ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ທະຫານໜຸ່ມຄົນໜື່ງອອກໄປຮົບແນວໜ້າແດນໄກ້ຖີ້ມພັນລະຍາສາວ

ໄວ້ບ້ານນານເປັນເວລາ 2 ປີເຕັມເມືອໄດ້ເວລາທີ່ຈະກັບບ້ານເຂົ້າຈີ່ງຮູ້

ສືກດີໃຈຫຼາຍທີ່ຈະໄດ້ມາພົບກັບພັນລະຍາສຸດທີ່ຮັກແຕ່ເມື່ອກັບມາ

ຮອດບ້ານເຂົ້າກໍ່ຕ້ອງແປກໃຈຫຼາຍເມື່ອທີ່ຫົວຕຽງນອນຂອງພັນລະຍາ

ມີໄຂ່ໄກ່ 3 ໜ່ວຍແລະເງີນສົດ 50 ລ້ານກີບດ້ວຍຄວາມສົ່ງໃສ່ລາວຈີ່ງ

ຖາມພັນລະຍາວ່າ:

 

ສາມີ:  ທີ່ຮັກ.....ເຈົ້າເອົາໄຂ່ໄກ່ມາວາງໄວ້ຫົວຕຽງເຮັດຫຍັງ?

ພັນລະຍາ:  ຂ້ອຍຂໍສາລະພາບຕາມຄວາມຈີ່ງ...ຄືຊ່ວງທີ່ເຈົ້າບໍ່ຢູ່ຂ້ອຍເຫງົາຫຼາຍ

ຂ້ອຍຈີ່ງນອກໃຈເຈົ້າ ທຸກເທືອທີ່ຂ້ອຍນອກໃຈເຈົ້າ ຂ້ອຍຈະເອົາໄຂ່ໄກ່ມາວາງ

ໄວ້ຫົວຕຽງເພືອເຕືອນຄວາມຈຳວ່າຂ້ອຍໄດ້ເຮັດຜິດຕໍ່ເຈົ້າຈັກເທືອ

 

ສາມີໄດ້ຟັງກໍ່ຮູ້ສືກເຫັນໃຈພັນລະຍາເຂົ້າຈາກນາງໄປຕັ້ງ 2 ປີເຕັ້ມນາງນອກໃຈ

ເຂົ້າແຕ່ 3 ເທືອນາງອາດຈະເຫງົາແທ້ໆຈີ່ງໄດ້ເຮັດລົງໄປສາມີບໍ່ໄດ້ຄິດຈະເອົາ

ຄວາມຫຍັງແຕ່ກໍ່ອົດຖາມຮອດເງີນ 50 ລ້ານກີບບໍ່ໄດ້

 

ສາມີ:  ແລ້ວເງີນສົດ 50 ລ້ານກີບນີ້ລະເຈົ້າເອົາມາແຕ່ໃສ່?

ພັນລະຍາ:  ອໍ...ເງີນສົດນັ້ນ...ຂ້ອຍເອົາໄຂ່ໄກ່ໄປຂາຍໄດ້ມານະ

ສາມີ: @#!^%*&!!>....???

 

 

 

Delicious Digg Fark Twitter