ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2009 | ມີ 33 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

alt

ໃນສະໄຫມກ່ອນ ເຕົາຮູ້ສີຫອມຈະເປັນທີ່ຮຸ່ງເຮືອງຂອງແຫລ່ງລວມຕົວຂອງໄວລຸ້ນເມືອງວຽງ ເຊິ່ງໃນປີດັ່ງກ່າວ 1999959 ເສດ 3/4 ກ່ອນຕຸ໋ດສັກກະລາດ ໃນຫມູ່ບ້ານໂອໂຫແມ່ເຈົ້າ ກາງປ່າເລິກ ມີຊາຍສູງໄວ ຊື່ລຸງສາ ເປັນພໍ່ຂອງ ສາວສ່າ ສາວງາມຂອງຫມູ່ບ້ານທີ່ຕາມເອັມວີ ຈະໜີນຳ ບ່າວຄູ ແຕ່ກໍຊ່າງຫົວຍານາງ ເພາະບໍ່ກ່ຽວກັບເລື່ອງທີ່ເຮົາຈະເລົ່າໃນວັນນີ້. ລຸງສາ ເປັນນັກແຂ່ງບັ້ງໄຟ ມືວາງອັນດັບຫນື່ງຂອງບ້ານ ແລະ ອີກຫ້າຫມູ່ບ້ານນິນຈາຂ້າງຄຽງ ທັງປະເພດ ບັ້ງໄຟແສນ, ບັ້ງໄຟລ້ານ, ບັ້ງໄຟສິບລ້ານ,ບັ້ງໄຟສວຍງາມ, ບັ້ງໄຟແຕ່ງເຄື່ອງສຽງ, ບັ້ງໄຟແຕ່ງຈັກ ແລະ ອີກຫລາຍໆສາຂາທີ່ມີແຂ່ງຂັນໃນຂະນະນັ້ນ. ຝີມືຊັ້ນເທບເໜືອເທບຂອງ ລຸງສາ ນັ້ນມາຈາກຕຳລາບັ້ງໄຟສະຫວັນ ທີ່ຕົກທອດມາຈາກ ພໍ່ຂອງປ້າຂອງແມ່ເຖົ້າເຂີຍຂອງພໍ່ຕູ້ຂ້າງບ້ານ ເຊິ່ງລຸງສາໄດ້ປິດເປັນຄວາມລັບມາດົນແລະບໍ່ມີໃຜຮູ້ແມ່ນແຕ່ລູກສາວຂອງຕົນ.

alt

ຈົນມາໃນວັນຫນື່ງ ກ່ອນມື້ ແມນຢູ ພົບ ບາຊ້າ, ປະເທດອີເມີຣິກ້າ ໄດ້ເຂົ້າມາຫວັງຍຶດລາວເປັນຫົວເມືອງຂຶ້ນ ເຂົ້າໂຈມຕີທຸກພາກຂອງປະເທດ ປະຊາຊົນເຮົາກໍໄດ້ຮັບຜົນເດືອດຮ້ອນໄປທົ່ວ ບໍ່ເວັ້ນ ແມ່ນແຕ່ ບ້ານໂອໂຫແມ່ເຈົ້າ ທີ່ຢູ່ກາງປ່າເລິກ. ມື້ນັ້ນທີ່ກາງທົ່ງນາ ເປັນມື້ຝຶກການ ຍິງບັ້ງໄຟຊະນິດໃຫມ່ ຂອງ ລຸງສາ ພໍດີ ນາຍພັນກຸ່ມທະຫານຜົມທອງເຊິ່ງກາຍມາເຫັນພໍດີ ຈຶ່ງູຄິດແປກໃຈ ເອ໋? ປະເທດນີ້ ກະດຽວ ສາຍສືບ 006+1 ເຂົາວ່າເປັນປະເທດກຳລັງພັດທະນາ? ແຕ່ເປັນຫຍັງ ຄືມີ ເທັກໂນໂລຊີ ທີ່ລ້ຳເລີດປານນັ້ນ ຫລື ພວກເຂົາໄດ້ຮັບເທັກໂນໂລຊີຈາກ ເອລ້ຽນຕ່າງດາວ
ສິ້ນສຸດ ຂໍ້ຄວາມໃນສະໝອງ ນາຍພັນຍ່າງເຂົ້າໄປທັກ ລຸງສ່າ

alt
ເຮ້! ຈ່າວ ຊື່ ຢາງ? (ສຽງຝາຣ່າງເວົ້າລາວ ແຕ່ບໍ່ຊັດ)

ອິສັງເກາະ? ຂ້ອຍບໍ່ໄດ້ຊື່ຢາງ ຂ້ອຍບໍ່ແມ່ນຈີນ ຂ້ອຍຊື່ ສາ, ໂອ່ ເຈົ້ານິ ສຳນຽງພາສາລາວບໍ່ໄດ້ເລື່ອງ!

ຫ້ວຍ! ໝໍນີ່! (ສຽງຝາຣ່າງເວົ້າລາວ ແຕ່ຊັດ)

ເອີ້ ຈັ່ງຊີ້ຕວ່າ! ຫນ້າກະ ຝຣັ່ງແຕ່ເວົ້າລາວກະຂອດຢູ່, Can You Speak English?

ໂອ້! ຕາຍ*********ລະໝໍນິ ເວົ້າອັງກິດໄດ້ນຳ (ສຽງຝາຣ່າງເວົ້າລາວ ແຕ່ຊັດແຈ່ມ)

<...> ຂໍຄັດການສົນທະນາອອກເພາະ ກວ່າສິເຂົ້າໃຈກັນມັນສິເປືອງເນື້ອທີ່ເວບ ຄ່າເຊົ່າ Server ພັນລາວແພງ (ໃຜໃຈດີ ຊ່ວຍເລື່ອງທຶນຕິດຕໍ່ ນິນ ເວບມາສເຕີ)
alt

ການສົນທະນາ ອັນຍາວນານ ຈັບໃຈຄວາມໄດ້ວ່າ ນາຍພັນຢາກຮຽນ ເຮັດບັ້ງໄຟນຳ ລຸງສາ ບໍ່ຊັ້ນ ຈະເອົາສາວສ່າໄປເປັນນາງເອກ ໜັງໂປ້ ລຸງສາ ເລີຍໄດ້ຈຳຍອມ, ເຊົ້າມື້ຖັດມາຫລັງ ແມນຢູ ເສັຍ ບາຊ້າ ລຸງສ່າ ທີ່ຫາກໍຖືກຜີຫລອກ ຈັດພິທີຮັບ ລູກສິດ ເຊີ່ງເປັນພິທີທີ່ສືບທອດກັນມາຢ່າງຍາວນານ ນາຍພັນຫົວທອງ ເຮັດ ຂັນຫ້າ ດອກໄມ້ ທູບທຽນ ພ້ອມເງິນໃຕ້ຂັນເຈັດຫລັກ ບໍ່ຮັບ ເຊັກ ແລະ ເຄຣດິດກາດ ຕາມທີ່ລຸງສາ ໄດ້ຂໍໄປເປັນຄ່າຄູ. ບ່າຍມື້ດຽວກັນ ລຸງສາ ພ້ອມນາຍພັນອອກໄປທີ່ທົ່ງນາຂອງລຸງສາເອງ ເພື່ອອະທິບາຍ ເຖິງກົດແຮງດຶງດູດຂອງໂລກ, ກົດເກນນິວເຕີນ, ອາກາດກົນລະສາດ ແລະ ທິດສະດີ ຂອງ ລຸງສາ ເອງ.

ອະທິບາຍໄດ້ຫຍໍ້ໆວ່າ :

- ບັ້ງໄຟທີ່ດີ ຕ້ອງລຳໃຫຍ່ແຕ່ເບົາຄືຂົນນົກເປັນໄຂ້ຫວັດ ເຊິ່ງວັດສະດຸທີ່ ລຸງສາ ໃຊ້ແມ່ນ ໄຟເບີ້ກລາສ ເຊິ່ງຫາໄດ້ຈາກປ່າຫລັງບ້ານ ລຸງສາເອງ.

alt
- ບັ້ງໄຟທີ່ດີ ຕ້ອງໃສ່ໝື້ທີ່ເໝາະສົມ ອັດຖັງ ໄນຕຣັສ ເພີ່ມແຮງມ້າທີ່ສູງຂື້ນໃນຂະນະອອກໂຕ ຫາໄດ້ຕາມຮ້ານຂາຍຢາພື້ນເມືອງໃນຕະຫລາດບ້ານໂອໂຫພໍ່ເຈົ້າ ເຊິ່ງຢູ່ຂ້າງກັນ

alt
- ບັ້ງໄຟທີ່ດີ ຕ້ອງເອົາໃຈໃສ່ ເຮັດດ້ວຍໃຈຮັກ ຈຶ່ງຕ້ອງກອດແລະຖະນຸຖະໜອມ ຄືລູກໃນໃສ້ ແຕ່ ເວລາຍິງໄປໃຫ້ຕັດໃຈຍິງໄປ ຄື ເວລາຕັດສາຍໃສ້ບື

alt



ລຸງສາ ສອນ ແລະ ອົບຮົມໄປໄດ້ດົນເຕີບ, ນາຍພັນຫົວທອງ ກໍນັບມື້ນັບເກັ່ງ ມືວາງອັນດັບສອງ ໃນ ຫ້າຫມູ່ບ້ານນິນຈາ ຮອງຈາກ ລຸງສາ ເອງ. ຈົນມາເຖິງວັນຫນື່ງວັນທີ່ ນາຍພັນ ໄດ້ຮູ້ວ່າ ລຸງສາ ມີຕຳລາບັ້ງໄຟສະຫວັນ ເຂົາຈື່ງຄິດການໃຫຍ່ ຕັ້ງຕົວເປັນຮ່ອງເຕ້! ເອີ ຄົນລະເລື່ອງ ເຂົາຈື່ງ ທ້າ ລຸງສາ ແຂ່ງບັ້ງໄຟ ຖ້າລຸງສາ ເສັຍ ຕ້ອງເອົາ ຕຳລາບັ້ງໄຟສະຫວັນໃຫ້ເຂົາ ຫລື ຖ້າ ລຸງສາ ຊະນະ ເຂົາຈະປຸກບ້ານຫລັງໃຫຍ່, ເດີ່ນກວ້າງ, ມີສະລອຍນ້ຳ, ເງິນຄຳ (ພໍປະມານດຽວ ທຶນກອງທັບຫມົດ) ແລະ ສາວໃຊ້ ໂຄຣນນິ່ງ Leah Dizon ມາເປະໆ. ລຸງສາ ພໍແຕ່ໄດ້ຍິນ ຊື່ Dizon ຕົກລົງຮັບຂໍ້ສະເໜີທັນທີ.
alt


ສາມວັນກ່ອນແຂ່ງ ຕ່າງຄົນຕ່າງເກັບໂຕ ເຮັດບັ້ງໄຟຂອງຕົນ ລຸງສາ ເຮັດບັ້ງໄຟ Classic ຕາມສະບັບບູຮານ ຕົບແຕ່ງຈົບງາມ, ອັດໝື້ໃສ່ຕາມທີ່ເຄີຍເຮັດມາ. ສ່ວນ ນາຍພັນຫົວທອງ ບັ້ງໄຟ ຂອງເຂົາເຮັດຈາກ ໄຟເບີ້ກລາສ ທີ່ຄັດພິເສດຂອງຫລັງບ້ານລຸງສາ ແຕ່ເລິກລົງໄປຮອດປ່າຕ້ອງຫ້າມ ໃສ່ Nitros ອັດໝື້ແໜ້ນ ແລະ ຫລາຍກວ່າແບບດັ້ງເດີມທີ່ ລຸງສາສອນມາ. ຄືນກ່ອນແຂ່ງ ນາຍພັນໄດ້ສັ່ງໃຫ້ ທະຫານກະຈ໊ອກ ໃສ່ສານເຄມີ X ເຊິ່ງເປັນສ່ວນຫນື່ງໃນການສ້າງ ສາວນ້ອຍສົມບູນແບບalt ໃນບັ້ງໄຟຂອງ ລຸງສາ ແລະ ເປັນງານວິໃຈລັບຂອງນາຍພັນ. ເມື່ອເດັກກະຈ໊ອກກັບມາລາຍງານ ນາຍພັນກໍຍີ້ມ, ອ້າປາກຈົນເຫັນລີ້ນໄກ່, ແລ້ວເປັ່ງສຽງ ແບບທີ່ມະນຸດເຮົາເອີ້ນວ່າ ຫົວແບບຫົວຫນ້າທາງຮ້າຍໃນໜັງ ວາຮະ!ວາຮະ! ວາຮະຮະຮະຮະຮ! (ນາຍພັ໋ນ ນາຍພັນ)

ວັນແຂ່ງຂັນມາເຖິງ ບັ້ງໄຟລຸງສາ ສວຍງາມກວ່າປົກະຕິ ບັ້ງໄຟເຮັດລາຍພະຍານາກ ຕາມທຸກຂັ້ນຕອນປື້ມໃນຕຳລາບັ້ງໄຟສະຫວັນ, ບັ້ງໄຟຂອງນາຍພັນເອງ ກໍບໍ່ແມ່ນຂອງຄ່ອຍ ແຕ່ງລາຍໄຟ ມີທັງຕິດ Nitros ແລະ ໝື້ ເຊິ່ງເກີນມາດຕະຖານ ຂອງ ກົມຄວບຄຸມປະລິມານໝື້ໃນບັ້ງໄຟໂລກ. ນາຍພັນເປັນຄົນຈູດບັ້ງໄຟກ່ອນ ປະກາຍໄຟຈາກບັ້ງໄຟແຮງກວ່າລະເບີດໃດທີ່ເຂົາເຄີຍ ທັ່ງຂື້ນສູງຢ່າງຢຸດບໍ່ໄດ້ ຊາວບ້ານຫລາຍຮ້ອຍຄົນໄດ້ອອກມາ ແລະ ຊີ້ເບີ່ງ ເຮີ້ຍ! Superman! ບ້າ ນົກອ້ຽງ! ບ້າ ໝີແພນດ້າ! ບ້າ! ໄຂ້ຫວັດນົກ2007 ສາລະພັດຄວາມຄິດຕ່າງກັນໄປ. ຄວາມສູງຂອງບັ້ງໄຟ ນາຍພັນ ໄດ້ທຳລາຍສະຖິຕິ ກິລາບັ້ງໄຟໂອລຽມປິກລົງ ເຊິ່ງ ລຸງສາ ເປັນເຈົ້າຂອງສະຖິຕິ ສາມແສນ ກິໂລແມັດ ຄືສະຖິຕິດັ່ງກ່າວ, ລຸງສາ ນັ່ງຫນ້າບູດ ເອີ້! ຮອດຜຽນ ລຸງສາຈຸດບັ້ງໄຟ ຕອນບັ້ງໄຟກຳລັງຈະລອຍຂື້ນ ເກີດໃຈລອຍຄິດຮອດແຕ່ Dizon ມືຂອງລຸງສາຫລົງຂັດຄາຊ່ອງຫວ່າງລະບັ້ງໄຟແລະຖັງໄນຕຣັສ ແລະຍ້ອນຜົນຈາກສານເຄມີ X ເຊິ່ງຢູ່ໃນຂັ້ນທົດລອງ ເຮັດໃຫ້ ບັ້ງໄຟຂອງລຸງສາ ຂື້ນໄປສູງກວ່າບັ້ງໄຟ ນາຍພັນຫົວທອງອີກ ຈົນໄປຕົກຢູ່ດວງຈັນ ກາຍເປັນ ມະນຸດຄົນທຳອິດ ທີ່ຢຽບດວງຈັນ.

ນາຍພັນຫລັງຈາກເສັຍພະນັນແຕ່ ບໍ່ມີຄົນຮັບລາງວັນ ສາວສ່າລູກສາວ ກໍໜີໄປນຳ ບ່າວຄູ ນາຍພັນຈື່ງບໍ່ຈຳເປັນຕ້ອງເສັຍຂອງເງິນ ແລະ ລັກຕຳລາບັ້ງໄຟສະຫວັນໜີກັບປະເທດ (ແໝ໋ ຫ້ຽນເທບ ກ໊າກກກ). ຫລັງຈາກທີ່ເຂົາກັບປະເທດ ເຂົາໄດ້ສ້າງໂຄງການບັ້ງໄຟທີ່ໃຫຍ່ກວ່າເກົ່າ ແຕ່ປ່ຽນໄປທາງສຳຫລວດອາກາດ ແລະ ຕັ້ງຊື່ ເປັນກຽດແກ່ ຄູ ທີ່ສອນເຂົາ ນາລຸງສາ ແຕ່ຫລາຍປີຜ່ານໄປ ຄຳວ່າ ລຸງ ເຊິ່ງຊາວອີເມຣິກ້ານັ້ນອອກສຽງຍາກ ເລີຍ ປ່ຽນເປັນ ນາຊ້າ ຫລື NASA ໃນປັດຈຸບັນ ແລະ ໄດ້ສ້າງໜັງທີ່ດັງລະດັບໂລກ ເລື່ອງຄົນຢຽບດວງຈັນ ແລະ ຂຽນຫນ້າປະຫວັດສາດໃຫມ່ວ່າ ໜີ້ວ ແຂນstrong ເປັນຄົນທຳອິດທີ່ຢຽບດວງຈັນແທນ ຄູສາ ຂອງເຂົາເອງ....

alt



ຈົບເນາະ!