ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຄຸນສົມບັດຂອງຜູ້ນຳ (ຫົວຂໍ້ທັມທີ່ສຳຄັນ)

ພຣະພຸດທະເຈົ້າຊົງສອນວ່າ ການເປັນຜູ້ນຳທີ່ດີໄດ້ນັ້ນ ຈັກຕ້ອງປະກອບໄປດ້ວຍຄຸນສົມບັດຫຼາຍຢ່າງດ້ວຍກັນ ຂໍນຳມາກ່າວສະເພາະຫົວຂໍ້ທັມ ໃນສ່ວນທີ່ເຫັນວ່າສຳຄັນໆ ດັ່ງນີ້ຄື:

໑। ຕ້ອງເປັນຜູ້ອົດທົນຕໍ່ຄວາມຍາກລຳບາກທັງກາຍ ໃຈ ແລະອົດທົນຕໍ່ການຖືກວິພາກ ວິຈານ ໃນແງ່ຕ່າງໆ।
໒। ຕ້ອງມີຄວາມຕື່ນຕົວທັນໂລກ ທັນເຫດການ ແລະກຽມຕົວໃຫ້ພ້ອມ ບໍ່ປະໝາດຢູ່ຕະຫຼອດເວລາ।
໓। ຕ້ອງມີຄວາມຂະຫຍັນດຸໝັ່ນໃນການງານ ຕາມໜ້າທີ່ທີ່ຮັບຜິດຊອບ।
໔। ຕ້ອງວິເຄາະ ຈຳແນກເຫດການໃຫ້ຖືກຕ້ອງ ແບ່ງງານເປັນສ່ວນສ່ນໆ ແລະມອບໝາຍງານໃຫ້ເໝາະສົມກັບບຸກຄົນ।
໕। ຕ້ອງມີຄວາມເມດຕາ ກະຣຸນາ ມຸທິຕາ ອຸເປກຂາ ຕື ພຣົມມະວິຫາຣະທັມ।
໖। ຕ້ອງສອດສ່ອງ ກວດກາ ຕິດຕາມ ແລະຮູ້ຈັກງານ ປະເມີນຜົນງານ।
໗। ຕ້ອງສາມາດໃນການວິເຄາະບັນຫາຕ່າງໆ ແລະຮູ້ຈັກວິທີແກ້ໄຂ।
໘। ຮູ້ຈັກສົງເຄາະປະຊາຊົນ।
໙। ຕ້ອງຮູ້ຈັກສ້າງມິດຕະພາບອັນດີກັມບຸກຄົນອື່ນ।
໑໐। ຕ້ອງຮູ້ຈັກການເວົ້າເປັນ ເວົ້າໃຫ້ມີຫຼັກຖານ ມີຫຼັກທັມປະກອບດ້ວຍ।
໑໑। ເປັນຄົນໃຈກ້ວາງ, ກ້າເສັຍສະລະ.
໑໒। ຕ້ອງເປັນຄົນອົງອາດ ສະຫຼາດ ມີປະຕິພານໄຫວພິບດີ।
໑໓। ເປັນຄົນຄົງແກ່ຮຽນ ມີຄວາມຮອບຮູ້।
໑໔। ຕ້ອງບໍ່ຖອດຖິ້ມທຸຣະຂອງຕົນ ບໍ່ໂຍນຄວາມຮັບຜິດຊອບຕໍ່ຄົນອື່ນ।
໑໕। ຕ້ອງມີຫຼັກສິນທັມ ແລະຄະຕິທັມປະຈຳໃຈ।
໑໖। ຕ້ອງເປັນສັດຕະບູຣຸດ (ເບິ່ງຫຼັກສັດຕະບູຣຸດ ໗ ຢ່າງ)
໑໗। ຕ້ອງເປັນຄົນມີປັນຍາ ແລະມີຄວາມຄິດທີ່ດີ।
໑໘। ຕ້ອງບໍ່ຕິດອະບາຍະມຸກທຸກສະນິດ

ຫາກສັງຄົມໃດ ບ້ານເມືອງ ພະແນກໃດ ກົມກອງ ກະຊວງໃດ ຫຼືໜ່ວຍງານໃດໆ ມີຜູ້ປົກຄອງ ຫຼືຜູ້ນຳທີ່ມີຄຸນສົມບັດດັ່ງ ທີ່ກ່າວມານີ້ ຍ່ອມຈັກນຳພາຕົນ ແລະສັງຄົມທີ່ຕົນຮັບຜິດຊອບຈະເຣີນແນ່ນອນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເກີດ ແກ່ ເຈັບ ຕາຍ

ເກີດ ແກ່ ເຈັບ ຕາຍ



ໂລກຫມູນວຽນປິ່ນໂຄ້ງ........ ປຽບວົງໃຫຍ່ໂຮງລະຄອນ
ແສນສະອອນເມື່ອຫຼຽວມອງ.... ຈຶ່ງລ່ອງລົງເມືອງໃຕ້
ເນົາຢູ່ໃນນອນຖ້າ................ ຄັນມານດາເພື່ອລໍເກີດ
ຢາກເຫັນໂລກທີ່ເປີດກວ້າງ...... ຫວັງມາສ້າງມະນຸດຄົນ

ຈຶ່ງມາຂໍຢູ່ຊົ້ນ............... ແມ່ທົນຫນ່ວງນານນັບ
ຕົງກັບເວລາຄອງ........ ລູກເກີດມາມອງຟ້າ
ພໍແຕ່ມືນຕາຂຶ້ນ........... ກໍເຫັນພຽງພໍ່ ແລະ ແມ່
ສຽງ ແງ ແງ ແອ່ວຮ້ອງ.... ສອງເຂືອເຈົ້າກໍຊື່ນໃຈ... ລູກເອີຍ

ຈາກນັ້ນຊີວິດໄດ້.......... ເຕີບໂຕໃຫຍ່ເປັນເດັກ
ໄດ້ຮໍ່າຮຽນສຶກສາ........ ຊອກວິຊາຄວາມຮູ້
ໃຫຍ່ຂຶ້ນມາອົດທົນສູ້........ ບຸກບືນບາກບັ່ນ
ຊີວິດກ້າວເຂົ້າຂັ້ນ.......... ສັມພັນກ້ຽວກ່ອມສອງ

ໄດ້ຢູ່ຮ່ວມນາດນ້ອງ........ ຄອງຄູ່ເມັຍຂວັນ
ຄວາມພູກພັນຈຶ່ງມີບຸດ..... ສືບແນວແທນເຊື້ອ
ຢາຍເປັນເຄືອຕະກຸນຊັ້ນ.... ລວມພົງພັນພີ່ນ້ອງເກົ່າ
ສັງຂານເລີຍລ່ວງເຂົ້າ........ ວັຍເຈົ້າກໍປ່ຽນແປງ.... ແລ້ວເດີ

ກາຍຍາແຮງກໍອ່ອນລ້າ....... ຕາມອງເບິ່ງບໍ່ມີເຫັນ
ແສນລຳເຄັນຕອນເຈັບ........ ປ່ວຍໃຈທັງກາຍລົ້ມ
ລູກຫຼານໂຊມຊູຊວ້ານ.......... ການງານເຂົາປະປ່ອຍ
ເຈັບບ່ອນເລັກບ່ອນນ້ອຍ....... ຄູນຂຶ້ນຍິ່ງທະວີ

ຜູ້ບຸນມີ... ພວກລູກຫຼານນັ່ງເຝົ້າ..... ເອົາໃຈຊ່ວຍບົວຣະບັດ
ຈັດແຈ່ງຢາຫາຫມໍ............. ຊ່ວຍຕໍ່ເຕີມແຮງໄວ້
ເຈັບເດ...... ເຈັບມາຫຼາຍໄດ້ຄາງໂອ້...... ໂອນໍບໍ່ຢາກຈາກ
ປາກກໍປາກບໍ່ໄດ້........... ນອນໄຫ້ແລ້ວຫ່ວງຫຼັງ

ຄິດຢາກຄືນໄປຕັ້ງ............ ສ້າງກໍ່ກັມດີ
ແຕ່ເວລາທີ່ຍັງມີ............... ຜ່ານຫນີເຫມືອນສາຍນ້ຳ
ປຽບດັ່ງລຳຂອງຄື້ນ......... ຈະໄຫຼຄືນຂຶ້ນສົ່ງ.... ບໍ່ມີແລ້ວ
ມີແຕ່ລົງສູ່ໃຕ້................. ສຽງຄວນໄຫ້ແລ້ວສັ່ງລາ

ເກີດເປັນຄົນ.. ບໍ່ມີຜູ້ຄ້ຳຟ້າ..... ຄຽງຄູ່ນະພາສູງ.. ທ່ານເອີຍ
ຄວາມຕາຍຈູງຄໍແຂວນ.......... ແລ່ນຫນີບໍ່ມີພົ້ນ
ຍາມເປັນຄົນຄວນຫາໄວ້......... ສິ່ງໃດດີທີ່ປະເສີດ
ການເກີດ ແກ່ ເຈັບ ຕາຍ...... ເຊົ້າສວາຍເຢັນຄໍ່າຄ້ອຍ... ເພິ່ນແຂວນຫ້ອຍຢູ່ຄໍ.... ແທ້ແລ້ວ
ວາຕສັງຂາລນີ້ ................ໂລກີຍ໌ ງ່ຽງອຽງໄກວ
ມີຄວາມຕາຍເປັນຫຼັກ .........ແມ່ນຍາກຫນີໄກພົ້ນ
ຊີວິດຄົນບໍ່ມີເວັ້ນ ...............ຜົລເວນກັມກຳນົດສັ່ງ
ແມ່ນທຸກຈົນມີຮັ່ງ .....ຕ່າງຫຼີກຫນີບໍ່ມົ້ມ .....ຈົມມ້ວນບ່ອນຕາຍ

ພຸທອົງສ໌ ຊົງກ່າວໄວ້ ...........ໃຫ້ເປັນຊ່ອງຄອງທັມມະ
ອະນິຈາວັຕສັງຂາລາ ............ຢູ່ໃນໂລການີ້
ໃຫ້ເຮົາມີສະຕິຫມັ້ນ ..............ຂຍັນທຳກັມດີກ່ອນ
ເພື່ອໃຫ້ເປັນທຶນຮອນ ....ຕອນລາລັບໂລກແລ້ວ ....ມີແນວຄໍ້າລໍ່າຊູ

ພຣະໂຄດົມຕຣັສຮູ້ ...............ຄົນເຮົາຢູ່ໃນຜົລກັມ
ຕາມຕິດມາຮິງຮັດ ................ຊາຕກ່ອນເຮົາທຳໄວ້
ອາຍຸຂັຍມີຍາວສັ້ນ ................ຖືກັນມາເປັນກັມເກົ່າ
ຍັງຫນຸ່ມນ້ອຍແຕ່ເຖິງຄາວ ...ກັບຕ່າວຄືນສູ່ກໍ້າ ....ຍ້ອນກັມນັ້ນຈ່ອງດຶງ

ສຶກສາທັມໃຫ້ເລິກຊຶ້ງ .............ຈຶ່ງຮູ້ຮໍ່າທຳໃຈ
ເກີດແກ່ຕາຍດັບຂັນ ...............ນັ້ນແມ່ນສັຈຈະທັມແທ້
ຈຶ່ງຂໍແປປຸນໃຫ້ .....................ຄວນເຂົ້າໃຈຖ້ວນຖີ່
ຕອນຊີວິດເຮົາຍັງມີ ....ຄວນທຳດີໄວ້ລ່ວງຫນ້າ ....ສວັນຟ້າຈຶ່ງຮັບເຮົາ

ອ່ານຄືນຫຼັງ
ໝວດໝູ່