ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

1 ຄາຖາຂອງຄົນເຮັດວຽກຂັ້ນທຳອິດ

ອາດຈະມີ...ເຊັງໄປແດ່...ໃນບາງທີ

ອາດຈະມີ...ເບື່ອກັນແດ່...ໃນບາງຫົນ

ອາດຈະມີ...ເໝັນຂີ້ໜ້າ...ກັບບາງຄົນ  ( ບໍ່ຮູ້ຄືກັນວ່າແມ່ນໃຜ )

ພະຍາຍາມທົນ  ເຮັດວຽກໄປເພາະໄດ້ເງິນ

2 ຄາຖາປ່ອຍວາງ

ກູວ່າແລ້ວໃນໂລກນີ້ມີປັນຫາ

ເຂົາບໍ່ດ່າ...ກໍ່ຍ້ອງຍໍ...ຫຼືເສີຍໆ

ສາມປະເພດທີ່ວ່ານີ້ບໍ່ປ່ຽນເລີຍ

ຈົ່ງວາງເສີຍໃຜຖືສາເປັນບ້າຕາຍ

3 ຄຳສອນຂອງພະພຸດທະເຈົ້າ

ຢ່າໄປຄິດວ່າ   ຄົນອື່ນ   ເໜືອກວ່າເຮົາ  ເພາະຈະເຮັດໃຫ້ເກີດປົມດ້ອຍ

ຢ່າໄປຄິດວ່າ   ຄົນອື່ນ   ຕໍ່າກວ່າເຮົາ   ເພາະຈະເຮັດໃຫ້ເກີດຊ່ອງວ່າງ

ຢ່າໄປຄິດວ່າ   ຄົນອື່ນ   ສະເໝີເທົ່າເຮົາ   ເພາະຈະເຮັດໃຫ້ເກີດການແຂ່ງຂັນ ຊິງດີຊິງເດັ່ນ

ຈົ່ງຄິດສະເໝີວ່າ   ຄົນອື່ນທຸກຄົນ  ເປັນໝູ່ຮ່ວມທຸກ   ເກີດ, ແກ່. ເຈັບ, ຕາຍ ນຳກັນທັງໝົດ

Delicious Digg Fark Twitter