ຂຽນເມື່ອ: ທ.ວ.. 14, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ມີຄົນຈຳນວນຫລາຍ ທີ່ພະຍາຍາມສະແດງແບບບຸກຄະລິກ ການໃຊ້ຊີວິດຂອງໂຕເອງໃຫ້ເບິ່ງແຕກຕ່າງຈາກຄົນອື່ນອອກໄປໂດຍການກຳນົດການກິນ ການຢູ່ຂອງຕົນໃຫ້ດີຂຶ້ນ ຊຶ່ງແນ່ນອນວ່າ ຄວາມ ເປັນຢູ່ຂອງເຂົາຍ່ອມຕ້ອງການຄວາມພິຖີພິຖັນກວ່າຄົນທົ່ວໄປ ເຂົ້າ
ຂອງເຄື່ອງໃຊ້ໃນບ້ານກໍຕ້ອງປະດັບປະດາຢ່າງຈົບງາມ.
ແຕ່ວິທີການກິນກໍຕ້ອງມີພິຖີພິຖັນລ້ຳເລີດກວ່າໃຜໆຄົນອື່ນ ຊຶ່ງເຂົາເອງບໍ່ຮູ້ເລີຍວ່າ ຄຸນຄ່າຂອງຄົນແມ່ນບໍ່ໄດ້ຢູ່ກັບການໃຊ້ຊີວິດແບບຫລູຫລາ ໃຫ້ເບິ່ງແຕກຕ່າງຈາກຄົນອື່ນ.
ການກິນງ່າຍ ຢູ່ງ່າຍນີ້ ຊຶ່ງເປັນເລື່ອງພື້ນຖານໃນຊີວິດ ແລະ ບໍ່ໄດ້ຕ້ອງການຄວາມຊັບຊ້ອນຫຍັງເລີຍ ເພາະການກິນບໍ່ແມ່ນຈຸດມຸ່ງ ໝາຍສຸດຂອງຊີວິດ ກິນເພື່ອຢູ່ບໍ່ແມ່ນຢູ່ເພື່ອກິນ ຍັງມີເລື່ອງລາວໃນຊີວິດອີກຫລາຍຢ່າງທີ່ທ່ານຄວນໃຫ້ຄວາມສຳຄັນ ທັງເລື່ອງການງານ ຄອບຄົວ ແລະ ຄົນທີ່ທ່ານຮັກ.