ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2008 | ມີ 53 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີທຸກໆທ່ານທີ່ຫລົງເຂົ້າມາ

 

ກ່ອນອື່ນຕ້ອງຂໍບອກກ່ອນວ່າ ໄດຯນີ້ຂຽນຂຶ້ນມາເພື່ອຄວາມບັນເທີງເທົ່ານັ້ນ ແລະອອກຈະໄຮ້ສາລະຫນ້ອຍຫນຶ່ງຫາຫລາຍເຕີບ ກະລຸນາໃຊ້ວິຈາລະນະຍານໃນການອ່ານ ^_^

 

ສຳລັບນັກຮຽນນັກສຶກສາ ໃນຊ່ວງນີ້ກະຄົງຈະກຳລັງກຽມຈະສອບເສັງກັນຢູ່ (ຫລືບາງຄົນອາດຈະເສັງໄປແລ້ວ?)

ເມື່ອເວົ້າເຖິງການເສັງ ກະຫລີກລ້ຽງບໍ່ໄດ້ທີ່ຈະມີການ "ກ່າຍ"

ຈາກການທີ່ໄດ້ຍ່າງເຂົ້າຫ້ອງເສັງມາຫລາຍຮອບແລ້ວ ຈຶ່ງເຄີຍໄດ້ເຫັນຍຸດທະວິທີການກ່າຍຫລາກຫລາຍຮູບແບບ ເຫິໆ

ຕ້ອງຂໍບອກໄວ້ວ່າ ເມື່ອທ່ານກ້າວເຂົ້າສູ່ຫ້ອງສອບເສັງ ທ່ານຈະໄດ້ພົບກັບແດນສົນທະຍາ(?) ເຊິ່ງຜູ້ທີ່ສຶກສາວິຊາທັງຫລາຍມາຈະໃຊ້ຄວາມຮູ້ທັງຫມົດທີ່ໄດ້ຮຽນມາໃຫ້ເປັນປະໂຫຍດ ເປັນຕົ້ນແມ່ນ ສຳຜັດທັງ5 ຫລືແມ້ແຕ່ພະລັງຈິດ ຊິກເຊັ້ນ ແລະອື່ນໆ

ປະສາດສຳຜັດທຸກສ່ວນຈະຖືກເຫລົາໃຫ້ແຫລມຄົມ ຈົນຮັບຮູ້ເຖິງທຸກສັບພະສິ່ງ ແມ້ແຕ່ຕົວຫນັງສືໃນເຈ້ຍຂອງຄົນທີ່ຢູ່ໄກອອກໄປ ເຫມືອນເປັນພະລັງຈິດຢ່າງຫນຶ່ງ ຮຶໆ

ຕໍ່ໄປນີ້ຈະຂໍສະເຫນີວິຊາພະລັງຈິດທີ່ຈະເຫັນໄດ້ແຕ່ສະເພາະໃນຫ້ອງເສັງ ເຊິ່ງທ່ານໆຫລາຍໆຄົນອາດຈະເຄີຍເຫັນ ຫລືຍັງບໍ່ເຄີຍເຫັນ ນັ້ນກໍ່ຄື.......

 

 

1. ວິຊາຫູທິບ

 

ພົບເຫັນໄດ້ທົ່ວໄປໃນຫລາຍໆຫ້ອງເສັງ ຜູ້ທີ່ໃຊ້ວິຊານີ້ ມັກຈະມີຄວາມສາມາດໃນການຟັງເປັນເລີດ ໂດຍສະເພາະສຽງຂອງຄົນທີ່ນັ່ງຢູ່ບໍລິເວນອ້ອມຂ້າງ ພວກເຂົາຈະມີຄວາມສາມາດໃນການແຍກສຽງ ລະຫວ່າງຄຳຕອບທີ່ຖືກຕ້ອງ ແລະບົດສົນທະນາທົ່ວໄປ ເຊິ່ງຕ້ອງອາໃສຄວາມຊຳນິຊຳນານ ແລະຈິນຕະນາການສູງ

alt

 

ຜູ້ທີ່ບັນລຸວິຊາຫູທິບ ຈະສາມາດໄດ້ຍິນສຽງ "ຄຳຕອບ" ທີ່ຢູ່ໄກອອກໄປໄດ້ຫລາຍແມັດໄດ້ ເຖິງວ່າສຽງນັ້ນຈະເບົາປານໃດກໍ່ຕາມ

ຂໍ້ດີຂອງວິຊານີ້ ແນບນຽນ ໄຮ້ຫລັກຖານ ແລະບໍ່ມີທາງຈັບໄດ້

ຂໍ້ເສຍ ວິຊາຫຼູທິບຈະໄຮ້ປະໂຫຍດໃນທັນທີ ຖ້າຫາກໃນຫ້ອງເສັງນັ້ນ ບໍ່ມີຄົນລົມກັນ ເພາະສະນັ້ນຜູ້ທີ່ຕ້ອງການຝຶກວິຊານີ້ ຕ້ອງພິຈາລະນາໃຫ້ດີກ່ອນ

 

2. ວິຊາຕາທິບ

 

ຜູ້ທີ່ມີວິຊານີ້ ມັກຈະໄດ້ມາພ້ອມວິຊາຕາເຫລ່ ແລະວິຊາຄໍຍາວ (ອາດຈະມີວິຊາມືຍາວແຖມມານຳ) ສາມາດພົບເຫັນຜູ້ມີວິຊານີ້ໄດ້ຕາມຫ້ອງເສັງທົ່ວໄປ

ເຊັ່ນດຽວກັນກັບວິຊາຫູທິບ ເຊິ່ງຕາຂອງຜູ້ມີວິຊາຕາທິບ ຈະດີກວ່າຄົນອື່ນ ນັ້ນຄື ພວກເຂົ້າສາມາດສະແກນຫາຄຳຕອບທີ່ຖືກຕ້ອງໄດ້ໃນເວລາອັນສັ້ນ ສາມາຮຽບຮຽນປະໂຫຍກໃນສະຫມອງໄດ້ຢ່າງໄວວາ

ຖ້າເປົ້າຫມາຍຂອງພວກທີ່ໃຊ້ວິຊາຕາທິບນັ່ງຢູ່ຂ້າງໆ ຕາຂອງພວກເຂົາຈະຄ່ອຍໆເຫລ່~ໄປ ພ້ອມກັບຄໍທີ່ຄ່ອຍໆຍາວອອກ ຍາວອອກ~

alt

ຜູ້ທີ່ບັນລຸວິຊາຕາທິບ ຈະສາມາດແນມເຫັນຄຳຕອບໃນເຈ້ຍຂອງຄົນທີ່ນັ່ງຢູ່ໄກອອກໄປໄດ້ ດ້ວຍສາຍຕາທີ່ດີເປັນເລີດ ແລະແນບນຽນຈົນບໍ່ອາດຈັບໄດ້

ຂໍ້ດີ ສາມາດເບິ່ງຄຳຕອບໄດ້ໄວ ແລະງ່າຍ

ຂໍ້ເສຍ ຖ້າທ່ານຍັງຝຶກວິຊານີ້ບໍ່ສຳເລັດ ອາດມີຄວາມສຽງຕໍ່ການຖືກຈັບໄດ້ສູງ

 

3. ວິຊາສະກົດຈິດ

 

ຫລືເອີ້ນອີກແບບຫນຶ່ງຄື ວິຊາຂົ່ມຂູ່ ວິຊານີ້ ອາດຈະພົບເຫັນໄດ້ຫນ້ອຍກວ່າສອງວິຊາຂ້າງເທິງ

ຕາມເອກກະສານ(?) ອ້າງອີງວ່າ ວິຊາສະກົດຈິດ ເປັນວິຊາທີ່ແຕກຂະແຫນງມາຈາກ ວິຊາຕາທິບ

ຜູ້ທີ່ໃຊ້ວິຊາສະກົດຈິດ ຈະສາມາດໃຊ້ສາຍຕາເປັນອາວຸດ ສາມາດເຮັດໃຫ້ເປົ້າຫມາຍເຮັດຕາມທີ່ເຮົາຕ້ອງການໄດ້

alt

ສາຍຕາຂອງຜູ້ໃຊ້ວິຊາສະກົດຈິດ ອາດສາມາດຕີຄວາມຫມາຍໄດ້ຫລາຍຄວາມ ເຊັ່ນວ່າ:

"ເອົາເຈ້ຍມາໃຫ້ຂ້ອຍກ່າຍດ໋ຽວນີ້"

"ຂຽນຊື່ຂ້ອຍແທນຊື່ເຈັ້າໃນເຈ້ຍນັ້ນດ໋ຽວນີ້"

"ບອກມາຄຳຕອບແມ່ນຫຍັງ"

"ຊິໃຫ້ກ່າຍຫລືບໍ່!?"

ແລະອື່ນໆອີກສາລະພັດ ຂຶ້ນກັບຄວາມສາມາດຂອງຜູ້ໃຊ້ວິຊາ

ຜູ້ທີ່ບັນລຸວິຊາສະກົດຈິດ ຈະສາມາດສັ່ງການຜູ້ຄົນອ້ອມຂ້າງໄດ້ຕາມໃຈມັກ

ຂໍ້ດີ ເຮັດໃຫ້ສາມາດເອົາຄຳຕອບທີ່ຖືກຕ້ອງມາໄດ້ໂດຍບໍ່ເປືອງແຮງຫລາຍ

ຂໍ້ເສຍ ສ່ຽງຕໍ່ການຖືກຄົນອື່ນຊັງສູງ

 

4. ວິຊາເຊື່ອງຊ້ອນ

 

ວິຊານີ້ເປັນອີກວິຊາຫນຶ່ງທີ່ນິຍົມໃຊ້ກັນແຜ່ຫລາຍມາຕັ້ງແຕ່ອະດີດເຖິງປັດຈຸບັນ

ຜູ້ທີ່ຮຽນວິຊານີ້ ຈຳເປັນຕ້ອງມີການກຽມການລ່ວງຫນ້າ ເຊິ່ງຕ້ອງມີອຸປະກອນເລັກໆນ້ອຍໆ ພ້ອມກັບເທັກນິກ ຄວາມຊຳນານ ຂ້ອນຂ້າງສູງ ຂຶ້ນກັບຄວາມສາມາດຂອງແຕ່ລະຄົນ

ວິຊານີ້ເປັນວິຊາທີ່ຕ້ອງມີການລົງທຶນລົງແຮງ ປັບແປງປັບປຸງ ແກ້ໄຂ ເລັກໆນ້ອຍໆ ເປັນຕົ້ນແມ່ນ ການປັບປຸ່ງໃຫ້ມີ "ຖົງລັບ" ໃນເສື້ອຜ້າຂອງຜູ້ກ່ຽວ

ຫລືເທັກນິກ ວິຊາການເຊື່ອງຊ້ອນທຸກຊະນິດ ທີ່ຈະສາມາດນຳ "ເຈ້ຍນ້ອຍ" ເຂົ້າໄປໃນຫ້ອງເສັງໄດ້

ເຊັ່ນ ຍັດໃສ່ໃນຢາງລຶບ (ເປັນຕົ້ນແມ່ນຢ່າງລຶບທີ່ມີຊົບ)

alt

ບາງຄົນອາດລົງມືກະທຳການແບບຊຶ່ງໆຫນ້າ ຫລືບາງຄົນອາດຈະໃຊ້ວິທີອັນແນບນຽນແລະບໍ່ມີທາງຈັບໄດ້

ຜູ້ທີ່ບັນລຸວິຊານີ້ ຈະສາມາດນຳ "ເຈ້ຍນ້ອຍ" ເຂົ້າໄປໃນຫ້ອງເສັງເທື່ອລະຫລາຍໆໄດ້ ພ້ອມທັງສາມາດໃນການເບິ່ງ "ເຈ້ຍນ້ອຍ" ໃນຫ້ອງເສັງໄດ້ຢ່າງແນບນຽນ

ຂໍ້ດີ ສາມາດຫາຄຳຕອບທີ່ຖືກຕ້ອງ 100% ໄດ້ດ້ວຍຕົນເອງ (ຖ້າກ່າຍຖືກຂໍ້)

ຂໍ້ເສຍ ສ່ຽງຕໍ່ການຈັບໄດ້ສູງ ແລະຖ້າຖືກຈັບໄດ້ ຈະດິ້ນບໍ່ຫລຸດ ເນື່ອງຈາກມີຫລັກຖານໄວ້ໃນຄອບຄອງ ດັງນັ້ນຜູ້ທີ່ຄິດຈະຮຽນວິຊານີ້ ຄວນຈະພິຈາລະນາໃຫ້ຖີ່ຖ້ວນ

 

5. ວິຊາລະຫັດລັບ

 

ວິຊານີ້ ແຕກຂະແຫນງໄປຫລາຍສາຂາ ແລະພົບເຫັນໄດ້ຫນ້ອຍ ຈົນເກືອບຈະສາບສູນໄປຈາກຫ້ອງເສັງແລ້ວ(ຫລືບໍ່?)

ລະຫັດຂອງວິຊາລະຫັດລັບ ອາດເປັນໄປໄດ້ໃນຫລາຍຮູບແບບ ເຊັ່ນ ການສົ່ງສັນຍານ, ການຍິກຄິ້ວ, ການກະພິບຕາ, ການເຮັດບິກ ສໍ ຫລືບັນທັດຕົກ ແລະອື່ນໆ

ເຄີຍມີແບບຢ່າງຂອງວິຊາລະຫັດລັບທີ່ກາຍເປັນ "ຕຳນານ" ມາກ່ອນ ນັ້ນຄືວິຊາລະຫັດມອສ ຫລືກໍ່ຄື "ການເຄາະ"

alt

ແຕ່ເນື່ອງຈາກລະຫັດມອສເປັນລະຫັດທີ່ອ່ານໄດ້ຍາກ ມັນຈຶ່ງກາຍເປັນລະຫັສທີ່ຫາຍສາບສູນໄປຈາກຫ້ອງເສັງເປັນເວລາດົນນານແລ້ວ

alt



ຍັງມີວິຊາອີກຫລາກຫລາຍວິຊາ ທີ່ຈອມຍຸດທັງຫລາຍໃຝ່ສຶກສາ ເພື່ອໃຫ້ໄດ້ມາຊຶ່ງ "ຄຳຕອບທີ່ຖືກຕ້ອງ" ບາງຄົນສາມາດສຳເລັດວິຊາໄດ້ເຖິງຂັ້ນ "ເທບ" ເຊິ່ງອາດຕ້ອງໃຊ້ເວລາຫລາຍປີ ກວ່າຈະບັນລຸເຖິງຂັ້ນປະລຳມາຈານໄດ້

ແຕ່ ບໍ່ວ່າຈະເປັນວິຊາໃດກໍ່ຕາມ ຄວນຈະພິຈາລະນາໃຫ້ດີກ່ອນໃຊ້ ເພາະທ່ານອາດສ່ຽງຕໍ່ການຕ້ອງອອກໄປຈາກຫ້ອງເສັງໄວກ່ອນກຳນົດກໍ່ເປັນໄດ້ ແລະເມື່ອເຖິງເວລານັ້ນ ວິຊາໃດໆກໍ່ຄົງບໍ່ອາດຊ່ວຍທ່ານໃດ້ ^w^

alt

 

 

ສຳລັບມີ່ ຕອນເຂົ້າຫ້ອງເສັງສ່ວນໃຫຍ່ມັກຈະ....

 

ແຕ້ມຮູບ!

alt

ແບບວ່າມັກ ຮາໆ

 

 

 

ຫມົດມຸກແລ້ວ ຂໍປິດທ້າຍດ້ວຍການອວຍພອນ

Merry Christmas & Happy New Year ເນີ້

ຂໍໃຫ້ທຸກຄົນມີຄວາມສຸກ ສຸຂະພາບດີ ແຂງແຮງຕະຫລອດປີ ^^

alt

ຮູບວັນຄຣິສມາສ (ຄລິກທີ່ຮູບເພື່ອເບິ່ງຂະຫນາດເຕັມ)

 

 


ໄດຯນີ້ ບໍ່ໄດ້ຂຽນຂຶ້ນມາເພື່ອສະຫນັບສະຫນຸນການກ່າຍແຕ່ຢ່າງໃດ

ສຸດທ້າຍນີ້ຂໍຝາກໄວ້ວ່າ ເຮັດດ້ວຍຕົນເອງ ຄວາມສາມາດຂອງຕົນເອງດີທີ່ສຸດເນີ້ທຸກທ່ານ ຮຸຮຸ

ຂໍໃຫ້ທຸກທ່ານໂຊກດີໃນການເສັງເນີ້ ^^

ຂໍອະໄພຖ້າຮູບແຕ້ມມັນອອກຈະມົ້ວໆຫນ້ອຍຫນຶ່ງ =w=

 

ຂໍຂອບໃຈທຸກໆທ່ານທີ່ເຂົ້າມາອ່ານ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2008 | ມີ 106 ຄຳເຫັນ ແລະ 0 trackback(s)

ປະກາດ (ນິດຫນຶ່ງ)

ສຳລັບຄົນທີ່ບໍ່ເຂົ້າໃຈ ລອງເຂົ້າໄປເບິ່ງ >>>ໄດຯນີ້<<< ແທນໄດ້ເດີ້ ມີ່ຂຽນຂັ້ນຕອນ CSS ພື້ນຖານ ພ້ອມຮູບປະກອບ ຫນ້າຈະເຂົ້າໃຈງ່າຍກວ່າ ' w '

 

-------------------------------

 

ສະບາຍດີທຸກໆຄົນ ໄດຯນີ້ຂຽນຂຶ້ນ ເພື່ອໃຫ້ສາມາດແກ້ໄຂຫນ້າໂປຣໄຟໄດ້ງ່າຍຂຶ້ນ ເຫມາະສຳລັບຄົນທີ່ພໍມີພື້ນຖານດ້ານ CSS ແລ້ວ * w *

ກ່ອນອື່ນຈະເຮັດ code ສຳເລັດຮູບໃຫ້ກ່ອນກະແລ້ວກັນ

 

ການໃສ່ພື້ນຫລັງ

body { background-image: url( url ຂອງຮູບ ); background-repeat: repeat; }  

 

ການໃສ່ພື້ນຫລັງແບບລັອກຢູ່ກັບທີ່

body { background-image: url( url ຂອງຮູບ ); background-attachment: fixed;  background-repeat: repeat; }  

 

ການປ່ຽນສີຕົວອັກສອນ

ສີລິ້ງ

a:link { color: #ໂຄ້ດສີ; }  

ສີລິ້ງທີ່ເຄີຍກົດແລ້ວ

a:visited {color: #ໂຄ້ດສີ; }  

ສີລິ້ງຕອນເອົາເມົ້າໄປວາງ

a:hover {color: #ໂຄ້ດສີ; }  

ສີອັກສອນໃນຫນ້າໂປຣໄຟ

div, td {color:#ໂຄ້ດສີ; }  

 

ການໃສ່ຮູບເທິງຫົວໂປຣໄຟ

div.page_header { background: url( url ຂອງຮູບ ); height: ຄວາມສູງຂອງຮູບ px; }  

ປົກກະຕິຈະມີຄວາມຍາວປະມານ 930 ແຕ່ຖ້າຢາກໃສ່ຄວາມຍາວ ກະພິມ width: ຄວາມຍາວ px;  ເຂົ້າໄປ  

 

ການໃສ່ຮູບຢູ່ຮອບນອກຂອງກ່ອງຄວາມເຫັນ

div.profile_postcomment { background: url( url ຂອງຮູບ ); }

ຖ້າຢາກໃສ່ຄວາມສູງກະຂຽນ height: ຄວາມສູງຂອງຮູບ px; ລົງໄປ  

 

ການໃສ່ຮູບໃນສ່ວນທີ່ໃຊ້ພິມຄວາມເຫັນ

textarea { background: url( url ຂອງຮູບ ); }  

 

ຖ້າຢາກແກ້ໄຂຄວາມຍາວຄວາມກວ້າງໃຫ້ຕື່ມ

height: ຄວາມຍາວpx !important;

width: ຄວາມກວ້າງpx !important;    

 

ພວກທາງເທິງນັ້ນເປັນ code ສຳເລັດຮູບ ໃຜຢາກແກ້ໄຂກະກັອບໄປແກ້ໄດ້ຕາມສະດວກເລີຍ ^^

ຕໍ່ມາມີ່ຈະອະທິບາຍກ່ຽວກັບ code CSS ອີກຫນ້ອຍຫນຶ່ງ ສຳລັບຄົນທີ່ຢາກແກ້ໄຂເພິ່ມເຕີມນອກເຫນືອຈາກນັ້ນ ນີ້ເປັນສ່ວນປະກອບຂອງ CSS ທີ່ຄວາມຈະຮູ້ໄວ້ (ເພື່ອການແຕ່ງຫນ້າໂປຣໄຟໃຫ້ງົດງາມ)

 

ຕົວຢ່າງເຊັ່ນ code ນີ້

textarea { background: url( url ຂອງຮູບ ); }

 

ສ່ວນປະກອບຂອງ CSS ຈະມີເປັນສ່ວນໆ ແບ່ງໄດ້ຄື    

textarea ແມ່ນ class ຂອງສ່ວນທີ່ເຮົາຕ້ອງການແກ້ໄຂ ຫລືກໍ່ຄື ການ select class

{ … } ແມ່ນຕົວເປີດ,ປິດ ເພື່ອປ້ອນຄຳສັ່ງທີ່ເຮົາຕ້ອງການແກ້ໄຂ (ຈຳເປັນຕ້ອງມີທຸກຄັ້ງ)

background ແມ່ນສິ່ງທີ່ເຮົາຕ້ອງການຈະແກ້ໄຂ ໃນສ່ວນ textarea ເຊິ່ງກະຄືພາບພື້ນຫລັງນັ້ນເອງ

: ຫລັງຈາກຂຽນຄຳສັ່ງ ຕ້ອງພິມ “ສອງຈ້ຳ” ທຸກຄັ້ງ

url( url ຂອງຮູບ ) ແມ່ນການປ້ອນຄຳສັ່ງຂອງເຮົາເຂົ້າໄປ ເພື່ອໃຫ້ມັນສະແດງຜົນຕາມທີ່ເຮົາຕ້ອງການ

ປິດທ້າຍດ້ວຍການຈົບຄຳສັ່ງຫນຶ່ງໆ ດ້ວຍການພິມ ; ຈາກນັ້ນເຮົາສາມາດພິມຄຳສັ່ງໃຫມ່ເຂົ້າໄປໄດ້ອີກເລື້ອຍໆ

 

 

ຕໍ່ມາມີ່ຈະຂຽນບອກ class ຕ່າງໆໃຫ້ ສຳລັບຄົນທີ່ຕ້ອງການຈະແກ້ໄຂສ່ວນອື່ນໆນອກເຫນືອຈາກຂ້າງເທິງ

 

div.top_menu     ສ່ວນເມນູທາງເທິງ(ຊ້າຍ) (ຫນ້າທຳອິດ ແນະນຳຫມູ່…)

      a.top_menu_item     ເມນູແຕ່ລະອັນໃນ div.top_menu

td.top_menu2     ເມນູທາງເທິງ(ຂວາ) (ບ່ອນລັອກອິນ)

td.menu_use      ສ່ວນເມນູ (ເຫດການໃຫມ່ ໂປຣໄຟ ໂປຣແກຣມ…)

a.menu_item     ເມນູແຕ່ລະອັນ (ເຫດການໃຫມ່ ໂປຣໄຟ ໄປຣແກຣມ…)

div.page_header     ສ່ວນທາງເທິງບລັອກ ( ຊື່'s Profile )

div.content     ສ່ວນຫນ້າຂໍ້ມູນຕ່າງໆ      

td.profile_leftside     ໂປຣໄຟສ່ວນທາງຊ້າຍມື      

td.profile_rightside     ໂປຣໄຟສ່ວນທາງຂວາມື

      td.header     ສ່ວນສະຖານະ ສະຖິຕິ…

      td.profile     ສ່ວນຂໍ້ມູນ ທາງລຸ່ມ td.header            

div.profile_profile     ສ່ວນຂໍ້ມູນໃນໂປຣໄຟ

            div.profile_heading     ສ່ວນຫົວຂໍ້ຂອງຂໍ້ມູນໃນໂປຣໄຟ (ຂໍ້ມູນສ່ວນຕົວ ຂໍ້ມູນອື່ນໆ ຄວາມສົນໃຈ…)

            div.profile_field_value     ສ່ວນຂໍ້ມູນແຕ່ລະສ່ວນ

      div.profile_action     ສ່ວນ ອັບເດດ…  

 

ສ່ວນຄອມເມັ້ນ  

 

div.profile_comments div.profile_postcomment      ອ້ອມນອກຂອງ textarea

textarea     ບ່ອນພິມຄອມເມັ້ນ

div.profile_comment_author     ສ່ວນຊື່ຂອງຄົນຄອມເມັ້ນ

div.profile_comment_date     ສ່ວນວັນທີທີ່ຄອມເມັ້ນ

div.profile_comment_body     ສ່ວນຄວາມເຫັນໃນກ່ອງຄອມເມັ້ນ    

 

 

ສ່ວນປຸ່ມ (ໂປຣໄຟ ຫມູ່ ຄຳເຫັນ…)  

 

td.profile_tab     ຕອນກ່ອນຈະກົດ (ໃສ່ຂອບໄດ້)

td.profile_tab2     ຕອນທີ່ກົດແລ້ວ (ໃສ່ຂອບໄດ້)

td.profile_tab a     ຕອນກ່ອນຈະກົດ (ໃສຮູບທາງໃນ ຫລືປ່ຽນສີໄດ້)

td.profile_tab2 a     ຕອນກ່ອນກົດແລ້ວ (ໃສຮູບທາງໃນ ຫລືປ່ຽນສີໄດ້)

td.profile_tab_end     ບ່ອນທີ່ມີເສັ້ນຂອບ (ປ່ຽນແປງ ຫລືເອົາອອກໄດ້)    

 

ຄຳສັ່ງຕ່າງໆທີ່ມັກໃຊ້ເລື້ອຍໆ  

 

ເຮັດໃຫ້ພື້ນຫລັງ ແລະເສັ້ນຂອບບໍ່ສະແດງ

{ background:none; border:none;}  

 

ເຮັດໃຫ້ສ່ວນນັ້ນຫາຍໄປ

{ display: none; }  

 

ໃສ່ສີຕົວອັກສອນ

color: #ໂຄ້ດສີ;  

 

ໃສ່ພື້ນຫລັງ

background: url( url ຂອງຮູບ );  

 

ໃສ່ສີໃຫ້ພື້ນຫລັງ

Background-color: #ໂຄ້ດສີ ;  

 

ການປັບໄລຍະຫ່າງຕ່າງໆ ແມ່ນໃຊ້ padding ແລະ margin ສອງຄຳສັ່ງນີ້ຄືກັນ ແລະຕ່າງກັນຫນ້ອຍຫນຶ່ງ   ຕົວຢ່າງການໃຊ້ padding-right: 20px; ຫລື padding: 20px 10px 0px 10px; ຫລື margin-botton: 20px; ປະມານນີ້ແຫລະ ບໍ່ຈັກຊິອະທິບາຍ ລອງເອົາໄປທົດລອງໃຊ້ເບິ່ງກະແລ້ວກັນ =w=    

 

ຖ້າໃສ່ຄຳສັ່ງໃນບາງສ່ວນແລ້ວມັນບໍ່ສະແດງຜົນ ກະລອງໃສ່ !important ເຂົ້າໄປ (ເທົ່າທີ່ມີ່ເຂົ້າໃຈ ມັນຈະສະແກນຫາຄຳນີ້ ແລະແປຄຳສັ່ງນີ້ກ່ອນຫມູ່ ຕິເບາະ ບໍ່ແນ່ໃຈ) ຕົວຢ່າງການໃຊ້ width: 500px !important; (ອັນນີ້ເປັນການປັບຄວາມກວ້າງ)    

 

ຍັງມີ class ຫລາຍບ່ອນທີ່ມີ່ບໍ່ໄດ້ຂຽນໃຫ້ ໃຜທີ່ຢາກ select class ດ້ວຍຕົວເອງ ເພື່ອແກ້ໄຂບ່ອນອື່ນໆອີກ ຫລືເພື່ອຈະຫາ class ຂອງໂປຣໄຟໃນເວັບອື່ນ (ຢ່າງເຊັ່ນ hi5) ຫລືຫນ້າ blog ກະເຮັດໄດ້ດັ່ງນີ້

 

ສິ່ງທີ່ຕ້ອງມີແມ່ນ Firefox ໃຜທີ່ບໍ່ທັນມີໄຟຟັອກ ກະໄປຫາໂຫລດມາຕິດຕັ້ງຊະ (ເຫັນວ່າອັນອື່ນກະໃຊ້ໄດ້ ແຕ່ປົກກະຕິມີ່ໃຊ້ Firefox ແຮະໆ)

ກ່ອນອື່ນກະໃຊ້ firefox ເປີດຫນ້າທີ່ເຮົາຕ້ອງການ ຄລິກຂວາທີ່ຫນ້ານັ້ນ ແລ້ວກົດ Veiw page source ຈະມີຫນ້າຕ່າງໃຫມ່ຂຶ້ນມາ ເຊິ່ງເຕັມໄປດ້ວຍໂຄ້ດຢົ້ວເຢ້ຍເຕັມໄປຫມົດ =w= ໃຜທີ່ບໍ່ຄຸ້ນເຄີຍກັບການອ່ານໂຄ້ດ ກະອາດຈະລາຍຕາຫນ້ອຍຫນຶ່ງ (ຖ້າຈ້ອງໂຄ້ດດົນໆອາດເຈັບຫົວໄດ້ ມີ່ເຄີຍເປັນມາລະ ເຈັບຫົວໄປຫນຶ່ງມື້ຫນຶ່ງຄືນຕອນອ່ານໂຄ້ດໃນ hi5 ມຶນຂະຫນາດ = =)

alt

  * ຄລິກທີ່ຮູບເພື່ອເບິ່ງຂະຫນາດເຕັມ

ໃນຮູບຈະເຫັນໄດ້ວ່າພວກນັ້ນເປັນ class ເຮົາຕ້ອງເບິ່ງວ່າ class ພວກນັ້ນແມ່ນສ່ວນໃດຂອງຫນ້າໂປຣໄຟ ເຮົາຈະເຫັນຄຳວ່າ “ຫນ້າທຳອິດ” “ແນະນຳຫມູ່” “ເສດຖີພັນລາວ” ອື່ມໆ ຄຸ້ນໆແມ່ນບໍ່ ຮູ້ລະວ່າມັນແມ່ນສ່ວນໃດ ອິອິ

 

ຫລັງຈາກໄດ້ class ທີ່ເຮົາຕ້ອງການຈະ select ແລ້ວ ມາເບິ່ງທາງຫນ້າຂອງຄລາສນັ້ນໆ (ຕົວຫນັງສືສີມ້ວງເຂັ້ມໆນ່ະ) ເຊິ່ງທາງຫນ້າຂອງ top_menu ມີ td ກະຈະເປັນ td.top_menu ຫນ້າ top_menu_item ມີ a ກະຈະກາຍເປັນ a.top_menu_item

 

ໃນນີ້ ບາງບ່ອນ ການ select class ມັນຈະຕ່າງໄປຫນ້ອຍຫນຶ່ງ ຄືມັນບໍ່ໄດ້ຂຽນ div class='top_menu_link' ແຕ່ອາດຈະຂຽນເປັນ div id="gohome" (ອັນນີ້ເປັນໂຄ້ດທີ່ຢືມມາຈາກ hi5) ແລະບາງເວັບ ຖ້າຂຽນ div. td. ມັນຈະໃຊ້ບໍ່ໄດ້ ອາດຈະກາຍເປັນ # ແທນ ເຊັ່ນ #content ປະມານນີ້ແຫລະ ບາງທີກະເປັນ . ເຊັ່ນ .vanity-bar (ອັນນີ້ເປັນແຖບສະຖິຕິໃນ hi5)    

 

ສ່ວນຫລັກຕ່າງໆ ກະອະທິບາຍໄປຫລາຍແລ້ວ ໃຜຍັງບໍ່ເຂົ້າໃຈບ່ອນໃດກະຖາມເຂົ້າມາໄດ້ ໃຜທີ່ເຂົ້າໃຈແລ້ວກະມາລົງມືແກ້ໄຂຫນ້າໂປຣໄຟກັນເລີຍ! ^^

ບາງໂຄ້ດກະອາດຈະໃຊ້ບໍ່ໄດ້ ເພາະມີ່ບໍ່ທັນໄດ້ລອງທຸກອັນ ແລະອາດຍັງມີຂໍ້ຜິດພາດຢູ່ ເນື່ອງຈາກບໍ່ໄດ້ສຶກສາຈິງຈັງ =w= ກະຂໍອະໄພນຳ ແລະບອກກັນມາໄດ້ວ່າຜິດພາດບ່ອນໃດ ຈະໄດ້ທຳການແກ້ໄຂ ແຮະໆ ຫວັງວ່າໄດຯນີ້ຈະເປັນປະໂຫຍດຕໍ່ທຸກຄົນເນີ້ ແລະຂອບໃຈທີ່ເຂົ້າມາອ່ານ ^^

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

ຖືໂອກາດວັນຮາໂລວີນ ຂໍໂພສຮູບເລີຍກະແລ້ວກັນ ^^

ຮູບນີ້ຫາກໍ່ລົງສີແລ້ວສົດໆຮ້ອນໆນີ້ເອງ


ຮູບນີ້ ມາສຄັອດຂອງມິມີ່

alt


 

 

alt


 

ເຫັນເດັກນັກຮຽນໃສ່ຊຸດຫນ້າຮັກດີ ເລີຍເກັບມາແຕ້ມ

 

alt


 

ຮູບຮາ,ລວີນອີກ 1 ຮູບ

 

alt


ຮູບນີ້ແຕ້ມດ້ວຍເມົ້າຫນູໃນ paint ຢູ່ໂຮງຮຽນ


alt


ປິດທ້າຍດ້ວຍຮູບຮາໂລວີນອີກ 1 ຮູບ

alt





ຫມົດແລ້ວວວ ສຸກສັນວັນຮາໂລວີນເນີ້ ທຸກທ່ານ ^^

* ຂອບໃຈທີ່ເຂົ້າມາເບິ່ງ + ຊອບໃຈສຳລັບຄຳຄິດເຫັນ

** ມີຫຍັງຕິຊົມແນະນຳວິພາກວິຈານກັນມາໄດ້ເດີ້ >w<







ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ



ເລື່ອງສັ້ນເລື່ອງນີ້ ເປັນເລື່ອງແນວ ສະທ້ອນສັງຄົມ + ລຶກລັບ ອາດມີຄຳສັບຫຍາບຄາຍຫນ້ອຍຫນຶ່ງ ກະຂໍອະໄພ


ເລື່ອງສັ້ນເລື່ອງນີ້ ເປັນເລື່ອງທີ່ແຕ່ງຂຶ້ນ ບໍ່ໄດ້ມາຈາກເຫດການຈິງແຕ່ປະການໃດ ກະລຸນາໃຊ້ວິຈາລະນະຍານໃນການອ່ານ

ຂອບໃຈ ^^





ເລື່ອງ ຊີວິດຂອງ...




ພໍ່ຂອງນັດຊື້ຂ້ອຍມາ ຕອນທີ່ນັດອາຍຸໄດ້ 3 ປີເຕັມ ພໍ່ຂອງນັດຊື້ຂ້ອຍເປັນຂອງຂວັນວັນເກີດຂອງນັດ



ຂ້ອຍຍັງຈື່ໄດ້ວ່າ ຕອນທຳອິດທີ່ຂ້ອຍໄດ້ພົບກັບນັດ ເດັກຄົນນັ້ນດີໃຈຫຼາຍ ເດັກນ້ອຍຜູ້ມີດວງຕາອັນບໍລິສຸດສົດໃສ ໃນຊຸດກະໂປງພອງຟູໜ້າຮັກ ແກ້ມຢຸ້ຍໆສີແດງໆຂອງນັດ ເຕັມໄປດ້ວຍຮອຍຍິ້ມ ຜົມສີດຳມັດລວບເປັນສອງຈຸກ ມັນຊ່າງເປັນການພົບກັນທີ່ໜ້າປະທັບໃຈທີ່ສຸດຂອງຂ້ອຍແລະນັດ



ນັບຕັ້ງແຕ່ຕອນນັ້ນເປັນຕົ້ນມາ ນັດກໍ່ມັກຈະອຸ້ມຂ້ອຍໄປນຳຕະຫຼອດ ບໍ່ວ່າຈະເປັນເວລາໃດ ນັດກໍ່ຈະຢູ່ນຳຂ້ອຍຕະຫຼອດເວລາ...



“ລິນລີ້ ໆ ມາຟັງນິທານນຳກັນເນາະ” ປາກສີແດງ ໆ ຂອງເດັກຍິງທີ່ຂ້ອຍຮັກແພງເວົ້າດ້ວຍນ້ຳສຽງອັນຫວານນຸ້ມ ອ່ອນລະມຸນ ຂະຫນາດທີ່ບໍ່ມີສຽງຂອງໃຜຜູ້ໃດຈະມາທຽບໄດ້



ລິນລີ້ ແມ່ນຊື່ທີ່ນັດຕັ້ງໃຫ້ຂ້ອຍ ຂ້ອຍມັກຊື່ນັ້ນ ມັກທີ່ສຸດ ຂອງທີ່ສຸດ ແລະຂ້ອຍກໍ່ມັກເວລາທີ່ນັດເອີ້ນຂ້ອຍແນວນັ້ນ ເຊັ່ນດຽວກັນ



ທຸກ ໆ ມື້ກ່ອນນອນ ນັດມັກຈະອຸ້ມຂ້ອຍໄປກອດ ພ້ອມທັງຟັງນິທານທີ່ແມ່ອ່ານໃຫ້ຟັງ ນິທານທີ່ເຕັມໄປດ້ວຍສິ່ງທີ່ສວຍງາມບໍລິສຸດ ມີທັງເຈົ້າຍິງ ເຈົ້າຊາຍ ຜາສາດສວຍງາມ ແລະທົ່ງດອກໄມ້ກວ້າງໃຫຍ່ ຂ້ອຍນອນຟັງກັບນັດ ແລະຮູ້ສຶກວ່າ ນັດນັ້ນຊ່າງເຫມືອນກັບເຈົ້າຍິງຜູ້ງົດງາມໃນນິທານພວກນັ້ນເຫລືອເກີນ… ບໍ່ຕິ… ນັດຕ້ອງງາມກວ່າພວກເຈົ້າຍິງປັນຍາອ່ອນພວກນັ້ນຢູ່ແລ້ວ



ແລະແລ້ວ ເຈົ້າຍິງນ້ອຍຂອງຂ້ອຍກໍ່ເຊືອບຫລັບໄປ ໃນຫ່ວງນິດທາອັນສະຫງົບ…





ວັນເວລາຫມຸນວຽນຜ່ານໄປ ພ້ອມກັບທຸກສິ່ງທຸກຢ່າງທີ່ຄ່ອຍປ່ຽນໄປ ນັດບໍ່ຄ່ອຍຈະພາຂ້ອຍໄປໂຮງຮຽນນຳແລ້ວ… ນັດຄ່ອຍ ໆ ປ່ຽນແປງຈາກເດີມເທື່ອລະຫນ້ອຍ ຈາກເດັກຍິງຜູ້ບໍລິສຸດ ກາຍເປັນເດັກສາວຜູ້ຫນ້າຮັກ ຊຸດກະໂປ່ງສີບົວ ກັບກາຍມາເປັນເສືອເຊີດສີຂາວ ແລະສິ້ນສີດຳ ເບິ່ງແປກຕາ



ທຸກ ໆ ເຊົ້າ ນັດຈະມາລູບຫົວຂອງຂ້ອຍ ແລ້ວອອກໄປຈາກຫ້ອງ ພຽງເທົ່ານັ້ນ ມັນກໍ່ເຮັດໃຫ້ດວງໃຈນ້ອຍ ໆ ຂອງຂ້ອຍເຕັມໄປດ້ວຍຄວາມສຸກແລ້ວ ຂ້ອຍເຂົ້າໃຈວ່ານັດຄົງຈະມີຄວາມຈຳເປັນ ຈຶ່ງບໍ່ຄ່ອຍມີເວລາໃຫ້ກັບຂ້ອຍຄືເມື່ອກ່ອນ ແຕ່ທີ່ນັດຍັງເກັບຂ້ອຍໄວ້ໃນຫ້ອງນອນ ຍັງບໍ່ລືມຂ້ອຍ ຂ້ອຍກໍ່ດີໃຈແລ້ວ…





12 ປີແລ້ວ ທີ່ຂ້ອຍໄດ້ມາຢູ່ກັບນັດ… ເວລາມັນຊ່າງຜ່ານມາໄວເຫລືອເກີນ ແລະທຸກ ໆ ຢ່າງ ກໍ່ປ່ຽນໄປຫມົດ… ຕົວຂ້ອຍທີ່ເຝົ້າແນມເບິ່ງນັດມາຕະຫລອດ 12 ປີ ຕອນນີ້ກາຍເປັນພຽງ “ຂີ້ເຫຍື້ອເກົ່າໆ” ນີ້ເອງ ບໍ່ຮູ້ວ່າ ຕັ້ງແຕ່ຕອນໃດທີ່ຂ້ອຍຖືກໂຍນລົງມາໄວ້ທີ່ກ້ອງຕຽງອັນເຕັມໄປດ້ວຍຂີ້ເຫຍື້ອ ແລະ ຂີ້ຝຸ່ນ ສັດຕົວນ້ອຍ ໆ ຈຳພວກ ມົດ ແມງມຸມ ໄຕ່ຕອມໄປຕາມຕົວຂອງຂ້ອຍ ຂ້ອຍຮູ້ສຶກເສຍໃຈ… ແຕ່ຂ້ອຍກໍ່ຍັງຄົງເຝົ້າແນມເບິ່ງເຈົ້າຍິງຂອງຂ້ອຍ



ທຸກເຊົ້າ ຂ້ອຍມັກຈະແນມລອດຊ່ອງຈາກກ້ອງຕຽງຂຶ້ນໄປ ແລະເຫັນນັດແຕ່ງຕົວຢູ່ຫນ້າແວ່ນເກືອບທຸກເວລາ… ຂ້ອຍຮູ້ສຶກອິດສາແວ່ນນັ້ນ! ເປັນຫຍັງນັດຕ້ອງແນມເບິ່ງມັນທຸກ ໆ ເຊົ້ານຳ ແລະທຸກ ໆ ຄັ້ງນັດກໍ່ມັກຈະຍິ້ມ ກ່ອນຈະເອົາແປ້ງຂາວ ໆ ມາທາທົ່ວ ໆ ຫນ້າ ເອົາບາງສິ່ງສີແດງ ໆ ມາທາປາກ ແລະເຮັດຫລາຍ ໆ ຢ່າງກັບຫນ້າຕາ ຈົນຂ້ອຍຈື່ເກືອບບໍ່ໄດ້



ເມື່ອຮອດ 8 ໂມງເຄິ່ງ ນັດຈຶ່ງຈະຟ້າວຝັ່ງອອກໄປຈາກຫ້ອງ ຫລັງຈາກທີ່ໂຍນເອົາຂອງຫລາຍ ໆ ຢ່າງ ຫນ້າແວ່ນອັນນັ້ນລົງໃສ່ໃນກະເປົ໋າຈົນເຕັມ



ຂ້ອຍໄດ້ຍິນສຽງແມ່ຂອງນັດຮ້ອງດ່າມາ ບອກໃຫ້ຟ້າວໄປບ່ອນໃດຈັກແຫ່ງທີ່ເອີ້ນວ່າ “ໂຮງຮຽນ” ຂ້ອຍເອງກໍ່ບໍ່ຄ່ອຍເຂົ້າໃຈຄືກັນ ແຕ່ ນັດເລີ່ມໄປໂຮງຮຽນຕັ້ງແຕ່ຕອນ 6-7 ປີແລ້ວ





ເຈົ້າຍິງນ້ອຍຂອງຂ້ອຍຫາຍໄປໃສ…? ນັ້ນແມ່ນຄຳຖາມທີ່ເກີດຂຶ້ນພາຍໃນຈິດໃຈຂ້ອງຂ້ອຍ



ຫລື ”ໂຮງຮຽນ” ຈະເຮັດໃຫ້ນັດປ່ຽນໄປ?! ໂຮງຮຽນເຮັດໃຫ້ນັດບໍ່ສົນໃຈຂ້ອຍ! ໂຮງຮຽນເຮັດໃຫ້ນັດຖິ້ມຂ້ອຍໄວ້ຄົນດຽວແນວນີ້! ໂຮງຮຽນເປັນສິ່ງທີ່ບໍ່ດີ!? ຂ້ອຍຕ້ອງບອກນັດ ຂ້ອຍຕ້ອງບອກໃຫ້ນັດຮູ້ ວ່າໂຮງຮຽນຈະເຮັດໃຫ້ນັດຕ້ອງປ່ຽນແປງໄປຫລາຍກວ່ານີ້ ນັດຈະຕ້ອງເຊົ້າໄປໂຮງຮຽນ! ນັດຕ້ອງເຊົາເບິ່ງແວ່ນ! ແລະນັດຕ້ອງຫັນມາສົນໃຈຂ້ອຍຄົນດຽວ!!



ແຕ່ວ່າ… ສຽງຂອງຂ້ອຍ ບໍ່ອາດສົ່ງໄປຮອດນັດອີກແລ້ວ ຂ້ອຍພາຍາຍາມຈະເວົ້າກັບນັດຕັ້ງຫລາຍເທື່ອ ແຕ່ນັດກໍ່ບໍ່ເຄີຍສົນໃຈຂ້ອຍ ຂ້ອຍຊັງທຸກສິ່ງທຸກຢ່າງ ຂ້ອຍຊັງທຸກຢ່າງທີ່ເຮັດໃຫ້ນັດປ່ຽນໄປ!! ນັດບໍ່ຫັນມາສົນໃຈຂ້ອຍອີກແລ້ວ ນັດບໍ່ລູບຫົວຂ້ອຍຄືເມື່ອກ່ອນ ນັດບໍ່ຍິ້ມບໍ່ຫົວກັບຂ້ອຍອີກແລ້ວ…



ນັດຄົງຈະບໍ່ຮັກຂ້ອຍແລ້ວ… ຂະຫນາດບາງມື້ ນັດກໍ່ຍັງບໍ່ກັບມາບ້ານ ບໍ່ມາໃຫ້ຂ້ອຍໄດ້ເຫັນຫນ້າ ຫລືບາງມື້ກັບມາ ນັດກໍ່ນອນເລີຍທັງ ໆ ຊຸດເສື້ອເຊີດສີຂາວ ແລະຜົມທີ່ຫຍຸ້ງ ໆ



ບາງມື້ຂ້ອຍໄດ້ຍິນສຽງຖຽງກັນຢ່າງຮຸນແຮງຂອງນັດກັບແມ່…



“ອາຈານໂທມາບອກວ່າມຶງບໍ່ໄປໂຮງຮຽນ!! ມຶງໄປໃສຂອງມຶງ!?”



“ເຮົາກະໄປຮຽນຫນັງສືຫັ້ນແຫລະ! ໂອ໊ຍ!!” ສຽງນັດເວົ້າດ້ວຍຄວາມລຳຄານ… ເຮິ ແມ່ມີສິດຫຍັງມາຂຶ້ນສຽງກັບເຈົ້າຍິງຂອງຂ້ອຍ! ຂ້ອຍຮູ້ສຶກໂກດແຄ້ນແມ່ຂອງນັດ ແຕ່ຂ້ອຍກໍ່ດີໃຈທີ່ນັດເຊົາໄປຮຽນແລ້ວ ຂ້ອຍຮູ້ວ່ານັດບໍ່ໄດ້ເວົ້າຄວາມຈິງ ຂ້ອຍຮູ້…



“ມຶງຢ່າມາຂີ້ຕົ໋ວະ!! ມຶງໄປໃສກັນແທ້!!!” ແມ່ຂອງນັດເວົ້າຂຶ້ນສຽງອີກຄັ້ງ



“ເຮົາສິໄປໃສກະເລື້ອງຂອງເຮົາຕວ່າເກາະ! ເຮິ!!” ສຽງນັດເວົ້າຈົບ ພ້ອມກັບສຽງປິດປະຕູດັງ ເຕີ້ງ!!



ຕັ້ງແຕ່ມື້ນັ້ນ… ນັດກໍ່ບໍ່ກັບມາອີກ ຢູ່ບ້ານງຽບເຫງົາຂຶ້ນ ພໍ່ຂອງນັດທີ່ໄປເຮັດວຽກຢູ່ຕ່າງປະເທດກໍ່ບໍ່ກັບມາຄືກັນ ແມ່ຂອງນັດຕ້ອງຢູ່ຜູ້ດຽວໃນບ້ານທີ່ງຽບເຫງົາ ແຕ່ຂ້ອຍກໍ່ບໍ່ສົນໃຈ ສິ່ງທີ່ຂ້ອຍສົນໃຈມີພຽງແຕ່ນັດເທົ່ານັ້ນ



ຂ້ອຍເຝົ້າຄອງຄອຍຖ້ານັດ ແຕ່ເຈົ້າຍິງນ້ອຍກໍ່ບໍ່ກັບມາອີກເລີຍ…



ບ້ານທີ່ງຽບເຫງົາ ມັນເລີ່ມງຽບເຫງົາຂຶ້ນກວ່າເກົ່າຕັ້ງແຕ່ຕອນໃດກໍ່ບໍ່ຮູ້… ຂ້ອຍບໍ່ຮູ້ສຶກວ່າມີໃຜອາໃສຢູ່ໃນບ້ານຫຼັງນີ້ອີກແລ້ວ ເຂັມຂອງເວລາໃນຫ້ອງຂອງນັດຍັງຄົງດັງ ຕ໊ອກ ແຕ໊ກ ຕ໊ອກ ແຕ໊ກ ແວ່ວມາໃຫ້ໄດ້ຍິນ ຂ້ອຍບໍ່ຮູ້ວ່າ ເວລາມັນຫມຸນວຽນຜ່ານໄປດົນປານໃດ ແຕ່ຂີ້ຝຸ່ນທີ່ມາເກາະຂ້ອຍມັນເລີ່ມຫລາຍຂຶ້ນເລື້ອຍ ໆ ເລື້ອຍ ໆ





ຈົນມາຮອດມື້ຫນຶ່ງ ຂ້ອຍໄດ້ຍິນສຽງເປິດປະຕູ… ຂ້ອຍຄິດວ່າຕ້ອງແມ່ນນັດແນ່ນອນ ນັດກັບມາຫາຂ້ອຍແລ້ວ



ແຕ່ສິ່ງທີ່ກ້າວເຂົ້າມາ ກັບເຮັດໃຫ້ຂ້ອຍຕົກໃຈ



ເຖິງຈະບໍ່ແມ່ນນັດ ແຕ່ຮູບຮ່າງຫນ້າຕາກໍ່ຄ້າຍກັບນັດ ນັດນ້ອຍທີ່ຂ້ອຍໄດ້ພົບເມື່ອຄັ້ງທຳອິດ ເດັກຍິງແກ້ມຢຸ້ຍ ໆ ທີ່ມັດຜົມສອງຈຸກ ເດັກຍິງເຂົ້າມາໃນຫ້ອງແລະຍິ້ມຫົວຫນ້າຮັກ ພ້ອມກັບພໍ່ແມ່ທີ່ຍາງມານຳເບື້ອງຫລັງ



“ເປັນບ້ານທີ່ເກົ່າ ແຕ່ສະພາບຍັງດີຢູ່ເນາະ ພໍ່” ສຽງແມ່ຂອງເດັກຍິງເວົ້າກັບອີກຄົນ



“ອື່ມ ແຖມຍັງເຫມາະຈະຢູ່ກັນສາມຄົນພໍ່ແມ່ລູກນຳ…”



ໃນຕອນນັ້ນເອງ ເດັກຍິງຕົວນ້ອຍຫັນກັບມາ ແລະແນມເຫັນຂ້ອຍ ຊົ່ວວິນາທີທີ່ໄດ້ສົບຕາ ຂ້ອຍຄິດເຖິງຄັ້ງທຳອິດທີ່ຂ້ອຍໄດ້ພົບກັບນັດ



ເດັກຍິງອຸ້ມຂ້ອຍອອກໄປຈາກກ້ອງຕຽງທີ່ແສນມືດມິດ ແລ້ວຕົນຕົວສີເທົາຂອງຂ້ອຍກໍ່ໄດ້ກະທົບຖືກແສງແດດເປັນຄັ້ງທຳອິດໃນຮອບຫລາຍປີ



“ແມ່ ໆ ຢູ່ຫນີ້ມີຕຸກກະຕານຳ!” ເດັກຍິງຮ້ອງຂຶ້ນດ້ວຍແວວຕາເປັນປະກາຍ



“ບໍ່ຈັບແມ້ລູກ!” ແມ່ຂອງເດັກຍິງຮ້າຍເບົາ ໆ “ມັນສົກກະປົກ… ສົງໃສຄົງຈະແມ່ນຂອງຄົນທີ່ເຄີຍຢູ່ຫນີ້ຕິເບາະ”



ເດັກຍິງງຽບໄປຈັກຫນ້ອຍຫນຶ່ງ… ລາວຫັນມາຈ້ອງແນມເບິ່ງຂ້ອຍ ແລະຍິ້ມອອກມາ



“ແຕ່ວ່າ… ມັນຄົງຈະຜ່ານເລື່ອງລາວມາຫລາຍເນາະ!”





…(ຈົບ)




ເລື່ອງ "ຊີວິດຂອງ..." ເປັນເລື່ອງທີ່ແຕ່ງໄວ້ຂ້ອນຂ້າງຈະດົນແນ່ລະ ປະມານ 2 ປີໄດ້ ມີ່ເກັບມາຂຽນລົງຄອມ ແລະຮຽບຮຽງໃຫມ່ຫນ້ອຍຫນຶ່ງ ເລື່ອງນີ້ເປັນເລື່ອງສັ້ນທີ່ດີທີ່ສຸດເທົ່າທີ່ເຄີຍແຕ່ງ ແຮະໆ

ມີ່ເຊື່ອງຂໍ້ຄິດຫນ້ອຍຫນຶ່ງໃສ່ໃນເລື່ອງສັ້ນເລື່ອງນີ້ ກະ ແລ້ວແຕ່ຄົນອ່ານຈະເອົາໄປຄິດກະແລ້ວກັນ ^^


ໃຜທີ່ອ່ານແລ້ວກະ ສະແດງຄວາມຄິດເຫັນໃຫ້ແນ່ເດີ້ >< ຢາກຮູ້ວ່າ ຕອນທີ່ອ່ານ ແຕ່ລະຄົນຄິດແນວໃດ

* ຂອບໃຈທຸກທ່ານທີ່ເຂົ້າມາອ່ານ

** ຂອບໃຈສຳລັບທຸກຄຳຄິດເຫັນ

*** ຫ້າມນຳເລື່ອงສັ້ນເລື່ອງນີ້ໄປໃຊ້ ດັດແປງ ແກ້ໄຂ ຫລືເຜີຍແຜ່ໂດຍບໍ່ໄດ້ຮັບອະນຸຍາດເນີ້ ^^


ສະຫລຸບຜົນສຳຫລວດ ແນວນິຍາຍທີ່ມັກ ໃນ poll ນີ້   ມີຄົນໂຫວດຫລາຍທີ່ສຸດແມ່ນ ແນວຄວາມຮັກ ຄະແນນສຽງ 7 ຄະແນນ... (ແນວອື່ນໆກະສູສີກັນແຮະ)

ຊັ້ນກະຕົກລົງວ່າມີ່ຈະຂຽນນິຍາຍແນວຄວາມຮັກເນີ້ ວາງໂຄງເລື່ອງໄວ້ແລ້ວລະ ຍັງເຫລືອແຕ່ເນື້ອເລື່ອງ... ວ່າຈະຂຽນບໍ່ຍາວຫລາຍ ແຕ່ກະບໍ່ຮູ້ວ່າຈະຂຽນໄດ້ຮອດໃສ ແຮະໆ

ເລື່ອງທີ່ຈະຂຽນ ເປັນນິຍາຍຮັກເສົ້າໆນໍ້ ຂຽນໄປແລ້ວຕອນຫນຶ່ງ ໄວ້ຂຽນໄດ້ຫລາຍໆຕອນລະຈຶ່ງຈະເອົາມາລົງ ອິອິ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ຮູບແຕ້ມ..ມ..ມ ຊ່ວງນີ້ຂ້ອນຂ້າງຈະວ່າງ = = ອື່ມ ອັນທີ່ຈິງເຖິງບໍ່ວ່າງກະແຕ້ມຕະຫລອດແຫລະ (ຮາ)



ຮູບທຳອິດນີ້ ແຕ້ມ + ລົງສີໄວ້ດົນແລ້ວ (ປະມານໄດ້ອາທິດກວ່າໆລະຕິ)

ອັນນີ້ແມ່ນ ວິທີການລົງສີຂອງຮູບນີ້... ໃຜຢາກສຶກສາກະລອງກົດເຂົ້າໄປເບິ່ງໄດ້ (ໂຫລດໂຫດເນີ້) ຄລິກ

alt

 

ຮູບນີ້ຫາກໍ່ລົງສີແລ້ວມື້ວານ... ແຕ້ມມື້ດຽວກັບຮູບທາງເທິງແຫລະ ພາຍາຍາມແຕ້ມໃຫ້ມັນເຂົ້າກັນ ຄືມີຫນັງສືທີ່ມີຮູກະແຈ ກັບລູກກະແຈ ຢ່າງທີ່ເຫັນ >< ລົງສີກະພາຍາຍາມລົງໃຫ້ກົງຂ້າມກັນ ໂທນຮ້ອນກັບໂທນເຢັນ... ແຕ່ມາເບິ່ງດີໆແລ້ວ ຮູ້ສຶກວ່າມັນອອກໂທນເຢັນຫມົດສອງແຮະ = =

ທີ່ຈິງແຕ້ມຜູ້ຊາຍບໍ່ເກັ່ງແຫລະ >< ແຕ່ແບບວ່າ ກຳລັງຝຶກ ໃຜມີຫຍັງກະແນະນຳຕິຊົມກັນໄດ້ເດີ້

alt

 

ຮູບຈິ້ງຈອກໄຟ >w< ມີໃຜຮູ້ສຶກຄຸ້ນໆແນ່ ອິອິ ຄິດບໍ່ຜິດດອກ ໄດ້ແຮງບັນດານໃຈມາຈາກໄຟຟອກແຫລະ ຕອນນີ້ມີ່ໃຊ້ໄຟຟອກຢູ່ ແລະກະມີອັນມັກຫລາຍອັນແຫລະ ເລີຍໃຊ້ມາຈົນດ໋ຽວນີ້ ^^

 

alt

 

 

ຮູບນີ້ ແຕ້ມຄ້າງດອງຍາວໄວ້ດົນ ຫາກໍ່ເກັບມາລົງສີມື້ວານນ່ະ =w= ທີ່ຈິງຕອນທຳອິດບໍ່ໄດ້ຄິດໃຫ້ມັນອອກມາເປັນແນວນີ້ດອກ ແຕ່ແຕ້ມໄປແຕ້ມມາກະເປັນຢ່າງທີ່ເຫັນ

ເປັນຮູບທີ່ຢາກລອງແຕ້ມມຸມແປກໆ ແບບບໍ່ຖະຫນັດເບິ່ງນ່ະ ຄິດວ່າຍັງມີສັດສ່ວນພ້ຽນໆຢູ່ແຫລະ

alt

 

ຮູບນີ້ບໍ່ທັນໄດ້ລົງສີ... (ຄິດວ່າຄືຊິບໍ່ໄດ້ລົງນ່ະ) ເປັນຮູບໂຕກະຕູນ ອໍລິຈິນອລ ທີ່ຄິດວ່າຈະຂຽນເປັນເລື້ອງ >< ແຕ່ກະຍັງບໍ່ທັນໄດ້ເລີ່ມຂຽນຈັກຫນ້າ ແຮະໆ (ແລະບໍ່ຮູ້ວ່າມື້ໃດຊິໄດ້ຂຽນ - -)

alt

ຫມົດລະ... ຍັງມີອີກ ແຕ່ສ່ວນໃຫຍ່ເປັນຮູບແຕ້ມແບບຂີດໆມົ້ວໆນ່ະ ເອົາໄວ້ແຕ້ມແລ້ວລະຈະເອົາມາໃຫ້ເບິ່ງອີກເທື່ອ >w<

ໃຜມີຫຍັງຕຳຫນິຕິຊົມວິພາກວິຈານມາໄດ້ເລີຍ ບໍ່ຕ້ອງເກງໃຈ ຈະຮັບທຸກຄຳຕິເພື່ອໄປພັດທະນາໃນຄັ້ງຕໍ່ໆໄປນ່ະ ^^

ຂອບໃຈທີ່ໂຫລດກະທູ້ ແລະຂອບໃຈສຳລັບທຸກຄຳຄິດເຫັນລ່ວງຫນ້າເດີ້

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2008 | ມີ 49 ຄຳເຫັນ ແລະ 0 trackback(s)

----------------------

*Edit: ອັນນີ້ເປັນ How to ຂອງພັນລາວເວີຊັ້ນເກົ່າ ດັ່ງນັ້ນໂຄ້ດຫລາຍໆສ່ວນມັນອາດຈະໃຊ້ບໍ່ໄດ້ແລ້ວເດີ້

----------------------

ສະບາຍດີທຸກໆຄົນ

ກ່ອນອື່ນກະຕ້ອງຂໍຖາມກັນກ່ອນວ່າ ມີໃຜທີ່ມີຄວາມຕ້ອງການຢາກແຕ່ງໂປຼໄຟ

ແຕ່ແຕ່ງບໍ່ໄດ້ດັ່ງໃຈບໍ່ ຍົກມືຂຶ້ນ ^o^

ມື້ນີ້ມິມີ່ຈະມາແນະນຳວິທີການແຕ່ງຂັ້ນພື້ນຖານໃຫ້ ສຳລັບຄົນທີ່ຢາກແກ້ໄຂໃຫ້ໂປຼໄຟເບິ່ງມີຄວາມເປັນເອກກະລັກເດີ້ ^^

ກ່ອນອື່ນກະ ກົດເຂົ້າໄປທີ່ຫນ້າແກ້ໄຂ ແລ້ວໄປທີ່ຫນ້າຕັ້ງຄ່າໂປຼໄຟ

ຕໍ່ໄປນີ້ແມ່ນ code ທີ່ໃຊ້ປ່ຽນສ່ວນຕ່າງໆ ກອບໄປວາງໄວ້ທີ່ຫນ້າ ຕັ້ງຄ່າໂປຼໄຟໄດ້ເລຍ


* ວິທີປ່ຽນພາບພື້ນຫລັງ

body {
background-image: url( url ຂອງຮູບ );
background-repeat: repeat; }


* ພາບພື້ນຫລັງແບບລັອກໃຫ້ພື້ນຫລັງຢູ່ບ່ອນເກົ່າ

body {
background-image: url( url ຂອງຮູບ );
background-attachment: fixed;
background-repeat: repeat; }

* ປ່ຽນລູກສອນເມົ້າ ໃນຫນ້າໂປຼໄຟ

body { cursor: url( url ຂອງຮູບ ); }

* ໃສ່ຮູບເທິງຫົວໂປຼໄຟ

td.shadow img {display:none}
td.shadow { background-image: url( url ຂອງຮູບ ); border:none; height: ຄວາມສູງpx;}


ທີ່ຂຽນໃຫ້ທາງເທິງນັ້ນແມ່ນສ່ວນຫນຶ່ງແຫລະ

ບໍ່ເຂົ້າໃຈບ່ອນໃດກະຖາມໄດ້ເດີ້ ຖ້າຕອບໃດ້ກະຈະຕອບໃຫ້ ແຕ່ຂໍບອກຕາມຕົງ ມີ່ກະຍັງບໍ່ເກັ່ງປານໃດດອກ ><

ຜິດພາດປະການໃດກະຂໍອະໄພນຳ ແຮະໆ


** ສ່ວນອັນນີ້ ເປັນໂຄງຮ່າງສ່ວນຕ່າງໆຂອງໂປຼໄຟພັນລາວທີ່ລອງເຮັດມາໃຫ້ເບິ່ງ

ໃຜທີ່ພໍຮູ້ເລື້ອງ code CSS ກະຫນ້າຈະເຂົ້າໃຈນໍ້ ລອງເອົາໄປແກ້ເບິ່ງ

ແຕ່ຄິດວ່າຄົງຈະຍັງມີສ່ວນທີ່ຜິດພາດຢູ່ແຫລະ ເພາະບໍ່ໄດ້ກວດເບິ່ງປານໃດ =w="

ໃຜເຈິຂໍ້ຜິດພາດກະທັກກັນມາໄດ້ ເອົາໄວ້ຄັ້ງຫນ້າຈະແກ້ມາໃຫ້ເບິ່ງໃຫມ່

alt

*ຄລິກທີ່ພາບເພື່ອເບິ່ງຂະຫນາດໃຫຍ່

 

ບາງບ່ອນ ຍັງບໍ່ຮູ້+ຫາບໍ່ເຈິ+ບໍ່ແນ່ໃຈ ເລີຍບໍ່ໄດ້ຂຽນລົງໄປ = =

ໃຜມີຫຍັງກະມາຕື່ມໆກັນໄດ້ເດີ້

( ບາງບ່ອນ ຖ້າບໍ່ແມ່ນ td. ກະເປັນ div. ນີ້ແຫລະ... ເຫັນ td. ມັນຫລາຍກະເລີຍໃສ່ td. ໄປຫມົດ ...ຮາ )

.

.

.


ຫວັງວ່າທັງຫມົດນັ້ນ ຄົງຈະເປັນປະໂຫຍດຕໍ່ສະມາຊິກພັນລາວບໍ່ຫລາຍກະຫນ້ອຍເດີ້ ^^

ຂອບໃຈທີ່ເຂົ້າມາເບິ່ງ >w<