ຂຽນເມື່ອ: ສ.ຫ.. 3, 2008
| ມີ
22 ຄຳເຫັນ
ແລະ
0 trackback(s)
ການແບ່ງອາຍຸຄົນເຮົາ ນັບແຕ່ມື້ລອດຕີນສີ້ນແມ່ອອກມາ ຈົນຮອດມື້ກະດູກເຂົ້າຫມໍ້ນັ້ນ ຈັດກັນໂດຍສອດຄ່ອງ ກັບເປົ້າຫມາຍຂອງຂະແຫນງການ ຫລື ວິຊາການທີ່ກ່ຽວຂ້ອງ ເຊັ່ນ: ໃນເບື້ອງຈິດຕະວິທະຍານັ້ນຈະເນັ້ນໄລຍະການປ່ຽນ ແປງຂອງຮ່າງກາຍທີ່ກະທົບໃສ່ທາງດ້ານຈິດໃຈ ໃນເບື້ອງແຮງງານນັ້ນເພິ່ນເນັ້ນສະພາບຕຽມພ້ອມທາງດ້ານກຳລັງວັງ ຊາຂອງຮ່າງກາຍ ເບື້ອງສາດສະຫນາກໍມີມຸມມອງສະເພາະໃນການແບ່ງໄວຂອງຄົນເຮົາ. ແຕ່ໃນບົດນີ້ຂໍສະເຫນີວິທີທີ່ເຖົ້າບູຮານລາວເຮົາແບ່ງໄລຍະອາຍຸຂອງຄົນເຮົາ ຊຶ່ງມີຢູ່ 4 ໄລຍະ ສຳລັບສ່ວນຕົວ ແລ້ວ ຂ້າພະເຈົ້າເຫັນວ່າຖືກຕ້ອງ ຄ່ອງກັບສັງຄົມລາວອີ່ຫລີ ຄື: ໄລຍະທີຫນຶ່ງຂອງຊີວິດ ເອີ້ນວ່າ "ໄວເພິ່ງ" ເຖົ້າແກ່ບູຮານ ບໍ່ໄດ້ກຳນົດອາຍຸໄວ້ຢ່າງຂາດຕົວວ່າ ແຕ່ປີໃດຫາປີໃດ ມີແຕ່ບອກວ່າ ນັບແຕ່ມື້ເກີດຈົນຮອດໄລຍະຄົນເຮົາຢູ່ໃນເກນສອນ ບ່າວ-ສອນສາວ ໃນຍ່ານນີ້ຂອງຊີວິດຄົນເຮົາຍັງບໍ່ສາມາດກຸ້ມຕົນເອງໄດ້ ຈຳເປັນຕ້ອງໄດ້ "ເພິ່ງ ເຊັ່ນເພິ່ງພໍ່ເພິ່ງແມ່ ເພິ່ງ ສັງຄົມ 100% ນັບແຕ່ປັດໄຈ 4 (ອາຫານ ເຄື່ອງນຸ່ງຫົ່ມ ທີ່ພັກພາອາໄສ ແລະ ຢາປົວພະຍາດ) ກໍຄືຄວາມຮູ້ຄວາມສາມາດ ແລະ ບົດຮຽນໃນຊີວິດ. ໄລຍະທີສອງຂອງຊີວິດ ເອີ້ນວ່າ "ໄວພົບ" ຊຶ່ງເລີ່ມແຕ່ໄວບ່າວ-ໄວສາວ ສັງຄົມປັດຈຸບັນເອີ້ນໄວນີ້ວ່າ "ໄວຫນຸ່ມ" ຍ່ານນີ້ຂອງຊີວິດເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນ ຢາກທົດລອງແນວໃຫມ່ໆແປກໆ ຢາກພົບປະຫມູ່ຄູ່ ນອກນັ້ນ "ໄວ ພົບ" ຍັງແມ່ນໄວຮັກ ດັ່ງນັ້ນ ມັນຈຶ່ງເຕັມໄປດ້ວຍການ "ພົບ". ຍ່ານທີສາມຂອງຊີວິດ ເອີ້ນວ່າ "ໄວພັກ" ໄວນີ້ແມ່ນໄວຄົນເຮົາມີຄອບມີຄົວ ໄວເປັນພໍ່ເປັນແມ່ ດັ່ງນັ້ນ ຈະ "ພົບ" ອີກຄືເກົ່າແມ່ນບໍ່ໄດ້ອີກແລ້ວ ເພາະຕ້ອງໄດ້ກໍ່ຮ່າງສ້າງຕົວ ເບິ່ງແຍງອົບຮົມສັ່ງສອນລູກເຕົ້າ ທັງຮັບປະກັນສະຫວັດດີພາບ ຂອງຄອບຄົວ. ໄລຍະສຸດທ້າຍຂອງຊີວິດ ເອີ້ນວ່າ "ໄວພາກ" ຊຶ່ງແມ່ນໄລຍະທີ່ຄົນເຮົາ "ຢືນໃກ້ຝັ່ງ-ນັ່ງໃກ້ຫ້ວຍ" ແມ່ນໄວຊະລາ ຊຶ່ງມີແຕ່ຈະຂຸລົ່ນໄປຕາມການເວລາ. ຂ້າພະເຈົ້າວ່າ ການແບ່ງໄລຍະຊີວິດແບບບູຮານລາວນີ້ເຫມາະສົມ ແລະ ເຂົ້າກັນໄດ້ກັບຕຳລາສະໄຫມໃຫມ່.
|
|
|