ຂຽນເມື່ອ: ມ.ສ.. 18, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ໃນຕອນແລງມື້ໝຶ່ງ ຢູ່ທີ່ຫໍກາງແຄມຂອງ ບັນດາຜູ້ຄົນ-ທັງໜຸ່ມສາວ-ເຖົ້າແກ່ ພາກັນມາອອກກຳລັງກາຍ
ເຕັ້ນແອໂຣບິກກັນ...
ເມື່ອສຽງເພງດັງຂຶ້ນ ທຸກຄົນກໍພາກັນເຕັ້ນອອກກຳລັງກາຍ ຢ່າງສະໜຸກສະໜານ...
ທັງຍົກແຂນ-ຍົກຂາໄປຕາມຈັງຫວະສຽງເພງ ເພື່ອບໍລິຫານທຸກສັດສ່ວນ ຂອງຮ່າງກາຍ...
ທັນໃດນັ້ງ ກໍມີສຽງໂທລະສັບເມຍຖືດັງຂຶ້ນ ດັງຂຶ້ນຢູ່ກອງຜ້າເຊັດໜ້າ ສຽງໂທລະສັບດັ່ງກ່າວ
ເຮັດໃຫ້ບັນຍາກາດການເຕັ້ນແອໂຣບິກຢຸດສະຫງັບ ທຸກຄົນພາກັນສົ່ງສາຕາຈັບຈ້ອງໄປ
ໃສ່ສຽງໂທລະສັບ ທີ່ວາງຢູ່ກອງຜ້າເຊັດໜ້ານັ້ນ ຫລັງຈາກດັງບໍ່ພໍນາທີ ສຽງນັ້ນກໍມິດໄປ
ຫລັງຈາກນັ້ນ ສຽງເພງໃນຈັງຫວະຮີບຮ້ອນກໍເລີ່ມຂຶ້ນອີກ...ທຸກຄົນກໍພາກັນເຕັ້ນຄືເກົ່າ
ຫລັງຈາກເຕັ້ນບໍ່ພໍເທົ່າໃດນາທີ ສຽງໂທລະສັບທີ່ວາງຢູ່ກອງຜ້າເຊັດໜ້ານັ້ນ ກໍດັງຂຶ້ນອີກ
ເຮັດໃຫ້ບັນຍາກາດການເຕັ້ນຕ້ອງຢຸດສະຫງັບອີກຄັ້ງ ຕໍ່ມາຈຶ່ງມີຊາຍໄວກາງຄົນ ຢ່າງເຂົ້າໄປຮັບໂທລະສັບ
ດ້ວຍທ່າທາງເກງອົກ-ເກງໃຈ ... "ຮາໂລ! ສີ່ເອົາຫຍັງເນາະ...?"
ແຫວນເພັດບໍ... " OK ໄດ້ກັບເມືອຊິຊື້ໃຫ້ " ມີຫຍັງອີກບໍ່?
ໂມງຣ່າໂດ້ ລຸ້ນແພງທີ່ສຸດບໍ? "" ເອີ! ໄດ້ຊິຊື້ໃຫ້" ທໍ່ນີ້ເດີ້! ຊິເຕັ້ນແອໂຮບິກຕໍ່" ຮື! ແມ່ນຫຍັງເກາະ...ຊິເອົາຫຍັງອີກບໍ່..?
ລົດວິໂກ້ບໍ...? ໄດ້ຊິຊື້ໃຫ້ເດີ!
ລະຢ່າໂທມາກວນອີກເດີ້...ຊິອອກກຳລັງກາຍຕໍ່...
ໝົດທຸກຄົນທີ່ເຕັ້ນແອໂຣບິກຢູ່ຫໍກາງພາກັນຫລຽວເບິ່ງໜ້າຊາຍທີ່ຮັບໂທລະສັບຄົນນັ້ນ...
"ເຈົ້າຄືໃຈດີເອົາແທ້-ເອົາວ່າ ແທ້...!" ຄົນທັກທ້ວງ
ເຈົ້າຊື້ທັງລົດ-ທັງແຫວນເພັດ ແລະໂມງໃຫ້ເມຍ ຂ້ອຍຢາກໃຫ້ເປັນຜົວຂ້ອຍເດ້...ຂ້ອຍຊິ...ພຸ້ນນະ...
ເຈົ້າບໍ່ເສຍດາຍເງີນບໍ...?
ບໍ່! ບໍ່ເສຍດາຍດອກ...!
ເປັນຫຍັງຈຶ່ງບໍ່ເສຍດາຍ...?
ອັນນີ້ ມັນບໍ່ແມ່ນໂທລະສັບຂອງຂ້ອຍ...ຂ້ອຍມາຮັບແທນເຂົາຊື່ໆ... 555