ຂຽນເມື່ອ: ກ.ລ.. 4, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
ຄົບຮອບໜຶ່ງປີຂອງການແຕ່ງດອງ ສາມີຜູ້ເປັນຜົວ ຈິ່ງຢາກໃຫ້ຂອງຂວັນກັບພັນລະເມຍຂອງຕົນ;
ຕອນແລງມີື້ໜຶ່ງຜົວ ເມຍໄດ້ລົມກັນ:
ຜົວ: ທີ່ຮັກ ຈື່ ຫລືບໍ່ ເດືອນໜ້ານີ້ແມ່ນວັນສຳຄັນໃດ?
ເມຍ: ແມ່ນວັນສຳຄັນຫຍັງລະບໍ່ຈື່ເດີ
ຜົວ: ກະຄົບຮອບໜຶ່ງປີທີ່ເຮົາແຕ່ງດອງກັນ; ອ້າຍຢາກໃຫ້ນ້ອງມີຄວາມສຸກ
ແລະຢາກໃຫ້ຂອງຂວັນແກ່ນ້ອງແຕ່ບໍ່ມີໂອກາດ, ຊັ້ນເຮົາໄປທ່ຽວມາເລເຊຍດີບໍ່?
ເມຍ: ບໍ່ໄປດອກ ຢ້ານຍົນ
ຜົວ: ຊັ້ນກະໄປອາບນ້ຳຢູ່ທະເລຫວຽດນາມ
ເມຍ: ບໍ່ໄປ ບໍ່ໄດ້ພາສາຫວຽດນາມ
ຜົວ: ຊັ້ນນ້ອງຢາກໄດ້ຫຍັງບອກມາໂລດບໍ່ຕ້ອງເກງໃຈ
ເມຍ: ຢາກໄດ້ໃບຢ່າຮ້າງ...
ວາລະສານວັດທະນະທຳ