ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ນັກວິທະຍາສາດການແພດ ຫລາຍປະເທດໃນໂລກ ໄດ້ຄົ້ນຄວ້າ ແລະ ຊີ້ໃຫ້ເຫັນວ່າ: ຄວັນຢາສູບໄດ້ເປັນເຫດ
ເຮັດໃຫ້ຄົນຕາຍ ນັບຫຼາຍຮ້ອຍລ້ານຄົນໃນທົ່ວໂລກ ແລະມາຮອດປັດຈຸບັນ ສະເພາະຜູ້ທີ່ຍັງສູບຢາກໍບໍ່ຄ່ອຍ ສົນໃຈກ່ຽວກັບ
ເລື່ອງນີ້ເລີຍ ໂດຍຄິດແຕ່ວ່າ: "ສູບຢາທຸກຄັ້ງ ຈະພາໃຫ້ມີຄວາມສຸກທີ່ສຸດໃນຊີວິດ".
              ຜ່ານການວິໄຈຂອງຜູ້ຊ່ຽວຊານດ້ານການແພດ ໄດ້ພົບວ່າ: ຄວັນຢາສູບນັ້ນພາໃຫ້ເກີດພະຍາດມະເຮັງຫລາຍ
ກ່ວາ 50 ຊະນິດ ເຊິ່ງຕົ້ນຕໍແມ່ນເກີດພະຍາດມະເຮັງປອດ ມະເຮັງຫລອດສຽງ ມະເຮັງໃນຜົ້ງປາກ ຫົວໃຈ ຕາຕໍ້ ພະຍາດ
ໃນກະເພາະອາຫານ ແລະ ພະຍາດອື່ນໆອີກ ສະເພາະມະເຮັງປອດທີ່ເກີດຈາກການສູບຢາຈະມີໂອກາດຕາຍ ສູງເຖິງ
20 ເທົ່າຂອງຄົນບໍ່ສູບຢາ ເຊິ່ງຈະເຮັດໃຫ້ປອດເສື່ອມສະມັດຕະພາບ ຖົງປອດແຕກ ໄຄ່ໂພງ 90% ມະເຮັງຫຼອດສຽງ ສ່ວນ
ຫຼາຍແມ່ນເກີດມາຈາກການສູບຢາ ມະເຮັງຜົ້ງປາກ ຈະເຮັດໃຫ້ສົບດຳຄ້ຳເປັນແຂ້ວແມງ ປາກເຫມັນ ແລະ ພະຍາດ
ເຫືອກ ພະຍາດຫົວໃຈ... ພາຍໃນ 1 ນາທີ ຄວັນຢາສູບເຂົ້າໄປໃນຫົວໃຈ ຈະເຮັດໃຫ້ຫົວໃຈເຕັ້ນໄວຂຶ້ນ ຄວາມດັນເລືອດຈະ
ສູງຂຶ້ນ ແລະ ຫົວໃຈຕ້ອງໄດ້ເຮັດວຽກຫນັກຂຶ້ນ ພະຍາດຕາຕໍ້ ຍິ່ງສູບຢາຫຼາຍເທົ່າໃດ ໂອກາດທີ່ຈະເປັນຕາຕໍ້ຍິ່ງມີຄວາມ
ສ່ຽງສູງຂຶ້ນ ເຊິ່ງສະແດງອອກໃຫ້ເຫັນວົງຕາດຳຈະກາຍເປັນສີຂາວ ພະຍາດກະເພາະອາຫານຈະເຮັດໃຫ້ກະເພາະເກີດ
ມີບາດແຜ ແລະ ມີເລືອດໄຫລ ເປັນແລ້ວປົວນານດີ.
              ນອກຈາກນີ້ ຄວັນຢາສູບມືສອງຍັງເປັນພິດໄພຕໍ່ຄົນເຮົາຕື່ມອີກ ຕົວຢ່າງ ຄົນທີ່ບໍ່ສູບຢາກໍໄດ້ຮັບຄວັນຢາສູບຈາກ
ຂອງຜູ້ທີ່ສູບຢາ ກໍຈະພາໃຫ້ເກີດເປັນພະຍາດເຊັ່ນກັນ ເປັນຕົ້ນແມ່ນມະເຮັງປອດ ພະຍາດຫົວໃຈ ພະຍາດລະບົບຫາຍໃຈ
ຮຸນແຮງ ເດັກເກີດໃຫມ່ຈະເສຍຊີວິດກະທັນຫັນ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງເດັກນ້ອຍ ເຮັດໃຫ້ການຈະເລີນເຕີບ
ໂຕຂອງປອດຊ້າລົງ.
              ເມື່ອເຫັນຜົນຮ້າຍຈາກການສູບຢາ ທ່ານທີ່ຍັງສູບຢາກໍຄວນຢຸດເຊົາສູບຢາໄດ້ແລ້ວ ເພື່ອເຮັດໃຫ້ສຸຂະພາບແຂງ
ແຮງ ຊີວິດຍືນນານຂຶ້ນຕື່ມ ຖ້າສຸຂະພາບບໍ່ສົມບູນ ເກີດພະຍາດບຽດບຽນ ມີເງິນລ້ານເງິນຕື້ ກໍບໍ່ມີຄວາມຫມາຍຫຍັງເລີຍ.
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2008 | ມີ 22 ຄຳເຫັນ ແລະ 0 trackback(s)
ການແບ່ງອາຍຸຄົນເຮົາ ນັບແຕ່ມື້ລອດຕີນສີ້ນແມ່ອອກມາ ຈົນຮອດມື້ກະດູກເຂົ້າຫມໍ້ນັ້ນ ຈັດກັນໂດຍສອດຄ່ອງ
ກັບເປົ້າຫມາຍຂອງຂະແຫນງການ ຫລື ວິຊາການທີ່ກ່ຽວຂ້ອງ ເຊັ່ນ: ໃນເບື້ອງຈິດຕະວິທະຍານັ້ນຈະເນັ້ນໄລຍະການປ່ຽນ
ແປງຂອງຮ່າງກາຍທີ່ກະທົບໃສ່ທາງດ້ານຈິດໃຈ ໃນເບື້ອງແຮງງານນັ້ນເພິ່ນເນັ້ນສະພາບຕຽມພ້ອມທາງດ້ານກຳລັງວັງ
ຊາຂອງຮ່າງກາຍ ເບື້ອງສາດສະຫນາກໍມີມຸມມອງສະເພາະໃນການແບ່ງໄວຂອງຄົນເຮົາ.
              ແຕ່ໃນບົດນີ້ຂໍສະເຫນີວິທີທີ່ເຖົ້າບູຮານລາວເຮົາແບ່ງໄລຍະອາຍຸຂອງຄົນເຮົາ ຊຶ່ງມີຢູ່ 4 ໄລຍະ ສຳລັບສ່ວນຕົວ
ແລ້ວ ຂ້າພະເຈົ້າເຫັນວ່າຖືກຕ້ອງ ຄ່ອງກັບສັງຄົມລາວອີ່ຫລີ ຄື: ໄລຍະທີຫນຶ່ງຂອງຊີວິດ ເອີ້ນວ່າ "ໄວເພິ່ງ" ເຖົ້າແກ່ບູຮານ
ບໍ່ໄດ້ກຳນົດອາຍຸໄວ້ຢ່າງຂາດຕົວວ່າ ແຕ່ປີໃດຫາປີໃດ ມີແຕ່ບອກວ່າ ນັບແຕ່ມື້ເກີດຈົນຮອດໄລຍະຄົນເຮົາຢູ່ໃນເກນສອນ
ບ່າວ-ສອນສາວ ໃນຍ່ານນີ້ຂອງຊີວິດຄົນເຮົາຍັງບໍ່ສາມາດກຸ້ມຕົນເອງໄດ້ ຈຳເປັນຕ້ອງໄດ້ "ເພິ່ງ ເຊັ່ນເພິ່ງພໍ່ເພິ່ງແມ່ ເພິ່ງ
ສັງຄົມ 100% ນັບແຕ່ປັດໄຈ 4 (ອາຫານ ເຄື່ອງນຸ່ງຫົ່ມ ທີ່ພັກພາອາໄສ ແລະ ຢາປົວພະຍາດ) ກໍຄືຄວາມຮູ້ຄວາມສາມາດ
ແລະ ບົດຮຽນໃນຊີວິດ.
              ໄລຍະທີສອງຂອງຊີວິດ ເອີ້ນວ່າ "ໄວພົບ" ຊຶ່ງເລີ່ມແຕ່ໄວບ່າວ-ໄວສາວ ສັງຄົມປັດຈຸບັນເອີ້ນໄວນີ້ວ່າ "ໄວຫນຸ່ມ"
ຍ່ານນີ້ຂອງຊີວິດເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນ ຢາກທົດລອງແນວໃຫມ່ໆແປກໆ ຢາກພົບປະຫມູ່ຄູ່ ນອກນັ້ນ "ໄວ
ພົບ" ຍັງແມ່ນໄວຮັກ ດັ່ງນັ້ນ ມັນຈຶ່ງເຕັມໄປດ້ວຍການ "ພົບ".
              ຍ່ານທີສາມຂອງຊີວິດ ເອີ້ນວ່າ "ໄວພັກ" ໄວນີ້ແມ່ນໄວຄົນເຮົາມີຄອບມີຄົວ ໄວເປັນພໍ່ເປັນແມ່ ດັ່ງນັ້ນ ຈະ "ພົບ"
ອີກຄືເກົ່າແມ່ນບໍ່ໄດ້ອີກແລ້ວ ເພາະຕ້ອງໄດ້ກໍ່ຮ່າງສ້າງຕົວ ເບິ່ງແຍງອົບຮົມສັ່ງສອນລູກເຕົ້າ ທັງຮັບປະກັນສະຫວັດດີພາບ
ຂອງຄອບຄົວ.
              ໄລຍະສຸດທ້າຍຂອງຊີວິດ ເອີ້ນວ່າ "ໄວພາກ" ຊຶ່ງແມ່ນໄລຍະທີ່ຄົນເຮົາ "ຢືນໃກ້ຝັ່ງ-ນັ່ງໃກ້ຫ້ວຍ" ແມ່ນໄວຊະລາ
ຊຶ່ງມີແຕ່ຈະຂຸລົ່ນໄປຕາມການເວລາ.
              ຂ້າພະເຈົ້າວ່າ ການແບ່ງໄລຍະຊີວິດແບບບູຮານລາວນີ້ເຫມາະສົມ ແລະ ເຂົ້າກັນໄດ້ກັບຕຳລາສະໄຫມໃຫມ່.
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ເຫັນຫົວຂໍ້ນີ້ແລ້ວ ທ່ານຜູ້ອ່ານຢ່າຟ້າວດີໃຈ ເພາະປະໂຫຍກຄຳເວົ້າແບບນີ້ ໂຮງຮຽນສອນພາສາຈຳນວນບໍ່
ໜ້ອຍໄດ້ນຳໄປໃຊ້ເພື່ອອ່ອຍໃຈລູກຄ້າມາແລ້ວນັບບໍ່ຖ້ວນ ເຊັ່ນ: "ຮຽນພຽງ 3 ເດືອນ ກໍສາມາດເຂົ້າໃຈ ປາກໄດ້ ຂຽນເປັນ".
               "ຮຽນງ່າຍ ເຂົ້າໃຈສະບາຍ ມີອາຈານເຈົ້າຂອງພາສາມາຈາກອັງກິດ ອົດສະຕຣາລີ ອາເມລິກາສອນເອງ"
ບາງໂຮງຮຽນ ໂດຍສະເພາະແມ່ນພາກສ່ວນທີ່ບໍລິການສອນພາສາອັງກິດ ມັກຈະບວກບັນຍາກາດ ສະພາບແວດລ້ອມ
ເຄື່ອງໄມ້ ເຄື່ອງມື ອຳນວຍຄວາມສະດວກໃນການສິດສອນເຂົ້າໄປນຳ ເພື່ອຢັ້ງຢືນເຖິງຄຸນນະພາບທີ່ບໍ່ຄືໃຜ ແລະ ບໍ່ມີໃຜ
ຄື ແຕ່ໃນຕົວຈິງແລ້ວ ພວກທີ່ຈົບຈາກໂຮງຮຽນເຫລົ່ານັ້ນ (ທີ່ມັກເອົາຈຳນວນເດືອນ ຈຳນວນປີວັດແທກ) ສ່ວນຫລາຍ
ຈະຍັງບໍ່ສາມາດໃຊ້ການໄດ້ ທ່ານອາດຈະຖາມຜູ້ຂຽນວ່າ "ແລ້ວຈະໃຫ້ເຊື່ອໃຜ?" ເພາະຜູ້ຮຽນຢາກໄດ້ຢາກເປັນໄວ ຄຳ
ຕອບທີ່ພໍຊອກໄດ້ກໍຄື ຕ້ອງເຊື່ອຫມັ້ນຕົນເອງ ເຊື່ອຫມັ້ນການຕັດສິນໃຈ ເຊື່ອຫມັ້ນວ່າຄູ-ອາຈານ ແລະ ເຄື່ອງໄມ້ເຄື່ອງມື
ນັ້ນເປັນພຽງປັດໄຈ "ນຳທາງ" ຊື່ໆ ສ່ວນຈະໄດ້ ຫລື ບໍ່ໄດ້ນັ້ນແມ່ນຂຶ້ນກັບບຸກຄົນເອງ? ຂ້າພະເຈົ້າຈື່ບໍ່ລືມທີ່ອາຈານສອນ
ພາສາໄດ້ສັ່ງໄວ້ເມື່ອເກືອບ 40 ປີຢ້ອນຫລັງວ່າ "ພາສາແມ່ນວິທະຍາສາດ ແລະ ສິລະປະ" ບວກເຂົ້າກັນ ຈະຂາດປັດໄຈ
ໃດຫນຶ່ງແມ່ນບໍ່ໄດ້ເດັດຂາດ ຫມາຍຄວາມວ່າ ຜູ້ຈະຮຽນພາສາຕ່າງປະເທດໄດ້ໄວ ຈະຕ້ອງເປັນຜູ້ທັງກຳໄດ້ຫລັກວິທະຍາ
ສາດ ແລະ ສິລະປະຂອງພາສາ.
               ທ່ານ ເລນິນ ບິດາຈານແຫ່ງການປະຕິວັດໂລກຮຽນພາສາຕ່າງປະເທດດ້ວຍຕົນເອງເປັນສ່ວນໃຫຍ່ ທ່ານຮຽນ
ໃນຂະນະບັນຊາການປະຕິວັດ ຮຽນແມ່ນກະທັ້ງຕອນຖືກສົ່ງໄປກັກຕົວຢູ່ເຂດຊີເບຣີ ທີ່ຫນາວຈົນເຂົ້າກະດູກດຳ ທ່ານຢຶດ
ຖືຄວາມເປັນປົກກະຕິເປັນເດີມພັນ ຕອນນັ້ນທ່ານຮຽນພາສາອັງກິດດ້ວຍຕົນເອງ (ສ່ວນພາສາຝຣັ່ງ ແລະ ເຢຍລະມັນ
ນັ້ນແມ່ນໄດ້ຮຽນຢູ່ໂຮງຮຽນແລ້ວ) ທ່ານໃຊ້ເວລາຮຽນພຽງ 15 ນາທີຕໍ່ວັນ ແຕ່ພາຍໃນ 1 ປີ ທ່ານກໍສາມາດຂຽນບົດສົ່ງໄປ
ລົງໜັງສືພິມ "ນິວຢອກ ທາມ" ໄດ້ ນອກຈາກຄວາມເປັນປົກກະຕິແລ້ວ ທ່ານ ເລນິນ ຍັງໃຊ້ວິທີ "ແປ" ເປັນຕົ້ນຕໍການແປ
ຂອງທ່ານ ປະກອບດ້ວຍ 4 ຂັ້ນ ຄື:
               ຂັ້ນທີຫນຶ່ງ ທ່ານພິນິດພິຈາລະນາເຄົ້າໂຄງ ແລະ ຫລັກໄວຍາກອນ ຄຳສັບ ແລະ ສຳນວນພາສາອັງກິດ ຂັ້ນ
ທີສອງ ທ່ານແປພາສາອັງກິດ ມາເປັນພາສາຣັດເຊຍ (ພາສາກຳເນີດຂອງທ່ານ) ຂັ້ນທີສາມ ທ່ານແປກັບຈາກພາສາ
ຣັດເຊຍ ເປັນອັງກິດ ຄືນ ແລະ ຂັ້ນທີສີ່ ທ່ານເອົາພາສາອັງກິດ ທີ່ທ່ານແປກັບຄືນ ໄປແນໃສ່ພາສາອັງກິດ ຕົ້ນສະບັບວ່າ
ມີອັນໃດຖືກ ອັນໃດຜິດ ແລ້ວກໍຖອດຖອນເປັນບົດຮຽນ ທ່ານແປມື້ລະແຖວ-ສອງແຖວເທົ່ານັ້ນ.
               ສະຫລຸບຄວາມແລ້ວ ການຮຽນພາສາຕ່າງປະເທດນັ້ນ ຄວາມເປັນປົກກະຕິກັບການຊອກແບບສະບັບທີ່ເປັນ
ຂອງຕົນເອງ ແມ່ນປັດໄຈຕັດສິນກ່ວາຫມູ່ ບໍ່ເຊື່ອຂໍໃຫ້ລອງເບິ່ງ.
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2008 | ມີ 28 ຄຳເຫັນ ແລະ 0 trackback(s)
 ຜູ້ເຝົ້າປະຕູທີ່ເກ່ງສຸດ
              ແຟນກິລາບານເຕະ 3 ຄົນ ຊື່: ແດງ, ເຄນ ແລະ ຊໍ ພວມຝອຍກັນກ່ຽວກັບຜູ້ເຝົ້າປະຕູທີມບານເຕະຂອງໂລກ
ທີ່ເກ່ງທີ່ສຸດ.
              ແດງ: "ເຮົາວ່າ ຜູ້ເຝົ້າປະຕູທີມບານເຕະຝຣັ່ງ ຫັ້ນເກ່ງທີ່ສຸດໃນໂລກ".
              ເຄນ: "ເຮົາຫມັ້ນໃຈວ່າ ບໍ່ມີໃຜເອົາຊະນະຜູ້ເຝົ້າປະຕູຂອງທິມເຢຽລະມັນ ໄດ້ດອກ"
              ຊໍ : "(ໃຊ້ຄວາມຄິດຢ່າງຫນັກ) ເຮົາວ່າ...ເມຍເຮົາສາມາດເປັນຄົນເຝົ້າປະຕູອັນດັບຍອດຂອງໂລກໄດ້".
              ແດງ ແລະ ເຄນ: "ໂຕເອົາຫຍັງມາພິສູດ?"
              ຊໍ : "ເອີ່... ຄືວ່າຄັນເງິນໄດ້ເຂົ້າມືລາວແລ້ວ, ຈ້າງຫົວແຕກກໍ່ບໍ່ມີໃຜດຶງມັນອອກມາໄດ້ດອກ!"
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2008 | ມີ 27 ຄຳເຫັນ ແລະ 0 trackback(s)

 ເບິ່ງຂ່າວຈາກປະເທດໃກ້ຄຽງ (ໄທ) ຈື່ບໍ່ແນ່ວ່າແມ່ນພາກຄ່ຳ ວັນທີ 16 ຫລື 17/7/2008 ນີ້ແຫລະ ທີ່ວ່າ:
"ເດັກນ້ອຍຫລິ້ນເກມຕາຍຄາຕັ່ງ.." ເຊິ່ງສາເຫດເຂົາກໍກຳລັງວ່າມັນມາຈາກໃສແທ້!.
               ທີ່ຍົກບັນຫານີ້ຂຶ້ນກໍເພາະວ່າ ຍາມນີ້ແມ່ນພັກສິ້ນປີຮຽນຂອງບ້ານເຮົາແລ້ວ ຮ້ານເກມກໍມີຫລາຍແທ້ໆ ຫ້າມ
ບໍ່ໄດ້ທີ່ລູກຫລານຈະໄປຫລິ້ນ... ມີແຕ່ວ່າເຮົາຈະຈຳກັດຮ້ານເກມແນວໃດທໍ່ນັ້ນ?.
               ຫາກເວົ້າເລື່ອງຮ້ານເກມແລ້ວ ໃນຄໍລຳພວກເຮົາກໍເຄີຍຂຽນເຖິງຫລາຍເທື່ອ ແຕ່ເບິ່ງຄືວ່າເລື່ອງນີ້ແກ້ບໍ່ງ່າຍ
ປານໃດ? ໃນຄຳຄິດຄຳເຫັນຂອງພໍ່ແມ່ປະຊາຊົນຜ່ານສາຍດ່ວນຂອງສະພາແຫ່ງຊາດ ປະຈຳວັນທີ 16/7/2008 ກໍໄດ້ສະ
ເຫນີໃຫ້ພາກສ່ວນກ່ຽວຂ້ອງລົງກວດກາ ແລະ ສັ່ງຫ້າມບໍ່ໃຫ້ມີການເປີດຮ້ານເກມຢູ່ອ້ອມແອ້ມ ມ.ຊ (ດົງໂດກ) ເນື່ອງຈາກ
ວ່າ ນັກຮຽນ ນັກສຶກສາປະລະການຮຽນຍ້ອນໄປຫລິ້ນເກມ ຈະມີຜົນສະທ້ອນຕໍ່ລູກຫລານ.
               ພໍ່ແມ່ຜູ້ປົກຄອງທ່ານຫນຶ່ງເລົ່າສູ່ຟັງວ່າ: ເດິກດື່ນທ່ຽງຄືນ ຊອກລູກບໍ່ເຫັນ (ລູກຮຽນ ມ.ຊ) ທີ່ແທ້ຍັງຫລິ້ນເກມ
ເສີຍຢູ່ ໄຄແຕ່ມັນບໍ່ໄປທາງອື່ນ... ຮ້ານເກມເປີດຊອດແຈ້ງກໍຍັງມີ ວ່າຊັ້ນ!.
               ຂ້າງເທິງນັ້ນແມ່ນເລື່ອງຢູ່ນະຄອນຫລວງເນີ!
               ເວລາໄປເຮັດວຽກຢູ່ຕ່າງແຂວງ "ແນວລາວ" ກໍໄດ້ຮູ້ຂໍ້ມູນວ່າ ນັກຮຽນຢູ່ຕ່າງແຂວງກໍຕິດເກມງອມແງມຄືກັນ
ກັບນັກຮຽນຢູ່ນະຄອນຫລວງ... ພວກເພິ່ນກໍແກ້ແຕ່ຕ້ອງໃຊ້ເວລາ ເພາະມັນຄານຳຫລາຍຂັ້ນຕອນ ຫາກເວົ້າເລື່ອງການ
ແກ້ໄຂ ຫລື ສັ່ງປິດຮ້ານເກມໃກ້ໂຮງຮຽນ ຮ້ານເກມບໍ່ໄດ້ຮັບການອະນຸຍາດຖືກຕ້ອງນີ້ ຢູ່ຫລາຍເມືອງຂອງນະຄອນຫລວງ
ນີ້ ພວກເພິ່ນກໍເດັດຂາດແທ້ໃດ! ຫາກເພື່ອນຜູ້ອ່ານຕິດຕາມຈະເຫັນວ່າ ພວກເພິ່ນເອົາຈິງເອົາຈັງແທ້ໆ ເປັນຕົ້ນແມ່ນຢູ່
ເມືອງສີໂຄດຕະບອງ ເມືອງໄຊເຊດຖາ... ແລະ ເມືອງອື່ນໆ... ແຕ່ວ່າໃນຕົວຈິງຮ້ານເກມກໍຍັງເລັດລອດມາໃຫ້ເຫັນຢູ່.
               ມີຜູ້ໃຫ້ຂໍ້ມູນວ່າ: ທຸລະກິດນີ້ໄປໄດ້ດີຫລາຍ... ມີກຳໄລເປັນກອບເປັນກຳ ເຖິງຈະສ່ຽງຕໍ່ການຜິດລະບຽບ ແຕ່ຄົນ
ກໍເຮັດ ເພາະມັນກຳໄລງາມ ອັນນີ້ແຫລະເພິ່ນວ່າ ຜົນເສຍ ຫລື ວ່າຂໍ້ບົກຜ່ອງຂອງການຄຸ້ມຄອງໃນກົນໄກຕະຫລາດ...
ຄົນຄ້າຂາຍ ຄົນເຮັດທຸລະກິດນັ້ນ ເຫັນແຕ່ກຳໄລຢ່າງດຽວກໍບໍ່ຖືກຕ້ອງ ... ມັນຂາດສິນທຳ ເພາະທຸລະກິດຂອງຕົນເປັນ
ມີດສອງຄົມ.
               ທາງອອກຂອງຮ້ານເກມນີ້ ຄິດວ່າຄົງຕ້ອງປະສານງານກັນຫຼາຍຝ່າຍ ເປັນຕົ້ນ ໂຮງຮຽນທີ່ມີຮ້ານເກມຕັ້ງຢູ່ມໍ່
ອຳນາດການປົກຄອງບ້ານ ແລະ ການຈັດຕັ້ງທີ່ອະນຸມັດໃຫ້ເປີດຮ້ານເກມ ຕ້ອງເຂົ້າມານັ່ງປຶກສາສົນທະນາກັນວ່າຈະມີ
ທາງອອກແນວໃດທີ່ເຫມາະສົມນໍ?.
               ທັງນີ້ກໍເພື່ອບໍ່ໃຫ້ມັນເບື່ອເມົາລູກຫລານເກີນໄປ ແລະ ບໍ່ຢາກໃຫ້ມີກໍລະນີຄືປະເທດໃກ້ຄຽງ ເພາະສັງຄົມເຮົາ
ແມ່ນສັງຄົມເພື່ອແຜ່ ເມດຕາ ປານີ ແລະ ຢູ່ຮ່ວມກັນໂດຍສັນຕິ ໃນຖານະທີ່ພວກເຮົາເປັນຊາວພຸດຮ່ວມກັນ.

ຄັດມາຈາກໜັງສືພິມ ວຽງຈັນໃໝ່ 23-07-2008