1. ອັງກໍວັດ.(Angkor Vat).

ອັງກໍວັດ ເປັນກຸ່ມສະຖານບູຮານເບື້ອງຝັ່ງຕາເວັນຕົກຂອງຝັ່ງກຳພູຊາ. ເປັນທີ່ຕັ້ງນະຄອນຫຼວງເກົ່າຂອງເຈົ້າຊິວິດຂອມ ສ້າງຂື້ນໃນ
ປີ ຄ.ສ 889 ໂດຍ: ຍະໂສວໍລະມັນທີ 1. ມີສະຖານບູຮານຈຳນວນຫຼວງຫຼາຍ ( ສ.ວ VI- ສ.ວ ທີ XIII ). ເປັນສະຖາປັດຕະຍະກຳໂດດ
ເດັ່ນ ອຸດົມດ້ວຍສີລະປະຕົກແຕ່ງຫີນຄວັດ.
2. ອາແຕນ.(Athen).

ເມືອງສຳຄັນທີ່ສຸດໃນຍຸກ ກຣິກ ບູຮານ, ປັດຈຸບັນເປັນນະຄອນຫຼວງຂອງປະເທດ ກຣິກ. ໃນເບື້ອງຕົ້ນຊາວ ເອີປາຕຼິດ ເປັນຜູ້ສ້າງຕັ້ງຂື້ນເທິງຈອມພູຫີນ ອາໂກຼໂປລ.
ຕໍ່ມາ ( 594 - 507 ກ່ອນ ຄ.ສ) ຈິ່ງຄ່ອຍໆ ແຜ່ຂະຫຍາຍອອກນອກເຂດກຳແພງເມືອງບູຮານ.
3. ອະຍຸດທະຍາ(Ayutthaya).

ຢູປະເທດໄທ. ເຄີຍເປັນນະຄອນຫຼວງເກົ່າສະມັຍສະຫຍາມ. ຕັ້ງຢູ່ທາງທິດເໜືອຂອງກຸງເທບ. ມີອາຄານທີ່ເປັນ
ສະຖານບູຮານຈຳນວນຫຼວງຫຼາຍ,ສ້າງຕັ້ງຂື້ນໃນລະຫວ່າງ( ສ.ວ XVI- XII).
4. ສວນລອຍບາບີລອນ(Babylone).

ຕັ້ງຢູ່ກ້ຳໃຕ້ຂອງ ເມໂຊໂປເຕມີ, ປະເທດ ອີຣັກ. ຍັງຄົງພົບເຫັນຮ່ອງຮອຍຊາກສະຫຼັກຫັກພັງຕາມແຄມແມນ້ຳ
ເອຟັຕ, ຕັ້ງຫ່າງຈາກເມືອງ ແບກແດດ ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 160 ກິໂລແມັດ. ຄົງຈະແມ່ນຊາວ
ອາກາດຽນເປັນຜູ້ສ້າງຕັ້ງຂື້ນແຕ່ 2325 - 2160 ປີ ກ່ອນ ຄ.ສ.
5. ໂບໂຣບູດູ(Borobudur)

ພຸດທະສະຖານຂະໜາດໃຫຍ່ຢູ່ໃຈກາງເຂດ ຊາວາ ປະເທດອິນໂດເນເຊຍ( ສ.ວ IX ) ເປັນສັນຍາລັກຂອງພູເຂົາພະສຸເມນ, ສີ່ຖ້ານທຳອິດ
ເປັນຮູບ 4 ລ່ຽມມົນທົນ ຊ້ອນຢອງກັນຂື້ນ ລຽບຂອບ ແຕ່ລະຂ້າງຄວັດແຕ່ງກ່ຽວກັບພຸດທະປະຫວັດ, ອີກ 3 ຖ້ານຖັດໄປ ເປັນຮູບວົງມົນຊ້ອນຢອງ
ກັນຂື້ນ ມີພຮະພຸດທະຮູບຫີນຄວັດທັງໝົດ 72 ອົງ ກວມດ້ວຍທາດຫີນນ້ອຍໂຄ່ງໃນທີ່ຈົ່ງປ່ອງໄວ້ໃຫ້ຊ່ອງຊອດ.
6. ຫໍກຸກຸລການ ( Kukulkan Temple )

ຕັ້ງຢູ່ໃນເມືອງບູຮານຂອງຊົນເຜົ່າ ມາຢາ ປະເທດເມັກຊິກ, ທາງຕອນເໜືອຂອງ ຢູກາຕັນ. ຖືກປະຮ້າງມາຕັ້ງແຕ່
ສ.ວ XV ເປັນຕົ້ນມາ, ເປັນສະຖາປັດຕະຍະກຳສິລະປະ ມາຢາ - ໂຕັລແຕັກ, ສ້າງຂື້ນໃນສະມັຍ ກຼາຊິກ ຍຸກໃໝ່ ( ຄ.ສ 950 - 1500)
7. ໂຄໂລຊຽມ( Colosseum )

ຢູ່ປະເທດອີຕາລີ ເປັນໂຮງລະຄອນບູຮານຂອງກຸງໂຣມ, ສ້າງຂື້ນໃນທ້າຍສະຕະວັດທຳອິດ ຫຼັງ ຄ.ສ ພາຍໃຕ້ການປົກຄອງຂອງຊາວ
ຟຼາວຽນ. ໂຄງສ້າງຂະໜາດມະໂຫຖານ ບັນຈຸໄດ້ເຖິງ 50,000ຄົນ, ປະດັບດ້ວຍສິລະປະທີ່ໄດ້ຮັບອິດທິພົນຈາກສະຖາປັດຕະຍະກຳ ເຣີແນຊັງ.
8. ຫໍໄອເຟີລ( Eiffel )

ຕັ້ງຢູໃນກຸງ ປາຣີ ປະເທດ ຝຣັ່ງ, ສ້າງຂື້ນໃນລະຫວ່າງ ຄ.ສ 1887 - 1889 ດ້ວຍໂຄງສ້າງເຫຼັກທັງໝົດ, ເບື້ອງຕົ້ນສູງ 300 ແມັດ ປັດຈຸບັນສູງ 320 ແມັດ.
ຊື່ຫໍແມ່ນເອົາຕາມຊື່ຂອງວິສະວະກອນອອກແບບປຸກສ້າງ ໄອເຟີລ ກຸສຕາວ ເຊິ່ງເປັນຊ່ຽວຊານອັນດັບໜຶ່ງຂອງໂລກ ກ່ຽວກັບການກໍ່ສ້າງດ້ວຍໂລຫະ.
9. ສຸສານປີຣາມິດຂອງກີຊາ( Piramide of Giza )

ຢູ່ເມືອງ ໄຄໂຣ ປະເທດເອຢິບ. ສ້າງຂື້ນສຳລັບ ຟາຣາອົງ ຕ່າງໆ ຂອງລາດຊະວົງທີ IV: ເກອົບ ຢູ່ທາງຫຼັງ, ຢູ່ທາງ
ກາງແມ່ນ ເກເຟຣັນ ແລະ ຢູ່ທາງໜ້າຕ່ຳກວ່າໝູ່ແມ່ນ ມິເກຣູເນິສ, ເບື້ອງໜ້າສຸດ ແມ່ນທາດນ້ອຍຂອງລາຊີນີ 3 ພຣະອົງ.
ເປັນບ່ອນບັນຈຸໂລງສົບ ( ບັນຈຸສົບຫໍ່ພັນແບບ ມັມມີ້ ) ຂອງວົງກະສັດ ເພື່ອເປີດທາງໃຫ້ ຟາຣາອົງ ໄປສູ່ເທບແຫ່ງຕາເວັນ
ແຣ ພາຍຫຼັງສະວັນາຄົດ. ປີຣາມິດ ເກອົບ ໃນເມື່ອກ່ອນຖືເປັນໜຶ່ງໃນ 7 ມະຫັດສະຈັນຂອງໂລກ, ສູງ 147 ແມັດ ( ປັດຈຸ
ບັນ 138 ແມັດ ) ແຕ່ລະຂ້າງກວ້າງ 227 ແມັດ.
10. ພະທາດໃຫຍ່ຊານຈິ ( The principal Stupa Sanci )

ຢູ່ປະເທດ ອິນເດຍ, ສ້າງຕັ້ງຂື້ນ 200 ກວ່າ ປີ ກ່ອນ ຄ.ສ ແລະ ໜຶ່ງ ສ.ວ ກ່ອນ ຄ.ສ, ເປັນພຸດທະສະຖານແຮກເດີມຂອງ ອິນເດຍ
ສ້າງຂື້ນເພື່ອລະນຶກເຖິງ ແລະ ອຸທິດ ໃຫ້ພະພຸດທະອົງ.
11. ຫໍຈິນກາກຸ - ຈິ ( Ginkaku - ji Silver Pavillion )

ຫໍເງິນຢູ່ໂຕກຽວ ປະເທດ ຍີ່ປຸ່ນ ທຳອິດສ້າງເປັນເຮືອນຢູ່ຂອງ ໂຊກຸນ ອາຊີກະກະ ໂຍຊີມາຊະ ( ຄ.ສ 1482 ) ຕໍ່ມາຈິ່ງປ່ຽນມາເປັນສິມວັດ.
12. ເທພີເສລີພາບ ( Statue of liberty )

ເປັນອະນຸສາວະລີຂະໜາດຍັກ ( ສູງ 93 ແມັດ ນັບທັງຖານຮອງຮັບ ) ເປັນຂອງຂວັນທີ່ປະເທດຝຣັ່ງ ມອບໃຫ້ປະເທດ ສະຫະລັດອາເມຣິກາ
ປະກອບຕິດຕັ້ງໃນປີ ຄ.ສ 1886 ຢູ່ບໍລິເວນ ອ່າວ ນິວຢອກ. ຜົນງານຂອງ ບາກໂທໂລດີ ( ແຜ່ນທອງແດງຕິດຕັ້ງໃສ່ເທິງໂຄງສ້າງເຫຼັກ ).
13. ເກຣມແລັງ ( Kremlin )

ຢູ່ມອສໂກ ປະເທດຣັດເຊຍ, ອ້ອມຮອບດ້ວຍກຳແພງເມືອງເກົ່າ ປະກອບດ້ວຍຄຸ້ມເກົ່າ, ສະຖານບູຮານຈຳນວນຫຼວງຫຼາຍນັບຕັ້ງແຕ ສ.ວ XV - XVI,
ອອກແບບໂດຍສະຖາປະນິກ ຈາກ ອີຕາລີ: ພະລາດສະວັງໃຫຍ່ ( ສ.ວ XIX ), ຫໍລະຄັງ ອີວານ ມະຫາລາດ ( ສ.ວ xvi ), ກຸ່ມໂບດ ດໍມິເຊິນ ( ສ.ວ xv )
ໂບດ ອາຣຊັງເຊີ ມີແຊວ ( ສ.ວ xvi ) ແລະ ລານ ອານົງຊີ ອາຊົງ ( ສ.ວ XV ), ໂບດ ບາຊິລ ຕັ້ງຢູ່ສະໜາມແດງ ( ສ.ວ XVI ), ດ້ວຍສິລະປະ ສະຖາປັດຕະ
ຍະກຳແບບ ຣັດເຊຍເກືອບທັງໝົດ.
14. ພິພິດຕະພັນລູເວຣີ ( Louvre Museum )

ເປັນຫໍໂຮງຂອງລາດຊະວົງເກົ່າ, ຢູ່ ປາຣີ ປະເທດ ຝຣັ່ງ, ເລີ່ມປຸກສ້າງໂດຍ ຟີລິບໂອກຸສ. ກາຍມາເປັນພິພິດຕະພັນ ໃນລະຫວ່າງ ຄ.ສ 1791 - 1793.
ເປັນບ່ອນສະສົມ ແລະ ເປີດວາງສະແດງວັດຖຸບູຮານ ຈຳນວຍລວງຫຼາຍຂອງໂລກ. ໃນປີ ຄ.ສ 1989 ທ່ານ ໄອ.ເອັມ.ເພອີ ອອກແບບທາງເຂົ້າດ້ວຍຮູບຊົງ
ປີຣາມິດແກ້ວ ພາໃຫ້ແສງສະຫວ່າງຊ່ອງລົງຊັ້ນໃຕ້ດິນ.
15. ດອນອີສເຕີ ( Easter lsland )

ເປັນດອນໃນມະຫາສະໝຸດ ປາຊີຟິກ ທາງຕາເວັນຕົກຂອງ ຊີຣີ ຄອບຄອງໂດຍ ຊົນເຜົ່າພື້ນເມືອງ ໂປລີເນຊີ ( ສ.ວ V ), ຊາວເກາະນີ້ດຳລົງຊີວິດ
ຢູ່ຢ່າງໂດດດ່ຽວແບບບໍ່ຕິດຕໍ່ກັບໂລກພາຍນອກ ຈົນຫຼົ້ມສະຫຼາຍໄປໃນທີ່ສຸດ. ຫຼັກຖານທາງບູຮານວັດຖຸ ແລະ ບູຮານສະຖານທີ່ມີຊື່ສຽງແມ່ນ: ອາຮູ
ບ່ອນປະກອບພິທີກຳ ( ຮີດນັບຖືບັນພະບູລຸດ ) ແລະ ໂດຍສະເພາະ ໂມອາອີ ບັນດາຫີນຄວັດຕັ້ງຂະໜາດຍັກ ( ຮູບໃບໜ້າບັນພະບູລຸດ ).
16. ຫໍງ່ຽງປີຊາ ( Pisa )

ຫໍງ່ຽງ ປີຊາ ຕັ້ງຢູ່ເມືອງ ໂຕສການ ປະເທດອີຕາລີ. ສ້າງຂື້ນໃນສະຕະວັດ XII - XIII , ຫໍເລີ່ມງ່ຽງ ຫຼັງຈາກທີ່ແມ່ນ້ຳ ແຈນີ ຖ້ວມໜັກ ໃນປີ 1284.
17. ກຳແພງຍັກເມືອງຈີນ ( The Great Wall )

ເປັນກຳແພງປ້ອງກັນເຂດແດນຍາວ 5,000 ກິໂລແມັດ ເປັນຊາຍແດນລະຫວ່າງ ຈີນ ແລະ ມົງໂກນ, ເລີ່ມສ້າງໃນ 3 ສະຕະວັດ ກ່ອນ ຄ.ສ
ຮ່ອງຮອຍທີ່ພົບເຫັນໃນປັດຈຸບັນແມ່ນຂອງສະມັຍຂອງລາດຊະວົງ ໝິງ ( ສ.ວ XV - XVIII ).
18. ສະໂຕນແຮນເຈີ ( Stonehenge )

ຢູ່ວິລຕໍໄຊນ ປະເທດອັງກິດ. ເປັນອະນຸສາວະລີແຜ່ນຫີນຕັ້ງຈັດວາງໄວ້ເປັນຮູບວົງມົນ ( ບ່ອນປະກອບພິທີກຳບູຊາຕາເວັນ ). ຜ່ານການປັບປຸງ
ແລະ ຈັດສັນຄືນໃໝ່ຫຼາຍຄັ້ງ ໃນລະຫວ່າງທ້າຍຍຸກຫີນໃໝ່ປະມານ 2,400 ປີ ກ່ອນ ຄ.ສ ຫາຍຸກທອງທຳອິດ.
19. ວັງທັຊມາຮາດ ( Tadj Mahall )

ຢູ່ປະເທດ ອິນເດຍ ສ້າງດ້ວຍຫີນອ່ອນສີຂາວປະດັບດ້ວຍຫີນຫຼາກຫຼາຍຊະນິດ ແລະ ຫຼາຍສີ, ສ້າງຂື້ນໃນສະຕະວັດທີ XVII ຢູ່ໃກ້ເມືອງ ອາກາ. ໂດຍເຈົ້າ
ປົກຄອງເມືອງ ຈາ ດາຈາຣັນ ເພື່ອລະນຶກເຖິງ ມຸນຕາ ມາຮາມ ພັນລະຍາຂອງທ່ານ. ເປັນໜຶ່ງໃນສະຖາປັດຕະຍະກຳ ໂມໂຮລ ທີ່ງົດງາມທີ່ສຸດ ( ຄ.ສ 1631 - 1641 ).
20. ສະເວດາກອງ ( Shwedagon )

ຢູ່ເມືອງ ຢາງກຸງ ປະເທດ ມຽນມາ ສ້າງໃນສະຕະວັດທີ XI ເປັນທາດສູງ 90 ແມັດ, ບູລະນະຄືນໃໝ່ໃນສະມັຍພຣະເຈົ້າ ອະໂນທະຣາ ຄ.ສ 1372.
ຈົນເຖິງ ຄ.ສ 1453 - 1475 ຈຶ່ງບູລະນະຕື່ມ ແລະ ຍັງຄົງຮູບຊົງເດີມຈົນເຖິງປັດຈຸບັນ. ພາຍໃນທາດ ປະດິດສະຖານພະເກສາຂອງພຣະພຸດທະເຈົ້າ,
ພາຍນອກພອກດ້ວຍຄຳປີວ, ສ່ວນຍອດປະດັບດ້ວຍແກ້ວຫີນປະເສີດ.
21. ຮອຍອານ ( Hoi Han )

ຢູ່ປະເທດຫວຽດນາມ. ຕັ້ງຢູ່ເທິງຝັ່ງແມ່ນ້ຳ ທູໂບນ. ເຄີຍເປັນເມືອງແຄມທ່າ ຕັ້ງແຕ່ສະມັຍອານາຈັກ ຈາມປາ
ເອີ້ນວ່າ: ໄດ໋ຈຽນ ( ສ.ວ XV ), ເປັນເມືອງທ່າຂອງແວດວົງການເດີນທາງນັບແຕ່ຕົ້ນ ສ.ວ VII - XVIII, ໃນຕົວເມືອງ
ເກົ່າສະຖານບູຮານໃນຊຸມ ສ.ວ VII ມີຂົວ, ເຈດີ ຕ່າງໆ ສ່ວນເຮືອນ ແລະ ວັດສ່ວນໃຫຍ່ ແມ່ນປຸກສ້າງໃນລະຫ່ວາງ
ຄ.ສ 1845 - 1885.
ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.