ຂຽນເມື່ອ: ມ.ກ.. 12, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ເຄັດລັບເພີ່ມຄວາມຈຳໃຫ້…ສະໝອງ
1. ຈິບນໍ້າດຸໆ
ສະໝອງປະກອບດ້ວຍນໍ້າ85% ເຊວສະໝອງກໍ່ຄືກັບຕົ້ນໄມ້ທີ່ຕ້ອງການນໍ້າລໍ່ລ້ຽງ ຖ້າບໍ່ມີນໍ້າຕົ້ນໄມ້ກໍ່ຈະຫ່ຽວຖ້າບໍ່ຢາກໃຫ້ເຊວສະໝອງຫ່ຽວຊຶ່ງສົ່ງຜົນໃຫ້ການສົ່ງຂໍ້ມູນຊ້າກາຍເປັນຄົນຄິດຊ້າ ຫລືຄິດຢາກອອກ ແຕ່ລະມື້ຈຶ່ງຄວນດື່ມນໍ້າດຸໆເຮັດວຽກຢູ່ທີ່ບ້ານ
2. ກິນໄຂມັນດີໆ
ຄົນສ່ວນຫລາຍບໍ່ຮູ້ວ່າສະໝອງຄືກ້ອນໄຂມັນຊຶ່ງຈໍາເປັນຕ້ອງມີໄຂມັນດີໄປທົດແທນສ່ວນທີ່ເສຍຫາຍແນະນໍາໃຫ້ກິນໄຂມັນດີລະຫວ່າງວັນ ຈໍາພວກນໍ້າມັນປາ ສານສະກັດໃບແປະກ້ວຍປາທີ່ມີໄຂມັນດີຄືປາແຊວມອນ ນົມຖົ່ວເຫລືອງວິຕາມິນລວມທີເຮັດໃຫ້ເຊວຊຸ່ມນໍ້າ ສ່ວນວິຕາມິນຊີກິນແລ້ວສົດຊື່ນ.
3. ນັ່ງສະມາທິມື້ລະ12 ນາທີ
ຫລັງຈາກຕື່ນນອນແລ້ວໃຫ້ຕັ້ງສະຕິ ແລະນັ່ງສະມາທິທຸກເຊົ້າ ມື້ລະ 12 ນາທີເພື່ອໃຫ້ສະໝອງເຂົ້າສູ່ໄລຍະທີ່ມີຄື້ນ Thetd ຊຶ່ງເປັນຄື້ນທີ່ຜ່ອນຄາຍທີ່ສຸດ ເຮັດໃຫ້ສະໝອງມີ Mental Imagery ສາມາດຈິນຕະນາການເຫັນພາບ ແລະມີຄວາມຄິດສ້າງສັນ(ຖ້າເຮັດບໍ່ໄດ້ຕອນເຊົ້າໃຫ້ແອບເຮັດກ່ອນນອນທຸກວັນ)
4. ໃສ່ຄວາມຕັ້ງໃຈ
ການຕັ້ງໃຈໃນສິ່ງໃດໆກໍ່ຕາມຄືການໂປຼແກມສະໝອງວ່າ ນີ້ຄືສິ່ງທີ່ຈະຕ້ອງເກີດແຕ່ລະມື້ສະໝອງຈະປັບພຶດຕິກໍາເຮົາ ໃຫ້ໄປສູ່ເປົ້າໝາຍນັ້ນເຮັດໃຫ້ປະສົບຄວາມສໍາເລັດໃນສິ່ງຕ່າງໆເພາະສະໝອງບໍ່ແຍກລະຫວ່າງສິ່ງທີ່ເຮັດຈິງ ກັບສິ່ງທີ່ຄິດຂື້ນທັງສອງຢ່າງຈຶ່ງເປັນຄືກັບສິ່ງດຽວກັນ
5. ຫົວແລະຍິ້ມດຸໆ
ທຸກຄັ້ງທີ່ຍິ້ມຫລືຫົວຈະມີສານອິນໂດຟິນ ຊື່ງເປັນສານແຫ່ງຄວາມສຸກລັ່ງອອກມາເທົ່າກັບເປັນການກະຕຸ້ນໃຫ້ມີຄວາມຢາກຮັກແລະຫວັງດີຕໍ່ຄົນອື່ນໄປເລື້ອຍໆ
6. ຮຽນຮູ້ສິ່ງໃໝ່ທຸກມື້
ສິ່ງໃຫມ່ໃນທີ່ນີ້ໝາຍເຖິງສີ່ງຕ່າງໆທີ່ເກີດຂື້ນໃນຊີວິດປະຈໍາວັນ ເຊັນ ການກິນອາຫານຮ້ານໃໝ່ໆຮູ້ຈັກເພື່ອນໃໝ່ໆ ອ່ານໜັງສືເຫລັ້ມໃໝ່ ລົມກັບເພື່ອນຮ່ວມງານແລຮຽນຮູ້ວິທີການເຮັດວຽກຂອງເຂົາ ເປັນຕົ້ນ ເພາະການຮຽນຮູ້ສິ່ງໃໝ່ເຮັດໃຫ້ສະໝອງລັ່ງສານອິນໂດຟິນ ແລະ ໂດປາມິນ ຊື່ງເປັນສານແຫ່ງກນຮຽນຮູ້ກະຕຸ້ນໃຫ້ຢາກຮຽນຮູ້ແລະສ້າງສັນໄປ ເລືອຍໆເມື່ອມີຄວາມສຸກກໍ່ເຮັດໃຫ້ມີຄວາມຄິດສ້າງສັນ
7. ໃຫ້ອາໄພໂຕເອງທຸກມື້
ການທີ່ບໍ່ໃຫ້ອາໄພໂຕເອງຊັງຄົນອື່ນ ຊັງໂຕເອງ ເຮັດໃຫ້ເປືອງພະລັງງານສະໝອງ ການໃຫ້ອາໄພໂຕເອງເປັນການລົດພາລະຂອງສະໝອງ
8. ຂຽນບັນທຶກGraceful Journal
ຝຶກຂຽນຂອບໃຈສິ່ງດີໆທີ່ເກີດຂື້ນໃນແຕ່ລະວັນລົງໃນປື້ມບັນທຶກ ເຊັ່ນຂອບໃຈທີ່ມີຄອບຄົວທີ່ດີ, ຂອບໃຈທີ່ມີສຸຂະພາບດີ ເປັນຕົ້ນເພາະການຂຽນເລື້ອງດີໆ ເຮັດໃຫ້ສະໝອງຄິດໃນທາງບວກພ້ອມທັງລັ່ງສານເຄມີທີ່ດີອອກມາ ຊ່ວຍໃຫ້ຫລັບຝັນດີຕື່ນມາເຮັດສະມາທິໄດ້ງ່າຍ ມີຄວາມຄິດສ້າງສັນ.
9. ຝຶກຫາຍໃນເລິກໆ
ສະໝອງໃຊ້ອອກຊິເຈນ20-25% ຂອງອອກຊິເຈນທີ່ເຂົ້າສູ່ຮ່າງກາຍ, ການຝຶກຫາຍໃຈເຂົ້າເລິກໆຈຶ່ງເປັນການສົ່ງພະລັງງານທີ່ດີໄປທີ່ສະໝອງຄວນນັ່ງຫລັງຊື່ໆເພື່ອໃຫ້ອອກຊິເຈນເຂົ້າສູ່ຮ່າງກາຍໄດ້ຫລາຍຂຶ້ນຖ້ານັ່ງເຮັດວຽກດົນໆຄວນຫາເວລາຢືນຫລືຍ່າງຍືດເສັ້ນຍືດສາຍເພື່ອໃຫ້ປອດຂະຫຍາຍໃຫຍ໋ສາມາດຫາຍໃຈເອົາອອກຊິເຈນເຂົ້າປອດໄດ້ເພີ່ມຂື້ນອີກ 20%.