີ​ທີ່​ ສຸດ​ຕ້ອງປ້ອງ​ ກັນ ​ໄວ້​ກ່ອນເພື່ອບໍ່​ໃຫ້​ເປັນ ຫລື​ ຖ້າ​ ເປັນ​ກໍ​ຕ້ອງ ​ເລີ່ມ​ປິ່ນ ​ປົວ​ ແຕ່​ຫ​ົວ​ ທີ​ຄື​ ຕອນ ເວ​ລາ ທີ່​ກ້ອນ​ຫນຽງ ມັນ​ຍັງ​ ນ້ອຍ. ຖ​້າຢາກ​ໃຫ້​ລູກ​ເກີດ​ ມາເປັນ​ຄົນ​ສະ​ຫລາດ ຮ່າງ ​ກາຍ​ແຂງ​ແຮງແມ່​ຍິງ​ ຖື​ ພາ​ຄວນ​ ກິນ​ເກືອ​ທີ່​ປະ ​ສົມ​ທາດ​ອີ​ອົດ​ເປັນ​ ປະ​ຈຳສຸ​ ຂະ ​ພາບ​ຂອງ​ ທຸກ​ຄົນ​ໃນ​ຄອບ​ຄົວ​ຈະ​ແຂງ​ແຮງ​ ແລະ ​ສົມ​ບູນ​ດີ​ຖ້າ ​ໃຊ້​ເກືອປະ​ສົມ​ທາດ ​ອີ​ອົດ​ປຸງ​ແຕ່ງ​ອາ​ຫານ​ກິນ ​ປະ​ຈຳ​ໃນ​ ແຕ່​ລະ ມື້./.
 

ຄວັນຢາສູບ ກີດຂວາງການມີລູກ

* ຜູ້​ອ່ານ​ຫລາຍ​ທ່ານ​ອາດ​ຄິດ​ວ່າ ຄວັນ​ຢາ​ສູບ​ຈະ​ບໍ່​ສາ​ມາດ​ທຳ​ຮ້າຍ​ຮ່າງ​ກາຍ​ຂອງເຮົາ​ໄດ້​ຖ້າ​ວ່າ​ເຮົາ​ບໍ່​ສູບ​ຢາ, ຄວາມ​ຈິງ​ບໍເປັນ​ແນວ​ນັ້ນ​; ເພາະ​ກາ​ນ​ທີ່​ທ່ານ​ຢູ່​ໃກ້​ຄວັນ​ທີ່​ພົ່ນ​ອອກ​ມາ​ຈາກ​ຜູ້​ທີ່​ສູບ​ຢາ​ນັ້ນ ອັນ​ຕະ​ລາຍກວ່າ​ຜູ້​ສູບ​ເອງ​ເຖິງ 3 ເທົ່າ​ ເພາະວ່າທ່ານ​ຈະ​ໄດ້​ຮັບ ​ສານ ​altເບນ​ໂຊ​ໄພ​ຣີນ ທີ່ກໍ່ໃຫ້​ເກີດ​ພະ​ຍາດ​ມະ​ເຮັງ​ຢ່າງ​ເຕັມໆ. ຄວັນ​ຢາ​ສູບ ນອກ​ຈາກ​ຈະ​ ເປັນ​ຕົ້ນ ​ເຫດ ​ແຫ່ງ​ ການ​ກໍ່​ໃຫ້​ເກີດ​ພະຍາດ​ມະ​ເຮັງ​ ແລ້ວ, ຢາ​ສູບຍັງ​ເປັນ​ອຸ​ປະ​ສັກ​ສຳ​ຄັນກີດ​ຂວາງ​ ການ​ມີ​ລູກ, ໂດຍ​ສ​ະ​ເພາະ​ຜູ້​ທີ່​ມີ​ລູກ​ຍາກ. ໃນ​ເມື່ອ​ເຮົາ ທຸກ​ຄົນ​ຫາກໄດ້ແຕ່ງ​ ງານ​ກັບ ​ຄົນ​ທີ່​ເຮົາ​ຮັກ​ແລະ ຮັກ ​ເຮົາ ມັນ​ກໍ​ຄົງປາ​ສະ​ຈາກ​ບໍ່​ໄດ້​ ທີ່​ຈະ​ຕ້ອງມີ​ລູກ​ທີ່​ເປັນຕາ ຮັກ​ໄວ້​ຖະໜຸຖະໜອມ ແລະ ເພື່ອ​ຄວາມ ສົມ​ດູນ​ ຂອງ​ຄອບ​ຄົວ​ກໍ​ຄື​ພະ​ຍານ​ຮັກ​ນັ້ນ​ເອງ ການ​ແກ້​ໄຂ​ບັນຫາ​ການ ​ມີ​ລູກ​ຍາກ​ທີ່​ ເປັນ​ທີ່​ນິ​ ຍົມ​ ກັນ​ຫລາຍ​ທີ່​ສຸດ​ຄື: “ການ​ປະ​ສົມ​ທຽມ” ປະ​ຈຸ​ ບັນ​ ພົບ​ວ່າມີເດັກ​ທົ່ວ​ໂລກ​ບໍ່​ຕ່ຳ​ກວ່າ​ ຫນຶ່ງ​ລ້ານ​ຄົນ ​ທີ່​ ເກີດ ​ຈາກ​ການ​ປະ​ສົມ​ທຽມ ແຕ່​ການ​ປ​ະ​ສົມ​ທຽມ​ກໍ​ມັກ​ຈະ​ມີ​ອຸ​ປະ​ສັກ ແລະ ອຸ​ ປະ​ສັກ​ຫນຶ່ງ​ທີ່​ກີດ​ຂວາງ​ການ​ປະ​ສົມ​ທຽມ ​ນັ້ນ​ຄື: ”ການ​ ສູບ​ຢາ”​ ການ​ສູບ​ຢາ​ຈະ​ເຮັດ​ໃຫ້​ດີ​ເອັນ​ເອ​ຂອງ​ນ້ຳເຊື້ອມີ​ການ​ປ່ຽນ​ແປງ ຊຶ່ງ​ມີ​ຜົນ ​ຕໍ່​ໂຕ​ອ່ອນ​ທີ່​ປະ​ສົມ​ທຽມ​ຈາກ​ຫລອດ​ແກ້ວ ຊຶ່ງ​ການ ​ສູບ​ຢາ​ ເຮັດ​ໃຫ້​ການ​ປະ​ສົມ​ທຽມ​ຫລົ້ມ​ເຫລວ​ເຖິງ ສອງສ່ວນສາມ ເນື່ອງ​ຈາກ ​ຢາສູບ​ໄປ​ທຳ​ລາຍ​ດີ​ເອັນ​ເອ​ໃນ​ນ້ຳເຊື້ອ ແລະ ໄປຂັດ ​ຂວາງ​ ການ ​ພັດ​ທະ​ນາ​ຂອງ​ຕົວ​ອ່ອນ​; ເຮັດ​ໃຫ້​ການ​ປະ​ສົມ​ທຽມ​ບໍ່​ປະ​ສົບ​ຜົນ​ສຳ​ເລ​ັດ; ດັ່ງ​ນັ້ນ​ການ​ສູບ​ຢາ​ຈຶ່ງ​ເປັນ​ອຸ​ປະ​ສັກ​ສຳ​ຄັນ​ຂອງ​ ຄອບ​ຄົວ ​ທີ່​ປະ​ສົບ​ກັບ​ບັນ​ຫາ​ການ​ມີ​ລູກ​ຍາກ ແລະ ຕ້ອງ​ການ​ອາ​ໄສ​ການ​ ປະ​ສົມ ​ທຽມ ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ./.
 

5 ​ອາການ​ສ່ຽງຕໍ່​ການ​ເປັນ​ຫລອດ​ເລືອດ​ໃນ​ສະຫ​ມອງ

* ພະ​ຍາດ​ຫລອດ​ເລືອດໃນສະ​ໝອງ ​ເປັນ​ພະ​ຍາດ​ທີ່​ເກີດ​ຈາກ​ການ​ສູນ​ເສຍ​ໜ້າ​ທີ່​ການ​ເຮັດ​ວຽກ​ຂອງ​ສະ​ໝອງ​ຢ່າງ​ກະ​ທັນ​ຫັນ. ພະ​ຍາດ​ ຫລອດ​ເລືອດໃນສະ​ໝອງ​ໄດ້​ແບ່ງ​ອອກ​ເປັນ​ສອງ​ຊະ​ນິດ​ຄື: ພະ​ຍາດ​ຫລອດ​ເລືອດ​ສະ​ໝອງ​ແຕກ 80% ຈະ​ເປັນ​ຊະ​ນິດ​ຫລອດ​ເລືອດ ​ໃນ​ສະ​ໝອງ​ຕີບ ​ຊຶ່ງ​ເກີດ​ຈາກ​ເມັດ​ເລືອດ​ອັດ​ຕັນ​ຫລອດ​ເລືອດ​ໃນ​ສະ​ໝອງ (Ischemic Stroke). 20% ະ​ເປັນ​ຊະ​ນິດ​ຫລອດ​ ເລືອດ​ ສະ ​ໝອງ​ແຕກ​ເກີດ​ຈາກ​ການ​ແຕກ​ຂອງ​ຫລອດ​ເລືອດ​ເຮັດ​ໃຫ້​ເກີດ​ເລືອດ​ຄ້າງ​ໃນ​ເນື້ອ​ສະ​ໝອງ (Hemorrhagic stroke). ອາ​ ການ ​ສ່ຽງ​ ຕໍ່​ການ​ເປັນ​ພະ​ຍາດ​ຫລອດ​ເລືອດ​ໃນ​ສະ​ໝອງທີ່​ສະ​ແດງ​ອອກ​ເປັນ​ແບບ​ທັນ​ທີ​ມີ​ຄື:
1.ມ​ີ​ອາ​ການ​ແຂນ​ຂາ​ລ່ອຍ​ເບື້ອງ ໜຶ່ງ, ປາກ​ບ້ຽວ ຫລື ລ່ອຍ​ໄປ​ເບື້ອງ ໜຶ່ງ​ທັນ​ທີ.
2.ເວົ້າ​ບໍ່​ອອກ,ຟັງ​ບໍ່​ເຂົ້າ​ໃຈ​ພາ​ສາເວົ້າ ແລະ ອື່ນໆ .
3.ຕາ​ຂ້າງ​ໃດ​ຂ້າງ​ໜຶ່ງ​ເບິ່ງ​ບໍ່​ເຫັນ ຫລື ເບິ່ງ​ບໍ່​ເຫັນ​ເຄິ່ງຂອງ​ລານ​ສາຍ​ຕາ ແລະ ເຫັນ​ພາບ​ຊ້ອນ.
4.ຮູ້​ສຶກວິນ​ຫົວ​ຢ່າງ​ເຊ​ຊ້າຍ​ເຊ​ ຂວາ ​ຄ້າຍ​ຄື​ຄົນ​ເມົາ​ເຫລົ້າ.
5. ເຈັບ​ຫົວ​ຢ່າງ​ຮຸນ​ແຮງແບບ ​ບໍ່​ເຄີຍ​ເປັນ​ມາ​ກ່ອນ ແລະ ປວດ ຮາກ ຫລື ໝົດ​ສະ​ຕິ.
ເມື່ອເຮົາ​ຮູ້​ສຶກວ່າໂຕ​ເອງ​ມີ ຄວາມ​ຜິດ​ປົກ​ກະ​ຕິກໍ່​ຢ່າ​ປ່ອຍປະລະ​ເລີຍ ຫລື ເມີນ​ເສີຍ​ຕໍ່​ອາ​ການ​ດັ່ງ​ກ່າວ ບໍ່​ວ່າ​ຈະ​ໜ້ອຍ ຫລື ຫລາຍ ເຮົາ ​ກໍ່​ຄວນ​ຟ້າວ​ໄປ​ພົບ​ແພດ​ໝໍ​ເພື່ອ​ຮັບ​ການກວດ ແລະ ປິ່ນ​ປົວ​ໃຫ້​ຖືກ​ກັບ​ພະ​ຍາດ ເພື່ອ​ສຸ​ຂະ​ພາບ​ທີ່​ດີ ແລະ ​ປ້​ອງ​ກັນ​ໄວ້​ກ່ອນ​ດີກວ່າ​ ມາ​ ແກ້​ຕາມ​ຫລັງ​ເພາະ​ຈະ​ເຮັດ​ໃຫ້​ກິນ​ແໜງ​ໃຈ​ພາຍ​ຫລັງ​ໄດ້./.