ທ້າວ ນະ. ມີລາຍຊື ຖືກໄປເປັນທະຫານພັນທະ ເພື່ອຮັບໃຊ້ປະເທດຊາດໃນໄລຍະ 3 ປີ ແລະຈະໄດ້ອອກເດີນທາງໄປ
ເຂົ້າຄ້າຍທະຫານໃນມື້ອື່ນ. ຕອນແລງມື້ນີ້ ລາວກໍ່ເລີຍໄປຫາແຟນຂອງລາວເພື່ອລຳລາ.
ແຟນຂອງລາວຊືື່ນ້ອຍ ແລະ ກໍ່ພາກັນໄປລົມຢູ່ຖຽງນາ ຈົນເດິກ ແລະ ເວລາໄກ້ຈະກັບ ພັດມີຝົກຕົກຢ່າງ
ແຮງເຮັດໃຫ້ທັງສອງບໍ່ສາມາດກັບບ້ານໄດ້ ຈຳເປັບຕ້ອງນອນຄ້າງຄືນຢູ່ຖຽງນາ.
ນາງ ນ້ອຍ ໄດ້ເອົາເຊືອກຟາງມາກັ້ນເຄິ່ງກາງ ແລະເວົ້າວ່າ: ອ້າຍນະ ອ້າຍຫ້າມຂ້າມເຊືອກມາຫານ້ອງເດີ້.
,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ເວລາຜ່ານໄປໝົດຄືນ.
ຕື່ນຂື້ນມາ ນາງນ້ອຍ ກໍ່ໄດ້ໄປສົ່ງທ້າວນະຢູ່ບ່ອນລົດມາຮັບ.
ທ້າວນະ ຈັບມື ນ້ອຍ ຂື້ນມາ ແລະ ເວັົ້າດ້ວຍນຳສຽງ ຫວານໆວ່າ: ນ້ອຍ ຮັກນ້ອງ. ແລະ ຈົ່ງລໍຖ້າອ້າຍກັບມາ
ອ້າຍໃຫ້ສັນຍາວ່າ: ບໍ່ວວ່າຈະພົບ ອຸປະສັກນານາປະການແນວໃດ ອ້າຍກໍ່ຈະສູ້ ຈະຜ່ານພາ ມາຫານ້ອງໃຫ້ໄດ້.
ນາງ ນ້ອຍຕອຍ ທ້າວນະ ດ້ວຍຄວາມໃຈຮ້າຍວ່າ: ນ້ອງບໍ່ເຊື່ອອ້າຍດ໋ອກ!
ຂະໜາດເຊື້ອກຟາງເສັ້ນນ້ອຍໆຊຳນິ.ມື້ວານນີ້ ອ້າຍຍັງບໍ່ມີປັນຍາ ມາຫານ້ອງໄດ້ເລີຍ.ຈະໃຫ້ນ້ອງເຊື່ອໄດ້ແນວໃດ!!!!