ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຈູບໜ້າຜາກ

ເຈົ້າເປັນຄົນທີ່ມີອາລົມຮຸນແຮງ ແຕ່ເປັນຄົນມັກສັນຕິ

ມັກໃຫ້ອະໄພກັບຄົນອື່ນ ແລະ ຕ້ອງການຄວາມນັບຖືຈາກຜູ້ອື່ນ

ມີຄວາມສາມາດພິເສດໃນການສະແດງອອກເປັນຢ່າງດີ

ດັ່ງນັ້ນເຈົ້າຈື່ງສາມາດໃຊ້ຊີວິດທີ່ປະສົບຜົນສຳເລັດໃນສັງຄົມໄດ້

ແລະຄົນອື່ນຈື່ງເບີ່ງເຈົ້າເປັນຄົນທີ່ສຸພາບ ແລະ ສາມາດເຂົ້າໃຈໄດ້

ຈູບເປືອກຕາ

ເຈົ້າເປັນຄົນທີ່ຫົວແຂງທີ່ສຸດ ຜູ້ທີ່ຕ້ອງການທີ່ຈະຮັກຫຼາຍ

ແລະ ເຈົ້າສາມາດທີ່ຈະສະຫຼະທຸກສີ່ງເພື່ອຄວາມຮັກໄດ້

ຄວາມຮັກຂອງເຈົ້າຈື່ງສະແດງອອກໃນຮູບແບບປ່າເຖື່ອນຮຸນແຮງ

ຈູບດັງ

ໃນເລື່ອງຄວາມຮັກ SEX ຄ່ອນຂ້າງທີ່ຈະເປັນສີ່ງຈຳເປັນສຳລັບເຈົ້າ

ເຈົ້າໃຫ້ຄວາມສຳຄັນໃນຄວາມຊືາສັດ ແລະມີຄວາມປາດຖະໜາຢ່າງຮຸນແຮງໃນເລື່ອງຂອງ SEX

ເຈົ້າເປັນຄົນສະໜຸກສະໜານ ແລະ ບໍ່ແມ່ນຄົນອົດທົນ

ຈື່ງເປັນການຍາກທີ່ຈະສ້າງຮາກຖານທີ່ໝັ້ນຄົງໃນອາຊີບຫຼືການດຳເນີນຊີວິດ

ຈູບແກ້ມ

ເຈົ້າໃຫ້ຄວາມສັນຕິພາບຢູ່ເໜືອທຸກສີ່ງທຸກຢ່າງແລະເຼົ່າໝູ່ເພືອນ

ເຈົ້າຍິນດີທີ່ຈະແບ່ງປັນລາງວັນຕ່າງໆໃຫ້ແກ່ໝູ່ເພື່ອນ

ເຈົ້າເປັນຄົນໃຈດີ ບໍ່ເກັບເລື່ອງເລັກໆນ້ອຍໆມາຄິດ

ດັ່ງນັ້ນເຈົ້າຈື່ງເປັນຄົນທີ່ຮັກສາຄວາມຮັກແລະຄວາມມີເມດຕາໄວ້ໄດ້ດົນ

ຈູບຫູ

ເຈົ້າສາມາດເກົກາໃຈຄົນອື່ນໄດ້ຢ່າງເເໝ້ນຍຳ

ເຈົ້າຈື່ງສາມາດເຂົ້າໃຈເລື່ອງລາວຕ່າງໆໄດ້ເປັນຢ່າງດີ

ເຈົ້າເປັນຄົນທີ່ມີອາລົມທີ່ຈະນຶກຄິດແບບມີສ່ວນຮ່ວມກັບຄົນອື່ນໄດ້ເປັນຢ່າງດີ

ເຈົ້າເປັນຄົນທີ່ຍອມເສຍສະຫຼະໃຫ້ຄົນອື່ນຢ່າງງ່າຍ

ເຈົ້າມີການຄວບຄຸມອາລົມໄດ້ເປັນຢ່າງດີ

ຈູບປາກ

ເຈົ້າເປັນຄົນທີ່ມີຄວາມຊື່ສັດຫຼາຍ

ເຈົ້າເປັນຄົນທີ່ມີຫຼັກເກນທາງສີນທຳຢ່າງເຂັ້ມງວດ

ຈູບຄໍ

ເຈົ້າເປັນຄົນທີ່ບໍ່ໄດ້ຝັນເຖິງຄວາມຮັກຊົ່ວນິລັນ ແມ່ນແຕ່ຄວາມຮູ້ສຶກເປັນເຈົ້າຂອງ

ໃນສີ່ງຕ່າງໆຂອງເຈົ້າມີຫຼາຍກໍ່ຕາມ ມັນກໍ່ຈະຈາງຫາຍໄປໃນບໍ່ຊ້າ

ແມ່ນແຕ່ເຈົ້າບໍ່ໄດ້ຮັກກັບຄົນຮັກຂອງເຈົ້າແລ້ວ ແຕ່ເຈົ້າກໍ່ຍັງເຫັນແກ່ໂຕ ຕ້ອງການໃຫ້ຄົນຮັກເກົ່າຂອງເຈົ້າຮັກເຈົ້າຢູ່

ເຈົ້າບໍ່ກະຕືລືລົ້ນໃນການດຳລົງຊີວິດຂອງເຈົ້າເອງ

ແລະ ບໍ່ມີຫຍັງພິເສດສະເພາະເຈາະຈົງໃນບົດບາດທາງເພດ

 

Delicious Digg Fark Twitter