ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍກໍ່ເປັນຄົນ1ທີ່ເຄີຍອົກຮັກກັບຮັກຄັ້ງທຳອິດ
ຂ້ອຍເລີ້ມມີຮັກຄັ້ງທຳອິດຕອນອາຍຸ11ປີຕອນຮຽນມ2ຂ້ອຍໄດ້ເຈິກັບສາວງາມຄົນ 1ລາວຮຽນຢູ່ມ1ຂ້ອຍໄດ້ແອບຮັກລາວແຕ່ຂ້ອຍອາຍບໍ່ກ້າເຂົ້າໄປຈີກເປັນເວລາ1ປີ 3ເດືອນກັບອີກ13ມື້ກັບອີກ12 ຊົ່ວໂມງທີ່ຂ້ອຍແອບຮັກແຕ່ລາວບໍ່ຮູ້ດອກຈົນເວລາຜ່ານນໄປຂ້ອຍຮຽນຢູ່ມ3ຂ້ອຍຈຶ່ງກ້າເຂົ້າເວົ້ານຳເວົ້າກວນຈົນກ່າຍເປັນໝູ່ສະນິດກັນຈົນຮອດຕອນຂ້ອຍຢູ່ມ5ຂ້ອຍຍັງຈື່ໄດ້ດີມື້ນັ້ນປີໃໝ່ລາວວັນທີ່15 ເດືອນ4ປີ2008 ເວລາ10ໂມງເຊົ້າຂ້ອຍໄດ້ໄປຫຼິ້ນກິນເບຍນຳລາວຈົນຮອດ9ໂມງຄ່ຳຂ້ອຍໄດ້ເມົາເບຍແລະລາວມາບອກຂ້ອຍວ່າມີໝູ່ລາວສົນໃຈຂ້ອຍຂ້ອຍເມົາເລີຍບອກຄວາມຈິງອອກໄປວ່າຂ້ອຍບໍ່ໄດ້ສົນໃຈໝູ່ລາວແຕ່ຂ້ອຍຮັກລາວແອບຮັກລາວມາແຕ່ດົນມື້ນັ້ນລາວກໍ່ເມົາພໍຂ້ອຍບອກຄວາມຈິງອອກໄປລາວກໍ່ບອກກັບຂ້ອຍວ່າລາວກໍ່ບອກກັບຂ້ອຍວ່າລາວກໍ່ແອບຮັກຂ້ອຍຄືກັນພໍຜ່ານມື້ນັ້ນມາຂ້ອຍກັບ ລາວກໍ່ເປັນແຟນກັນຂ້ອຍຮັກລາວຫຼາຍຂ້ອຍຄົບກັບລາວໄດ້ປີ1ພໍໍດີແຕ່ມື້ນັ້ນຂ້ອຍຈັບໄດ້ວ່າລາວກັບໝູ່ສະນິດຂອງຂ້ອຍແອບຄົບກັນພໍຂ້ອຍຮູ້ລາວກໍບອກກັບຂ້ອຍວ່າລາວບໍ່ໄດ້ຮັກຂ້ອຍລາວແອບຮັກໝູ່ຂ້ອຍ ລາວຄົບກັບຂ້ອຍເພືອຢາກຢູ່ໃກ້ໆໝູ່ຂ້ອຍມື້ນັ້ນຂ້ອຍເສຍໃຈຫຼາຍແຄ້ນຫຼາຍຢ່າງບອກບໍ່ຖືກພໍໍຫຼັງຈາກມື້ນັ້ນມາຂ້ອຍກັບລາວກໍ່ຄືຄົນບໍ່ຮູ້ຈັກກັນຈົນຮອດມື້ນີ້ ນັ້ນຄືຄວາມເຈັບຊ້ຳໃນຮັກຄັ້ງແລກຂອງຂ້ອຍ
ຕອນນີ້ຂ້ອຍຮຽນຢູ່ປີ2ແລ້ວເຖິງວ່າເວລາຈະຜ່ານໄປດອນປານໃດແຕ່ຂ້ອຍກໍ່ບໍ່ສາມາດລືມລາວໄດ້ເລີຍ

ເຈົ້າເດເຄີຍອົກຫັກກັບຮັກຮັກຄັ້ງແລກບໍ່?
ອົກຫັກຊື່ໆເປັນເລື້ອງທຳມະດາເລື້ອງເລັກນ້ອຍຄິດຊະວ່າເປັນປະຊົບການໃນຊີວິດ
ອົກຫັກຫຼາຍຍິ່ງມີປະສົບການ