ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ມັນກໍ່ບໍ່ຍາກດອກພຽງແຕ່ທ່ານຈ່າຍເງິນຄ່າລ້ຽງດູທີ່ແມ່ຂອງນາງຄ້າງໄວ້ໃຫ້ໝົດ ເທົ່ານີ້ນາງກໍ່ສາມາດໄປຫລິ້ນກັບໝູ່ຄົນອື່ນໆໄດ້ແລ້ວ. ປາສເຊ່ກໍ່ບໍ່ໄດ້ຊັກຊ້າ ເອົາເງິນຈ່າຍໃຫ້ແລ້ວກໍ່ບອກໃຫ້ ລີນ່າໄປຫລິ້ນກັບເພື່ອນໆທັນທີ. ຫລັງຈາກນັ້ນປາສເຊ່ໄດ້ຖາມອີກວ່າ ຖ້າຕ້ອງການເອົາເດັກຄົນນີ້ໄປນຳຂ້ອຍຕ້ອງເຮັດແນວໃດ, ເຂົາເຈົ້າກໍ່ຕອບວ່າ ຕ້ອງຈ່າຍເພີ່ມອີກສາມເທົ່າຕົວ ແຕ່ປາສເຊ່ບອກວ່າ ລາວສາມາດຈ່າຍໄດ້ພຽງໜຶ່ງເທົ່າຕົວເທົ່ານັ້ນ ແຕ່ເຂົາເຈົ້າບໍ່ຍອມ, ປາສເຊ່ ໄດ້ຈົກເອົາໃບມອບກຳມະຊິດຂອງແມ່ລີນ່າທີ່ເຊັນມອບກຳມະຊິດໃຫ້ເປັນລູກຂອງປາສເຊ່ ອອກມາໃຫ້ເຂົາເຈົ້າເບິ່ງ ເຮັດໃຫ້ເຂົາເຈົ້າເວົ້າຫຍັງບໍ່ອອກ ແຖມເງິນກໍ່ບໍ່ໄດ້.​ ຈາກນັ້ນປາສເຊ່ກໍ່ນຳເອົາຕົວລີນ່າຈາກໄປ. ແຕ່ການເດີນທາງ ພັດຖືກໄລ່ລ້າຈາກທາງຕຳຫລວດຈົນເຮັດໃຫ້ປາສເຊ່ແລະລູກສາວນ້ອຍໆ ຕ້ອງລະຫຸກລະເຫີນໄປຕາມປ່າ, ແມ່ນ້ຳ, ຄອງນ້ຳ ຈົນສຸດທ້າຍມີການຕໍ່ສູ້ກັນເກີດຂື້ນ ປາສເຊ່ຖືກຍິງຈົນໄດ້ຮັບບາດເຈັບທີ່ທ້ອງ ແຕ່ເຂົາກໍ່ອົດທົນນຳເອົາຕົວຂອງລີນ່າເຂົ້າໄປຝາກໄວ້ທີ່ໂບດແຫ່ງໜຶ່ງ ເຊິ່ງເປັນໂບດມີແຕ່ແມ່ຍິງ ເຂົາເຂົ້າໄປທາງຫລັງຄາ. ເຮັດໃຫ້ຕຳຫລວດບໍ່ສາມາດຜ່ານປະຕູເຂົ້າໄປຕາມຫາເຂົາໄດ້. ປາສເຊ່ ໄດ້ຮັບຄວາມຊ່ວຍເຫລືອ ແລະ ລີນ່າກໍ່ໄດ້ຮັບການລ້ຽງດູເປັນຢ່າງດີ ຊ່ວງເວລານັ້ນຊ່າງຜ່ານໄປໄວເຫລືອເກີນ ບໍ່ພໍເທົ່າໃດກໍ່ຜ່ານໄປໄດ້ 15 ປີ ລີນ່າໄດ້ກາຍເປັນສາວທີ່ມີຮູບໂສມງົດງາມເໜືອຄົນອື່ນທົ່ວໄປ.... ຍ້ອນຄວາມຢາກຮູ້ຢາກເຫັນໂລກທີ່ກ້ວາງໃຫຍ່ເຮັດໃຫ້ລີນ່າຕ້ອງການຢາກຈະໄປປະເຊີນກັບໂລກພາຍນອກ ປາສເຊ່ຜູ້ເປັນພໍ່ບໍ່ສາມາດຂັດໃຈໄດ້ຈຶ່ງໄດ້ພາອອກໄປຈາກໂບດດັ່ງກ່າວ, ເຂົາໄດ້ພາລູກສາວໄປເຊົ່າເຮືອນຫລັງໜຶ່ງຢູ່ໃນເມືອງເຊິ່ງຫ່າງຈາກເມືອງທີ່ເຄີຍຢູ່ປະມານ 10 ກິໂລແມັດ, ແຕ່ໃນເມືອງແຫ່ງນັ້ນກຳລັງມີສະພາບການວຸ້ນວາຍ ເນື່ອງຈາກມີການຕໍ່ຕ້ານລະຫວ່າງກຸ່ມຮັກປະຊາທິປະໄຕ ກັບ ລັດຖະບານ. ມື້ໜຶ່ງປາສເຊ່ ໄດ້ພາລີນ່າໄປຕະຫລາດ ຂະນະທີ່ລີນ່າກຳລັງຍ່າງຫາຊື້ເຄື່ອງຢູ່ນັ້ນ ລາວໄດ້ເຫັນຊາຍຄົນໜຶ່ງ ເປັນຄົນມີຮູບຫລໍ່ເຫລົາເອົາການກະວ່າໄດ້ ກຳລັງຂື້ນເວທີ່ລະດົມຄົນເຂົ້າຮ່ວມຂະບວນປະທ້ວງເພື່ອຍາດເອົາປະຊາທິປະໄຕຄືນມາ ນາງໄດ້ຍ່າງເຂົ້າໄປຫາເວທີທີ່ມີຜູ້ຄົນສົນລະວົນກັນ ຈົນເຖິງໜ້າເວທີ ແລະ ຊາຍຄົນນັ້ນກໍ່ເຫັນສາວງາມຄືລີນ່າ ມີການສົບຕາກັນ ແລະ ປະສານສາຍຕາກັນຊົ່ວຂະນະໜຶ່ງ ແລ້ວລີນ່າກໍ່ກັບຄືນມາຫາພໍ່ຂອງລາວພ້ອມກັບໃບໜ້າເຂີນອາຍ, ແຕ່ສິ່ງທີ່ຍັງເຫລືອກໍ່ຄື ພາບຂອງນາງທີ່ຍັງຄົງຕິດຢູ່ໃນດວງຕາ ແລະ ສະໜອງຂອງຊາຍຄົນນັ້ນ.......(ຕິດຕາມຕໍ່ຕອນທີ 6)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

ຟັງແລ້ວ ຈະເຫັນວ່າ ເລື່ອງທຸກຢ່າງຈະແຮບປີ່ແອນດິງໄປໝົດ. ແຕ່ໃນລະຫວ່າງທີ່ ປາສເຊ່ ປິນປົວນາງຢູ່ນັ້ນ ສຸຂະພາບຂອງນາງແຂງແຮງຂື້ນຫລາຍ ທັງສອງຄົນ ມີປົມດ່ອຍ ແລະ ຄວາມເປັນເສດເດນຂອງສັງຄົມຄືກັນ ເຮັດໃຫ້ເຂົາເຈົ້າມີຄວາມໃກ້ສິດ ແລະ ເອົາໃຈໃສ່ເຊິ່ງກັນ ແລະ ກັນ ຈົນທັງສອງມີໃຈຕໍ່ກັນພຽງໄລຍະເວລາອັນສັ້ນ... ແຕ່ຟ້າບໍ່ຄິດຈະເຂົ້າຂ້າງປາສເຊ່ ເພາະນາງຄົນນັ້ນມີອາການສຸດໜັກ ແລະ ລົ້ມປ່ວຍຢ່າງຮຸນແຮງ ຈົນເສຍຊີວິດລົງຢ່າງໄວວາ ເຊິ່ງມັນເປັນການຢຸດເວລາແຫ່ງຄວາມສຸກຂອງປາສເຊ່ລົງຢ່າງເສົ້າໃຈ. ກ່ອນນາງໃຈຂາດ ນາງໄດ້ຝາກລູກອັນແສນຮັກດັ່ງດ່ວງຕາດວງໃຈໃຫ້ປາສເຊ່ດູແລຕໍ່ໄປແທນ ພ້ອມດ້ວຍຈົດໝາຍມອບກຳມະສິດ ໃຫ້ເປັນລູກຂອງປາສເຊ່ ພ້ອມສ້ອຍຂອງນາງ1 ເສັ້ນໄວ້ເປັນຫລັກຖານ...ເທົ່ານີ້ຍັງບໍ່ແລ້ວ ປຽບດັ່ງຟ້າ ຫລື ກຳທີ່ ປາສເຊ່ເຄີຍເຮັດໄວ້ຕາມມາສະໜອງ ໃນເວລາດຽວກັນ ສານໄດ້ຕັດສິນແຂນຄໍນັກໂທດສາມຄົນ ເຊິ່ງໃນມື້ນັ້ນປາສເຊ່ກໍ່ເຂົ້າຮ່ວມການຕັດສິນຂອງສານ...ແຕ່ໃຜຈະຮູ້ລະ ວ່າຄະດີທີ່ສານຕັດສິນໄປນັ້ນ ແມ່ນເປັນຄວາມຜິດເກົ່າທີ່ປາສເຊ່ ເຄີຍສ້າງໄວ້ແຕ່ເມື່ອ 10 ປີກ່ອນ... ເຂົາທົນບໍ່ໄດ້ທີ່ຈະເຫັນຄົນທີ່ບໍ່ຮູ້ເລື່ອງທັງສາມຄົນຕ້ອງມາຕາຍແທນຕົນເອງທັ້ງທີ່ບໍ່ໄດ້ເຮັດຄວາມຜິດຫຍັງ. ປາສເຊ່ ກ້າວຂາອອກໄປຊ້າໆ ແລະ ເວົ້າຂື້ນວ່າ: "ສານທີ່ເຄົາລົບ ຂ້າພະເຈົ້າຄືຄົນທີ່ໄດ້ກໍ່ຄະດີອັນຮ້າຍແຮງນີ້ຂື້ນ ບໍ່ແມ່ນສາມຄົນນັ້ນກະທຳແຕ່ຢ່າງໃດເລີຍ''... ທຸກຄົນເຫັນແລ້ວກໍ່ອຶ້ງ ເຂົາເຈົ້າບໍ່ເຊື່ອວ່າ ເຈົ້າເມືອງຂອງພວກເຂົາ ຈະເຄີຍເປັນອາສະຍາກຳ ມາກ່ອນ. ແຕ່ໃນບໍ່ຊ້າ ນາຍຕຳຫລວດຄົນທີ່ມີອັກຄະຕິ ແລະ ເປັນຄູ່ແຄ້ນກັບປາສເຊ່ແຕ່ໃດໆມາ ກໍ່ລຸກຂື້ນ ພ້ອມເປັນຫລັກຖານປະກອບ ຈົນໃນທີ່ສຸດເຮັດໃຫ້ນັກໂທດສາມຄົນ ໄດ້ເປັນອິດສະຫລະ ແລະ ປາສເຊ່ ເຊິ່ງເປັນເຈົ້າເມືອງໄດ້ກາຍເປັນນັກໂທດພຽງເພາະຕ້ອງການເຮັດຄວາມດີ... ແຕ່ຍ້ອນເຂົາມີພາລະຕ້ອງຮັບຜິດຊອບ ເພາະໄດ້ຮັບປາກໄວ້ວ່າ ຈະດູແລ ແລະ ເບິ່ງແຍງລູກຂອງນາງທີ່ຕາຍໄປນັ້ນແທນ ເຂົາຕັດສິນໃຈໜີ ອອກຈາກເມືອງພາຍໃນຄືນນັ້ນ. ເຂົາໄປຫາເດັກນ້ອຍທີ່ມີຊື່ວ່າ: "ລີນ່າ" ເຊິ່ງເປັນລູກສາວຂອງ ນາງ ທີ່ໄດ້ມອບໝາຍໃຫ້, ພໍເຂົາໄປຮອດ ເຂົາເຫັນເດັກນ້ອຍຄົນໜຶ່ງ ເຊິ່ງເຮັດວຽກຄ້າຍໆກັບວ່າ ເປັນຄົນໃຊ້ຂອງ ເຮືອນທີ່ອາໄສຢູ່ ເຂົາເລີຍຖາມເຈົ້າຂອງບ້ານວ່າ: "ເດັກນ້ອຍຄົນນັ້ນຊື່ຫຍັງ?" ເຈົ້າຂອງບ້ານກໍ່ຕອບມາແບບເປັນສຸດເລີຍວ່າ: "ນາງ ຊື່ ລີນ່າ ເປັນລູກຂອງນາງໂສເພນີຄົນໜຶ່ງມາຝາກໃຫ້ລ້ຽງດູ ແຕ່ບໍ່ເຄີຍຈ່າຍເງິນຄ່າລ້ຽງດູ ເລີຍຕ້ອງໄດ້ໃຊ້ວຽກນາງເພື່ອເປັນການທົດແທນ" .. ເມື່ອປາສເຊ່ ໄດ້ຟັງກໍ່ງຽບໄປໜ້ອຍໜຶ່ງແລ້ວເວົ້າຂື້ນວ່າ: " ເຮັດແນວໃດ ລີນ່າ ຈຶ່ງຈະໄປຫລິ້ນກັບເພື່ອນໆໄດ້". ....(ຕິດຕາມຕໍ່ຕອນທີ 5).
 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ຕໍ່ຈາກນັ້ນ 9 ປີຕໍ່ມາ ປາສເຊ່ ໄດ້ກັບມາທີ່ເມືອງດັ່ງກ່າວນັ້ນອີກເທື່ອໜຶ່ງ ແຕ່ການກັບມາໃນເທື່ອນີ້ ເຂົາກັບມາໃນຖານະ ມາເປັນເຈົ້າເມືອງໆນັ້ນ, ເບິ່ງເຂົາໃນຕອນນີ້ ຊ່າງສະງ່າ ຈົນຄົນໃນເມືອງນັ້ນເກືອບຈະຈື່ເຂົາບໍ່ໄດ້ຈັກຄົນເລີຍ,​ ທີ່ຮູ້ກໍ່ມີພຽງນາຍຕຳຫລວດຄົນທີ່ເຄີຍຈັບເຂົາເຂົ້າຄຸກຈົນນັບຄັ້ງບໍ່ຖ້ວນ ແຕ່ກໍ່ຍັງບໍ່ມີຫລັກຖານ ພ້ອມກັນນັ້ນເຂົາກໍ່ຄິດວ່າ ຄົນຂີ້ຄຸກແຕ່ກ່ອນຈະມາເປັນ ເຈົ້າເມືອງໄດ້ຈັ່ງໃດ? ຄຳຖາມນີ້ຕິດຢູ່ໃນໃຈເຂົາມາຕະຫລອດເວລາ. ໃນໄລຍະເວລາທີ່ເຂົາມາເປັນເຈົ້າເມືອງຢູ່ທີ່ນັ້ນ ເຂົາໄດ້ໃຫ້ຄວາມຊ່ວຍເຫລືອ ແລະ ຄວາມຍຸດຕິທຳແກ່ ຊົນຊັ້ນກຳມະກອນທີ່ຖືກຂູດຮີດແຮງງານ ໃຫ້ຄວາມຍຸດຕິທຳແກ່ນັກໂທດທີ່ມີຄວາມຜິດຈາກການໃສ່ຮ້າຍປ້າຍສີ ທີ່ສຳຄັນເຂົາໄດ້ຊ່ວຍປັບປຸງ ແລະ ສ້າງສັງຄົມທີ່ເຕັມໄປດ້ວຍຂີ້ເຫລົ້າເມົາຢາ,​ ໂສເພນີ ໃຫ້ດີຂື້ກ່ວາເກົ່າ. ໃນຂະນະດຽວກັນນັ້ນເອງ ເຂົາໄດ້ພົບກັບຍິງຄົນໜຶ່ງ ລາວຖືກສາມີຖິ້ມປະ ພ້ອມລູກນ້ອຍອີກໜຶ່ງຄົນ, ເຂົາມີຖານະທຸກຈົນແຕ່ຍັງມີພາລະອັນຫຍິ່ງໃຫຍ່ ຕ້ອງລ້ຽງລູກສາວ ທີ່ມີອາຍຸປະມານ 3 ປີ,​ ແຕ່ລະເດືອນຕ້ອງສົ່ງຄ່າຮຽນ ຄ່າລ້ຽງດູຕ່າງໆ ເປັນຈຳນວນເງິນທີ່ເຂົາບໍ່ອາດຈະຫາໄດ້ຈາກອາຊີບຢູ່ໃນເໝືອງແຮ່ກົ່ວ ຖ້າເວົ້າໄປແລ້ວອາຊີບໃນເໝືອງແຮ່ກົ່ວດັ່ງກ່າວນັ້ນ ມັນແມ່ນອາຊີບຂອງຜູ້ຊາຍ ແຕ່ຍ້ອນຕ້ອງການເງິນ ເຂົາກໍ່ຕ້ອງໄດ້ເຮັດ ແຕ່ເຂົາກໍ່ບໍ່ສາມາດແກ້ບັນຫາໄດ້ ໃນທີ່ສຸດເຂົາໄດ້ຕັດສິນໃຈມາເປັນ ໂສເພນີ ຂາຍໂຕຕາມຂ້າງຖະໜົນ,​ ຍ້ອນເຂົາມີຮູບຮ່າງຈ່ອຍຜອມ ແລະ ມີອາຍຸແດ່ ເຂົາເລີຍຂາຍບໍ່ຄ່ອຍຈະອອກ ແລະ ໄດ້ລາຄາຕ່ຳ ແຕ່ເຂົາກໍ່ຕ້ອງ ຈຳໃຈ. ມື້ໜຶ່ງນາງຮ້ອນເງິນຫລາຍ ເພາະທາງ ໂຮງຮຽນ ໄດ້ສົ່ງຈົດໝາຍເກັບຄ່າຮຽນ ຄ່າລ້ຽງດູມາໃຫ້,​ ຖ້າບໍ່ສົ່ງເງິນກັບໄປ ລູກສາວຂອງນາງຈະຖືກໄລ່ອອກຈາກໂຮງຮຽນ. ນາງເລີຍອອກໄປຫາເງິນ ຂະນະທີ່ນາງຢືນຢູ່ຂ້າງຖະໜົນທ່າມກາງໂສເພນີຫລາຍໆຄົນ ນາງພະຍາຍາມຈ່າວຂາຍຕົວເອງໃນລາທີ່ຖືກທີ່ສຸດ ແຕ່ກໍ່ບໍ່ມີໃຜສົນໃຈ ແລ້ວກໍ່ມີຜູ້ຊາຍຄົນໜຶ່ງເຂົ້າມາລວນລາມ ແລະ ທຸບຕີນາງຕໍ່ໜ້າຕໍ່ຕາຕຳຫລວດສຸດທ້າຍນາງຍັງຖືກຕຳຫລວດຈັບມາຂັງຄຸກ ຂໍ້ຫາເປັນໄພສັງຄົມ ໃນເວລານັ້ນ ປາສເຊ່ ໄດ້ມາເຫັນສະພາບທີ່ອ່ອນເພຍຂອງນາງ ທີ່ນອນໃນຄຸກ ປາສເຊ່ ໄດ້ຖາມກົກປາຍສາເຫດຈາກນາຍຕຳຫລວດຄົນນັ້ນ ເຮັດໃຫ້ເກີດມີແນວຄິດສວນທາງກັນກັບນາຍຕຳຫລວດຄົນນັ້ນ ໃນທີ່ສຸດ ປາສເຊ່ກໍ່ໄດ້ນຳຕົວນາງອອກມາປິ່ນປົວຢູ່ທີ່ບ້ານ ພ້ອມໃຫ້ຄວາມຊ່ວຍເຫລືອ ໂດຍການສົ່ງເງິນຄ່າຮຽນ ແລະ ຄ່າລ້ຽງດູໃຫ້ແກ່ລູກສາວຂອງນາງ.....(ຕິດຕາມຕໍ່ ຕອນ4).

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

ປາສເຊ່ ນອກຈາກຈະຖຶກ ພວກນາຍທືນຂື້ນບັນຊີດຳແລ້ວ ຍັງມີລາຍຊື່ເປັນຜູ້ຕ້ອງຫາຫລາຍຄະດີ ຈາກເຈົ້າໜ້າທີ່ຕຳຫລວດນຳອີກ,​ ເຂົາຕ້ອງລົບໆ ຊ່ອນໆ ໄປມາແບບຄົນບໍ່ມີຕົວຕົນໃນສັງຄົມເລີຍ. ແຕ່ກໍ່ມີຫລາຍຄັ້ງປາສເຊ່ ກໍ່ຖືກຈັບໄດ້, ຄັ້ງໃດໂໍຊກບໍ່ດີ ຖືກຈັບໄດ້ ເຂົາກໍ່ຖືກລົງໂທດດ້ວຍການທຸບຕີ, ກັກຂັງ.... ປາສເຊ່ ກັບ ກຸ່ມໝູ່ເພື່ອນໃນວົງການດດຽວກັນ ທຽວເຂົ້າຄຸກປານວ່າ ໄປຕະຫລາດ, ຈົນເຮັດໃຫ້ເຂົາເຈົ້າບໍ່ຮູ້ສຶກຢ້ານກົວຫຍັງເລີຍ. ມີຄັ້ງໜຶ່ງ ປາສເຊ່ໄປລັກເຄື່ອງສຳຄັນໃນໂຮງງານອຸດສາຫະກຳຂອງນາຍທືນ ເຂົາ ແລະ ໝູ່ໃນກຸ່ມຖືກຈັບໄດ້ອີກ ແຕ່ຄັ້ງນີ້ ເຂົາຖືກທໍລະມານຢ່າງແສນສາຫັດ ແລະ ຖືກຈຳຄຸກເປັນເວລາເກືອບປີ.... ພໍເຂົາຖືກປ່ອຍຕົວອອກມາ ເຂົາກໍ່ບໍ່ເຫລືອຫຍັງ ແມ່ນກະທັ້ງທີ່່ພັກພາອາໄສ, ເຂົ້າປາອາຫານ... ຄືນໜຶ່ງເຂົາໄດ້ຕັດສິນໃຈເຂົ້າໄປໃນໂບດ ເພື່ອຂະໂມຍສິ່ງຂອງມີຄ່າ, ແຕ່ໂຊກບໍ່ດີປານໃດ ຄະນະທີ່ເຂົາກຳລັງເກັບເອົາເຄື່ອງເງິນທີ່ມີມູນຄ່າສູງຢູ່ນັ້ນ  ຄຸນພໍປະຈຳໂບດໄດ້ຍິນສຽງ ເລີຍຍ່າງມາເບິ່ງ ປາສເຊ່ ໄດ້ລົບໄປຢູ່ຂ້າງຕູ້ໃນເງົາມືດ, ຄຸນພໍ່ເພີ່ນຍ່າງມາເບິ່ງເຫັນເຄື່ອງຂອງກະແຈກກະຈາຍ ເລີຍເບິ່ງໄປຊ້າຍຂວາ ກໍ່ບໍ່ເຫັນໃຜ,​ ເພີ່ນໄດ້ຍ່າງເພື່ອຊອກຫາຄົນຮ້າຍ ພໍໄປຮອດໃກ້ໆ ຂ້າງຕູ້ໃນເງົາມືດ ປາສເຊ່ຄິດຢ້ານຄຸນພໍ່ເຫັນເລີຍລົງມື ໃຊ້ກຳປັ້ນ ພຽງມັດດຽວຊັດເຂົ້າໄປເຕັມໆໜ້າ ເຮັດໃຫ້ຄຸນພໍ່ໝົດສະຕິໄປ, ຈາກນັ້ນ ປາສເຊ່ກໍ່ໄດ້ເກັບເອົາເຄື່ອງຂອງທີ່ມີຄ່າຢ່າງຟ້າວຟັ່ງ, ແລ້ວກໍ່ໜີໄປ... ເມື່ອງຮອດຕອນເຊົ້າຂອງວັນຕໍ່ມາ ຂະນະທີ່ຄຸນພໍ່ກຳລັງກວດໃບໄມ້ທີ່ແຫ້ງຫ່ຽວ ແລະ ຫລຸດຫລົ່ນລົງພື້ນດິນ ຢູ່ທາງໜ້າຂອງໂບດ, ກໍ່ມີນາຍຕຳຫລວດ 2 ຄົນ ຍ່າງພະຍຸ່ງ ຊາຍຄົນໜຶ່ງ ພ້ອມໃສ່ກະແຈມື ແລະ ມີນາຍຕຳຫລວດຄົນໜຶ່ງຮ້ອງ ໃສ່ຄຸນພໍ່ວ່າ, “ມື້ຄືນນີ້ ມີເຄື່ອງຂອງສຸູນຫາຍ ຫລື ບໍ່ ?ເພາະນີ້ຄົງເປັນເຄື່ອງທີ່ມີຄ່າຈາກໂບດແນ່ນອນ” (ເວົ້າພ້ອມຍົກຖົງທີ່ບັນຈຸເຄື່ອງເງິນທີ່ເຈົ້າຄົນຂີ້ລັກໄດ້ລັກໄປ) ຂະນະດຽວກັນ ຊາຍຫົວຂີ້ຂະໂມຍກໍ່ເງີຍໜ້າຂື້ນ ພໍຄຸນພໍ່ເຫັນໜ້າວ່າແມ່ນປາສເຊ່ ກໍ່ເຮັດໜ້າຕາເສີຍ.... ນາຍຕຳຫລວດເວົ້າໄປອີກວ່າ: “ຊາຍຄົນນີ້ ເຂົາບອກວ່າ ເຄື່ອງເຫລົ່ານີ້ໄດ້ມາ ຍ້ອນຄຸ່ນພໍ່ເປັນຜູ້ມອບໃຫ້ ແມ່ນຫລືບໍ່?”  ຄຸນພໍ່ງຽບໄປໜ້ອຍໜຶ່ງແລ້ວຕອບມາວ່າ: “ແມ່ນແທ້ ” ແລ້ວເວົ້າຕໍ່ອີກວ່າ: “ຍັງມີອີກສອງສາມຢ່າງໃດ ທີ່ຍັງເອົາໄປບໍ່ໝົດ” ພ້ອມຮ້ອງໃສ່ ຄຸນແມ່ໃຫ້ໄປເອົາຈານທີ່ເປັນເງິນມາໃຫ້ ປາສເຊ່. ຄຸນພໍ່ໄດ້ຍ່າງເຂົ້າມາໃກ້ໆ ແລ້ວເວົ້າກັບປາສເຊ່ວ່າ: “ຄຸນພໍ່ຈະເອົາສິ່ງຂອງທີ່ມີຄ່າທັງໝົດນີ້ຊື້ຄວາມດີຂອງເຈົ້າກັບຄືນມາ ຫວັງວ່າ ເຄື່ອງຂອງເຫລົ່ານີ້ຄົງພໍສຳລັບເປັນທືນຮອນ ແລະ ເຮັດໃຫ້ຊີວິດຂອງເຈົ້າດີຂື້ນກົ່ວເກົ່າ“ ພ້ອມລົງທ້າຍດ້ວຍຄຳວ່າ: “ເຈົ້າຈົ່ງເປັນຄົນດີຕໍ່ໄປ“ ປາສເຊ່ ເວົ້າຫຍັງບໍ່ອອກ ໄດ້ແຕ່ອື້ງ ກັບເຫດການທີ່ບໍ່ຄາດຄິດວ່າຈະເປັນແບບນີ້. ແລ້ວຕຳຫລວດກໍ່ປ່ອຍຕົວ ປາສເຊ່ໄປ.....

ຈາກນັ້ນ 9 ປີຕໍ່ມາ.....(ຕິດຕາມຕອນທີ 3)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ເລື່ອງລາວນີ້ ແມ່ນຈະເວົ້າເຖິງຄວາມຮັກ ແລະ ການໃຫ້ອະໄພ ເຊິ່ງຕົວລະຄອນເອກ ໃນເລື່ອງນີ້ ສ່ວນຫລາຍແມ່ນແຕ່ຄົນທີ່ຫລົງຜິດ ຫລື ຜິດໂດຍມີຄວາມຈຳເປັນ ຍ້ອນເຫດຜົນນັ້ນ ສັງຄົມຈຶ່ງຍອມຮັບບໍ່ໄດ້ ແຕ່ໃນທີ່ສັງຄົມແຫ່ງນັ້ນຍັງມີຄົນອີກຈຳນວນໜຶ່ງຊຶ່ງ ຮູ້ໄດ້ເຊິ່ງສາເຫດຂອງການກະທຳທີ່ແທ້ຈິງ ແລະ ຍອມໃຫ້ໂອກາດໃຫ້ປັບຕົວອີກຄັ້ງ. ຟັງເລື່ອງຫຍໍ້ແລ້ວ ອາດຄ້າຍໆ ເປັນເລື່ອງນ້ຳເນົ່າ ແຕ່ຖ້າລອງຄິດເບິ່ງໃນຍຸກປະຈຸບັນ ມັນມີຄວາມໃກ້ຄຽງຄວາມເປັນຈິງທີ່ສຸດ....
ເອົາລະ ບໍ່ຂໍເວົ້າຫລາຍ ຂໍເຂົ້າລາຍລະອຽດຂອງເລື່ອງເລີຍກໍ່ແລ້ວກັນ..................ໃນສັງຄົມທີ່ທຸກຍາກ ມີຜູ້ຄົນອຶດຫິວເປັນຈຳນວນຫລວງຫລາຍ ທ້າມກາງການແຂ່ງຂັນ ກັນທາງດ້ານອຸດສາຫະກຳຂອງນາຍທືນທີ່ລ້ຳລວຍ ທີ່ກົດຂີ່ຂູດຮີດແຮງງານຂອງປະຊາຊົນຜູ້ອອກແຮງງານຢ່າງໜັກໜ່ວງ ຈົນເຮັດໃຫ້ຊີວິດຂອງພວກເຂົາມີຄ່າປຽບເໝືອນ ວັດຖຸຊະນິດໜຶ່ງໄຮ້ຫົວໃຈ,​ ໄຮ້ຈິດສຳນຶກ ທີ່ມີຄ່າບໍ່ເທົ່າໃດໃນສາຍຕາຂອງຜູ້ຄົນຮັ່ງມີ ກໍ່ຄືນາຍທືນນັ້ນເອງ..... ເຮັດວຽກຫລາຍໆ ຊົ່ງໂມງແຕ່ໄດ້ຮັບຄ່າຈ້າງໜ້ອຍໆ ຈົນບໍ່ພໍທີ່ຈະປະຄອງຊີວິດຂອງຕົນເອງ ແລະ ຄອບຄົວໃຫ້ຢູ່ລອດໄດ້... ຍ້ອນເຫດການດັ່ງກ່າວນັ້ນເອງ
ຈຶ່ງເຮັດໃຫ້ເກີດມີກຸ່ມຄົນຂີ້ລັກງັດແງະເກີດຂື້ນ ເພື່ອເຮັດແນວໃດເຂົາເຈົ້າຈຶ່ງຈະມີຊີວິດຢູ່ ລອດໃນໂລກທີ່ໂຫດຮ້າຍອັນນີ້ຕໍ່ໄປ ເພື່ອໜີຈາກຄວາມອຶດຫິວນັ້ນເອງ ແຕ່ວ່າ ທຸກຄົນທີ່ເປັນໂຈນນັ້ນ ເຂົາເຈົ້າລ້ວນແລ້ວແຕ່ຮູ້ດີວ່າ ບົດລົງໂທດທີ່ເຂົາເຈົ້າຈະໄດ້ຮັບຕອບແທນຄືນມານັ້ນ ແມ່ນຫຍັງ?.... ເຊັ່ນ: ອາດຈະຖືກຕັດນິ້ວມື້, ກັກຂັງ, ທຸບຕີ, ຫລື ອາດຈະຖືກແຂວນຄໍປະຈານຕໍ່ໜ້າຝຸ່ງຊົນ ແຕ່ເຂົາເຈົ້າກໍ່ບໍ່ມີທາງເລືອກ.... ປາສເຊ່ (ນາມສົມມຸດ) ເຊິ່ງເປັນຊາຍໜຸ່ມທີ່ ເຕັມໄປດ້ວຍເຫື່ອແຮງ ແລະ ອຸດົມການ ແຕ່ຖືກກົດຂີ່ຢູ່ໃຕ້ອຳນາດຂອງຜູ້ໃຊ້ແຮງງານຢ່າງປ່າເຖື່ອນນັ້ນ ເຊັ່ນກັນ.... ປາສເຊ່ ກໍ່ແມ່ນໜຶ່ງໃນຈຳນວນສະມະຊິກກຸ່ມໂຈນ ທີ່ພວກນາຍທືນໄດ້ຂື້ນບັນຊີດຳໃຫ້ຈັບຕົວມາລົງໂທດ... (ຕິດຕາມຕອນທີ 2)