ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
  1. ຫ້າມສູບຢາ
    ມີຜົນການທົດສອບທີ່ພິສູດໂດຍນັກຊ່ຽວຊານແລ້ວວ່າ ການສູບຢາຫລັງກິນອາຫານທຽບເທົ່າກັບການສູບຢາເຖິງ 10 ກອກ (ໂອກາດເປັນມະເຮັງສູງກວ່າ)
  2. ຫ້າມກິນຫມາກໄມ້ທັນທີ
    ການກິນຫມາກໄມ້ທັນທີຫລັງອາຫານຈະເຮັດໃຫ້ເກິດລົມໃນກະເພາະອາຫານໄດ້ ດັ່ງນັ້ນຄວນກິນຫມາກໄມ້ຫລັງກິນອາຫນໄປແລ້ວ 1-2 ຊົ່ວໂມງ ຫລື ກ່ອນອາຫານ 1 ຊົ່ວໂມງ.
  3. ຫ້າມດື່ມນ້ຳຊາ
    ເພາະມີຜົນເຮັດໃຫ້ການຍ່ອຍສານໂປຣຕີນໃນອາຫານທີ່ເຮົາກິນເຂົ້າໄປນັ້ນເປັນໄປໄດ້ຍາກຂື້ນ
  4. ຫ້າມມາຍສາຍແອວ
    ເພາະການມາຍສາຍແອວຫລັງຄາບອາຫານຈະເຮັດໃຫ້ລຳໄສ້ບິດໂຕ ແລະ ອັດຕັນໄດ້
  5. ຫ້າມອາບນ້ຳ
    ການອາບນ້ຳຈະເພິ່ມແຮງດັນເລືອດໄປສູ່ມື, ແຂນຂາ ແລະ ທົ່ວໂຕ ດັ່ງນັ້ນຈຳນວນເລືອດທີ່ໄປລໍ່ເລື້ອງກະເພາະອາຫານຈຶ່ງລຸດລົງ ຊຶ່ງສົ່ງຜົນໃຫ້ລະບົບການຍ່ອຍອາຫານຂອງກະເພາະເຮົາບໍ່ດີລົງ
  6. ຫ້າມຍ່າງໄປມາ
    ຄົນທີ່ມັກບອກສະເຫມີວ່າ ການຍ່າງ 100 ກ້າວຫລັງກິນອາຫານຈະເຮັດໃຫ້ອາຍຸຍືນເຖິງ 99 ປີ, ຕາມຂໍ້ເປັນຈິງແລ້ວບໍ່ແມ່ນເລີຍ ການຍ່າງຈະສົ່ງຜົນໃຫ້ລະບົບຍ່ອຍຂອງເຮົາບໍ່ສາມາດດູດຊຶມສານອາຫານທີ່ເຮົາກິນເຂົ້າສູ່ຮ່າງກາຍໄດ້.
  7. ຫ້າມນອນຫລັບທັນທີ
    ເພາະອາຫານທີ່ເຮົາກິນເຂົ້າໄປຈະບໍ່ສາມາດຍ່ອຍໄດ້ເລີຍ ດັ່ງນັ້ນຈະເຮັດໃຫ້ເກິດໂລກຕິດເຊື້ອ ແລະ ເກິດລົມໃນກະເພາະ ແລະ ລຳໄສ້ຂອງເຮົາໄດ້.

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2008 | ມີ 2 ຄຳເຫັນ ແລະ 0 trackback(s)

ກິນເຂົ້າເຊົ້າເປັນສິ່ງສຳຄັນຫລາຍ

ມື້ນີ້ທ່ານກິນເຂົ້າເຊົ້າຫລືຍັງ ຂໍບອກວ່າມັນສຳຄັນຫລາຍ
ທ່ານຫມໍຢູ່ທີ່ໂຮງຫມໍອົບຮົມວ່າທຸກຄົນຕ້ອງກິນອາຫານເຊົ້າໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະຫລາຍໄດ້ ເພາະເມື່ອຮ່າງກາຍບໍ່ມີພະລັງງານຈາກອາຫານເຊົ້າໄປໃຊ້ ຮ່າງກາຍຈະດຶງສານອາຫານຈາກອະໄວຍະວະສ່ວນອື່ນອອກມາ (ບໍ່ແມ່ນໄຂມັນໆ ຍັງຢູ່ຄືເກົ່າ), ຊຶ່ງພາຍໃຕ້ກະບວນການນີ້ຈະເກິດທາດກົດຊະນິດຫນື່ງອອກມານຳ ຊຶ່ງການທີ່ເຮົາບອກວ່າບໍ່ກິນເຂົ້າເຊົ້າ ກໍ່ຍັງເຮັດວຽກໄດ້ເປັນປົກກະຕິມາຫລາຍປີແລ້ວ ນັ້ນຄືຮ່າງກາຍໄດ້ນຳເອົາກົດທີ່ເກິດຂື້ນມາໃຊ້ແທນພະລັງງານທຸກວັນ ເຮົາຈຶ່ງເຮັດວຽກໂດຍໃຊ້ກົດແທນພະລັງງານ ແລະ ເມື່ອຮ່າງກາຍຕ້ອງຜະລິດກົດອອກມາເລື້ອຍໆ ພໍເຖິງອາຍຸຫລາຍຂື້ນເຮົາກໍ່ຈະເປັນໂລກຫລາຍຢ່າງຕາມມາ ນອກຈາກນີ້ເຮົາຮູ້ຫລືບໍ່ວ່າ: ໂດຍປົກກະຕິແລ້ວຮ່າງກາຂອງມະນຸດເຮົາຜະລິດສານພິດຢູ່ພາຍໃນຮ່າງກາຍຕະຫລອດເວລາ ເປັນຂອງເສດ ຄືລົດທີ່ຕື່ມນ້ຳມັນເຂົ້າໄປແລ້ວກໍ່ຈະມີຄວັນອອກມາ ພາສາທາງການແພດເອີ້ນວ່າ: ຂອງເສດເຫລືອໃນຮ່າງກາຍນີ້ວ່າ ສານອະນຸມູນອິດສະ (oxidant) ເກິດຈາກການສັນດານພະລັງງານຂອງຮ່າງກາຍ ແລ້ວປ່ອຍຂອງເສຍອອກມາ (ບໍ່ແມ່ນອຸດຈາລະ ແນວລະຢ່າງກັນ), ນອກຈາກນີ້ຮ່າງກາຍຈະເລັ່ງຜະລິດສານອະນຸມູນອິດສະລະອີກກໍ່ເມື່ອເວລາທີ່ເຮົາອາລົມບໍດີ ຫລື ຕ້ອງເຮັດວຽກຫນັກໃຊ້ສະຫມອງປະກອບກັບການພົບມົນລະພາວະຕ່າງໆ ສະພາບແວດລ້ອມທີ່ເປັນພິດ ຫລື ອຸປະນິໄສການດື່ມເຫລົ້າ, ສູບຢາ, ກໍ່ແຮ່ງເປັນຕົວສ້າງໃຫ້ເກິດສານພິດນີ້ຫລາຍ, ການນອນຫລັບພັກຜ່ອນໃຫ້ພຽງພໍຕອນກາງຄືນເປັນຫົນທາງ ແລະ ເວລາສຳຄັນທີ່ຮ່າງກາຍຈະສ້າງສານຕໍ່ຕ້ານສານອະນຸມູນອິດສະລະ (anti-oxidant) ເພື່ອກຳຈັດສານອະນຸມູນອິດສະລະທີ່ເກິດຕອນກາງເວັນ ການນອນໃຫ້ພຽງພໍ ແລະ ຫລັບດີຈະເປັນປະໂຫຍດ ບໍ່ສະເພາະການກຳຈັດສິ່ງເສດເຫລືອ ແຕ່ຍັງຊ່ວຍໃຫ້ເມັດເລືອດແດງຂອງຄົນເຮົາແຂງແຮງ ສ້າງຮໍໂມນເພດເຮັດໃຫ້ຮ່າງກາຍສົມບູນ ມີນ້ຳມີນວນ ທ່ານຫມຊເອົາພາບຂະຫຍາຍເມັດເລືອດແດງຂອງຜູ້ຈັດການຊາຍອາຍຸ 35 ປີ ຄົນຫນື່ງຊຶ່ງເປັນໄຂ້ມາໃຫ້ເບິ່ງປຽບທຽບກັນ 2 ພາບ ກັບຜູ້ຊາຍຄົນນີ້ເຫມືອນມະນຸດເຮັດວຽກທົ່ວໄປ, ເຮັດວຽກຫນັກ ແລະ ອາລົມບໍ່ດີຂາດການພັກຜ່ອນທີ່ພຽງພໍ
ປະກົດວ່າຈຳນວນເມັດເລືອດແດງຂອງເຂົາມີລັກສະນະເປັນກ້ອນລຸບໂນນບໍ່ເປັນຮູບຊົງມົນ ເຫມືອນກຸ່ມເມັດເລືອດແດງທີ່ຄວນເປັນ ເກິດຄວາມຜິດປົກກະຕິຂື້ນເນື່ອງຈາກສານອະນຸມູນອິດສະລະທີ່ເກິດຂື້ນຈຳນວນຫລາຍ ໄປທຳລາຍເຊລເມັດເລືອດແດງໃນຮ່າງກາຍ ຊຶ່ງກໍ່ຈະນຳໂລກຮ້າຍຈຳນວນຫລາຍຢ່າງທີ່ຄົນລາວນິຍົມຢູ່
1.
ກິນອາຫານເຊົ້າແບບລາຊາ, ອາຫານຕອນສວນພໍປະມານ ແລະ ອາຫານແລງແບບຄົນຈົນ ຫລີກລ້ຽງໄຂມັນ ແລະ ຂອງຫວານ ອອກກຳລັງກາຍໃຫ້ໄດ້ວັນລະຢ່າງຫນ້ອຍ 30-40 ນາທີ (20 ນາທີທຳອິດຮ່າງກາຍຈະເຜົາຜານຄາຣ໌ໂບໄຮເດຣດ ອີກ 10-20 ນາທີ ຕໍ່ມາຮ່າງກາຍຈຶ່ງຈະຄ່ອຍເຜົາໄຂມັນ)
2.
ນອນຫລັບ ຫລື ຫລັບນອນກໍ່ໃຫ້ພຽງພໍ
3.
ຮັບແສງແດດ ໄລຍະ 8.00-9.00 ຊຶ່ງມີ UV ທີ່ເປັນປະໂຫຍດ
4.
ພະຍາຍາມເລິ່ມຕົ້ນມື້ໃຫມ່ດ້ວຍການຫົວ, ຍິ້ມແຍ້ມແຈ່ມໃສ ຖ້າບ້າໄດ້ກໍ່ດີ ຊີວີຈະເປັນສຸກ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ທ່ານຈະເຫັນຄຳກົງກັນຂ້າມລະຫວ່າງ 5 ສໍ

1.  ສະສາງ  #   ສະສົມ
2.  ສະດວກ #  ສະດຸດ
3.  ສະອາດ  #  ສົກກະປົກ
4.  ສຸກລັກສະນະ  #  ເສືອມໂຊມ
5  ສ້າງນິໄສ  #  ເສຍນິໄສ   
    ຖ້າຫາກທ່ານມີຄຳໃດມາຕໍ່ອີກຍີ່ງເປັນການດີ ແລະ ຂໍຂອບໃຈ
ອ່ານຄືນຫຼັງ
ໝວດໝູ່