![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 8, 2009
| ມີ
8 ຄຳເຫັນ
ແລະ
0 trackback(s)
ຄຳສີ ນັ່ງເບີ່ງແກ້ວເຫຼົ້າຢ່າງໃຈລອຍ ຢູ່ຄົນດຽວເປັນເວລາເກືອບ 1ຊົ່ວໂມງແລ້ວ ,,, ໃນເວລາດຽວກັນນັ້ນ ສົ້ມປ່ອຍ ນາງສາວຫາເງີນ, ນັກເລງຂາປະຈຳເທັກ ມີນາ ( ເຕັ້ນຈົນເມື່ອຍ, ເລີຍຮູ້ສຶກຢາກກີນນ້ຳ )... ສັງເກດເຫັນວ່າ: ຄຳສີ ມາຄົນດຽວ,ແລະສັ່ງເຫຼົ້າມາແກ້ວໜຶ່ງ, ພັດບໍ່ຍອມກີນຈັກເທື່ອ ... ສົ້ມປ່ອຍ ເລີຍຫາໂອກາດຍ່າງເຂົ້າໄປຫາຄຳສີ, ແຕ່ພັດບໍ່ຍອມເວົ້າຫຍັງຈັກຄຳ ແລ້ວ ຈັບເອົາແກ້ວເຫຼົ້າທີ່ວາງຢູ່ເທິງໂຕ໊ະ ຍົກຂື້ນກີນບາດດຽວໝົດແກ້ວ... ຄຳສີ ຕົກໃຈຢ່າງແຮງ ( ເພາະບໍ່ຮູ້ຈັກ ສົ້ມປ່ອຍ ມາກ່ອນ ) .. ຄຳສີ : ອ໋າວ .... ເຈົ້າມາກີນເຫຼົ້າ ຂອງຂ້ອຍເຮັດຫຍັງ ??? ສົ້ມປ່ອຍ : ໂອ໋ຍ .... ເລື້ອງຊຳນີ້ຊື່ໆ ເຮັດຕົກໃຈ , ດຽວຊື້ເຫຼົ້າແກ້ວໃໝ່ໃຫ້ກາໃດ້.. ຄຳສີ : ບໍ່ ... ມັນບໍ່ແມ່ນແນວນັ້ນ !!!!! ຂ້ອຍມີເລຶ້ອງເສົ້າ ແລະ ມັນເປັນເລື້ອງໂຊກຮ້າຍທີ່ເກີດຂື້ນກັບຂ້ອຍໃນມື້ນີ້ .... ສົ້ມປ່ອຍ : ໃສ່ ... ລອງເລົ່າໄປເບີ່ງ, ຖ້າຊ່ວຍໃດ້ກາຈະຊ່ວຍກັນ .... ຄຳສີ : ມື້ນີ້ເປັນມື້ທີ່ໂຊກຮ້າຍທີ່ສຸດໃນຊີວິດ . ຂ້ອຍນອນຕື່ນສວາຍເລີຍໄປການບໍ່ທັນ, ເຮັດໃຫ້ເຈົ້ານາຍບໍ່ພໍໃຈເລີຍໄລ່ຂ້ອຍອອກຈາກການ .. ບາດເວລາຈະກັບບ້ານລົດຈັກທີ່ຈອດຢູ່ບ່ອນຈອດລົດ ພັດຖືກ ລັກ ... ຂ້ອຍເລີຍຂີ່ລົດຈຳໂບ້ໄປສະຖານີຕຳຫຼວດ ເພື່ອແຈ້ງຄວາມ, ແຕ່ສຳພັດເຮັດກະເປົ໋າເງີນເຮ່ຍຢູ່ລົດ ຈຳໂບ້ອີກ.. ບາດເວລາຍ່າງກັບມາຮອດບ້ານປະກົດວ່າ: ບ້ານຖືກໄຟໃໝ້ເຫຼືອແຕ່ເຕົາຖ່ານ... ຂ້ອຍບໍ່ເຫຼືອຫຍັງອີກແລ້ວ .... ແລະບໍ່ຮູ້ຈະມີຊີວິດຕໍ່ໄປເຮັດຫຍັງ, ເລີຍຕັດສີນໃຈສັ່ງເຫຼົ້າມາກີນແກ້ວໝຶ່ງ ແລ້ວ...... ແລ້ວ ຂ້ອຍກໍ່ເອົາຢາຜິດ ປະສົມລົງໄປກຽມຈະກີນເພື່ອຂ້າໂຕຕາຍ , ແຕ່ຮູ້ສືກຢ້ານຂື້ນມາກະທັນຫັນ ... ແຕ່ພໍດີວ່າ: ເຈົ້າຍ່າງເຂົ້າມາແລ້ວ ຈັບຍົກກີນບາດດຽວໝົດເລີຍ ... ສົ້ມປ່ອຍ : ປ໋າດດດດດດດດດດດດດດດດດດດດດດດດດດ !!!!!! ຕາຍຄັກ ໆ ບາດນີ້ !!! ນາງ ສົ້ມປ່ອຍ 5555555555555555
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 14, 2009
| ມີ
17 ຄຳເຫັນ
ແລະ
0 trackback(s)
ທ້າວແບ້ ເປັນຄົນທີ່ມີອາການນອນບໍ່ຫຼັບມາເປັນເວລາ 1ເດືອນແລ້ວ. ສຸດທ້າຍເລີຍຕັດສິນໃຈໄປປຶກສາໝໍ ....... ທ້າວແບ້ : ຮຽນທ່ານ ໝໍ... ຂ້ານ້ອຍມີອາການ ນອນບໍ່ຫັຼບມາເດືອນ 1ແລ້ວ , ຊ່ວຍໃຫ້ຂ້ານ້ອຍໃດ້ນອນ ແດ່ທ້ອນ !!!!! ໝໍ : ໃດ້ເລີຍບໍ່ຕ້ອງເປັນຫ່ວງ , ອາການແນວນີ້ ໝໍ ເຫັນມາຫຼາຍແລ້ວ , ດຽວ ໝໍ ຈັດຢາໃຫ້ເຕັມທີ່ ..... ໃນຕອນຄໍ່າຂອງວັນອາທິດ , ທ້າວແບ້ ກໍ່ໃດ້ກີນຢາຕາມທີ່ໝໍສັ່ງ ... ຮູ້ສຶກວ່ານອນຫຼັບສະບາຍ, ບໍ່ຮູ້ເດືອນຮູ້ດາວຫຍັງເລີຍ .. ຫັຼງຈາກນັ້ນ ທ້າວແບ້ ກໍ່ລຸກຈາກຕຽງກ່ອນທີ່ ໂມງປຸກ ຈະດັງ !!!!! ຟ້າວອາບນ້ຳແຕ່ງໂຕ ແລ້ວ ໄປເຮັດວຽກຕາມປົກກະຕິ .... ເມື່ອໄປຮອດບໍລິສັດ ກໍ່ຟ້າວເຂົ້າໄປຫາ ຫົວໜ້າ ເພື່ອລາຍງານໂຕ .. ທ້າບແບ້ : ສະບາຍດີຫົວໜ້າ , ມື້ຄືນຮູ້ສຶກວ່າ ນອນຫັຼບສະບາຍຫຼາຍ ... ບໍ່ມີບັນຫາຫຍັງລົບກວນເລີຍ . ຫົວໜ້າ : ( ຖອນລົມຫາຍໃຈຢ່າງແຮງ ) ເຮັດສີໜ້າບໍ່ພໍໃຈ, ແລ້ວເວົ້າວ່າ: " ມື້ວັນຈັນ , ວັນອັງຄານ , ວັນພຸດ ... ແມ່ນເຈົ້າຫາຍໂຕໄປໃສ່ , ເປັນຫຍັງຄືຫາກາມາເຮັດວຽກມື້ນີ້ ... ມື້ນີ້ມັນ ວັນພະຫັດແລ້ວ ".....![alt](http://punlao.com/include/fckeditor/editor/images/smiley/msn/angry_smile.gif) ອິອິອິອິ ສະຫຼຸບ ແມ່ນທ້າວແບ້ ກີນຢາເກີນຂະໜາດ , ເລີຍຫັຼບປານຕາຍ ....... ຮ່າ ຮ່າ ໆໆໆໆ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 6, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ມີສາມີພັນລະຍາຄູ່ໜຶ່ງ..... ຜົວມັກກີນເຫຼົ້າເປັນຊີວິດຈິດໃຈ , ເມຍກຸ້ມໃຈຫຼາຍ ເລີຍຂໍຮ້ອງ ຜົວວ່າ: ເມຍ : ຂ້ອຍຂໍຮ້ອງເຈົ້າລະ , ເຈົ້າກີນເຫຼົ້ານ້ອຍລົງແດ່ໃດ້ບໍ່ ........ ( ຜົວ ເມື່ອເຫັນເມຍເວົ້າແນວນັ້ນຈຶ່ງຕອບກັບໄປວ່າ ) ຜົວ: ໂອເຄ...ທີ່ຮັກ ,,,, ນັບແຕ່ນີ້ເປັນຕົ້ນໄປ ຂ້ອຍຈະກີນເຫຼົ້າ ພຽງປີລະ 365 ແກ້ວ ... ດີບໍ່ຈ໊ະ ??? ເມຍ: ມັນກາຍັງຫຼາຍ ຢູ່ຄືເກົ່າຫັ້ນແລະ ຜົວ: ຊັ້ນ ເດືອນ ລະ 30 ແກ້ວ ດີບໍ່ຈ໊ະ ??? ເມຍ: ມັນກາຍັງຫຼາຍຢູ່ ຜົວ: ຊັ້ນ ອາທິດ ລະ 7 ແກ້ວ ດີບໍ່ຈ໊ະ ??? ເມຍ: ມັນຍັງຫຼາຍຢູ່ ຜົວ: ຊັ້ນ ອ້າຍຈະກີນ ມື້ລະ 1 ແກ້ວ ດີບໍ່ ??? ເມຍ: ເອີ ... ຈັງຊີ້ຍັງໃຄແດ່ ຢ້ານຜົວຈະຕາຍປະເລີຍໃຫ້ກີນມື້ລະແກ້ວ ອິອິອິອິອິ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມິ.ຖ.. 2, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ບໍລິສັດແຫ່ຼງໜື່ງປະກາດຮັບສະໝັກ ພະນັກງານມາ 2 ປີແລ້ວ , ແຕ່ກາບໍ່ມີໃຜສາມາດສຳພາດຜ່ານໃດ້ ( ບໍລິສັດນີ້ ເຄັ່ງອີຫຼີ ຕ້ອງໃຫ້ໃດ້ຕາມທີ່ຕ້ອງການຈື່ງຮັບເຮັດວຽກ ) ...... ແລະແລ້ວໃນມື້ໜື່ງ ກໍ່ມີ ນາງສາວ ຍ່າງເຂົ້າມາຍື່ນໃບສະໝັກ ,,,,,,,,,,,, ຫົວໜ້າ : ມາມີວຽກຫຍັງ ???,,,,,,, ( ຖາມແບບບໍ່ເຕັມໃຈ ) ນາງສາວ : ມາຂໍສະໝັກງານ ຫົວໜ້າ : ນ້ອງຊື່ຫຍັງ ??? ນາງສາວ : ນ້ອງຊື່ ເປັດ ຫົວໜ້າ : ຮ໋ະ ຮ໋ະ ,,,,,,,,,,,,,,,,,,,,,,,,, ແທ້ຫວາ ( ເຮັດຕາໂລ້ບັກໃຫ່ຍ , ອຸທານດ້ວຍຄວາມດີໃຈ ) ນາງສາວ : ແມ່ນ ແມ໊ນ ແມ໋ນ ..... ແລ້ວ ,,,,,,, ( ຕອບດ້ວຍຄວາມຕົກໃຈ , ພ້ອມກັບໂຕສັ່ນ ) ຄິດວ່າ: ຢ້ານເຮັດຫຍັງຜິດ ຫົວໜ້າ : ຄົນນີ້ເລີຍ , ຄົນນີ້ເລີຍ ,,,,, ບໍລິສັດເຮົາຕ້ອງການຄົນຊື່ສັດຄືນ້ອງນີ້ແລະ , ແລະນ້ອງກາຊື່ ເປັດ ອີກ ( ຖືກຕາມຄວາມຕ້ອງການຂອງບໍລິສັດ , ມື້ອື່ນມາເຮັດວຽກໃດ້ເລີຍ ) ຫົວໜ້າ : ອ້າຍຊື່ ແມວ ເດີ ,,,, ນາງສາວ : ອໍອໍອໍອໍອໍອໍອໍ ,,,,, ທີ່ແທ້ເພີ່ນ ຕ້ອງການຄົນທີ່ຊື່ສັດ 55555555555555 ໃຄແດ່ທີ່ເຮົາຊື່ ເປັດ ອິອິອິອິອິອິ ບໍ່ຊັ້ນບໍ່ໃດ້ເຮັດວຽກແທ້
ເຫັນລະບໍ່ວ່າ: ຄົນທີ່ຊື່ສັດມີຈຸດດີຫຼາຍຊຳໃດ ,,,,,, ແມ່ນໃຜທີ່ຊື່ສັດກາມາລາຍງານຕົວໃດ້ເດີ bye bye ![alt](http://punlao.com/include/fckeditor/editor/images/smiley/msn/tounge_smile.gif)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ພ.. 11, 2009
| ມີ
16 ຄຳເຫັນ
ແລະ
0 trackback(s)
ເລື້ອງມີຢູ່ວ່າ : ມີຜູ້ບ່າວຄົນໜື່ງໃດ້ຂີ່ລົດຖີບໄປລົມສາວຢູ່ຊົນນະບັດ ... ແລະ ໝູ່ບ້ານຂອງຜູ້ສາວນີ້ ຂື້ນຊື່ ເລື້ອງ ຂີ້ລັກ ເປັນອັນດັບໜື່ງເລີຍ,,,, ພໍໄປຮອດບ້ານຜູ້ສາວ ,,, ຜູ້ບ່າວກາບໍ່ເວົ້າຫຼາຍເລື້ອງ: ຈົກເອົາກະແຈໂສ້ເລັກ (ທີ່ຄິດວ່າ ດີທີ່ສຸດ ) ມາລ໋ອກໃສ່ຕີນລົດ 2 ອັນ ຢ່າງແໜ້ນໜາ ,,,, ແລ້ວ ກາເອົາ ເຈ້ຍນ້ອຍ ຕິດໃສ່ເຂົາລົດ ແລ້ວ ຂຽນໃສ່ວ່າ: ເຊີນແມ່ ມ ມາລັກໂລດ ( ບັກຂີ້ລັກ ) ຖ້າ ມ ເກັ່ງ ,,,,,,, ແລ້ວ ກາຍ່າງຂື້ນບ້ານ ໄປລົມສາວເສີຍ ,,,, ພໍລົມສາວໃດ້ດົນເຕີບ, ກາຮອດເວລາກັບບ້ານ ,,,,,, ຫັຼງຈາກນັ້ນພໍແຕ່, ຜູ້ ບ່າວ ຍ່າງມາຮອດລົດຖີບກາຕົກໃຈຢ່າງແຮງ ເພາະວ່າ: ມີກະແຈ ໂສ້ເລັກ ມາລ໋ອກຕີນລົດ ຕັ້ງວ່າ: 4 ອັນ ຢ່າງແໜ້ນໜາ , ແລ້ວ ບັກຂີ້ລັກ ກາຂຽນໃສ່ ເຈ້ຍນ້ອຍ ຕິດໃສ່ເຂົາລົດວ່າ: ເຊີນແມ່ ມ ມາແກະ ,,,,,,,,,,,,,,,,,,,,,,,,,,, ຖ້າ ມ ເກັ່ງ 555555555555555555555 ໃຜໂງ່ໃຜສະຫຼາດຄິດເອົາເອງເດີ ບາຍ ບາຍ ຖ້າມັກກາຂໍກຳລັງໃຈແດ່ເດີ ແຮແຮແຮແຮ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມ.ນ.. 16, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ເລື້ອງນີ້ ແມ່ນເກີດຢູ່ ພູຄູນ ( ໃກ້ກັບ ແຂວງຫຼວງພະບາງ ແລະ ຊຽງຂວາງ ) ,,, ຄືໝູ່ບ້ານນີ້ ແມ່ນນິຍົມມີລູກຫຼາຍ ຈົນກາຍເປັນແຟຊັ້ນ ແຂ່ງກັນ ( ວ່າຊັ້ນໄປ ) ,,, ບາດນີ້ ທາງເຈົ້າໜ້າທີ່ ຂອງລັດເລີຍ ລົງໄປສຳຫຼວດແລະ ໃຫ້ຄຳປືກສາ( ຄວບຄຸມເລື້ອງເອົາລູກ ) ໃນຂະນະທີ່ເຈົ້າໜ້າທີ່ ກຳລັງໂອ້ລົມ ຢູ່ນັ້ນ ກາມີ ພໍ່ຕູ້ໜຶ່ງຮ້ອງຂື້ນ ວ່າ: ຈະບໍ່ໃຫ້ມີລູກຫຼາຍ ຈັ່ງໃດ ,,, ເວລາທີ ກັນ ກຳລັງນອນ ແຊບ ໆ( ສຳນຽງເມືອງຫຼວງ ) ພວກລົດເມ , ລົດສອງ ແຖວ, ມັນມາຮອດນີ້ ມັນລະມີແຕ່ບີບແກ ເອີ້ນເອົາຄົນ ( ສອງ , ສາມ ໂມງມັນກາບີບ ) ກັນລະນອນບໍ່ລັບບາດນິ ,,, ກັນ ກະເລີຍ ເຮັດເມຍ ໂຕເອງບາດນີ້ ( ແນວນອນບໍ່ລັບເວີຍ ) ແລ້ວທາງແຂວງມີທິດທາງ ຈະລ້ຽງລູກ ຂພຈ ຈັ່ງໃດ ,,,,,, ຍັງອີກຄົນ ດ່ຽວ ກາພໍດີ ສິບຄົນ ແລ້ວນິ ,,,, ບາດນີ້ ທາງເຈົ້າໜ້າທີ່ແຮງເຈັບຫົວໜັກເລີຍ ຮ່າຮ່າຮ່າ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມ.ນ.. 14, 2009
| ມີ
27 ຄຳເຫັນ
ແລະ
0 trackback(s)
ມັນເປັນເລື່ອງຈິງຂອງໝູ່ ຂພຈ ທີ່ເປັນຄົນຫວຽດນາມ ,,,, ເລື້ອງມີຢູ່ ວ່າ: ພວກນີ້ມັນກາເຊົ່າບ້ານຕາມປົກກະຕິ ຫັ້ນແລະ , ແຕ່ແປກບ່ອນວ່າ: ບ້ານນີ້ມັກມີ ເລື້ອງແປກຕະຫຼອດ, ທຸກຄົນມັກຈະເຈິ ສ່ວນຫຼາຍແມ່ນຕອນ ຫວ້າຍ ກັບ ຕອນແຈກຂອງກີນແຄມທາງ, ແບບວ່ານອນຢູ່ຄືມີຫຍັງ ມານັ່ງທັບ,ມືນຕາໃດ້ເນັງບໍ່ໃດ້ .... ມີມື້ໜຶ່ງ : ບ້ານມັນຢູ່ຈະນອນຄົນລະຫ້ອງ,ໝູ່ມັນລະບໍ່ຢູ່ຈັກຄົນ ເຂົາໄປຫາແຟນໝົດ ຍັງແຕ່ມັນຄົນດ່ຽວຢູ່ບ້ານ ( ຊຳພັດແມ່ນມື້ຫວ້າຍ , ລົມແຮງ , ອາກາດກາເຢັນໆ ) ,,, ມັນບໍ່ເວົ້າ ຫຼາຍເລື້ອງ : ມັນກາເລີຍ ເອົາ ຊາ ( ກັນຊາ ) ມາສູບຢາກໃຫ້ໂຕເອງເມົາ ແລະ ມ່ວນຫັ້ນນາ . ແບບບໍ່ໃຫ້ໂຕເອງຢ້ານ ວ່າຊັ້ນໄປ ( ສູບຊາ ມັນຈະມີຫຼາຍອາລົມເດີ : ມ່ວນ ,ເມົາໄວ ,ຟອຍຫຼາຍ,ແລ້ວແຕ່ເຮົາຈະເປັນ, ແຕ່ສູບຫຼາຍພາບຈະຫຼອນໜ້ອຍໜຶ່ງ ) ບາດນີ້ສົງໃສບວກກັບຄວາມຂີ້ຢ້ານແດ່, ມັນວ່າ: ແຮງສູບແຮງຢ້ານ ( ແທນທີ່ຈະເມົາແລ້ວນອນ ) ມັນເວົ້າວ່າ: ຢູ່ດີໆ ນ້ຳໃນຫ້ອງນ້ຳກາເປີດ ( ມັນກາຄິດສາວ່າ ລືມປິດ ), ຫ້ອງຮັບແຂກໃດ້ຍີນຄົນຍ່າງໄປຍ່າງມາ ແລ້ວທຸບໂຕະ , ລົມແຮງຈົນປະຕູປ່ອງຢ້ຽມເປີດ .... ມັນບໍ່ເວົ້າຫຼາຍເລື້ອງແລ່ນຂື້ນຕຽງ ເອົາຜ້າຫຼົ່ມປົກຫົວ,ລົມກາແຮງພັດແຮງ ,ມັນຈຶ່ງຄ່ອຍເປີດຫົວອອກມາ ແລ້ວພາບທີມັນເຫັນ : ຢູ່ຕີນຕຽງ ແມ່ນເປັນ ຜູ້ເຖົ້າ ແບບເຖົ້າຫຼາຍ,ມາຢືນຢູ່ແຕ່ບໍ່ເວົ້າຫຍັງ ,,,ສົງໃສແມ່ນເຈົ້າຂອງບ້ານເກົ່າຕິເບາະ , ແບບບ້ານນີ້ ຄ່າເຊົາຖືກກ່ອນບ່ອນອື່ນຫຼາຍ , ຖືກຫຼາຍອີຫຼີ່ໃດລະ ,,, ຈາກມື້ນັ້ນ ມັນກາຍ້າຍໄປເຊົ່າບ່ອນໃໝ່ແທນ ,,,, ອັນເລື້ອງນີ້ແລ້ວແຕ່ໝູ່ຄູ່ຈະຄິດເດີ ,ຂໍບອກວ່າບໍ່ເຊື່ອກາບໍ່ເປັນຫຍັງ ??? ແຕ່ຂໍຢ່າມາຫາກັນກໍ່ພໍ ,,,,,,, ຂອບໃຈຫຼາຍໆທີ່ເຂົ້າມາອ່ານ ແລະ ສະແດງຄວາມເຫັນ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມ.ນ.. 9, 2009
| ມີ
12 ຄຳເຫັນ
ແລະ
0 trackback(s)
ມື້ນີ້ ຂພຈ ຈະໃດ້ມາອະທິບາຍກ່ຽວກັບຜູ້ໃດທີ່ມັກສ໋ຽງໂຊກເບີ່ງໃພ້ : ເລື້ອງຄວາມຮັກ, ແຟນ ... ຂພຈ ມີຄຳເຫັນວ່າ ຖ້າຢ້ານຖືກຕົວະ , ແມ່ນສາມາດເບີ່ງດ້ວຍຕົວເອງ ໂດຍວີທີງ່າຍໆ ລຸ່ມນີ້ : ສົມມຸດ ຈັບຖືກເລກດັງຕໍ່ໄປນີ້ເຊັ່ນ: ເລກ 1 ແຟນ ມີທ່ານເປັນທີ 1ໃນດວງໃຈ ( ຮັກຫຼາຍກ່ອນ ພໍ່ແມ່ ) ເລກ 2 ແຟນ ແມ່ນເປັນຄົນ ຈອງຫອງ ( ຫນ້າມຶ໋ນ ຫັ້ນນາ ) ເລກ 3 ແຟນ ແມ່ນເປັນຄົນ ສາມຫາວ ( ອວດເກັ່ງ ) ເລກ 4 ແຟນມັກກີນ ແມງຈູ່ຈີ່ ( ຂີ້ຄວາຍ ) ເລກ 5 5 5 5 5 5 5 5 ແຟນເປັນຄົນມັກມ່ວນ ເລກ 6 ( ແຟນເລີ່ມໂກຫົກ , ຂີ້ຕົວະ , ມີກິກ ) ທ່ານທຳໃຈໃດ້ເລີຍ ເລກ 7 ແຟນເລີ່ມມີ ໂຕເຫັບ ເຕັມຫົວ ( ພາໄປຂ້າດ່ວນ ) ເລກ 8 ແຟນເລີ່ມມັກຕາກແດດ ( ລະວັງລາວດຳ ) ເລກ 9 ແຟນທ່ານ ມັກ ,,,,,,,,, ( ເດົາເອົາເດີ ) ແຮແຮແຮ ເລກ 10 ແຟນທ່ານມັກ ລັກ ,,,,,,,,,,,, ມາດົມ ( ເດົາເອົາເດີ ) ອິອິອິອິອິ ແລ້ວຫມູ່ຄູ່ຄິດວ່າ ຖືກບໍ່ ?????
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມ.ນ.. 3, 2009
| ມີ
11 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ກາບກອນ
ແຕ່ງຫຼີ້ນໆ ເລີຍໃຫ້ຫມູ່ຄູ່ລອງອ່ານເບີ່ງ (ໃຫ້ອ່ານໃນອາລົມຕະຫົຼກເດີ ,ແລ້ວຮ້ອງເປັນຈັງຫວະໃດ້ແຮງດີ )
ພັນລາວຕັ້ງແຕ່ໃດມາ ລາວທຸກທົ່ວຫນ້າຊື່ນອົກຊື່ນໃຈ ຄຸ້ນຄ້ຯວຕັ້ງອົກຕັ້ງໃຈ ກໍ່ຕັ້ງຂື້ນມາໃຫ້ເປັນພັນລາວ ຖືງເມື່ອຍກໍ່ຈະອົດທົນ ທົນແດດທົນຝົນເພື່ອພີ່ນ້ອງເຮົາ ວັນເສົາກາບໍ່ໃດ້ພັກ ເຮັດວຯກຢ່າງຫນັກແທບເປັນແທບຕາຍ ຫົວໃຈວາຍໄປແລ້ວ2ຄົນ ແຕ່ກໍ່ຈະທົນເພື່ອຄົນພັນລາວ........ແທ້ເດີທ່ານເອີຍຍຍຍ ອິອິອິອິອິ ພໍໄປເປັນຫມໍພອນກັບເຂົາໃດ້ຢູ່ຫວ່າ ??? ຕິຊົມຕາມອຳເພີໃຈ :)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 23, 2009
| ມີ
25 ຄຳເຫັນ
ແລະ
0 trackback(s)
ເລື້ອງມັນຫາກາເກີດສົດຯ , ຍັງບໍ່ທັນ ຊົດ ມັນກາຮ້ອນແລ້ວ ນິ .......... ( ຍັງມີອາລົມຕະລົກອີກ ອິອິອິອິ ) ເລື້ອງມີຢູ່ວ່າ: ໃນມື້ນັ້ນແມ່ນມື້ວັນ ອັງຄານ , ເປັນວັນເກີດ ຂ້ອຍ , ແລ້ວກາເຊີນຫມູ່ມາສະຫຼອງກັນຢູ່ຫ້ອງ , ຂະຫນາດຫ້ອງນ້ອຍ ກາຍັດກັນຈົນເຕັມ ຈົນບໍ່ມີຮອດບ່ອນຈະຫາຍໃຈ ,,, ກີນກັນຢ່າງໃຫ່ຍ ຈົນຮອດ 4 ໂມງເຊົ້າ , ຈັກຄົນລາວ,ຄົນຕ່າງປະເທດເມົາກັນ ສະ ,,,, ພວກຊັ້ນລຸ່ມຊັ້ນເທິງດ່າກາບໍ່ສົນ ( ແບບວ່າ ສງຯດັງສຸດ ຯ, ທາງຂ້າງພັດແມ່ນ ຫໍພັກອາຈານ ອີກ , ຄັກເລີຍບາດນີ້ ) ແລ້ວ ບັກຫມູ່ ຈັງໄລ , ມັນພັດເປັນ ໂລກແປກປະຫຼາດ , ຄືມັນ ກີນເຫົ້ຼາກີນເບຍບໍ່ໃດ້ , ກີນຫນ້ອຍຫນຶ່ງ ມັນຈະຕາຍ ,,, ແບບວ່າ ຫາຍໃຈບໍ່ອອກ ( ມັນເປັນຄົນຂີ້ຢ້ານສຸດຯ ໃຜເວົ້າຍັງແຮງ, ເຮັດຫນ້າຄືຈະໃຫ້ ນີ້ແລະ ) ,,, ຫັຼງຈາກກີນກັນ ແລ້ວ ກາພາກັນນອນ ,,,, ພໍຮອດຕອນເຊົ້າສງຯ ໂທລະສັບດັງ ( ແມ່ນ ອາຈານໂທຫາບອກໃຫ້ລົງໄປຫາ ຫມົດທັງ ສອງຄົນ ) ກ່ອນຈະລົງໄປກະເວົ້າກັບມັນຄັກແນ່ ວ່າ: *********ບໍ່ຕ້ອງເວົ້າ , ******ຈະເວົ້າ ເອງ ( ມັນກາຕອບ OK ) , ບາດລົງໄປຮອດມັນບໍ່ເປັນຄືທີເວົ້າກັນ, ມັນເວົ້າຄົນດ່ຯວເລີຍ : ໃຫ້ອ່ານ ອອກສງຯແບບ ອາລົມ ຊີລຯດ ເດີ ...... ອາຈານ :ພວກເຈົ້າເຮັດຍັງກັນມື້ວານນີ້ , ຮູ້ໂຕຢູ່ວ່າ , ພາກັນກີນເບຍແມ່ນບໍ່ ? ບັກຈັງໄລ : ອືອືອືອືອື ພວກນ້ອງ ເຮັດວັນເກີດແລ້ວ ກາກີນເບຍ,ກີນເຫົ້ຼາກັນ , ເບຍຫັ້ນ ຊື້ມາໄວ້ແຕ່ຫົວແລງພຸ້ນນາ ,,,,,,,,, ( ຄິດເອົາແນວນີ້ມັນກາເວົ້າ ) ອາຈານ : ມີ 10 ປາຍຄົນແມ່ນບໍ່ກີນນຳກັນນາ ບັກຈັງໄລ : ບໍ່ , ປະມານ 20 ປາຍຄົນ , ນ້ອງບອກເຂົາເຊົາ ເຂົາກາບໍ່ເຊົານາອາຈານ ( ມັນເຮັດອີກແລ້ວ ) ອາຈານ : ພວກເຈົ້າໂຊກດີມັນເປັນເທື່ອທຳອິດ , ດ່ຯວຈະບັນທືກໄວ້ , ຢ່າໃຫ້ມີອີກ ບັກຈັງໄລ: ມັນຄືຈະຍາກ , ສຸດແລ້ວເຂົາກາກີນກັນ , ຄົນມັນຫນ້ອຍສງຯເລີຍບໍ່ດັງ ສະຫຼຸບຂ້ອຍບໍ່ໃດ້ເວົ້າຍັງເລີຍ ( ມັນເຮັດຄົນດ່ຯວ ) ທຸກມື້ນີ້ຍັງດ່າມັນຢູ່ນິ , ມັນເປັນຄົນປະເທດ ໂບລິເວຍ ນີ້ແລະ ບັກຫມູ່ຈັງໄລ ( ແຕ່ຈັງໃດຢູ່ກັບມັນແລ້ວ ຕະຫຼົກດີ ) bye bye ຖ້າມັກຂໍກຳລັງໃຈແດ່ເດີ , ແລ້ວຈະຂຯນມາເລົ່າອີກ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມ.ກ.. 7, 2009
| ມີ
20 ຄຳເຫັນ
ແລະ
0 trackback(s)
ນີ້ກາ ກະວ່າຈະບໍ່ເອົາມັນ ມາຂາຍແລ້ວໃດນິ !!!!!! ແຕ່ອົດໃຈບໍ່ໃຫວ່ , ມັນເຮັດແສບຫຼາຍ ,,,, ດ່ຯວມາເຂົ້າເລື້ອງ ເລີຍ : ເຄົ້າດາວ 2008 - 2009 ຫາກາຈົບໄປ , ມື້ນັ້ນ ຫມູ່ ນ້າບ່າວ ຫຼາຍຄົນກາມາ ສະຫຼອງ ສົ່ງທ້າຍປີ ເກົ່າ ,ແມ່ນໃຜກາ ເມົາ,ກາເລີຍຊວນ ກັນນອນ ຢູ່ນີ້ເລີຍ ,, ບັກຫຼານ ໂຕແສບບບບບບ ມັນມີອາຍຸ 8 ປີ , ລູກຫມູ່ນ້າບ່າວມີອາຍຸ 6 ປີ , ແຖມເປັນຜູ້ຍິງອີກ . ຕາມພາສາເດັກນ້ອຍ . ເດິກແລ້ວຜູ້ໃຫ່ຍເລີຍໃຫ້ເຂົ້າ ນອນນຳກັນ ,,,, ບັກຫຼານ ໂຕແສບບບບບບ ມັນມີເລື້ອງແປກບ່ອນວ່າ ມັນ ມັກຍ່ຯວ ໃສ່ບ່ອນ ແລ້ວ ບໍ່ມັກຍອມຮັບ ,,,,, ມື້ນັ້ນມັນ ກີນແປ໋ບຊີ້ ຫຼາຍ ແລ້ວ ກາຈັດການ ເລີຍ , ນັ້ນກາຄື: ມັກຍ່ຯວ ໃສ່ບ່ອນ , ພໍມັນ ຮູ້ໂຕ ມັນກາຈັດການເອົາ ລູກຫມູ່ນ້າບ່າວ ມານອນ ແທນບ່ອນມັນ , ມັນປ່ຯນສົ້ງແລ້ວ ການອນ ຕໍ , ເຮັດຄືບໍ່ມີຫຍັງເກີດ ຂື້ນ .... ພໍຮອດຕອ່ນເຊົ້າມາ ລູກ ຫມູ່ນ້າບ່າວ ມັນ ໃຫ້ , ແນວມັນ ປຯກ ແດ່ ... ເທົ່ານັ້ນ ແລະ ຮູ້ເລີຍ ວ່າມັນ ສ້າງວິລະກຳ ອີກ ແລ້ວ ...... ດ່ຯວນີ້ ນ້າບາວ ຍັງອາຍ ຫມູ່ ເພີ່ນຢູ່ ຍ້ອນ ບັກລູກໂຕດີ ,,,,,, ເລື້ອງຈິງ ຂ່ຯນ ຜ່ານຄອມ
|
|
|