ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ການຫຼີ້ນດົນຕີເປັນສິ່ງທີ່ສ້າງຄວາມສຸກໃຫ້ກັບຊີວິດຂອງພວກເຮົາຢູ່ສະເໝີ ແລະ ການໄດ້ໃຊ້ຄວາມຄິດຮ່ວມກັນໃນວົງຍິ່ງເປັນການສ້າງ ຄວາມສາມັກຄີພາຍໃນວົງຂອງພວກເຮົາ ແຕ່ກໍ່ມີບາງທີທີ່ມີເລື້ອງບໍ່ເຂົ້າໃຈກັນແຕ່ມັນກໍເປັນບັນຫາສຳຄັນໃນການຢູ່ຮ່ວມກັນ,ຄວາມມັກ ແລະ ຮັກໃນສຽງເພງ ພວກເຮົາຈິ່ງໄດ້ເດີນທາງຮ່ວມກັນມາຕະຫຼອດ ການຄິດຫາບັນຫາຂອງວົງ ແລະ ຫາທາງແກ້ໄຂເພື່ອໃຫ້ວົງຢູ່ລອດ ນັ້ນເປັນສິ່ງທີ່ທ້າທາຍສຳລັບພວກເຮົາ ການໄດ້ຂຽນເພງແຕ່ງເພງ ແລະ ເຮັດເພງຮ່ວມກັນເຮັດໃຫ້ພວກເຮົາໄດ້ພັດທະນາຕົວເອງເທືອ່ລະກ້າວ, ແລະ ສິ່ງທີ່ສຳຄັນທີ່ສຸດຂອງພວກເຮົາທິ່ສຸດກໍຄືພວກ ເຮົາໄດ້ຊອກວຽກເຮັດຕາມພັບ ນີ້ເປັນສິ່ງທີ່ທ້າທາຍອີກຢ່າງໜຶ່ງຂອງພວກເຮົາທີ່ໄດ້ສະແດງຄວາມສາມາດທີ່ເປັນຄວາມສຸກຂອງພວກເຮົາ ແຕ່ກໍມີບາງທີທີ່ສັງຄົມບໍ່ຍອມຮັບໃນແນວທາງຂອງພວກເຮົາ ແລະເຮັດໃຫ້ທໍ້ໃຈ ແຕ່ເຖິງຢ່າງໃດກໍຕາມພວກເຮົາກໍບໍ່ເຄີຍຖອຍ ແລະ ຍິ່ງຕ້ອງເດີນຕາມຝັນຂອງຕົວເອງໃຫ້ໄດ້ໄກເທົ່າທີ່ຈະໄກໄດ້

 

ອ່ານຄືນຫຼັງ
ໝວດໝູ່