ກວ່າຈະເປັນເພງໆໜຶ່ງໃຫ້ທຸກຄົນຟັງ
ມັນເລິ່ມຕົ້ນຈາກການໄປປະກວດຮ້ອງເພງຫລິ້ນໆຂອງຂ້ອຍແຕ່ກໍ່ມີຄວາມຫວັງ
ໜ້ອຍໆຢູ່ໃນໃຈ ຂ້ອຍເຊົາປະກວດມາໄດ້ເກືອບຫ້າປີ ຕັ້ງແຕ່ມໍ1 ແຕ່ມາຄິດຊິຮ້ອງ
ເພງອີກເອົາຕອນປີ1ຈົນດຽວນີ້ຊິປີສາມແລ້ວ ດ້ວຍຄວາມທີ່ຂ້ອຍກະເປັນຄົນບໍ່ສະຫລາດ
ແນ່ປານໃດໃນການຢູ່ໃນສັງຄົມ ຄິດວ່າໃຜກະດີໄປໝົດ ບໍ່ຄິດສາວ່າເຂົາກະພຽງຫວັງຜົນຈາກເຮົາ
ເອົາລະ ເຂົ້າເລື່ອງເລີຍດີກວ່າ
ການປະກວດຮ້ອງເພງດັ່ງກ່່າວມັນກະມີຢູ່ທຸກປີ ແລະມີການແຂ່ງຂັນຢູ່ສາມຮອບ
ມັນເປັນການປະກວດແບບຫລີ້ນໆໆໆໆໆອີ່ຫລີ່ເພາະເອົາສຽງເຊຍບໍ່ມີກຳມະການ
ຈົນແມ່ນຮອບສຸດທ້າຍພີ້ຈຶ່ງເອົາກຳມະການມາຕັດສິນພ້ອມກັບຄວາມມັກຂອງຜູ້ຊົມ
ຈຳນວນຫລາຍຕໍ່ກັບນັກຮ້ອງທີ່ມາປະກວດ.
ຮອບແລກ ຂ້ອຍເຂົ້າຮອບໄປຢ່າງສະບາຍ ດ້ວຍບົດເພງຄົນມືສອງ
ຮອບສອງຂ້ອຍກະເກືອບບໍ່ໄດ້ຜ່ານເພາະມີຄົນເຊຍໃຫ້ອີກຄົນໜຶ່ງຫລາຍກວ່າຂ້ອຍ
ຜູ້ຊາຍຄົນນັ້ນບໍ່ແມ່ນຄົນທຳມະດາ ຄົງຈະມີເສັ້ນສາຍຫລາຍເຕີບ (ຕອນນັ້ນຂ້ອຍກໍ່ບໍ່ຮູ້ດອກ
ວ່າລາວເປັນໃຜ ແຕ່ມາຮູ້ຕອນຂ້ອຍໄດ້ປະກວດໃນຫລາຍໂຄງການ ຈົນຂ້ອຍໄດ້ຮູ້ສັງຄົມ
ດ້ານນີ້ບໍ່ໜ້ອຍເລີຍ ຈາກທີ່ເຄີຍຢາກຮູ້ມາດົນ)
ຮອບສຸດທ້າຍ ເອີ່ ມັນຍ້ອນຄວາມບໍ່ເອົາໃຈໃສ່ຕໍ່ການຊ້ອມເພງ (ກະຍັງວ່າປະກວດຫລີ້ນໆ)
ມັນເປັນຄັ້ງແລກໃນຊີວິດຂອງຮອບສຸດທ້າຍໃນການປະກວດທີ່ຂ້ອຍລືມເນື້ອເພງທີ່ຈະຮ້ອງ
(ແລ້ວມັນຈະເປັນເພງໄດ້ແນວໃດ) ທຳອິດຂື້ນສຽງໝູ່ຂອງຂ້ອຍເວົ້າວ່າພໍຊິຕິດ1ໃນ3ນຳເຂົາຢູ່
ແຕ່ຮ້ອງໄປ ຂ້ອຍກະຊະເງີເພາະຈື່ເນື້ອເພງບໍ່ໄດ້ ກຳມະການແນມເບິ່ງໜ້າຂ້ອຍພ້ອມກັບຮອຍຍິ້ມ
ທີ່(ຊິວ່າສົມນ້ຳໜ້າຫຼືໃຫ້ກຳລັງໃຈຫວະ) ຈັງໃດສຸດທ້າຍມັນກະຄືຕົກຮອບ ເຮົາຕ້ອງຍອມຮັບຄວາມຈິງ.
ຍ້ອນເຫດການຄັ້ງນັ້ນມີໝູ່ເຂົ້າຮ່ວມປະກວດໄດ້ຊວນຂ້ອຍມາຕັ້ງກຸ່ມເຮັດເພງນຳກັນ ລາວເປັນຜູ້ຍິງຊື່
....ຍ້ອນຄວາມບໍ່ເຄີຍຮູ້ເຄີຍເຫັນດ້ານນີ້ ແລະກະມັກຮ້ອງເພງ ມາແຕ່ກຳເນີດ ເລີຍຕົກລົງກັບເຂົ້າເຈົ້າ
ແຕ່ກະມີໝູ່ໜ້າຕາດີຄົນໜຶ່ງໄດ້ມາເຮັດນຳກັນ(ມັນເປັນຄົນແຂວງດຽວກັບຂ້ອຍ ) ຍ້ອນມັນໄປເຊຍ
ຂ້ອຍມື້ນັ້ນ ແລະມັນກະມີໜ້າຕາດີທີ່ນ່າຮັກແດ່(ແຕ່ບໍ່ແມ່ນຍິງແທ້)ເລີຍຖືກຊັກຊວນມາເຮັດນຳກັນ.
ນາງຜູ້ຊັກຊວນເປັນຄົນຜິວດຳ ເວົ້າໂນ້ມນ້າວຈິດໃຈຄົນໄດ້ດີ ລາວເຂົ້າຫາພວກຂ້ອຍດ້ວຍ
ຄວາມເປັນມິດແຕ່ຫວັງຜົນ ເອົາງ່າຍໆລາວກະບອກຂ້ອຍແລ້ວວ່າເພງທີ່ຈະເຮັດມັນເປັນແນວ
Pop R&B ຕ່າງຈາກບຸກຄະລິກຂອງຂ້ອຍຢ່າງສິ້ນເຊີງ. ແຕ່ດ້ວຍຄວາມຢາກຮູ້ ຢາກເປັນທີ່ຮູ້ຈັກ
ແລະກະມັກດ້ານນີ້ແນ່ ຂ້ອຍຍອມເຮັດເພງກັບລາວ ນາງຜູ້ຊັກຊວນລາວເປັນຄົນຂຽນເພງ....
ໝູ່ໃນກຸ່ມມີ 4 ຄົນທີ່ນາງໄດ້ຊັກຊວນມາທັງໝົດລວມທັງຂ້ອຍແລະໝູ່ ບວກກັບລາວຜູ້ຊັກຊວນ
ອີກຄົນໜຶ່ງເປັນ 5 ຄົນ. ເຮົາໄດ້ເລິ່ມຕົ້ນຈາກການເກັບເງິນຄົນລະ1ພັນບາດ ເພາະເພງທີ່ຈະເຮັດ
ແມ່ນ5ພັນບາດ ສະເພາະ ການເຮັດດົນຕີ ອັດສຽງ ມິກສຽງ (ຍ້ອນແນວນີ້ນາງຈຶ່ງໄດ້
ຊວນພວກຂ້ອຍມາແຊເງິນເພື່ອເຮັດເພງວ່າຊີ້ສະ ແຕ່ພວກຂ້ອຍກະຢາກເຮັດແດ່່
ຈຶ່ງບໍ່ໄດ້ຄັດຄ້ານອັນໃດ)
ແຕ່ກ່ອນທີ່ເພງໆໜຶ່ງຈະກ້າວໄປອັດສຽງເຂົ້າດົນຕີໄດ້ ຄືຕ້ອງໄດ້ເອົາພຽງໄປຜ່ານກະຊວງ
ວັດທະນະທຳເຊິ່ງໄດ້ເກັບເງິນກັນອີກ ຄົນລະ3ສິບພັນກີບຕໍ່ຄົນ ເລື່ອງນີ້ຂ້ອຍບໍ່ເຄີຍຮູ້ມາກ່ອນ
ແລະບໍ່ຮູ້ວ່າການໄປຜ່ານກະຊວງໄດ້ເສຍເງິນແທ້ຫວາຫຼືເງິນຢູ່ນຳນາງຜູ້ຊັກຊວນຄົນນັ້ນ.
ຫລັງຈາກນັ້ນພວກເຮົາກໍ່ເລິ່ມພາກັນໄປເຮັດເດໂມ່ເພງ (ທຳອິດຂ້ອຍກະບໍ່ຮູ້ດອກວ່າມັນເດ
ໂມ່ແມ່ນຫຍັງ ແລະເຮັດຈັ່ງໃດ ແຕ່ກະເລິ່ມຮູ້ໄປເທື່ອລະໜ້ອຍໆຈົນເຂົ້າໃຈເລິກເຊິ່ງເຖິງຄຳວ່າ
ຄວາມຝັນ) ພໍອ້າຍລາຊາເຮັດດົນຕີເພງຂອງພວກເຮົາມາໃຫ້ຟັງ ທຸກຄົນກໍ່ພໍໃຈແລະບອກວ່າມ່ວນ
ແລະຕົກລົງເອົາແບບນັ້ນ ແຕ່ມາຕອນນີ້ຂ້ອຍວ່າໃນຕອນນັ້ນມັນກໍ່ເປັນພຽງເພາະເຮົາທຸກຄົນຕ່າງ
ບໍ່ເຄີຍຄິດວ່າຊິມີເພງເປັນຂອງຕົວເອງມັນເລີຍເຮັດໃຫ້ດົນຕີເພງໂຕນັ້ນຕັດສິນດ້ວຍຄຳວ່າມ່ວນ
(ແຕ່ພວກເຮົາບໍ່ຄິດເລີຍວ່າຊິມີຄົນຟັງບໍ) ແຕ່ດົນຕີເພງນັ້ນມັນກະພໍຟັງຢູ່ ແຕ່ມັນອາດເສຍ
ຢູ່ບ່ອນທີ່ຄົນ ຫ້າຄົນບໍ່ໄດ້ມັກໃນສິ່ງດຽວກັນ ແຕ່ມາຝືນເຮັດໃຫ້ມັນເຂົ້າກັນ ມັນກໍ່ຄືຄວາມຝັນ
ທີ່ບໍ່ມີວັນເປັນຈິງ.
ມັນສະແດງອອກຕອນທີ່ພວກຂ້ອຍໄປອັດສຽງ ຄືໃຊ້ເວລາເກືອບສອງຊົ່ວໂມງເພື່ອສຳເລັດ
ເສັດຊີ້ນ ທີ່ວ່າໃຊ້ໄດ້ ແຕ່ຍັງບໍ່ດີທີ່ສຸດ ແລະພວກເຮົາຢຸດຢູ່ທີ່ຄຳວ່າພໍໃຊ້ໄດ້.
ມັນໃຊ້ໄລຍະເວລາດົນເຕີບນັບແຕ່ມື້ທຳອິດທີ່ເລິ່ມຕົ້ນຈະເຮັດເພງແມ່ນເກືອບສອງເດືອນ
ເມື່ອໄດ້ເພງອັນສົມບູນມາແລ້ວ ພວກຂ້ອຍຕ່າງພາກັນດີໃຈ ທີ່ເພງຊິໄດ້ອອກສູ່ຄົນຟັງ
ແຕ່ມັນບໍ່ແມ່ນຢ່າງຫວັງໄວ້ ເຮົາເລິ່ມປ່ອຍຕາມຄື້ນວິທະຍຸ ທຸກຄື້ນ
ແຕ່ມີຢູ່ຄື້ນດຽວທີ່ເ່ປີດໃຫ້ຕະຫລອດ....ຕໍ່ມານາງຜູ້ຊັກຊວນເລິ່ມໃຊ້ຄຳເວົ້າທີ່ມັນເກີນຄວາມຈິງ
ເພື່ອໂນ້ມນ້າວໃຫ້ກຳລັງໃຈພວກຂ້ອຍທີ່ມັນຕ່າງຈາກຄວາມເປັນຈິງ ວ່າວົງພວກເຮົາດັງຈັ່ງຊັ້ນ
ຈັ່ງຊີ້ ເພງຕິດຊາດວ່າຊັ້ນ ຕໍ່ມາລາວໄດ້ເອົາເພງໄປສະເໜີຄ້າຍດັງ(ຄ້າຍໃໝ່)ແຫ່ງໜຶ່ງທີ່ບໍ່ແມ່ນອິນດີ້
ແຕ່ນາງຜູ້ຊັກຊວນບອກກັບພວກຂ້ອຍວ່າຂະເຈົ້າຢາກໃຫ້ພວກເຮົາເຮັດປົກຊີ້ງເກີ້ນ
ແລ້ວໄປສະເໜີເຂົາເຈົ້າໃຫມ່ ເຂົາເຈົ້າຈຶ່ງຈະຮັບ ພວກເຮົາເລີຍພາກັນໄປຊື້ຊຸດເພື່ອຈະຖ່າຍປົກ
ຂະນະການຊອກຊື້ຊຸດ ເອີ່ ...ບໍ່ມີໃຜສົນໃຈໃຜ ຄືທຸກຄົນຢາກແຕ່ງຕາມໃຈຕົວເອງ
ແລະຂ້ອຍຄົນທີ່ເຊີ່ໆ ຊ້າໆ ກະບໍ່ທັນຫົວເຂົາເຈົ້າແດ່ຊັ້ນນະ ວ່າຈັງໃດກໍເຮັດຕາມ
ທຳອິດຂ້ອຍວ່າຈະໃສ່ໃນແບບທີ່ບໍ່່ເວີ້ເກີນໄປ ແຕ່ດ້ວຍຫຸ່ນທີ່ບໍ່ໃຫ້ແນ່ປານໃດ
ມັນເລີຍເບິ່ງອອກມາທຸເລດສຸດໆ ເຈົ້າຂອງຮ້ານແພງໆຮ້ານໜຶ່ງແນະນຳຊຸດແພງໆສຳລັບ
ຂ້ອຍຊຸດໜຶ່ງ ເຊິ່ງມັນໂຄດເວີ້(ຕອນນັ້ນບໍ່ທັນຄິດດອກ ໝູ່ຍົວະແດ່ ຂ້ອຍກະເຊື່ອຄົນງ່າຍແດ່)
ເລີຍຍອມຈ່າຍເງິນ1200B ເພື່ອຊື້ຊຸດເວີ້ໆຊຸດນັ້ນທີ່ໃຜກໍ່ເວົ້າວ່າຊິໄປຫລີ້ນລິເກຢູ່ໃສ 55
(ຄິດມາລະຍັງສົມເພດຕົວເອງ).
ເມື່ອໄດ້ຮູບມາແຕ່່ບໍ່ມີຫຍັງຄືບໜ້າ ມີແຕ່ຄຳເວົ້າທີ່ເຊື່ອຖືບໍ່ໄດ້ຂອງນາງຄົນນັ້ນ(ຫົວໜ້າວົງ)
ບາດນິອ້າງວ່າຄ້າຍເພງເປີດໃໝ່ສົນໃຈ ແຕ່ພໍໄປລົມກັນໝົດທັງວົງກັບຄ້າຍຂະເຈົ້າແລ້ວ
ຂ້ອຍກະເລິ່ມຊຶມຊັບວ່າ ນາງນີ້ເວົ້າເວີ້ ເພາະຄ້າຍເພງເຂົາບໍ່ໄດ້ສົນໃຈເຮົາເລີຍ ເຮົາສະເໜີໃຫ້ເຂົາຟັງ
ແຕ່ດີທີ່ເຂົາຍັງຟັງ(ຄ້າຍເພງດຽວກັບວົງ 8.3.1) ທຸກຢ່າງຄືຄ້າຍເພງເຂົາພະຍາຍາມບອກອ້ອມໆ
ວ່າເຂົາເຈົ້າບໍ່ມີທາງຮັບວົງທີ່ສຽງຮ້ອງຄົນລະຄີ
ແຖມຍັງຫລາຍເລື່ອງຢາກເຮັດຕາມໃຈຕົວເອງ .ຕອນນັ້ນຂ້ອຍກໍ່ວ່າຈະຈົບຢູ່ແຕ່ຫັນ
ແຕ່ນາງນັ້ນໄດ້ເກັບເງິນເພື່ອໄປຈົດລິຄະສິດເພງອີກຄົນລະ50ພັນ
ຕໍ່ມາບາດນີ້ເປັນຄວາມອາຍຄັ້ງຍິ່ງໃຫຍ່ໃນຊີວິດທີ່ຂ້ອຍຢາກລົບມັນອອກໄປຈາກຄວາມຊົງຈຳ
ແລະຫວັງວ່າຄົນຢູ່ຄະນະເສດມື້ນັ້ນຈະບໍ່ຈົດຈຳຂ້ອຍ
ໃນງານວັນຄູຂ້ອຍຕັ້ງໃຈຈະຮ້ອງເພງພາສາເພງ1ໃຫ້ອາຈານຄົນໜຶ່ງທີ່ລາວຂັດຫູຂັດຕາ
ຂ້ອຍທຸກຄັ້ງທີ່ເຂົ້າສອນຫ້ອງຂ້ອຍ ດ້ວຍຄວາມທີ່ການເຮັດສິ່ງທີ່ດີໆ ມັນນ່າຈະຊ່ວຍໃຫ້ອາຈານຊັງ
ຂ້ອຍໜ້ອຍລົງ (ແຕ່ມັນກະໄດ້ຜົນ). ພໍຫົວໜ້າວົງຮູ້ຂ່າວວ່າຢູ່ຄະນະເສດຈະມີງານ
ກໍມາຖາມຂ້ອຍທັນທີ (ໃນໃຈຂ້ອຍຄິດໄວ້ແລ້ວວ່າຊິ ບໍ່ໃຫ້ໝູ່ໃນວົງຮູ້ວ່າຂ້ອຍຊິຮ້ອງເພງ
ແຕ່ກະປິດບໍ່ຢູ່) ສຸດທ້າຍເລີຍຕ້ອງໄດ້ຮ້ອງເພງຂອງວົງ
ກັບເພງທີ່ຂ້ອຍຈະຮ້ອງໃຫ້ແກ່ອາຈານຂອງຂ້ອຍທີ່ສອນວິຊາພາສາອັງກິດໃນສາຂາບໍລິຫານ
ມັນເປັນຄວາມອາຍທີ່ມື້ນັ້ນພວກຂ້ອຍແຕ່ງຕົວເວີ້ ທັງທີ່ນ່າຈະໃສ່ຊຸດນັກສຶກສາ ເພາະເຮົາກະ
ບໍ່ແມ່ນນັກຮ້ອງສົມບູນແບບ. (ເຫີ່ ເວົ້າມາລະຮອດບໍ່ເລົ່າຕໍ່ )
ທຳອິດເຮົາເລິ່ມຮ້ອງເພງວົງຕົວເອງ ກະຜ່ານໄປໄດ້ຢ່າງທຸລັກທຸເລ ແຕ່ພໍມາຮອດເພງພາສາ
ທີ່ຂ້ອຍຈະຮ້ອງ ບໍ່ຮູ້ວ່າຍ້ອນຄວາມຕື່ນເຕັ້ນຫຼືຢ່າງໃດ ຢູ່ດີດີຂະນະກຳລັງຮ້ອງໄປລາບລື່ນ
ທ່ອນຂື້ນສຽງສູງຂ້ອຍກັບຮ້ອງສຽງແຕກ(ທັງທີ່ຕອນຊ້ອມກໍເຮັດໄດ້ດີມາຕະຫລອດ)
ຈົນຄົນທີ່ຢືນເບິ່ງທັງໝົດອັດຫູ ແລະຫົວເຢາະເຢີ້ຍຂ້ອຍແບບນ່າອັບອາຍທີີ່ສຸດ.
ຂ້ອຍບອກກັບຕົວເອງວ່າຊິບໍ່ຮ້ອງເພງອີກແລ້ວ(ແຕ່ກະຍັງຮ້ອງຢູ່ຄືເກົ່າ)
ຕໍ່ມາເມື່ອທຸກຢ່າງບໍ່ມີຫຍັງຈະກ້າວໜ້າ ດ້ານຄວາມຝັນການຮ້ອງເພງຂອງວົງ
ພວກຂ້ອຍທີີ່ມັນບໍ່ມີວັນຈະເປັນຄວາມຈິງ ນາງຫົວໜ້າວົງຍັງຂໍຮ້ອງພວກຂ້ອຍ
ເປັນຄັ້ງສຸດທ້າຍເລື່ອງຖ່າຍເອັມວີ ພວກເຮົາພາກັນຖ່າຍເອງໂດຍທີ່ຂ້ອຍອາສາເປັນຜູ້ຖ່າຍ
ແລະຂ້ອຍກະຖ່າຍໝູ່ຄົນອື່ນໃນວົງກ່ອນ ແຕ່ຂ້ອຍກັບບໍ່ຍອມຖ່າຍໂດຍອ້າງເຫດຜົນ
ມື້ໜ້າ ມື້ນີ້.ແລະໃຜກະເຫັນວ່າຄືຊິບໍ່ເວີ້ກ ໝູ່ຄົນໜຶ່ງໃນວົງວ່າເຮົາຈ້າງຂະເຈົ້າຖ່າຍບໍ
ເຊິ່ງຄ່າໃຊ້ຈ່າຍບໍ່ຕ່ຳກວ່າ7000B ຂື້ນໄປ.
ຂ້ອຍຍອມໃຫ້ຂະເຈົ້າເວົ້າເຝີ້ຝັນໄປໂດຍທີ່ຂ້ອຍກະເອີ່ຕາມ(ແຕ່ຂ້ອຍກະບໍ່ໃສ່ໃຈນຳ
ຂະເຈົ້າອີກຕໍ່ໄປແລ້ວ) ແຕ່ນັ້ນມາຂ້ອຍກະອ້າງຫລາຍເຫດຜົນເພື່ອຈະອອກຈາກຄວາມເຝີ້ຝັນນີ້
ເວລາເຂົາໂທມາຂ້ອຍກະອ້າງຄາຮຽນແດ່ ພໍ່ບໍ່ໃຫ້ເຮັດແດ່ ຂໍ້ອ້າງຫລາຍໆຢ່າງ.
ແລະຕອນນີ້ຂ້ອຍເຂົ້າໃຈດີທຸກຢ່າງໃນວົງການເພງ ວ່າກວ່າຈະປະສົບຜົນສຳເລັດກັບສຽງເພງ
ມັນບໍ່ແມ່ນສິ່ງທີ່ງ່າຍດາຍຢ່າງທີ່ຄິດໄວ້. ແລະກັບສິິ່ງອື່ນກໍ່ຄືກັນ ມັນຕ້ອງໃຊ້ຄວາມອົດທົນ
ພະຍາຍາມຢ່າງຫລາຍ .