ບຸນຄຸຸນພໍ່-ແມ່
ບຸນຄຸນຂອງແມ່ນີ້ ມີມາກຍິ່ງໜັກໜາ
ບໍ່ອາດພັນລະນາ ສູ່ຟັງໃຫ້ໝົດໄດ້
ແມ່ມີໃຈພຽນລ້ຽງ ຢູ່ໃນຄັນຈົນທ້ອງໃຫຍ່
ນັບເກົ້າເດືອນລ່ວງໄດ້ ເຮົາຈິ່ງໄດ້ເກີດມາ
ເມື່ອເຮົາພົ້ນຈາກທ້ອງ ແມ່ເປັນຫ່ວງເຫຼືອທີ່ສຸດ
ຂໍໃຫ້ບຸດຂອງເຮົາ ຈົ່ງປອດໄພໄດ້ເຫັນໜ້າ
ຄອຍປ້ອນນົມປ້ອນເຂົ້າ ຂອງກິນຜິດແມ່ກໍ່ຢ່າ
ກຽມຢູກຢາເຄື່ອງຫລິ້ນ ຂອງຕ້ອນເຄື່ອງນຸ່ງງາມ
ຍາມລູກໃຫ້ແມ່ກໍ່ໄຫ້ ດ້ວຍໃຈຫ່ວງອາໄລຫາ
ຍາມລູກຫົວເຮຮາ ແມ່ກໍ່ເຮຮາດ້ວຍ
ລູກຖືກເຂົາຕີຂ້າ ແມ່ຟ້າວມາປັດປ້ອງຊ່ວຍ
ຍາມລູກປ່ວຍແມ່ກໍ່ເຝົ້າ ອາໄລເຈົ້າບໍ່ຫ່ວງກິນ
ອົບຮົມນິດໃສໃຫ້ ຕັ້ງແຕ່ອ່ອນເຍົາໄວ
ໃຫ້ມີໃຈອົດທົນ ຕໍ່ການງານບໍ່ສູນສີ້ນ
ສອນວຽກການງານໃຫ້ ໜັກຫລືເບົາບໍ່ດູໝິ່ນ
ທັງສັບສິນກໍ່ມອບໃຫ້ ໃຫ້ລູກໄດ້ແຕ່ສິ່ງດີ
ຍາມເຮົາພາດແມ່ບອກໃຫ້ ໃຫ້ຈຳຈື່ຝັງໃນ
ແມ່ອະໄພຍາມເຮົາຜິດ ບໍ່ຄິດຊັງຫລືຫລົບລີ້
ເຮົາມີທຸກແມ່ທຸກພ້ອມ ແສນກັງວົນເໝືອນໄຟຈີ່
ເຮົາມີສຸກຢູ່ຊື່ນຊ້ອຍ ດວງໃຈນ້ອຍແມ່ຊື່ນນຳ
ຍາມເຮົາໄກຈາກຂ້າງ ໃຈແມ່ຫ່ວງອາໄລຫາ
ວອນໃຫ້ປວງເທວາ ຊ່ວຍຮັກສາແລະຊູຄ້ຳ
ຍາມເຮົາເຈັບແມ່ທົນກຸ້ມ ຢູ່ໃນທວງທັງເຊົ້າຄ່ຳ
ແມ່ກະທຳທຸຸກຢ່າງໃຫ້ ຂໍພຽງລູກໄດ້ຢູ່ດີ
ບຸນຄຸນຂອງແມ່ນີ້ ຍັງຝັງຢູ່ໃນດວງຈິດ
ໃຜບໍ່ຄິດຮັກເຮົາ ເໝືອນດັ່ງໃຈແມ່ເຮົານີ້
ເປັນຄວາມສຸກຂອງລູກແລ້ວ ແມ່ພໍໃຈບໍ່ຕະໜີ່
ຊີວິດນີ້ແມ່ມອບໃຫ້ ພຽງລູກໄດ້ຢູ່ສະບາຍ
ສ່ວນບຸນຄຸນຂອງພໍ່ນັ້ນ ກໍ່ມີມາກຄືກັນ
ເມື່ອແມ່ມີຄັນມາ ກໍ່ຊື່ນໃຈບໍ່ມີຮ້າຍ
ດີໃຈທຳງານສູ້ ທັງເວັນຄືນເອົາທຸກຝ່າຍ
ເພື່ອສາຍເລືອດລູກນ້ອຍ ຄອບຄົວຂ້ອຍໄດ້ຢູ່ດີ
ຍາມແມ່ຢູ່ກຳເຝົ້າ ພໍ່ກໍເລົ່າພຽນຫາ
ທັງນ້ຳຢາຟືນໄຟ ບໍ່ຂາດເຂີນຈັກດີ້
ຫາອາຫານແລະເງິນພ້ອມ ພໍ່ຈັດຫາໃຫ້ຖ້ວນຖີ່
ຊັກຜ້າຍ່ຽວແລະຜ້າຂີ້ ເຫັນລູກນ້ອຍແລ້ວຊື່ນບານ
ພໍ່ເປັນຜູ່ຄິດຄົ້ນ ສ້າງກໍ່ທາງຄອບຄົວ
ບໍ່ໍ່ໃຫ້ມົວໝອງສີ ຂາດເຂີນຍ້ອນຄວາມຄ້ານ
ສົ່ງເຂົ້າໂຮງຮຽນພ້ອມ ໃຫ້ສຶກສາຂີດຂຽນອ່ານ
ສອນການງານໃຫ້ໄດ້ຮູ້ ເມື່ອເຮົາໄດ້ເຕີບໃຫຍ່ມາ
ມີການງານມີຄວາມຮູ້ ຈັດຫາຄູ່ໃຫ້ທຽມສອງ
ມີຮັກປອງຮ່ວມຊີວີ ສ້າງຄອບຄົວໃຫ້ແຂງກ້າ
ໄດ້ມອບເງິນຄຳໃຫ້ ພ້ອມວັດຖຸອັນມີຄ່າ
ລູກມີສຸກກ້າວໜ້າ ພໍ່ແມ່ນັ້ນກໍອຸ່ນທວງ
ພໍ່ແມ່ເປັນເພື່ອນຫຼິ້ນ ຍາມຮົາອ່ອນເຍົາໄວ
ເປັນມິດໃຈຜູ່ໝັ້ນຄົງ ເຮົາຜິດໄປກໍ່ຄອຍທ້ວງ
ເປັນເພື່ອນຕາຍເປັນຄູພ້ອມ ທັງສົງສານທັງເປັນຫ່ວງ
ຮັກຫລົງຫວງບໍ່ເວັ້ນ ໃຈເພິ່ນນັ້ນບໍ່ປ່ຽນແປງ
ພໍ່ແມ່ຮັກລູກແທ້ ອາໄລຫ່ວງບໍ່ລາໜີ
ເຈັບໄຂ້ມາຮາວີ ຫລືຢ່າງໃດບໍ່ຍອມແພ້
ລູກບໍ່ດີກໍຕາມຖ້ອນ ຫລືພິການກໍຕາມແຕ່
ໃຈພໍ່ແມ່ຮັກລູກໝັ້ນ ສະເໝີຕົ້ນຕະຫຼອດປາຍ
ພໍ່ປຽບຄືເສົາຄໍ້າ ເປັນເສົາແກ່ນທີ່ແຂງແຮງ
ແມ່ເປັນເສົາຂວັນຂອງເຮືອນ ກະເບື້ອງມຸງເຊີດໄວ້
ພໍ່ກັບແມ່ເປັນຄືຕົ້ນ ໂພໄຊທີ່ສູງໃຫຍ່
ເປັນພຣະພົມລູກກໍ່ໄດ້ ໃຜຊິກ້າຕອບຖຽງ
ພໍ່ແມ່ຮັກລູກດ້ວຍ ໃຈຜຸດຜ່ອງບໍລິສຸດ
ມີບຸດຫຼາຍເປັນໂຫຼ ກໍເລົ່າພຽນຮັກສາລ້ຽງ
ຊິທຸກຈົນກໍຕາມຖ້ອນ ຂາດເຂີນຫລາຍກໍຂໍສ່ຽງ
ຂໍແຕ່ພຽງໃຫ້ລູກນ້ອຍ ມີເຂົ້າໄດ້ຢູ່ກິນ
ຈົນວ່າລູກໃຫຍ່ແລ້ວ ພໍ່ແມ່ຊື່ນໃຈນໍາ
ບາງຄົົນກຳເວນມີ ລູກໜີໄປຈົນໝົດສິ້ນ
ປະໃຫ້ສອງຜົວເມັຽເຖົ້າ ທໍລະມານເຂົາດູໝິ່ນ
ຊິຢູ່ກິນກໍຍາກຊໍ້າ ຂາດຄົນຊວ້ານຊ່ອຍຊູ
ລູກຫລາຍຄົນເພິ່ນລ້ຽງໄດ້ ດ້ວຍໃຈຫ່່ວງອາໄລສຸດ
ແຕ່ວ່າບຸດຫລາຍຄົນ ບໍ່ຫ່ວງນຳກໍຄົງຮູ້
ບໍ່ສົງສານພໍ່ແມ່ລ້ຽງ ຍັງມີໃຈໝາຍລົບຫລູ່
ປ່ອຍໃຫ້ສອງຜູ່ເຖົ້າ ເຫງົາງ້ວງຂາດລູກຫຼານ
ບຸນຄຸນເພິ່ນມາກລົ້ນ ເໜືອພື້້ນແຜ່ນທໍລະນີ
ສິຕອບຄຸນແນວໃດ ຈຶ່ງບໍ່ອາຍເພື່ອນຊາວບ້ານ
ບົວສະບັດມີຫຼາາຍຂໍ້ ເຮົາສົມຄວນໄດ້ຄິດອ່ານ
ໃຫ້ທ່ານໄດ້ປາບປຶ້ມ ສົມຄຸນເຖົ້າໄດ້ລ້ຽງມາ
ເມື່ອທ່ານລ້ຽງໃຫຍ່ແລ້ວ ໃຫ້ລ້ຽງຕອບແທ່ນຄຸນ
ຢ່າເຮັດໂຕເລວຊາມ ເພິ່ນປະນາມລ້ຽງເຮົາລ້າ
ໃຫ້ຂອງກິນແລະຂອງໃຊ້ ອຸປະຖໍາໝົດທຸກທ່າ
ເຈົ້າຊິຈົ່ມດ່າປ້ອຍ ຫລືຈາຂ້າຢ່າກະທໍາ
ການຕອບແທ່ນຄຸນນັ້ນ ຄວນເຮັດຕອນເພິ່ນຍັງຢູ່
ທ່ານຊິໄດ້ຮັບຮູ້ ຄວາມດີນັ້ນລູກໄດ້ê¿
ຖ້າທ່ານຕາຍໄປແລ້ວ ຈຶ່ງເຮັດດີຄຸນຄ່າຕໍ່າ
ໃຫ້ທຳດີແຕ່ບັດນີ້ ບຸນຄຸນນັ້ນສິມາກຫລາຍ
ແທ້ແລ້ວ...
ໂດຍ: ບຸນເລີດ ດຳຣົງສັກ