ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

1 ຄາຖາຂອງຄົນເຮັດວຽກຂັ້ນທຳອິດ

ອາດຈະມີ...ເຊັງໄປແດ່...ໃນບາງທີ

ອາດຈະມີ...ເບື່ອກັນແດ່...ໃນບາງຫົນ

ອາດຈະມີ...ເໝັນຂີ້ໜ້າ...ກັບບາງຄົນ  ( ບໍ່ຮູ້ຄືກັນວ່າແມ່ນໃຜ )

ພະຍາຍາມທົນ  ເຮັດວຽກໄປເພາະໄດ້ເງິນ

2 ຄາຖາປ່ອຍວາງ

ກູວ່າແລ້ວໃນໂລກນີ້ມີປັນຫາ

ເຂົາບໍ່ດ່າ...ກໍ່ຍ້ອງຍໍ...ຫຼືເສີຍໆ

ສາມປະເພດທີ່ວ່ານີ້ບໍ່ປ່ຽນເລີຍ

ຈົ່ງວາງເສີຍໃຜຖືສາເປັນບ້າຕາຍ

3 ຄຳສອນຂອງພະພຸດທະເຈົ້າ

ຢ່າໄປຄິດວ່າ   ຄົນອື່ນ   ເໜືອກວ່າເຮົາ  ເພາະຈະເຮັດໃຫ້ເກີດປົມດ້ອຍ

ຢ່າໄປຄິດວ່າ   ຄົນອື່ນ   ຕໍ່າກວ່າເຮົາ   ເພາະຈະເຮັດໃຫ້ເກີດຊ່ອງວ່າງ

ຢ່າໄປຄິດວ່າ   ຄົນອື່ນ   ສະເໝີເທົ່າເຮົາ   ເພາະຈະເຮັດໃຫ້ເກີດການແຂ່ງຂັນ ຊິງດີຊິງເດັ່ນ

ຈົ່ງຄິດສະເໝີວ່າ   ຄົນອື່ນທຸກຄົນ  ເປັນໝູ່ຮ່ວມທຸກ   ເກີດ, ແກ່. ເຈັບ, ຕາຍ ນຳກັນທັງໝົດ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ເມື່ອຂ້ອຍຍັງບໍ່ເລີ່ມເຣັດວຽກ           ຂ້ອຍຄືຄົນຂີ້ຄ້ານ

ເມື່ອນາຍຍັງບໍ່ເລີ່ມເຣັດວຽກ           ເຂົາມີວຽກອື່ນຫຼາຍ

ເມື່ອວຽກຂອງຂ້ອຍຕ້ອງໃຊເວລາ     ຂ້ອຍກາຍເປັນຄົນເຊື່ອງຊ້າ

ເມື່ອເຈົ້ານາຍເຣັດວຽກຊ້າ              ເຂົາເປັນຄົນລະອຽດລອບຄອບ

ເມື່ອຂ້ອຍເຣັດວຽກທີ່ບໍ່ໄດ້ຣັບຄຳສັ່ງ  ຂ້ອຍກ້າວກ່າຍໜ້າທີ່

ເມື່ອເຈົ້ານາຍເຣັດຄືກັນ                  ມັນກັບກາຍເປັນຄວາມຄິດລິເລີ່ມ

ເມື່ອຂ້ອຍຢືນຢັດຄັດຄ້ານ                  ຂ້ອຍກາຍເປັນຄົນໂງ່

ເມື່ອເຈົ້ານາຍຖຽງ                         ເຂົາກຳລັງເປັນຜູ້ເຂັ້ມແຂງ

ເມື່ອຂ້ອຍບໍ່ລະວັງມາລະຍາດ           ຂ້ອຍຄືຄົນຍາບຄາຍ

ເມື່ອເຈົ້ານາຍບໍ່ມີມາລະຍາດ          ມັນຄືບຸກຄະລິກຂອງເຂົາ

ເມື່ອຂ້ອຍເອົາໃຈຜູ້ໃຫຍ່                 ຂ້ອຍກາຍເປັນໂຕຕະຫຼົກ

ເມື່ອເຈົ້ານາຍລຽຍຜູ້ໃຫຍ່               ນັ້ນຄືການມີມະນຸດສຳພັນ

ເມື່ອຂ້ອຍເຣັດວຽກກ້າວໜ້າ          ຖືວ່າເປັນຄວາມພາກພຽນ

ເມື່ອຂ້ອຍເຣັດວຽກພາດ               ຂ້ອຍຄືຄົນບໍ່ລະອຽດ

ເມື່ອເຈົ້ານາຍເຣັດຜິດ                 ເຂົາຖືເປັນປະສົບການ

ເມື່ອຂ້ອຍລືມເຣັດບາງສີ່ງ            ຂ້ອຍເປັນຜູ້ປະລະໜ້າທີ່

ເມື່ອເຈົ້ານ່າຍເອີໆ                    ຕ້ອງທຳໃຈວ່າເຂົາມີວຽກລົ້ນມື