ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2014 | ມີ 1 ຄຳເຫັນ ແລະ 0 trackback(s)

ດາວທຽມ ” ໄບໂອແມສ ” ເພື່ອສຳຫຼວດປ່າໄມ້ຂອງໂລກ ຈະຖືກປ່ອຍຂຶ້ນອາວະກາດ ໃນປີ 2020

ອົງການອາວະກາດແຫ່ງເອີລົບ (ESA) ກຳລັງກະກຽມເພື່ອຈັດສົ່ງດາວດຽວ ສຳລັບໃຊ້ເພື່ອສຳຫຼວດໂລກ

ຂຶ້ນສູ່ວົງໂຄຈອນ ໃນປີ 2020 ທີ່ຈະມາເຖິງນີ້ ເພື່ອເຮັດໜ້າທີ່ສຳຫຼວດ ແລະ ຈັດສ້າງແຜນທີ່ປ່າໄມ້ ຂອງ

ໂລກທັງໜ່ວຍໃຫ້ລະອຽດ ແລະ ຄົບຖ້ວນໃຫ້ຫຼາຍທີ່ສຸດ.

 

tec02270656p1

(ພາບປະກອບ)

 

ດາວທຽມນີ້ ຖືກຂະໜານນາມວ່າ ” ໄບໂອແມສ ” ເຊິ່ງຈະເປັນດາວທຽມຕິດຕັ້ງ ຣາດາວິຖີໄກ ທີ່ສາມາດ

ຍິງສັນຍານທະລຸເມກໜາໆ ລົງມາເພື່ອສຳຫຼວດ ແລະ ເກັບກຳຂໍ້ມູນພື້ນທີ່ປ່າໄມ້ ເຊິ່ງຄົນເຮົາບໍ່ສາມາດ

ທີ່ຈະເຂົ້າໄປສຳຫຼວດທາງພາກພື້ນດິນໄດ້ ຢ່າງເຊັ່ນພື້ນທີ່ປ່າຕຶບ ບໍຣຽນ ໃນຣັດເຊຍ ຫຼື ພື້ນທີ່ປ່າຝົນອະ

ເມຊອນ ໃນອາເມລິກາໃຕ້ ດັ່ງນີ້ເປັນຕົ້ນ.  ຂໍ້ມູນທີ່ໄດ້ຈະນຳມາໃຊ້ເປັນຖານຂໍ້ມູນ ໃນການສ້າງແຜນທີ່

3 ມິຕິ ຂອງພື້ນທີ່ປ່າຢ່າງລະອຽດ ແລະ ຄົບຖ້ວນ ສຳລັບນັກວິໄຈ ເພື່ອໃຊ້ໃນການວັດແທກປະລິມານ

ກາກບອນ ທີ່ກັກເອົາໄວ້ໃນພື້ນທີ່ປ່າເຫຼົ່ານັ້ນ ເຮັດໃຫ້ເຮົາສາມາດເຂົ້າໃຈໄດ້ຫຼາຍຂຶ້ນວ່າ ການຕັດໄມ້ທຳ

ລາຍປ່າ ຈະສ້າງຄວາມເສຍຫາຍ ໃຫ້ກັບການປ່ຽນແປງພູມອາກາດໂລກຄືແນວໃດ ເຊິ່ງຈະຊ່ວຍໃຫ້ການ

ກຳນົດພື້ນທີ່ສຳລັບການປູກປ່າ, ການຟື້ນຟູສະພາບປ່າ ເພື່ອເຮັດໃຫ້ພາລະໂລກຮ້ອນໄດ້ຊະລໍຕົວລົງ

ຢ່າງມີປະສິດທິພາບຫຼາຍຂຶ້ນ.

 

ທ່ານ ແຮັງ ຊູກາດ ນັກວິທະຍາສາດສິ່ງແວດລ້ອມ ຈາກມະຫາວິທະຍາໄລເວີຈິເນຍ ສະຫະລັດອາເມລິກາ

ເຊິ່ງເປັນໜຶ່ງໃນຄະນະກຳມະການທີ່ປຶກສາໂຄງການດັ່ງກ່າວ ເຊື່ອວ່າໂຄງການມູນຄ່າ 525 ລ້ານໂດລານີ້

ຈະຍັງເປັນປະໂຫຍດທີ່ຫາຄ່າບໍ່ໄດ້ ໃນທາງການກຳນົດນະໂຍບາຍເພື່ອສິ່ງແວດລ້ອມໂລກ ກ່ຽວກັບວັດ

ທະຈັກກາກບອນ ແລະ ສະພາວະໂລກຮ້ອນນັ້ນເອງ.

credit ຂ່າວ: http://www.laopost.com/

 

ທ່ານສາມາດອ່ານຂ່າວວິທະຍາສາດ ແລະ ເທັກໂນໂລຢີ ທີ່ເປັນພາສາລາວໄດ້ທີ່ນີ້:

http://laoscience-it.blogspot.com/2014/07/2020.html

ບ໊ອກຂ້າພະເຈົ້າເອງ

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

ມາອັບເດດລີ້ງ ໄດ້ຍິນບາງຄົນວ່າໂຫລດບໍ່ໄດ້..... ອັບເດດໃຫ້ແລ້ວເດີ

 

ຕາມຫົວຂໍ້ເລີຍສຳລັບທ່ານທີ່ມັກອ່ານນິຍາຍກ່ຽວກັບການທ່ຽວປ່າ, ລ່າສັດທີ່ເປັນພາສາໄທ ທ່ານສາມາດດາວໂຫລດລົງຄອມ ຫລື ມືຖືຂອງທ່ານໄວ້ອ່ານເພີນໆໄດ້ເລີຍຕາມລີ້ງລຸ່ມນີ້:

ໂດຍຂົ້າພະເຈົ້າຈະແຈກຢາຍເທື່ອລະ 2 ຕອນ ຫລື ສອງຫົວທ່ານສາມາດຕິດຕາມໄດ້ຕາມ 

ບ໊ອກເກີນີ້.:

http://laoscience-it.blogspot.com/

 

1. ເລື່ອງທຳອິດ: 

 

ອ້າຍເກ ແລະ ງາດຳ : ໂດຍ ນ້ອຍອິນທະນົນ 

 

ຫນ້າປົກ:

 

ລິ້ງດາວໂຫລດ: 

 

http://s000.tinyupload.com/?file_id=23994106345616266710

http://www.megafileupload.com/en/file/541089/1---------------------------------------------------------------------------pdf.html

 

2. ເລື່ອງທີ 2: 

 

ຫນ້າປົກ: 

 

 

 

ລີ້ງດາວໂຫລດ:

 

http://s000.tinyupload.com/?file_id=89060509133309640616

http://www.megafileupload.com/en/file/541090/2---------------------------------------------------------------------------------------------------------------------pdf.html

ຫວັງວ່າຄົງຖືກໃຈທ່ານຜູ້ທີ່ມັກອ່ານເລື່ອງລາວກ່ຽວກັບການເຂົ້າປ່າລ່າສັດ ຂໍໃຫ້ມ່ວນໆກັບການອ່ານ..

ວິຊາການເຫີ່ຍໆ....

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ເມື່ອກ່ອນມີຊາຍຂໍທານຄົນຫນື່ງ ມັກເລາະທ່ຽວຂໍທານກິນນຳຊາວບ້ານໄປວັນໆ ແຕ່ນິໃສຂອງຂໍ ທານຜູ້ນີ້ແມ່ນລາວຈະຂໍພຽງແຕ່ພໍໄດ້ກິນເທົ່ານັ້ນ ບໍ່ຂໍເກີນນັ້ນ, ມີມື້ໜື່ງລາວຂໍເລາະຂໍທານຈົນ ຫມົດມື້ກໍ່ບໍ່ໄດ້ຫຍັງ, ລາວຈິ່ງເຂົ້າໄປໃນຫມູ່ບ້ານແຫ່ງນື່ງ, ຫມູ່ບ້ານນີ້ມີເສດຖີທີ່ ຊ່າລືກັນວ່າເປັນ ຄົນໃຈດີ ແລະ ບໍ່ປະຕິເສດທີ່ຈະຊ່ວຍເຫລືອຄົນ. ຊາຍຂໍທານຈິ່ງເຂົ້າໄປບ້ານຫລັງນັ້ນເພື່ອຈະຂໍ ເງິນຊື້ເຂົ້າກິນຈັກ ພັນ, ສອງພັນກີບ ເມື່ອໄປຮອດບ້ານຫລັງນັ້ນ ຂໍທານກໍ່ໄດ້ພົບກັບຄົນໃຊ້ ຂໍທານຈິ່ງບອກຈູດປະສົງທີ່ລາວມາ, ຄົນໃຊ້ບອກວ່າ ທ່ານເສດຖີຍັງຄາບູຊາທີ່ຫ້ອງໄຫວ້ພະ, ໃຫ້ຊໍທານ ໄປຖ້າຢູ່ຫ້ອງໄຫວ້ພະ ແລະ ໄປຂໍນຳທ່ານເສດຖີເອງ. ເມື່ອຂໍທານໄປຮອດຫນ້າຫ້ອງ ໄຫວ້ພະ ຮອດໄດ້ຍີນເສດດຖີອະທິຖານວ່າ: “ ສາທຸ ຂໍໃຫ້ຂ້າພະເຈົ້າລ້ຳລວຍກວ່ານີ້, ໃຫ້ມີເງິນ ເປັນໂກດເປັນແສນເດີ ສາທຸ ສາທຸ,” ເມື່ອຂໍທານໄດ້ຍິນແນວ ກໍ່ຮູ້ສຶກຜິດຫວັງ ແລະ ຈະຍ່າງ ອອກຈາກເຮືອນເສດຖີ, ເຊີ່ງເສດຖີກໍ່ກຳລັງອອກຈາກຫ້ອງພໍດີ ເສດຖີເຫັນຂໍທານກຳລັງຈະ ໄປຈີ່ງໄດ້ຮ້ອງຖາມວ່າ: ເອົ້າ ຂໍທານ ຊິໄປໃສລະ ເຈົ້າເຂົ້າມານີ້ສະແດງວ່າເຈົ້າ ຕ້ອງການ ຂໍຫຍັງຂ້າພະເຈົ້າ ບໍ່ແມ່ນຫວະ ? ເຈົ້າຢາກຊໍຫຍັງ ລອງເວົ້າມາເບີ່ງຕິ . ຂໍທານ ກໍຕອບແບບສີ ເມື່ອຍໆວ່າ: ທ່ານ ເສດຖີເອີຍ ຜູ້ຂ້າຕັ້ງໃຈຈະມາຂໍເງິນທ່ານຈັກພັນ ສອງພັນກີບເພື່ອຊື້ເຂົ້າກິນນີ້ ແລ້ວ ແຕ່ເມື່ອໄດ້ຍິນທ່ານຂໍພອນໃນຫ້ອງແລ້ວ ຜູ້ຂ້າຈິງຮູ້ວ່າ: ຍັງມີຂໍທານທີ່ຍິ່ງໃຫຍ່ກວ່າຂ້າພະ ເຈົ້າອີກຫລາຍເທົ່າ. ຂ້າພະເຈົ້າບໍ່ເອົາເງິນນຳ ຂໍທານນຳກັນດອກ ໄປກ່ອນເດີ.ທານເສດຖີໂຂກດີ ສົມພອນປາດຖະຫນາ.  ເສດຖີ ?????

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ຕາມຮູບເລີຍທ່ານ ເຫັນແລ້ວທ່ານຮູ້ສຶກຢາກອ່ານຢູ່ບໍ ? ສຳລັບຂ້າພະເຈົ້າຢູ່ຫ້ອງການເຊົ່າຫນັງສືພິມນີ້

ຫາກໍ່ມາສົ່ງວ່າງເຊົ້ານິ ເຫັນຫນ້າທຳອິດແລ້ວຂ້າພະເຈົ້າກະວາງລົງທັນທີເລີຍ ເພາະຮູ້ແລ້ວວ່າຈະເວົ້າຫຍັງ

ປານໃດຊິອັບເດດເດ ? ເຫັນແຕ່ຕອນປ່ຽນຈາກຂາວດຳມາເປັນສີ ຮູບແບບເນື້ອຫາກະຍັງຄືເກົ່າ

 

ວິຊາການເຫີ່ຍໆ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ຫລັງຈາກທີ່ຫ່າງຫາຍໄປດົນເລື່ອງນີ້ ເຊົາເມື່ອຍລະມາຂຽນຕໍ່

ສຳລັບຜູ້ທີ່ບໍທັນໄດ້ອ່ານບົດກ່ອນໆນັ້ນກະລຸນາກັບໄປກ່ອນຕາມລິ້ງນີ້:

http://punlao.com/Laotai/diary/22339/

 

ບາດນີ້ຫລັງຈາກທີ່ເຮົາແຕ້ມແຜນທີ່ແລ້ວເຮົາສາມາດຄິດໄລ່ເນື້ອທີ່ຕາມວິທີລຸ່ມນີ້

 

 

ສຳລັບເຄື່ອງມື Xtools ສາມາດດາວໂຫລດໄດ້ຕາມລິ້ງລຸ່ມນີ້

http://laoupload.com/AMCV9VLT7YE1/xtoolsmh.avx.html

 

ໄປລະບາດນິບ່າຍໆ

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 18, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ຖ້າໃຜຍັງບໍ່ທັນອ່ານບົດກ່ອນສາມາດອ່ານໄດ້ຕາມລິ້ງລຸ່ມນີ້:

 

http://punlao.com/Laotai/diary/22074/

 

http://punlao.com/Laotai/diary/22234/

 

http://punlao.com/Laotai/diary/22253/

 

ແລ້ວຈິ່ງມາອ່ານບົດນີ້ ຈັກຫນ່ອຍຊິງົງ

ແລະ ສຳລັບໄຟລຕົວຢ່າງເພື່ອເຝິກແອບແຕ້ມຕາມລິ້ງລຸ່ມນີ້:

[URL=http://laoupload.com/DFV53GM00L58/Namkong.rar.html]Namkong.rar - 12.5 Kb[/URL] 


http://laoupload.com/DFV53GM00L58/Namkong.rar.html

 

 

 

 

  

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

 ຖ້າໃຜບໍ່ທັນໄດ້ອ່ານບົດກ່ອນໆ ສາມາດອ່ານໄດ້ຕາມລິ້ງລຸ່ມນີ້:

 

http://punlao.com/Laotai/diary/22234/

 

http://punlao.com/Laotai/diary/22074/

ອ່ານແລ້ວມາຕໍ່ກັນເລີຍ ມາເທື່ອນີ້ເຮັດເປັນຮູບພາບມາເອົາມັນຈິ່ງງ່າຍ

 

 

 

ວິຊາການເຫີ່ຍໆ

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

  ກະທູ້ນີມີສາລະ: ຕອນ : ຄວາມຮູ້ພື້ນຖານດ້ານ GIS ແລະ GPS ບົດທີ 1
(ຕໍ່)
ຖ້າໃຜຍັງບໍ່ທັນໄດ້ອ່ານບົດກ່ອນຫນ້ານີ້ກະລຸນາກັບໄປອ່ານຕາມລີ້ງລຸ່ມນີ້ຈັກຫນ່ອຍຊິມາຈົ່ມວ່າຫມໍນີ້ຂຽນເລື່ອງຫຍັງ

http://punlao.com/Laotai/diary/22074/

  and


http://www.facebook.com/profile.php?id=100002679026919


3. ອົງປະກອບຂອງ GIS
- GIS ມີອົງປະກອບຫລັກຢູ່ 3 ຢ່າງຄື:
1. ບຸກຄະລາຄອນ GIS : ຫມາຍເຖິງຄົນຄືຫມູ່ເຮົາເຈົ້າຂ້ອຍນີ້ລະພຽງແຕ່ຕ້ອງມີຄວາມຮູ້ດ້ານ GIS ແລະ ສາມາດ ນຳໃຊ້ຊອບແວດ້ານ GIS ໄດ້, ສຳລັບຄົນທີ່ຫລີ້ນເປັນແຕ່ເຟສບຸກ, ພັນລາວ ແລະ ອ່ານເວັບນ້ຳເນົ້່າໄປວັນໆ ຄົງໃຊ້ບໍ່ໄດ້
2. Hardware : ຮາດແວ: ໃນນີ້ຫມາຍເຖິງເຄື່ອງຄອມພິວເຕີທີ່ຈະທຳຫນ້າທີ່ຈັດເກັບ ແລະ ວິເຄາະ ແລະ ສະແດງຂໍ້ມູນ
3. Software: ຊອບແວ: ຫມາຍເຖິງໂປຣແກຣມດ້ານ GIS ທີ່ຈະຫນ້າທີ່ອ່ານ, ວິເຄາະ, ແລະ ສະແດງຂໍ້ມູນ
ເຊັ່ນດຽວກັບຂ້າງເທິງ, ມີຫລາຍໂປຣແກມທີ່ໃຊ້ທາງດ້ານນີ້ເຊັ່ນ: ArcMap, ArcViewGIS, MapInfo, EDASS Imagin, QGIS ແລະ ອື່ນໆ ຢາກໄດ້ຫາໂຫລດຕາມເວັບບໍ່ອຶດ
ຈາກນັ້ນຍັງມີປັດໃຈອື່ນອີກທີ່ກ່ຽວຂ້ອງຄື: Data (ຂໍ້ມູນ) ແລະ (Method) ວິທີການ ສອງອັນນີ້ມັກຈະມາຈາກອົງປະກອບທີ 1
4. ປະເພດຂອງຂໍ້ມູນທີໃຊ້ໃນ GIS
ຂ້າພະເຈົ້າຈະຫຍໍ້ສະເພາະປະເພດຂອງຂໍ້ມູນທີ່ນຳໃຊ້ໃນ GIS ເພື່ອງ່າຍສຳລັບຜູ້ຮຽນຮູ້ໃຫມ່
ປະເພດຂໍ່ມູນທີ່ນຳໃຊ້ໃນ GIS ມີຢູ່ 3 ແບບ:
- Polygon: ຂໍ້ມູນຮູບເລຂາຄະນິດ:ເປັນຮູບວົງປິດເຊັ່ນ: ຮູບ 3 ລ່ຽມ, 4 ລ່ຽມ, …. ຈົນຮອດວົງມົນ ຂໍ້ມູນປະເພດນີ້ຈະເປັນຕົວແທນໃຫ້ຂໍ້ມູນທີມີລັກສະນະເປັນເນື້ອທີ່, ມີລວງຍາວ, ກວ້າງ ແລະ ລວງ ຮອບ ເຊັນ: ໜອງ, ຕອນດິນ, ເນື້ຶອທີ່ປ່າສະ ຫງວນ 


- Polyline: ຂໍ້ມູນເປັນເສັ້ນ: ມີລວງຍາວ, ຫລື ໄລຍະຫ່າງ: ເປັນຕົວແທນໃຫ້ຂໍ້ມູນທີີມີລັກສະນະເປັນ ເສັ້ນເຊັ່ນ: ເສັ້ນທາງ, ສາຍນ້ຳ


- Point: ຂໍ້ມູນຈຸດ: ເປັນຕົວແທນໃຫ້ຂໍ້ມູນທີມີລັກສະນະທີ່ຕັ້ງເຊັ່ນ: ທີ່ຕັ້ງຂອງບ້ານ, ຈຸດທີ່ຕັ້ງສຸກສາລາ, ທີ່ຕັ້ງຫ້ອງການເມືອງແຂວງເປັນຕົ້ນ:


ທັງ 3 ຂໍ້ມູນທີ່ກ່າວມານັນເປັນພື້ນຖານຂອງ GIS ນອກຈາກນັ້ນຍັງມີຂໍ້ມູນປະເພດອື່ນອີກທີ່ໃຊ້ຂັ້ນສູງ
ເຊັ່ນ: Image, Grid Data ຂ້າພະເຈົາບໍ່ທັນເວົາເຖິງຂໍ້ມູນເຫລົ່ານີ້ເພາະຈະສັບສົນສຳລັບຜູ້ຮຽນ ຮູ້ໃຫມ່ ເອົາເປັນວ່າຮູ້ຈັກໃຊ້ 3 ອັນຂ້າງເທິງນັ້ນກ່ອນ
ຫລັງຈາກທີ່ທ່ານຮູ້ຈັກອົງປະກອບຫລັກ ແລະ ປະເພດຂໍ້ມູນທີໃຊ້ໃນ GIS ແລ້ວຕໍ່ໄປຈະເປັນການນຳໃຊ້ ໂປແກມ GIS ຕົວຈິງເລິ່ມຈາກການແຕ້ມແຜນທີ່ແບບງ່າຍໆ, ການນຳເຂົ້າຂໍ້ມູນ, ການແທກເນື້ອທີ່, ລວງ 
ຍາວ, ລວງກວ້າງ, ການປ້ອນນຳເຂົ້າ ແລະ ປ້ອນຈຸດພິກັດຈາກ GPS ແລະ ການໃຊ້ຂັ້ນພື້ນຖານອື່ນໆ
ໂດຍໃນນີ້ຂ້າພະເຈົ້າຈະໃຊ້ ໂປແກຣມ : ArcViewGIS ໃນການສາທິດເຊິ່ງກໍ່ສາມາດນຳໄປປະຍຸກໃຊ້ໃນ
ໂປແກຣມອື່ນໆໄດ້ ເພາະມີລັກສະນະຄ້າຍກັນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 1. GIS ແມ່ນຫຍັງຫວະ ?

GIS : Geographic Infomation System ແມ່ນຫມາຍເຖິງລະບົບທີ່ສະແດງຂໍ້ມູນທາງດ້ານພູມສາດ, ຫລື ຂໍ້ມູນອື່ນໆເທິງຫນ້າໂລກເຊັ່ນ: ປ່າໄມ້, ພື້ນທີ່ປຸກສ້າງ, ນາ, ເສັ້ນທາງ, ສາຍນ້ຳ, ຂອບເຂດແຂວງ, ເມືອງ, ແລະ ອື່ນໆ ໂດຍປົກກະຕິແລ້ວຂໍ້ມູນທີ່ໃຊ້ໃນ GIS ມັກຈະເປັນຂໍ້ມູນທີ່ມີຄວາມສຳພັນກັບພື້ນທີ່ໃດຫນື່ງເຊິ່ງເອີ້ນວ່າ: ຂໍມູນສຳພັນກັບພື້ນທີ່ (spatial Data), ແລະ ຂໍ້ມນູ ລັກສະນະ (Attribute Data) ເພື່ອຄວາມເຂົ້າໃຈຕື່ມກ່ຽວກັບ 2 ຂໍ້ມູນທີ່ກ່າວມາຂ້າພະເຈົ້າຈະຍົກຕົວຢ່າງດັ່ງນີ້:
- Spatial Data = ຂໍ້ມູນເຊິງພື້ນທີ່, ຕົວຢ່າງ: ປ່າສະຫງວນເຊປຽນ, ທີ່ຕັ້ງບ້ານ ນາເລົ່າ, ນຳເຊບັ້ງຫຽງ, ຂອບເຂດນະຄອນຫລວງວຽງຈັນ

-  Attribute Data = ຂໍ້ມູນລັກສະນະ, ຕົວຢ່າງ: ປ່າໂຄກ, ບ້ານ, ຈຳນວນປະຊາກອນ, ເນື້ອທີ່

ຈະສັງເກດເຫັນວ່າຂໍ້ມູນເຊິງພື້ນທີ່ຈະສະແດງທີ່ຕັ້ງຂອງຂໍ້ມູນ ແລະ ຂໍ້ມູນທຳມະດາຈະສະແດງຄ່າຂອງຂອງຂໍ້ມູນເຊິງພື້ນທີ່

 

2. ແລ້ວຊິຮູ້ເລື່ອງ GIS ໄປເຮັດຫຍັງ ?

ຄຳຕອບທຳອິດທີ່ງ່າຍໆກໍ່ຄືເມື່ອທ່ານຮູ້ແລ້ວ ຈະຊ່ອຍເພີ່ມເປີເຊັນຄວາມສະຫລາດຂອງທ່ານຂື້ນບໍ່ຫລາຍກໍ່ຫນ້ອຍ: 

ທີ່ຈິງແລ້ວ GIS ເປັນສິ່ງທີ່ສຳຄັນ ແລະ ໃຊ້ວາງແຜນກ່ຽວກັບວຽກງານຕ່າງໆໄດ້ຢ່າງມີປະສິດຕິພາບ ແລະ ໃຊ້ໄດ້ເກືອບທຸກຂົງເຂດວຽກງານເຊັ່ນ: ການວາງແຜນນຳໃຊ້ທີ່ດິນ, ການສ້າງລະບົບ

ໂຄງການລ່າງພື້ນຖານ, ສາທາລະນະສຸກ,ການຄົມມະນາຄົມ,  ການອະນຸລັກຊັບພະຍາກອນທຳມະຊາດ ແລະ ອື່ນໆອີກຢ່າງຫລວງຫລາຍ ໃຫ້ທ່ານລອງຄິດເບິ່ງວ່າຖ້າທ່ານຕ້ອງເຮັດວຽກວາງ

ແຜນອັນໃດຫນື່ງເຊັ່ນ: ການຄຸ້ມຄອງປ່າສະຫງວນເປັນຕົ້ນ ຖ້າທ່ານບໍ່ມີຂໍ້ມູນດ້ານ GIS ທ່ານຈະບໍ່ສາມາດວາງຫຍັງໄດ້ຢ່າງມີປະສິດຕິພາບເລີຍ

 

 

ບົດຕໍ່ໄປແມ່ນອົງປະກອບຂອງ GIS ເຊົາຄ້ານແລ້ວຊິມາພິມໃຫ້ອ່ານຕໍ່ເດີ

ວິຊາການເຫີ່ຍໆ