ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ມີຄືນໜື່ງ ທ້າວ ຄູນໄປລົມສາວ. ເມື່ອສາວໄປດົນເຕີບ ທ້າວຄູນ ພັດວ່າປວດຕົດ, ປວດກໍ່ບໍ່ແມ່ນປວດທຳມະດາອີກຊໍ້ ປວດແຮງແທ້ແຮງວ່າ ຖ້າວ່າບໍ່ໄດ້ປ່ອຍອອກມາມັນຄືວ່າໄສ້ໃນທ້ອງຊິແຕກນີ້ລະ. ແຕ່ຈະເຮັດແນວໃດເພື່ອບໍ່ໃຫ້ຜູ້ສາວຮູ້ວ່າຕົນເອງຕົດ, ບໍ່ພໍຄາວ ທ້າວ ຄູນ ກໍ່ຄິດກົນອຸບາຍໄດ້ ໂດຍການ ທຳທ່າຕົບຍຸງ ແລະ ທັງທັ່ງລົມອອກຈາກກົ້ນພ້ອມໆ ກັບສຽງຕົບຍຸງ: 

ແປະ!....ປາດ!.....ອຸ້ຍຍຸງ!....ສຽງຕົບຍຸງ ແລະ ສຽງຕົດອອກມາພ້ອມກັນ ແຖມທ້າຍດ້ວຍຄຳເວົ້າ.

ເມື່ອຝ່າຍຜູ້ສາວໄດ້ຍິນ ຈື່ງເວົ້າເປັນສຳນຽງເມືອງຫຼວງພະບາງ ຫວານໆ ຊ້າໆ ອອກມາວ່າ:

ອ້າຍໆ !....ບ້ານອ້າຍເອີ້ນວ່າຍຸງຫວ໋າ? , ບ້ານນ້ອງຊິເອີ້ນວ່າຕົດໄດ໋!....

ຝ່າຍທ້າວຄູນ ເມື່ອໄດ້ຍິນຜູ້ສາວເວົ້າແນວນັ້ນກໍເລີຍເວົ້າຂື້ນແບບໜ້າຕາເສີຍໆວ່າ:

ແມ່ນລະ! ຍຸງບ້ານອ້າຍມັນກ່າ.....ເໜັນ....ອິກໄດ໋ !......55555555 ຍັງມີໜ້າມາວ່າຍຸງເໝັນອີກ.......55555......ບໍ່ອາຍຜູ້ສາວແດ່ຫວ໋າ!!!!!!!!!!!!

Delicious Digg Fark Twitter