ຂຽນເມື່ອ: ພ.ຈ.. 15, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ເພງ: ຫລໍ່ບໍ່ມີ ດີພໍໃຊ້
ເນື້ອຮ້ອງ-ທຳນອງໂດຍ: ບ່າວນິດນິລັນ ຄົນພັນລາວ
*** ບໍ່່ແມ່ນອ້າຍນີ້ ຈະເວົ້າເລື່ອງດີເຂົ້າໂຕໝົດ
ມີແຕ່ດີບໍ່ມີໂທດ ສ້າງຄຸນປະໂຫຍດຢ່າງມາກມາຍ
ອ້າຍຄົນທຳມະດາ ລູກຊາຍຊາວນາທົ່ວໆໄປ
ເຄີຍຜິດຫວັງແລ້ວຮ້ອງໄຫ້ ສູນສີ້ນສະຫຼາຍຈົນກິນນ້ຳຕາ
*** ບໍ່ມີພັນລ້ານ ຝາກທະນາຄານຄືເຂົາດອກ
ອ້າຍມັນຄົນບ້ານນອກ ພໍ່ແມ່ເຮັດໄຮ່ເຮັດນາ
ຈົບພຽງມໍສາມ ເອື້ອມບໍ່ເຖິງດອກປະລິນຍາ
ເລື່ອງທຸລະກິດການຄ້າ ບໍ່ມີດອກນາສາມໄວ
R-*** ເວົ້າເລື່ອງຄວາມຫຼໍ່ ອ້າຍນີ້ບໍ່ຄ່ອຍຈະມີ
ແຕ່ຖ້າເວົ້າເລື່ອງຄວາມດີ ອ້າຍນີ້ບໍ່ເປັນຮອງໃຜ
ບໍ່ເຄີຍລວງຫຼອກ ຕວະຕົ້ມສາວໃຫ້ເສຍໃຈ
ບໍ່ເຊື່ອຖາມເບິ່ງກະໄດ້ ຄົນຄືອ້າຍບໍ່ເຄີຍໂລເລ
*** ເຊື່ອອ້າຍເຖີດນ້ອງ ຮັບຮອງໄດ້ເລີຍງາມງອນ
ຫາກອ້າຍເວົ້າບໍ່ແນ່ນອນ ບັງອອນບໍ່ຕ້ອງໂອເຄ
ອ້າຍເປັນຄົນຈົນ ແຕ່ນິໄສບໍ່ເຄີຍເກເລ
ຄວາມຫຼໍ່ບໍ່ມີແຖມຍັງບໍ່ເທ່ ມີແຕ່ຄວາມດີປະດັບໃນຕົວ
(ຈົບແລ້ວ)
ບ່າວນິດນິລັນ ມືໃໝ່ຫັດຂຽນ