ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ປິດສະໜາຈາກພຣະສຸກ, ພຣະເສີມ, ພຣະໃສ

ອາຣັມພະບົດ
- ພຣະສຸກ ພຣະເສີມ ແລະພຣະໃສນັ້ນ ຕາມປະວັດທີ່ພໍສຶກສາໄດ້ນັ້ນ ແມ່ນເຮົາໄດ້ພົບຂໍ້ມູນທາງຝ່າຍໄທຍ໌ ເປັນສ່ວນຫຼາຍ, ສຳລັບຂໍ້ມູນທາງຝ່າຍລາວນັ້ນ ເຮົາຍັງບໍ່ທັນພົບເລີຍ ແຕ່ຢ່າງໃດກໍຕາມ ອິງຕາມຄວາມເປັນຈິງແລ້ວ ມັນກໍບໍ່ເປັນເຣື່ອງແປກຫຍັງເລີຍກ່ຽວກັບບັນຫານີ້ ເນື່ອງຈາກບ້ານເມືອງລາວຊາວລ້ານຊ້າງ ໄດ້ຖືກທັບມ້າງໂດຍຂ້າເສີກສັດຕູໝູ່ມານ ນອກປະເທດ ມັນກໍເປັນເຣື່ອງຈິງຢູ່ເອງ ທີ່ຫຼັກຖານຕ່າງໆ ນ້ອງຕົກເຮັຍເສັຍຫາຍເປັນທຳມະດາ, ການການທີ່ເຮົາບໍ່ມີຫຼັກຖານອ້າງອິງ ຫຼືຄວາມເປັນຈິງກຽວກັບພຣະພຸດທະຮູບທັງ ໓ ອົງນີ້ກໍຕາມ ກໍບໍ່ໄດ້ໝາຍວ່າເຮົາຈະລົບລ້າງຄວາມເປັນຈິງຂອງຄວາມເປັນເຈົ້າຂອງໆພຣະພຸດທະຮູບທັງ ໓ ອົງນັ້ນລົງໄດ້, ເນື່ອງຈາກ ຄວາມເປັນຈິງແຫ່ງປວັດສາດນັ້ນ ຜສົມກັບ ເຫດການທາງການເມືອງ ການປົກຄອງລາວໃນໄລຍະກ່ອນນັ້ນ ມັນກໍບົ່ງບອກ ຜສົມກັບພຸດທະລັກສະນະຂອງພຣະພຸດທະຮູບນັ້ນໄດ້ມີຫຼັກຖານຈະແຈ້ງຢູ່ໃນຕົວແລ້ວ.
- ພຣະພຸດທະຮູບທັງ ໓ ອົງນີ້ ນອກຈາກບົ່ງບອກເຖິງຄວາມເປັນຈິງແລ້ວ ຍັງໄດ້ບອກເຖິງປວັດສາດ ຕລອດທັງປິດສະໜາຫຼາຍຢ່າງ ໂດຍສະເພາະແມ່ນ ທີ່ປະດິດສະຖານພຣະ ພຸດທະຮູບທັງ ໓ ອົງນັ້ນ ມັນຍ່ອມເຮັດໃຫ້ເຮົາໄດ້ສຶກສາ ຕີຣາຄາຄວາມໝາຍ ແລະຄວາມສຳຄັນຂອງພຣະທັງ ໓ ອົງນີ້ໄດ້ຢ່າງໜ້າງຶດງໍ້ອັດສະຈັນໃຈ.

ພຣະເສີມ ທີ່ປະດີດສະຖານຢູ່ວັດປະທຸມວະນາຣາມ
ປະຫວັດໂດຍສັງເຂບ
- ພຣະພຸດທະຮູບສີລະປະລ້ານຊ້າງທັງ ໓ ອົງນີ້ ປັດຈຸບັນພຣະ ໒ ອົງໃດພັດຖິ່ນໄປປະດິດສະຖານຢູ່ໃນດິນແດນທີ່ຮຽກວ່າສຍາມ ໒ ອົງ ແຕ່ອົງນຶ່ງໄດ້ຈົ່ມດິ່ງຢູ່ກາງແມ່ນຳ້ຂອງ ຢ່າງໜ້າສົງສານ.
- ພຣະສຸກ ພຣະເສີມ ພຣະໃສ ນັ້ນມີຄວາມເປັນມາໜ້າສຶກສາ ເປັນຕຳນານທີ່ກ່ຽວພັນກັບປວັດສາດຊາດລາວ, ພຣະທັງ ໓ ອົງນີ້ໄດ້ຫຼໍ່ຂຶ້ນດ້ວທອງສີສຸກ (ໂລຫາສຳຣິດທີ່ມີ ທອງຄຳຜະສົມຈຳນວນຫຼາຍ)ໄດ້ທຳການສ້າງຂຶ້ນເມື່ອ ພ.ສ ໒໑໐໙,(໑), ການທີ່ມີນາມວ່າ ພຣະສຸກ ພຣະເສີມ ພຣະໄສນີ້ ຕາມຕຳນານວ່າ ຣາຊະທິດາ ທັງ ໓ ຂອງ ຊອງພຣະບາດສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ກະສັດຜູ້ສະຖາປານາພຣະຣາຊະອານາຈັກລ້ານຊ້າງ ຈັນທະບູຣີຣາຊະທານີ, ເຊິ່ງເປັນພີ່ນ້ອງຮ່ວມອຸທອນດຽວ ກັນ ຊົງພຣະນາມວ່າ ພຣະຣາຊະທິດາເສີມ, ພຣະຣາຊະທິດາສຸກ ແລະພຣະຣາຊະທິດາໃສ ເຊິ່ງໄດ້ໂຜດໃຫ້ນາຍຊ່າງຫໍ່ຼພຣະພຸດທະຮູບປະຈຳພຣະຊົນນະວານພຣະອົງ, ເພື່ອ ເປັນສີຣິມຸງຄຸນ ມີຂະໜາດລົດລັ່ນກັນຕາມລຳດັບ.
- ໃນພຣະຣາຊະພິທີການຫຼໍ່ພຣະພຸດທະຮູບທັງ ໓ ອົງນັ້ນ, ປວັດກ່າວວ່າ ພຣະພິກຂຸ ແລະຄະຣາວາດ ໄດ້ຊ່ວຍກັນທຳການສູບເຕົາຫຼອມທອງຢູ່ຕະຫຼອດ ໗ ວັນ ແຕ່ທອງ ນັ້ນ ຍັງບໍ່ສະຫຼາຍ ພໍເຖິງວັນທີ ໘ ມີພຽງພຣະພິກຂຸຜູ້ສູງອາຍຸອົງດຽວ ກັບສາມະເນນອົງໜຶ່ງສູບເຕົາຢູ່ ກໍປາກົດມີຕາຜ້າຂາວຄົນໜຶ່ງມາຂໍອາສາສູບເຕົາແທນພຣະພິກຂຸເຖົ້າ ແລະສາມະເນນນ້ອຍນັ້ນນ ແຕ່ວ່າວັນນັ້ນຍາດໂຍມ ແລະຄົນທີ່ໄປຮ່ວມງານຫຼໍ່ກັບເຫັນຄົນຈຳນວນຫຼາຍຊ່ວຍກັນສູບເຕົາຫຼອມທອງຢູ່,
- ເມື່ອພຣະພິກຂຸ ສາມະເນນສັນເພນສຳເຣັດຮຽບຮ້ອຍແລ້ວ ກໍພາກັນໄປສູບເຕົາຕໍ່ ປາກົດວ້າໄດ້ມີຜູ້ເທທອງລົງເບົ້າທັງ ໓ ສຳເຣັດຮຽບຮ້ອຍແລ້ວ ແຕ່ບໍ່ເຫັນຕາຜ້າຂາວຢູ່ເລີຍ ການຫຼໍ່ພຣະທັງ ໓ ອົງກໍສຳເຣັດລົງດ້ວນຄວາມອັດສະຈັນ, ພຣະຣາຊະທິດາທັງ ໓ ຕ່າງກໍພຣະຣາຊະທານນາມຕາມພຣະນາມຂອງຕົນເປັນນາມພຣະພຸດທະຮູບ ໄດ້ແກ່ພຣະເສີມ ເປັນພຣະພຸດຮູບປະຈຳພຣະຣາຊະທິດາອົງເອື້ອຍກົກ, ພຣະສຸກເປັນພຣະພຸດທະຮູບປະຈຳຣາຊະທິດາອົງຮອງ ແລະພຣະໃສ ເປັນພຣະພຸດທະຮູບປະຈຳພຣະຣາຊະທິດາອົງນ້ອງ ສຸດ.
- ສົມເດັດກົມ ພຣະຍາດຳຣົງຣາຊານຸພາບ ນັກປະຫວັດສາດຜູ້ມີຊື່ສຽງຂອງໄທຍ໌ ໄດ້ຊົງລົງຄວາມເຫັນກ່ຽວກັບພຣະພຸດທະຮຸບທັງ ໓ ອົງນີ້ໄວ້ວ່າ "ເປັນພຣະພຸດທະຮູບລາວ ສີລະປະລ້ານຊ້າງ ທີ່ງົດງາມຍິ່ງກວ່າພຣະພຸດທະຮູບອົງອື່ນ ແລະຊົງສັນນິດຖານເຣື່ອງການສ້າງໄວ້ ໒ ປະເດັນ ຄື ອາດເປັນພຣະພຸດຮູບຈາກເມືອງໃດເມືອງໜຶ່ງທາງຕາເວັນອອກ ຂອງຣາຊະອານາຈັກລ້ານຊ້າງ ແລະຕໍ່ມາຕົກຢູ່ໃນເຂດລ້ານຊ້າງ ຫຼືອາດສ້າງຂຶ້ນໃນເຂດລ້ານຊ້າງໂດຍຜີມືນາຍຊ່າງລາວພຸງຂາວ".
- ໃນສະໄໝຂອງພຣະບາດສົມເດັດພຣະນັ່ງເກົ້າ ຣາຊະການທີ ໓ ຄັ້ງນັ້ນ, ພຣະຣາຊະອານາຈັກລ້າຊ້າງ ໄດ້ຖືກຮຸກຮານໂດຍສຍາມ ໃນສະໄໝພຣະເຈົ້າອະນຸວົງ, ຄັ້ງນັ້ນພຣະ ເຈົ້າອະນຸວົງ ໄດ້ເລັງເຫັນຄວາມເດືອດຮ້ອນຂອງປະຊາຊົນຊາວລ້ານຊ້າງ ທາງຝັ່ງຂວາແມ່ນຳ້ຂອງ ທີ່ໄດ້ຖືກຂົ່ມເຫງດ້ວຍການເກັບເກນພາສີເກີນອັດຕາ, ການສັກເລກ ແລະ ອື່ນໆ ຈາກເຈົ້າເມືອງຈັນ ເຊິ່ງເປັນເຈົ້າເມືອງກາງ(ໂຄຣາດ) ທີ່ເກັບເກນສ່ວຍສົ່ງກຸງເທບ, ພຣະເຈົ້າອະນຸວົງ ຈຶ່ງໄດ້ທຳການປາບປາມ ພຣະຍາມເມືອງຈັນນັ້ນ ບໍ່ໃຫ້ກຳເລີບ ເສີມສານ ຈຶ່ງໄດ້ຍົກກອງທັບໄປຮົບ ແຕ່ທາງພຣະນັ່ງເກົ້າ ຣັດຊະການທີ່ ໓ ຄິດວ່າພຣະເຈົ້າອະນຸວົງ ຈະເປັນຂະບົດ ຈຶ່ງໃຫ້ສົມເດັດບໍວອນຣາຊະເຈົ້າມະຫາສັກດີພົນເສພ ເປັນແມ່ ທັບໄປຕີຂະນາບ ພຣະເຈົ້າອະນຸວົງຊົງເຫັນວ່າ ພຣະອົງພົບກັບເສີດສອງດ້ານ ຈຶ່ງຖອຍທັບກັບວຽງຈັນ ເຈົ້າພຣະຍາສົມເດັດບໍວອນຣາຊະເຈົ້າມະຫາສັກດີພົນເສພ ເຫັນວ່າພຣະເຈົ້າອະນຸວົງ ຖອຍທັບກັບວຽງຈັນ ກໍຖືໂອກາດອ້າງສິດນັ້ນຍົກທັບຕາມເພື່ອປາບປາມ ເປົ້າໝາຍຫຼັກແມ່ນຖືໂອກາດຢືດຄອງວຽງຈັນສາເລີຍ ຈຶ່ງມາຕັ້ງຄ້າຍທີ່ ເມືອງພັນພ້າວ ທະຫານສຍາມໄດ້ທຳການອ້ອມນະຄອນວຽງຈັນໄດ້ດ້ານດຽວ ຄືຢືດເມືອງພັນພ້າວອັນເປັນເມືອງທ່າດ້ານຕາເວັນຕົກຂອງລາວໄດ້ ປິດລ້ອມເມືອງວຽງຈັນໄວ້ ນານເຖິງ ໙ ເດືອນ ແຕ່ເຂົ້າຕີວຽງຈັນບໍ່ໄດ້ ທະຫານສຍາມໄດ້ທຳທຸກວິທີທາງເພື່ອຢຶດນະຄອນວຽງຈັນໃຫ້ສຳເຣັດ ເຂົາໄດ້ຕັກຄໍຊາວໜອງຄາຍ ມາຈ່າວຂາຍໃຫ້ຊາວວຽງຈັນ ເຮັດໃຫ້ປະຊາຊົນຕົກອົກຕົກໃຈ ແລະແຕກໜີຊະລຸພຸພ່າຍ, ໃນທີ່ສຸດສະບຽງໃນນະຄອນວຽງຈັນຂາດລົງ ພຣະເຈົ້າສີຣິບຸນຍະສານ ກໍອອກຈາກເມືອງໄປທາງແມ່ນຳ້ງື່ມ ເພື່ອຈະໄປຍັງຫວຽດນາມ ເພື່ອຂໍໃຫ້ຫວຽດນາມເຂົ້າມາຊ່ວຍ ຕາມສັນຍາພັນທະມິດ, ເຈົ້າຣາຊະວົງຜູ້ຮັກສາດ່ານທິດຕາເວັນອອກສ້ຽງໃຕ້(໒)ເຫັນວ່າພຣະຣາຊະບິດາສະເດັດໜີ ແລະຄິດວ່າການສົງຄາມນັ້ນ ເມື່ອຍອມແລ້ວ ກໍຈະບໍ່ມີການທຳຮ້າຍ ຈຶ່ງເປີດປະຕູເມືອງໃຫ້ສຍາມເຂົ້າເມືອງ ແຕ່ເມື່ອສຍາມເຂົ້າເມືອງໄດ້ແລ້ວ ກໍທຳການຈູດ ເລົາເຜົາຜານ ແລະຈັບເອົາເຊຶ້ອພຣະວົງເປັນຕົວປະກັນໝົດ.
- ໃນຂະນະນັ້ນ ປະຊາຊົນໄດ້ເຫັນໄພຕໍ່ຊາດຕໍ່ສາສນາ ຈຶ່ງໄດ້ນຳເອົາພຣະພຸດທະຮູບຫຼາຍອົງໄດ້ຊຸກເຊື່ອງໄວ້ຕາມຖຳ້ພູຄູຫາ ທາງພູເຂົາຄວາຍ ເທົ່າທີ່ປາກົດມີ ພຣະພຸດທະຮູບ ດັ່ງນີ້ຄື ພຣະແຊກຄຳ, ພຣະສັນສະມໍ, ພຣະສຸກ, ພຣະເສີມ, ພຣະໃສ, ພຣະແກ່ນຈັນ, ພຣະເງິນຫຼໍ່, ພຣະເງິນບຸ, ພຣະສົງນຳ້, ໄປປະດິດສະຖານໄວ້ທີ່ເມືອງວຽງຄຳ ເມື່ອສະຍາມຮູ້ຂ່າວເຊັ່ນນັ້ນສຍາມກໍໄດ້ ໄປຕາມເອົາພຣະພຸດທະຮູບເຫຼົ່ານັ້ນໄປໄວ້ທີ່ເມືອງພັນພ້າວ ແລະໄດ້ສ້າງພຣະເຈດີເພື່ອບັນທຶກພຣະນາມຊືວ່າພຣະເຈດີປາບວຽງ ຕໍ່ມາພຣະເຈົ້າສີຣິບຸນຍະສານ ຮູ້ຊົງຊາບຂ່າວວ່າວຽງຈັນຖືກເຜົາຜານ ຈຶ່ງໄດ້ລີ້ຊ່ອນຢູ່ຕາມປ່າເຂົາ ທາງຕເວັນອອກຂອງວຽງຈັນ ທຳການສົງຄາມກອງຫຼອນດັກໂຈມຕີກອງທັບ ສຍາມຫຼາຍຄັ້ງຈາກວຽງຈັນ.
- ຫຼັງຈາກພຣະເຈົ້າອະນຸວົງ ໄດ້ກັບມາຄອງນະຄອນວຽງຈັນ ພຣະອົງໄດ້ທຳການຮື້ພຣະເຈດີນັ້ນ ແລ້ວເອົາພຣະພຸດທະຮູບທັງໝົດກັບວຽງຈັນ ຕໍ່ມາທະຫາສຍາມໄດ້ເຂົ້າຍຶດພັນ ພ້າວ ແລະທຳລາຍວຽງຈັນ ທຳລາຍກຳແພງເມືອງ ປ້ອມ ແລະຫໍຄຳ ຈົນກາຍເປັນເຖົ່າຖານຈົນບໍ່ເຫຼືອຮ່ອງຮອຍຄວາມຈະເລີນ ແຫ່ງອະດີດ ເຫຼືອໄວ້ແຕ່ວັດສີສະເກດ ແລະສະຖານທີ່ສັກສິດປະຈຳເມືອງບາງແຫ່ງ ໃນປີ ຄ.ສ ໑໘໒໘ ໃນສະໄໝພຣະເຈົ້າອະນຸວົງ ພວກເຂົາໄດ້ນຳເອົາພຣະພຸດທະຮູບຕ່າງໆ ຂ້າມຂອງຂົນສູ່ສຍາມ ແລະພວກສຍາມກໍທຳການຊອກຈັບຕົວພຣະເຈົ້າອະນຸວົງ ໄດ້ທີ່ເມືອງເຫືອງ ແລະນຳໄປທຳການທໍຣະມານ ຈົນສະຫວັນນະຄົດທີກຸງເທບ ປ່ອຍໃຫ້ນະຄອນວຽງຈັນຮ້າງ ເປັນເວລາຫຼາຍກວ່າ ໖໐ ປີ.
ການອົງເຊີນພຣະເສີມ, ພຣະສຸກ ແລະພຣະໃສ ຈາກວຽງຈັນ
- ຕໍ່ມາມີການເລົ່າສືກັນວ່າ ພົບພຣະພຸດທະຮູບໃນຖຳ້ແຫ່ງໜຶ່ງທີ່ພູເຂົາຄວາຍ (ເນື່ອງຈາກຊາວເມືອງໄດ້ນຳເອົາໄປເຊື່ອງຊ້ອນໄວ້ໜີໄພສົງຄາມ) ເມື່ອທາງຣາຊະການສຍາມໄດ້ໄປ ເບິ່ງກໍເຫັນເປັນຄວາມຈິງ ຈຶ່ງໄດ້ນຳເອົາພຣະພຸດທະຮູບທັງ ໓ ຂຶ້ນເທິງແພໄມ້ໄຜ່ ອັງເຊີນມາທາງລຳນຳ້ງື່ມເພື່ອອອກສູ່ລຳນຳ້ຂອງ ເມື່ອຮອດເວີນປາກນຳ້ງື່ມ ກົງກັບບ້ານໜອງ ກຸ້ງ ເມືອງໜອງຄາຍ(ປັດຈຸບັນຢູ່ໃນເຂດອຳເພີໂພນພິໄສ) ເກີດເຫດອັດສະຈັນ ຄືວ່າພູມີອາກາດສະຫງົບຮຽບຮ້ອຍດີ ທັນໃດພາຍຸລົມຝົນຕົກໜັກໄດ້ພັດເອົາແຖ່ນພຣະສຸກຕົກລົງ ນຳ້ເວີນ ສະຖານທີ່ນັ້ນ ຈຶ່ງຮຽກວ່າ "ບ້ານເວີນແທ່ນ" ປັດຈຸບັນຢູ່ໃນເຂດເມືອງປາກງື່ມ ແລະໃນຂະນະນັ້ນເອງ ການຂົນພຣະກໍດຳເນີນໄປຢ່າງບໍ່ເຊົາ ລົມແລະຝົນຍິ່ງຕົກໜັກ ແລະຮຸນແຮງຂຶ້ນ ທັງເກີດເພດໄພຫຼາຍປະການພວກສຍາມກໍບໍ່ເກງກົວ ເມື່ອນຳແພໄປເຖິງເວີນແຫ່ງໜຶ່ງແຄມແມ່ນຳ້ຂອງ(ຝັ່ງລາວ) ພຣະສຸກກໍໄດ້ຕົກລົງແພຈົມຫາຍລົງໄປສູ່ພື້ນ ແມ່ນຳ້ຂອງ ຫຼັງຈາກພຣະສຸກຈົມລົງສູ່ພື້ນນຳ້ແລ້ວ ສະພາບອາກາດກໍກັບສູ່ສະພາບປົກກະຕິດີດັ່ງເດີມ ສະຖານທີ່ນັ້ນ ຈຶ່ງຮຽກວ່າ "ເວີນພຣະສຸກ" ການຕໍ່ມາກໍປ່ຽນມາເປັນ "ເວີນສຸກ", ສ່ວນພຣະເສີມ ແລະພຣະໃສ ໄດ້ນຳໄປປະດິດສະຖານທ່ີ່ເມືອງໜອງຄາຍໄດ້ຢ່າງປອດໄພ.

ພຣະໃສ ທີ່ວັດໂພໄຊ ເມືອງໜອງຄາຍ
- ເມື່ອສຍາມນຳເອົາພຣະພຸດທະຮູບລ້ານຊ້າງໄປເຖິງໜອງຄາຍແລ້ວ ແຮກກໍເອົາພຣະເສີມປະດິດສະຖານທ່ີ່ວັດໂພໄຊ ສ່ວນພຣະໄສໄດ້ປະດິດສະຖານທີ່ວັດຫໍກອງ (ວັດປະດິດທັມ ມະຄຸນ) ຕໍ່ມາເຖິງຣັດຊະການທີ ໔ ຂອງສຍາມ ນາມວ່າພຣະປິ່ນເກົ້າ ເຊິ່ງເປັນອຸປະຮາດຂອງສຍາມໃນສະໄໝນັ້ນ ພຣະອົງຊົງມີພຣະຣາຊະປະສົງອັງເຊີນພຣະເສີມມາປະດິດ ສະຖານຍັງພຣະບໍຣົມມະຫາຣາຊະວັງ(ກຸງເທບ) ສົມເດັດພຣະຈອມເກົ້າ (ຣ.໔)ຈຶ່ງໂຜດເກົ້າໃຫ້ຊຸນວໍຣະທານີ ແລະຊ້າຫຼວງເໝັນ ມາອັງເຊີນພຣະເສີມ ແລະພຣະໃສລົງໄປ ຍັງກຸງເທບ.
ປະກິຫານພຣະເສີມ ພຣະໃສ
- ເມື່ອອັງອັງເຊີນພຣະເສີມ ແລະພຣະໃສ ໄປຍັງກຸງເທບນັ້ນ ມີສິ່ງປາຕິຫານເກີດຂຶ້ນອີກ ຄືວ່າ ກວຽນທີ່ປະດິດສະຊານພຣະໃສ ຈາກວັດຫໍກອງນັ້ນ ເມື່ອມາເຖິງໜ້າວັດໂພໄຊ ແລ້ວ ກວຽນທີ່ປະດິດສະຖານພຣະໃສກໍຫັກລົງຈຕໍ່ໜ້າວັດໂພໄຊ ທະຫານ ແລະຜູ້ທຳການອັງເຊີນກໍພາກັນສ້ອມແປງດີແລ້ວ ກວຽນກໍຍັງຫັກອີກຫຼາຍຫົນ ເຮັດໃຫ້ພວກສຍາມ ເກີດຄວາມອັດສະຈັນໃຈ ແລະຢ້ານກົວ ຈົນໃນທີ່ສຸດງົວທີ່ໃຊ້ລາກກວຽນນັ້ນກັບບໍ່ຍອມເດີນອີກ, ຫົວໜ້າຄະນະອັງເຊີນພຣະຈຶ່ງໄດ້ທຳການອັງເຊີນທັງບ່ວງສວາງກໍບໍ່ເປັນຜົນ ພວກສຍາມຈຶ່ງເຂົ້າໃຈວ່າ ເທວະດາຮັກບໍ່ຢາກໃຫ້ພຣະໃສໄປຈາກໜອງຄາຍ ໃນທີ່ສຸດພວກສຍາມ ກໍອັງເຊີນພຣະໄສໃຫ້ປະດິດສະຊານທີ່ວັດໂພໄຊແທນ ສ່ວນພຣະເສີມໄດ້ອັງ ເຊີນລົງ ໄປໄວ້ທີ່ກຸງເທບມະຫານະຄອນ ໂດຍຜ່ານທາງສາຣະບູຣີ ອາຍຸທະຍາ ແລ້ວປະດິດສະຖານທີ່ພຣະບໍຣົມມະຫາຣາຊະວັງ.
- ປັດຈບັນ ພຣະໃສ ໄດ້ປະດິດສະຊານຜູ້ວັດໂພໄຊ ເມືອງ ແລະແຊວງໜອງກກາຍ ໄດ້ເປັນພຣະຄູ່ບ້ານດູ່ເມືອງຊອງຊາວແຂວງໜອງ່ກາຍ, ສ່ວນພຣະເສີມນັ້ນ ເມື່ອພຣະປິ່ນ ເກົ້າໄດ້ສະຫວັນນະກົດແລ້ວ ໃນປີ ໒໔໐໘ ສົມເດັດພຣະຈອມເກົ້າ (ຣ.໔) ໄດ້ໂຜດໃຫ້ອັງເຊີນພຣະເສີມຈາກບໍຣົມມະຫາຣາຊະວັງ ໄປປະດິດສະການຍັງວິຫານ ວັດປະທຸມວະນາ ຣາມ ເນື່ອງຈາກວັດປະທຸມວະຣາຣາມນີ້ ເປັນວັດຂອງລາວຊາວລ້ານຊ້າງອຸປະຖັມ ແລະເປັນຊຸມຊົນຊາວລາ ຊາວລ້ານຊ້າງ ທີ່ກວາດຕ້ອນໄປໄວ້ທີ່ກຸງເທບກຸ່ມໃຫຍ່ທີ່ສູດ ທີ່ກຸງເທບສະໄໝນັ້ນ ພຣະເສີມໄດ້ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຊາວລາວອົບພະຍົບ ໃນກຸງເທບສະໄໝນັ້ນ ຖືກເປັນທີ່ເພິ່ງທາງໃນຂອງພວກເຂົາ, ຊື່ສຽງຊອງພຣະເສີມ ໄດ້ດັງກະຊ່ອນໄປທົ່ວທັງພຣະນະຊອນ ວ່າມີພຣະໃຫຍ່ລ້ານຊ້າງອົງສຳຄັນຖືກອັງເຊີນມາໄວ້ໃນກຸງຣັດນະໂກສິນ ຜູ້ຄົນທົ່ວສາຣະທິດໄດ້ແຫ່ແຫນໄປຂາບໄຫວ້ຕລອດວັນ ເປັນເວລາຫຼາຍປີ.
- ຈົນຮອດບັດນີ້ຊາວໄທຍ໌ກໍຍັງຂາຍໄຫວ້ຕລອດມາ ວັນເວລາໄດຜ່ານໄປ ໒໐໐ ກວ່າປີແລ້ວ ຊື່ສຽງພອງພຣະເສີມ ກໍບໍ່ໄດ້ຫາຍໄປລາມການເວລາ, ສຳລັບຊົນຊາວລາວ ຍັງມື່ບໍ່ລືມ ສ່ວນພຣະໃສນັ້ນ ຊາວລາວເຮົາຍັງໄປສັກກາຣະບູຊາບໍ່ໄດ້ຊາດ ພຣະມະຫາກະສັດລາວອົງສຸດທ້າຍ ກໍໄດ້ປະອຸປະຖຳໃນການສ້າງວິຫານປະດິດສະຖານ ທີ່ວັດໂພໄຊ ພຣະວິຫານນັ້ນຍັງເປັນທີ່ປະດິດສະຖານພຣະໃສເທົ່າຮອດບັດນີ້.
ປິດສະໜາຈາກພຣະສຸກ, ພຣະເສີມ, ພຣະໃສ
- ເມື່ອໄດ້ອ່ານໜັງສື ເຣື່ອງພຣະເສີມ ພຣະສຸກ ແລະພຣະໃສແລ້ວ ເຮັດໃຫ້ເຫັນເຖິງປິດສະໜາຂອງພຣະພຸດທະຮູບທັງສາມອົງນີ້ ຢ່າງໜ້າງຶດງໍ້ອັດສະຈັນໃຈ ໂດຍສະເພາະແລ້ວ ແມ່ນປະວັດການສ້າງພຣະນັ້ນກໍເປັນທີ່ອັດສະຈັນແລ້ວ, ພຣະນາມຂອງພຣະກໍເປັນທີ່ອັດສະຈັນໃຈເຊັ່ນກັນ, ນອກຈາກນັ້ນສິ່ງທຳໃຫ້ອັດສະຈັນໃຈ ກໍຄືການຂົນຍ້າຍພຣະ ທັງສາມອົງນີ້ນັ້ນ ພຣະພຸດທະຮູບເອງກໍໄດ້ສະແດງອະພິນະຫານ ບອກໃຫ້ສຍາມຮູ້ແລ້ວວ່າ ການທີ່າຍາມທຳກັບຄົນລາວຊາວລ້ານຊ້າງນັ້ນ ຄືການທຳລາຍພຣະຣາຊະອານາຈັກ ລ້ານຊ້າງທັງ ໓ ອານາຈັກ, ອັນເປັນດິນແດນແຫ່ງພຣະພຸດທະສາສນາທີ່ຮຸ່ງເຮືອງນັ້ນ ຖືວ່າເປັນສິ່ງບໍ່ຊອບທຳຢູ່ແລ້ວ ໂດຍສະເພາະສຍາມທຳລາຍພຣະນະຄອນວຽງຈັນ ແລະ ພຣະນະຄອນຈຳປາສັກນັ້ນ ບໍ່ພຽງແຕ່ທຳລາຍຊາດລາວທີ່ບໍຣິສຸດ ຮັກຄວາມສງົບ ແລະເປັນທັມເທ່ົານັ້ນ, ພວກເຂົາຍັງໄດ້ທຳລາຍພຣະພຸດສາສນາໃຫ້ເສົ້່າໝອງລົງ ຢ່າງເຫັນໄດ້ ຈາກການເຂົາທຳລາຍຫໍໂຮງ ພຣະຣາຊະວັງ ວັດທີ່ສວຍສົດງົດງາມຫຼາຍກວ່າ ໓໐໐ ວັດໃນພຣະນະຄອນວຽງຈັນ ແລະຈຳປາສັກ ອັນນີ້ບໍ່ນັບເມືອງຊຽງຂວາງ ແລະເມືອງອື່ນໆ ທີ່ພວກເຂົາກວາດຕ້ອນຄົນໜີຈາກທີ່ຢູ່ທີ່ກິນຂອງເຂົາ ປ່ອຍປະລະວັດວາພຣະພຸດທະສາສນາໃຫ້ເສົ້າໝອງໄປຕາມທຳມະຊາດ ສະເພາະໃນພຣະນະຄອນວຽງຈັນນັ້ນ ພຣະພຸດທະ ຮູບຖືກທຳລາຍລົງຢ່າງຫຼວງຫຼາຍ ອັນນັ້ນມັນເປັນການທຳລາຍພຣະພຸດທະສາສນາຖືເປັນອະນັນຕະຣິຍະກັມ ເຊິ່ງພຣະພຸດທະເຈົ້າໂຜດບໍ່ໄດ້.
- ດ້ວຍເຫດນັ້ນ ການເຄື່ອນຍ້າຍພຣະເສີມ ພຣະສຸກ ພຣະໃສ ໄປຍັງສຍາມນັ້ນ ຈຶ່ງເປັນນິມິດໝາຍທີ່ເທວາອາຣັກຂາ ໄດ້ຕັກເຕືອນໃຫ້ສຍາມຢຸດເຊົາການກໍ່ກຳທຳສາ ເມື່ອເຫັນສາພາວະເຫັນເຖິງປານນັ້ນ ພວກເຂົາກໍບໍ່ຍອມລົດລະການທຳບາບ, ໃນທີ່ສຸດພຣະເສີມ ຈຶ່ງຕັກເຕືອນພວກເຂົາໃຫ້ຢຸດເຊົາການຂົນຍ້າຍພຣະພຸດທະຮູບໂດຍການປະ ທ້ວງການກະທຳຂອງສຍາມ ດ້ວຍເທວະດາຈຶ່ງບັນດານໃຫ້ແທ່ນພຣະສຸກຈົມລົງເວີນແທ່ນສາ ອັນນັ້ນອາດໝາຍເຖິງນາກ ຜູ້ຊ້າງພຣະນະຄອນວຽງຈັນ ເປັນຜູ້ບອກເຫດ, ດັ່ງທີ່ປະວັດການຂົນພຣະທັງສາມອົງໄດ້ຢັ້ງຢືນວ່າ "ຄືວ່າພູມີອາກາດສະຫງົບຮຽບຮ້ອຍດີ ທັນໃດພາຍຸລົມຝົນຕົກໜັກໄດ້ພັດເອົາແຖ່ນພຣະສຸກຕົກລົງນຳ້ເວີນ ສະຖານທີ່ນັ້ນ ຈຶ່ງຮຽກວ່າ "ບ້ານເວີນແທ່ນ" ເຖິງປານນັ້ນ ພວກເຂົາກໍບໍ່ສຳນຶກໃນໂທດກັມທີ່ພວກເຂົາທຳ, ແລະແລ້ວພຣະສຸກກໍສະແດງປາຕິຫານອີກ ໂດຍການປະທ້ວງສຍາມ ຄືພຣະອົງ ໄດ້ສະເດັດລົງສູ່ພຶ້ນນຳ້ໃຕ້ບາດານ ດັ່ງປະວັດບັນທຶກໄວ້ວ່າ "ການຂົນພຣະກໍດຳເນີນໄປຢ່າງບໍ່ເຊົາ ລົມແລະຝົນຍິ່ງຕົກໜັກ ແລະຮຸນແຮງຂຶ້ນ ທັງເກີດເພດໄພຫຼາຍປະການພວກ ສຍາມກໍບໍ່ເກງກົວ ເມື່ອນຳແພໄປເຖິງເວີນແຫ່ງໜຶ່ງແຄມແມ່ນຳ້ຂອງ(ຝັ່ງລາວ) ພຣະສຸກກໍໄດ້ຕົກລົງແພຈົມຫາຍລົງໄປສູ່ພື້ນ ແມ່ນຳ້ຂອງ" ດ້ວຍຈິດໃຈອະຍຸຕິທັມຂອງພວກ ສຍາມ ພວກເຂົາກໍບໍ່ຍອມເຊົາຍັງຂົນພຣະທັງສອງອົງ ໄປເຖິງໜອງຄາຍຈົນໄດ້ ຍ້ອນອະທັມ ຫຼາຍກົ່ວສິນທັມນັ້ນເອງ.
- ເບິ່ງສະພາບການກະທຳຂອງສຍາມ ທີ່ຫວັງຢາກດັບມອດ ແລະທຳລາຍເຊື້ອຊາດລາວໃຫ້ສູນສິ້ນນັ້ນ ພວກເຂົາຂົນເອົາຄົວຄົນລາວໄປຍັງຫົວເມືອງສຍາມ ຄາວນັ້ນ ບໍ່ສະເພາະແມ່ນຕ້ອງການທາດ ແລະແຮງງານ ທາງໜຶ່ງແມ່ນເຂົາຕ້ອງການຂົນຄົນລາວໃຫ້ໜີຈາກເມືອງລາວຫຼາຍເທົ່າທີ່ຈະຫຼາຍໄດ້ ເພີ່ນບໍ່ໃຫ້ຄົນລາວກັບມາສ້າງ ພຣະຣາຊະອາ ນາຈັກໄດ້ອີກ, ເຄື່ອງຄຳ້ຂອງຄູນບໍ່ວ່າແຕ່ຊັບສິນອື່ນ ພຣະພຸດທະຮູບອັນເປັນຫົວໃຈຂອງຄົນລາວນັ້ນ ພວກເຂົາກໍນຳເອົາໄປ, ໃນທີ່ສຸດເຂົາກໍມາຂົນເອົາທັງສອງອົງທີ່ເຫຼືອ ຄື ພຣະເສີມ ແລະພຣະໃສ ໄປປະດິດສະຖານທີກຸງເທບ ແຕ່ພຣະໃສ ໄດ້ຕ້ານທານຄວາມຂີ້ໂຫດສາມານພວກເຂົາໄດ້ ຈຶ່ງໄດ້ປະດິດສະຖານ ທີ່ວັດໂພໄຊ ເພື່ອໃຫ້ຄົນລາວທົ່ວ ໄປໄດ້ໄຫວ້ນົບເຄົາຣົບຢຳແຢງເທົ້າບັດນີ້, ສ່ວນພຣະເສີມນັ້ນ ທ່ານກໍບໍ່ແມ່ນວ່າບໍ່ຢາກຢູ່ເມືອງລາວ ແຕ່ທ່ານເຫັນວ່າ ຍັງມີຄົນລາວທີ່ສຍາມ ກວາດຕ້ອນໄປຍັງຫົວເມືອງ ສຍາມພຸ້ຣຈຳນວນຫຼວງຫຼາຍ ພຣະເສີມຈຶ່ງໄດ້ສະເດັດໄປຍັງກຸງເທບ ໂດຍສະຫວັດດີພາບ.
- ເມື່ອມາເບິ່ງຈຸດນີ້ແລ້ວ ເຫັນວ່າການສ້າງພຣະເສີມ ພຣະສຸກ ແລະພຣະໃສນັ້ນ ເໝືອນເປັນຈຸດປະສົງຂອງຜູ້ສ້າງຢາກໃຫ້ເຫດການທີ່ຈະເກີດຂຶ້ນນັ້ນເປັນດັ່່ງ ປະວັດສາດ ຊາດລາວຄາວເສັຍວຽງໃຫ້ສຍາມນັ້ນ, ອີກອັນໜຶ່ງເໝືອນເປັນປິດສະໜາໃຫ້ຄົນລາວ ຄົນໄທຍ໌ຮູ້ວ່າ ການທີ່ພຣະສາມພີ່ນ້ອງປະດິດຢູ່ໃນສະຖານທີ່ແຕກຕ່າງກັນນັ້ນ ມັນບົ່ງບອກວ່າ "ດິນແດນລາວ, ຄົນລາວຢັງຢາຍກັນຢູ່ທົ່ວລ່ອງແມ່ນຳ້ຂອງຈົນຮອດລ່ອງແມ່ນຳ້ເຈົ້າພຣະຍາ"
- ເນື່ອງຈາກວ່າ ພຣະສຸກຢູ່ເວີນສຸກ ອັນເປັນຝັ່ງລາວນັ້ນ ໝາຍຄວາມບອກໃຫ້ຮູ້ວ່າ ລາວຢູ່ທີ່ນີ້ມານານ ຢັ້ງຢືນເຖິງປະສາດຂອງຄົນລາວໄດ້ຈະແຈ້ງ ແລະພຣະສຸກ ພ້ອມທັງແທ່ນ ພຣະສຸກໄດ້ເຕືອນໃຫ້ຄົນລາວຮູ້ແລ້ວວ່າ "ລາວຍັງຈັກຕ້ອງຮັກສາເອກຣາດໄວ້ຄູ່ໂລກ" ສຳລັບພຣະໃສນັ້ນ ການທີ່ບໍ່ສະເດັດນີ້ຈາກໜອງຄາຍນັ້ນ ໝາຍຄວາມ ມີປິດສະໜາວ່າ "ດິນແດນໜອງຄາຍ ແລະພາກອີສານທັງໝົດເປັນຂອງລາວ" ເຖິງແມ່ນວ່າຈາກວຽງຈັນໄປຢູ່ໜອງຄາຍ ແລະໜອງຄາຍຈະເປັນຂອງໄທຍ໌ໄປແລ້ວກໍຕາມ ແຕ່ໜອງຄາຍກໍຄືດິນແດນພຣະນະຄອນຈັນທະບູຣີ ເໝືອນເກົ່າ "ໝາຍຄວາມວ່າ ຈາກແຕ່ບໍ່ໜີຈາກ" ສ່ວນພຣະເສີມນັ້ນ ກໍບໍ່ແມ່ນວ່າຊິບໍ່ຮັກຄົນລາວ ຫຼືບໍ່ຮັກປະເທດລາວ ແຕ່ວ່າ "ຍັງມີຄົນລາວອີກຈຳນວນນັບບໍ່ຖ້ວນທີ່ໄດ້ພັດພາກຈາກດິນມາຕຸພູມ ພຣະເສີມເຊິ່ງເປັນເອື້ອຍກົກຕ້ອງໄປເບິ່ງແຍງດູແລເຂົາ ເຮັດຄົນລາວຮູ້ວ່າ "ທີ່ກຸງເທບກໍຍັງມີຄົນລາວ".
- ຊາດລາວ ຄົນລາວ ແລະວັດທະນະທັມລາວ ນັ້ນໄດ້ຂະຍາຍຕົວໄປທົ່ວພູມີພາກອາຊີ ແລະດິນແດນແຫຼມທອງ ຍັງຜັນຂະຫຍາຍເຊື້ອຊາດ ແລະວັດທະນະທັມຕົນຢ່າງບໍ່ລົດລະ ແລ້ວຄົນລາວເຮົາ ຈະໄປໂສກເສົ້າເສັຍໃຈຫຍັງ ກັບຄຳທີ່ສັດຕູໝູ່ມານຫາເຣື່ອງ່ວ່າ "ລາວຮຸ່ງທໍ່ຊ້າງພັບຫູ ທໍ່ງູແລບລິ້ນ ເພາະລາວບໍ່ສັດບໍ່ຊື່" ອັນນັ້ນມັນເປັນຄຳໃສ່ຮ້າຍ ປ້າຍສີຄົນລາວ ຄົນລາວບໍ່ມີໂທດກັມຫຍັງ ບໍ່ໄດ້ສ້າງທີ່ຈະມີຄຳສາຍແຊ່ງເຊັ່ນນັ້ນ ປະວັດສາດລາວແລະປະວັດສາດຊາດອື່ນ ບໍ່ເຄີຍບັນທິກໄວ່້ວ່າ "ລາວກໍ່ໂທດກັມຫຍັງ" ໃນໄລຍະຜ່ານມາການທີ່ລາວມີສົງຄາມຫຼາຍຄັ້ງ ກໍບໍ່ແມ່ນຄົນລາວເຮົາສ້າງຂຶ້ນ ມັນຫາກແມ່ນສັດຕູໝູ່ມານສ້າງໂທດກັມໃຫ້ແກ່ລາວ, ຫາກຄຳສາຍແຊ່ງ ແລະໂທດກັມນັ້ນມີຈິງ ຄົນລາວເຮົາຄວນຮູ້ວ່າ "ຄຳສາບແຊ່ງນັ້ນເປັນຈິງແລ້ວກັບຜູ້ສ້າງໂທດກັມໃຫ້ແກ່ລາວຂະນະນັ້ນ ໃນບັດນີ້".
- ຫາກພວກເຂົາບໍ່ລົບລ້າງຄຳສາບແຊ່ງນັ້ນເອງ, ຄຳສາບແຊ່ງ ແລະໂທດກັມນັ້ນຂອງພວກເຂົາທີ່ທຳໄວ້ກໍຈັກບໍ່ມີວັນສູນສິ້ນແນ່ນອນ. (ອັນນີ້ສົມກັບຄຳທີ່ວ່າ ເວນຈະລະງັບດ້ວຍການສ້າງເວນ).
ພາບອ້າງອິງ

ພຣະພຸດທະຮູບປຸນປັ້ນ ປາງມານວິໄຊ ເຄີຍດິດຖະຖານທີ່ດ້ານຫຼັງພຣະທາດຫຼວງໃກ້ຕົ້ນໂພ(ບໍຣິເວນພຣະເຈົ້າໄຊເຊດຖາ) ມາຕັ້ງແຕ່ສະໄໝພຣະເຈົ້າໄຊເຊດຖາ ຍ້ອນການເຜົາວຽງຂອງສຍາມ ແລະປ່ອຍປະບໍ່ມີບົວລະບັດ ຫຼາຍທົດສະວັດຈົນສ້ອມແປງບໍ່ໄດ້ ດຽວນີ້ໄດ້ພັງທະລາຍ ເຫັນແຕ່ສຽນໃນກົມມະລຽນພຣະທາດຫຼວງ

ຫໍພຣະແກ້ວ ທີ່ພຣະແກ້ວເຄີຍປະດິດສະຖານກໍຍັງຖືກເພພັງ ດຽວນີ້ສ້າງຂຶ້ນມາແທນ ແຕ່ແທ່ນກໍຍັງຫວ່າງ

ພາບພຣະເສດເຫຼືອສົງຄາມ ໃນກົມມະລຽນທາດຫຼວງສະໄໝສົງຄາມສຍາມ-ລາວ ກ່ອນການຟື້ນຟູວຽງຈັນ

ພຣະພຸດທະຮູບສ່ວນໜຶ່ງ ທີ່ຄະນະກັມມະການພື້ນພູວຽງຈັນເກັບຮີບໂຮມໄວ້ເປັນຕົວຢ່າງ ແລະຍັງອີກຫຼວງທີ່ຢ້າຍຢູ່ໃຕ້ພື້ນດິນ ນະຄອນວຽງຈັນ

ບົດຈາກ:My Opera.com/ສາຍເຊລຳເພົາ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ເມືອງວຽງຈັນສະໄໝບູຮານ ກ່ອນເປັນເມືອງຫຼວງຂອງອານາຈັກລາວລ້ານຊ້າງ (ຄສ 1560)

ໃນເຂດທົ່ງພຽງວຽງຈັນແຫ່ງນີ້ ແຕ່ພູເຂົາຄວາມເຖິງອຸດອນ (ເມືອງໜອງຫານນ້ອຍ) ແຕ່ຊະນະຄາມລົງເຖິງປາກຊັນ ໄດ້ມິມະນຸດອາໄສຢູ່ມາແລ້ວກວ່າ 500.000 ປີ ຊຶ່ງໄດ້ຄົ້ນພົບກະດູກ ເຄື່ອງມືທຳມາຫາກິນເຮັດດ້ວຍຫີນ ທອງແດງ ເຫຼັກ ດິນເຜົາ ຢູ່ຫຼາຍແຫ່ງ ເຊັ່ນ: ເມືອງວັງວຽງ ເມືອງຊະນະຄາມ (ແຂວງວຽງຈັນ) ເລົ່າປ່າກໍແຄມນ້ຳງຶ່ມ (ໄກຈາກນະຄອນ ວຽງຈັນໄປທາງທິດຕາເວັນອອກ 50 ກິໂລແມັດ) ບ້ານຊຽງ ແຂວງອຸດອນ (ປະເທດໄທ) ເມືອງນາຊາຍທອງ ບ້ານສະພັງໝໍ້ ເມືອງໄຊເຊດຖາ ແລະ ແຫ່ງອື່ນໆ.

ຊົນເຜົ່າດຶກດຳບັນນີ້ ຕາມບົດຄົ້ນຄວ້າບູຮານນະຄະດີ (Archeology) ຂອງຫຼາຍທ່ານໄດ້ຢັ້ງຢືນນຳກັນວ່າແມ່ນຊົນເຜົ່າ (Austronesien) ຊຶ່ງແມ່ນເຜົ່າດຽວກັບຄົນອິນໂດເນເຊຍ (Indonesia) ຕໍ່ມາໄດ້ກາຍມາເປັນກຸ່ມເຜົ່າລາວເທິງ ເປັນຜູ້ມາຢູ່ ກ່ອນເພິ່ນ ຊຶ່ງນັກຄົ້ນຄວ້າມະນຸດສາດ ຮຽກວ່າ: ເຜົ່າ "ເວດາ ລະວ້າ ຈາມ ເຈືອງ ຕ່າງໆ..." ມາຢູ່ກ່ອນແລ້ວກວ່າ 4.000 ປີ ຈາກນັ້ນມາ ແມ່ນເຜົ່າລາວໄທ ຫຼື ໄທລາວ ໄດ້ເຂົ້າມາຢູ່ກວ່າ 2.000 ປີ ຕາມມາແມ່ນເຜົ່າມອນ ທີ່ໄດ້ນຳເອົາ ສາດສະໜາພຸດເຂົ້າມາ.

ໃນເວລາຟື້ນຟູຖະໜົນເລກ 1 ໃນນະຄອນຫຼວງວຽງຈັນ (2005-2007) ກົມມໍລະດົກໄດ້ຮ່ວມມືກັບຊ່ຽວຊານຂອງຍີ່ປຸ່ນ (Jica) ທ່ານ ໂກບິກິ (Kobiki) ນາງ ນາໂຮ ຊິມິຊຶ (Naho Shimizu) ຊ່ຽວຊານດ້ານດິນເຜົາ ໄດ້ຄົ້ນພົບຫຼັກຖານ ຫຼາຍຢ່າງ ຈຳນວນກວ່າ 140.000 ຊິ້ນສ່ວນ ທີ່ຂຸດຂື້ນມາແລ້ວໄດ້ພິມອອກໃນໜັງສືພິມ (Journal of south east Asian Archeology 27, 2007) ບວກກັບການຄົ້ນຄວ້າຂອງນັກຊ່ຽວຊານສາກົນອື່ນໆ ຈຶ່ງພໍສະຫຼຸບໄດ້ວ່າ:

- ຊິ້ນສ່ວນເຄື່ອງມືທີ່ເກົ່າແກ່ກວ່າໝູ່ນັ້ນ ແມ່ນມາຈາກເຜົ່າ (Austronesien) ແນ່ນອນ ເຂົາໄດ້ຖືຮີດຄອງຜີ ແລະ ໄດ້ມາຢູ່ກ່ອນເພິ່ນ ໃນນາມມະນຸດຊາດ (ພົບເຫັນຊາກກະດູກ ແລະ ເຄື່ອງມືທຳດ້ວຍຫີນອີກ).

- ຖັດຈາກນັ້ນມາກໍໄດ້ຄົ້ນພົບ ທາດວັດ ວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ສອຍທີ່ເປັນດິນເຜົາ ນັບທັງເຄື່ອງມືກະສິກຳ ແລະ ອາວຸດ ທີ່ທຳດ້ວຍເຫຼັກ ຈຶ່ງສັນນິຖານວ່າເປັນຂອງ ໄທ-ລາວ ທີ່ມາດຳລົງຊີວິດຢູ່ທີ່ນີ້ມາໄດ້ກວ່າ 2.000 ປີແລ້ວ ສ່ວນສິ່ງ ກໍ່ສ້າງ ແລະ ວິຈິດສິນ ທີ່ເຮັດດ້ວຍໄມ້ ແມ່ນບໍ່ເຫັນ ເພາະອາຍຸບໍ່ຍາວນານ.

- ຊິ້ນສ່ວນ ວັດຖຸບູຮານ ທີ່ຄົ້ນພົບໃນເວລາຖັດມາ ສ່ວນຫຼາຍແມ່ນຂອງເຜົ່າມອນ (ທະວາຣະວະດີ) ທີ່ມາຈາກປະເທດ ພະມ້າ ແລະ ອິນເດຍ ຫຼັງຄຣິດຕະສັກກະລາດ ເພິ່ນໄດ້ຄົ້ນພົບເຄື່ອງເຫຼົ່ານີ້ໃນພື້ນວັດ ແລະ ທາດ ທີ່ເກົ່າແກ່ຕ່າງໆ ໃນວຽງຈັນ ແລະ ເຂດນອກ ຊາວມອນນີ້ໄດ້ເຂົ້າມາລາວໃນສັດຕະວັດທີ 5-7 ຕໍ່ມາກໍມີຊາວຂະເໝນ ຂື້ນມາຢູ່ແຫ່ງນີ້ ບາງໄລຍະຮ່ວມກັບຊາວມອນ.

   ເພື່ອໃຫ້ເຂົ້າໃຈແຈ້ງຄວາມເປັນມາຂອງຄົນລາວນີ້ ຈຶ່ງຂໍຍົກເອົາເລື່ອງຂຸນບູລົມ ຄຳເວົ້າຂອງບັນພະບູລຸດເຮົາ ແລະ ຜູ້ທີ່ໄດ້ຄົ້ນຄ້ວາພົງສາວະດານຂອງລາວມາແຕ່ກ່ອນໂດຍສັງເຂບດັ່ງນີ້:

ຕຳນານຂອງຂຸນບູລົມກ່າວວ່າ ລາວເດີມມາຈາກ ພູອັນໄຕ ໃນມົງໂກລີ 3.000 ປີກ່ອນ ພຸດທະສັກກະລາດ ຈາກນັ້ນ 500 ປີ ໄດ້ຍ້າຍມາຕັ້ງຢູ່ເມືອງລຸງ ເມືອງປາ ແລະ ເມືອງງ້ຽວ ໃນພາກກາງຂອງຈີນດຽວນີ້ ຄົນລາວມັກປູກຝັງ ມີນິໄສມັກ ສະຫງົບ ເອື້ອເຟື້ອເພື່ອແຜ່ ບໍ່ມັກບຽດບຽນໃຜ ເປັນຄົນມັກງ່າຍ ເມື່ອຖືກຮຸກຮານກໍຈະຍ້າຍທີ່ອົບພະຍົບ ລົງມາທາງໃຕ້ ເລື້ອຍໆ ຈົນເຖິງແຫຼມທອງ (ສຸວັນນະພູມ) ກ່ອນ ຄສ 100 ປີ ລາວພວກນີ້ ໄດ້ທະຍອຍກັນລົງໄປຕາມແມ່ນ້ຳສາລະວີນ (ເປັນໄທໃຫຍ່) ແມ່ນ້ຳເຈົ້າພະຍາ (ເປັນໄທສະຫຍາມ) ແມ່ນ້ຳແດງ (ເປັນໄທດຳ ໄທແດງ) ແລະ ແມ່ນ້ຳຂອງ (ເປົນຄົນລາວມາເຖິງທຸກວັນນີ້).

ສ່ວນພວກທີ່ມາຕາມຫຼັງກໍໄດ້ມາສ້າງຕັ້ງເປັນລັດເອກະລາດ ເຊັ່ນ: ອານາຈັກອ້າຍລາວໃນສະຕະວັດ ທີ 6-7 ອານາຈັກ ໜອງແສ ໃນສະຕະວັດທີ 8-10 (ເມືອງຄຸນໝິງ) ແລະ ອານາຈັກແຖນໃນສະຕະວັດທີ 8-12 (ດຽນບຽນຟູ) ຊຶ່ງແມ່ນ ສະໄໝຂອງຂຸນບູລົມ ຣາຊາທິຣາດ ແລ້ວພະອົງຈຶ່ງໄດ້ແບ່ງອຳນາດໃຫ້ລູກຊາຍ 7 ຄົນໄປປົກຄອງ 7 ຫົວເມືອງ ໃນສຸວັນນະພູມ (ຊຶ່ງແມ່ນອານາຈັກລ້ານຊ້າງໃນຂັ້ນຕໍ່ມາ).

ຕາມຄຳເຫັນຂອງສົມເດັດເຈົ້າ ມະຫາ ອຸປະຣາດ ຣັດຕະນະວົງສາ ເວົ້າວ່າ: "ຊາດລາວເປັນຊາດທີ່ໃຫຍ່ ແລະ ເກົ່າແກ່ ຊາດໜື່ງໃນໂລກນີ້ ທັງເປັນຊາດທີ່ເຄີຍມີຄວາມຮຸ່ງເຮືອງ ມາແຕ່ກ່ອນອີກດ້ວຍ ຕາມຫຼັກຖານໃນພົງສາວະດານຈີນ 2.200 ປີ ກ່ອນພຸດທະສັກກະລາດມາແລ້ວ ຊາວຈີນ ຮ້ອງເຮົາວ່າ: ມົງໃຫຍ່" ຊຶ່ງມີພູມລຳເນົາຢູ່ຕາມແມ່ນ້ຳຢາງເຊກຽງ ໃນປະເທດ ຈີນເວລານັ້ນ ແລະ ປາງນັ້ນ ກໍເປັນສະໄໝດຽວກັບຄາວສ້າງປະເທດເອຊິບສະໄໝບູຮານ ຄື: ສ້າງເຈດີ ປິຣາມິດ ແລະ ນະຄອນບາບີລອນ ແຫ່ງປະເທດກັນລະເດ ພາຍຫຼັງນັ້ນມາ ຊາວຈີນຈຶ່ງເອີ້ນເຮົາວ່າ: "ລາວ" ນັກປາດຊາວຜິວຂາວຫຼາຍຄົນ ເປັນຕົ້ນວ່າ: ດຣ. ດົດ ໄດ້ຫຼັກຖານຈາກພົງສາວະດານຈີນວ່າ ໃນເມື່ອ 2.200 ປີ ກ່ອນ ພຸດທະສັກກະລາດນັ້ນ ຊາວລາວ ເຮົາຮູ້ຈັກລ້ຽງມ້ອນເຮັດໄໝ ແລະ ຕ່ຳຜ້າເປັນດອກເປັນດວງມາແລ້ວ ທັງຮູ້ຈັກເອົາຂີ້ຊາຍ ມາເຮັດແກ້ວອີກດ້ວຍ.

ຕາມການຄົ້ນຄວ້າຂອງທ່ານ ມີແຊນ ລໍຣິຢາ (Michel Lorrillard) ວ່າ: ແຕ່ສະຕະວັດທີ 1 ມາ ເຜົ່າໄທ-ລາວ ໄດ້ອົບ ພະຍົບຈາກພາກໃຕ້ຂອງຈີນ ລົງມາຕາມແມ່ນ້ຳຂອງ ຈົນເຖິງຈຳປາສັກ ແລ້ວເຂົ້າແທນທີ່ຊົນເຜົ່າຂອມ ທີ່ຍ້າຍໜີໄປຢູ່ ເຂດພູດອຍ ຂໍ້ສັນນິຖານນີ້ກໍຖືກກັບບົດຂຽນຂອງ ທ່ານ ຄຳເພົາ ພອນແກ້ວ ປີ 1997 ແລະ ມະຫາ ຄຳ ຈຳປາແກ້ວມະນີ ປີ 1980 ວ່າ: ເຜົ່າອ້າຍລາວ ຫຼື ໄທ-ລາວ ໄດ້ອົບພະຍົບລົງມາແຕ່ພາກໃຕ້ຈີນ ມາຕັ້ງຖິ່ນຖານຢູ່ຂົງເຂດນີ້ ແຕ່ຕົ້ນສະຕະວັດທີ 1.

ຈາກສິ່ງທີ່ໄດ້ກ່າວມາຂ້າງເທິງນີ້ ຈຶ່ງສັນນິຖານໄດ້ວ່າ: ວຽງຈັນໄດ້ກາຍເປັນບ້ານມາແລ້ວກວ່າ 2.000 ປີ ທີ່ມີການປົກຄອງ ກັນມາ ອາດຈະແມ່ນບັ້ນປາຍຂອງສະຫະຊີບ ຫຼື ເຈົ້າກົກເຈົ້າເລົ່າ ໄດ້ກາຍເປັນບ້ານໃຫຍ່ທີ່ຂື້ນກັບຫົວໜ້າເຜົ່າ ທັງເປັນຜູ້ນຳ ທາງສາດສະໜາອີກດ້ວຍ ຈາກນັ້ນກໍພັດທະນາໄປເລື້ອຍໆ ຈົນກາຍເປັນເມືອງ ຊຶ່ງແມ່ນພະຍາເຈົ້າເມືອງເປັນຜູ້ປົກຄອງ.

ປື້ມປະຫວັດສາດຂອງ ດຣ. ສຸເນດ ໂພທິສານ ໄດ້ສະຫຼຸບວ່າ: ສັງຄົມຊົນເຜົ່າໃນລຸ່ມແມ່ນ້ຳຂອງ ແມ່ນມີວັດທະນະທຳ ຮີດຄອງປະເພນີແບບປະຖົມປະຖານເປັນຂອງຕົນ ແລະ ມີຄວາມຈະເລີນຢ່າງມາກມາຍໃນຫຼາຍໆ ດ້ານແລ້ວ ກ່ອນຈະໄດ້ ຮັບເອົາວັດທະນະທຳຈາກອິນເດຍ ແລະ ຈີນ ຄືຮູ້ຈັກປູກເຂົ້ານາດຳເປັນອາຊີບ ສຳຄັນຮູ້ຈັກປັ້ນດິນເຜົາ ແລະ ລະບາຍສີ ຮູ້ຜະລິດເຄື່ອງມືຈາກທອງສຳລິດ ແລະ ເຫຼັກ ມີຄວາມຊຳນານໃນການເດີນເຮືອ ຕາມລຳແມ່ນ້ຳຂອງ ຮູ້ຜະລິດເຄື່ອງນຸ່ງຫົ່ມ ແລະ ຮູ້ສ້າງເຮືອນຮ້ານທີ່ມີກ້ອງຕະລ່າງສູງ ເພື່ອຫຼີກນ້ຳຖ້ວມ ດ້ານສັງຄົມ ຮູ້ນັບຖືຫົວໜ້າເຜົ່າຂອງຕົນ ເປັນຜູ້ດຳເນີນ ການປົກຄອງ ແຕ່ລະບ້ານມີຫົວໜ້າບ້ານ ດ້ານການເຊື່ອຖືແມ່ນນັບຖືຜີ ເຊັ່ນ: ຜີພໍ່ແມ່ ຜີບັນພະບູລຸດ ຜີຟ້າ (ແຖນ) ເຈົ້າແຫ່ງນ້ຳ (ນາກ) ເຈົ້າແຫ່ງແຜ່ນດິນ (ຊ້າງ) ເຈົ້າແຫ່ງອາກາດ (ຄຸດ) ແຕ່ໄລຍະນີ້ ເປັນໄລຍະໄກເກີນນໄປ ທີ່ບໍ່ສາມາດ ກຳນົດໄດ້ວ່າ: ຂອບເຂດຂອງເມືອງວຽງຈັນ ມີນເນື້ອທີ່ກວ້າງແຄບຊ່ຳໃດ ມີຈັກບ້ານ ມີພົນລະເຮືອນເທົ່າໃດ ຜາສາດ ຣາຊະວັງຢູ່ໃສ ແລະ ອື່ນໆ ເພາະຂາດຂໍ້ມູນທັງໜ້າດິນ ແລະ ໃຕ້ດິນ.


* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 20-01-2010

ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ
ທາດສີສອງຮັກ ສັນຍາລັກການພົວພັນຕ່າງປະເທດ ສະໄໝເຈົ້າໄຊເຊດຖາທິລາດ

ໃນສະໄໝລາຊະການ ເຈົ້າໄຊເຊດຖາທິລາດ ເປັນພະເຈົ້າແຜ່ນດິນແຫ່ງ ອານາຈັກລາວລ້ານຊ້າງ ນັ້ນ ໄດ້ມີຫຼາຍເຫດ ການສຳຄັນ ສຳລັບພະອົງ ເຊັ່ນ: ດຳລົງຕຳແໜ່ງເຈົ້າແຜ່ນດິນ ອານາຈັກລ້ານນາແຫ່ງຊຽງໃໝ່ ເຈົ້າແຜ່ນດິນອານາຈັກ ລ້ານຊ້າງ ຍ້າຍນະຄອນຫຼວງຈາກນະຄອນຊຽງທອງ ຫຼວງພະບາງມາວຽງຈັນ ນຳພາປະຊາຊົນສ້າງພຣະທາດຫຼວງ ສ້າງພະພຸດທະຮູບ ສ້າງວັດ ແລະ ປະຕິສັງຂອນທາດ ແລະ ວັດເກົ່າແກ່ ກັບມາຈະເລີນຮຸ່ງເຮືອງ ຫຼາຍບ່ອນ...

ໄປຄຽງຄູ່ກັບການປັບປຸງ ແລະ ສ້າງຄວາມເຂັ້ມແຂງພາຍໃນແລ້ວ ເຈົ້າໄຊເຊດຖາທິລາດ ຍັງໄດ້ເອົາໃຈໃສ່ພິເສດ ຕໍ່ທຸກປະເທດອ້ອມຂ້າງ ເພື່ອເຮັດໃຫ້ເສັ້ນຊາຍແດນ ກາຍເປັນຊາຍແດນສັນຕິພາບ ແລະ ມິດຕະພາບ ອັນຊັດເຈນກໍແມ່ນ ກັບອະຍຸດທະຍາ ທັງສອງອານາຈັກລາວລ້ານຊ້າງ ແລະ ກຸງສີອະຍຸດທະຍາ ຕົກລົງສ້າງພະທາດສີສອງຮັກ ເພື່ອເປັນ ສັນຍາລັກແຫ່ງ ສຳພັນຖະໄມຕີອັນດີຕໍ່ກັນ ທັງໃຫ້ເປັນຫຼັກໝາຍ ຊາຍແດນນິລັນດອນ ຂອງສອງປະເທດ.

ທາດດັ່ງກ່າວນີ້ ຖ້ານລຸ່ມເປັນສິລະປະຂອງ ກຸງສີອະຍຸດທະຍາ ຕອນເທິງເປັນສິລະປະຂອງລ້ານຊ້າງ ພະທາດມີຄວາມສູງ 30 ແມັດ ກວ້າງດ້ານລະ 80 ແມັດ ລົງມືສ້າງເມື່ອປີ ຄ.ສ 1560 ແລະ ສຳເລັດເມື່ອປີ ຄ.ສ 1563 ຫຼັງຈາກສ້າງສຳເລັດ ທັງສອງເຈົ້າແຜ່ນດິນ ພ້ອມກັນໃສ່ຊື່ວ່າ: ເຈດີສີສອງຮັກ ການກໍ່ສ້າງໄດ້ມີການແຕ່ງຕັ້ງ ຄະນະກຳມະການຮັບຜິດຊອບ ຄັກແນ່ ຄືຝ່າຍລາວລ້ານຊ້າງ ຝ່າຍຄາລະວາດມີມະຫາອາມາດ ຈັນທະປະສິດທິລາຊະພັກດີ ແລະ ໝື່ນອຸບາລີ ເປັນປະທານ ຝ່າຍສົງມີພະອຸບາລີ ພະອະລິຍະກັດສະປະ ພ້ອມດ້ວຍຄະນະ 70 ຕົນ ຝ່າຍກຸງສີອະຍຸດທະຍາ ຝ່າຍຄາລະວາດ ກໍມີພະພົນເທບນາຍົກເປັນປະທານ ຝ່າຍສົງກໍມີພະຄູບໍລົມມະຈາລິຍາ ພ້ອມຄະນະອີກ 70 ຕົນເທົ່າກັນ.

ໃນສີລາເລກກ່ຽວກັບ ທາດສີສອງຮັກ ທີ່ເກັບຮັກສາໄວ້ໃນຫໍພະແກ້ວ ວຽງຈັນ ມີໃຈຄວາມວ່າ: ... ຈັກກ່າວເຖິງຕຳນານ ສີລາເລກຂອງພະຍາ ທຳມິກະລາດ ຕັ້ງແຕ່ມະຫາສັງກາດໄດ້ 1482 ຈຸນລະສັງກາດໄດ້ 922 (ຄສ 1560) ແລະ ພຸດທະສັງກາດໄດ້ 2103 ຈຶ່ງຍັງມີພະເຈົ້າແຜ່ນດິນສອງຕົນ ຕົນໜຶ່ງມີນາມວ່າ ພະຍາທຳມິກະລາດ ຕົນເປັນອາດໃນ ນະຄອນຈັນທະບູລີສີສັດຕະນາຄະນາຫຸດ ອີກຕົນໜຶ່ງມີນາມວ່າ ພະມະຫາຈັກກະພັດຕົນເປັນອາດໃນເມືອງສີອະຍຸດທະຍາ ຮ່ຳເພີງໃນຄວາມຮັກແພງຊຶ່ງກັນ ຄິດໄຄ່ໃຫ້ເປັນປະໂຫຍດແກ່ແຜ່ນດິນທັງສອງ ໃຫ້ນຳຄອງອັນດີ ອັນສຸກຍິ່ງ ຈຶ່ງຕົກລົງ ພ້ອມກັນ ນິມົນພະສົງຜູ້ຊົງສິນທັງສອງຝ່າຍ ແລ້ວແຕ່ງຕັ້ງເປັນລາຊະອຳນາດ ແລະ ພະສົງສອງຝ່າຍດັ່ງກ່າວ ມາຄວບຄຸມ ແລະ ນຳພາປະຊາຊົນ ສ້າງທາດໜ່ວຍນີ້ຂຶ້ນ.

ທາດສີສອງຮັກ ເປັນຖາວອນວັດຖຸສະຖານແຫ່ງໜຶ່ງ ຂອງການພົວພັນຂອງສອງປະເທດ ສ້າງຂຶ້ນໃນໄລຍະດຽວກັບ ທາດຫຼວງວຽງຈັນ ທາດອົງນີ້ ຕັ້ງຢູ່ເຂດເມືອງຊ້າຍຊຽງຄານ ແຄມນ້ຳໝັນ ຫ່າງຈາກຕົວເມືອງ 2 ກິໂລແມັດ ອີກຈຸດປະສົງ ໜຶ່ງແມ່ນ ເພື່ອເປັນຫຼັກໝາຍຊາຍແດນ ລະຫວ່າງອານາຈັກລ້ານຊ້າງ ແລະ ກຸງສີອະຍຸດທະຍາ ບາງເນື້ອໃນຈິດໃຈຕອນ ໜຶ່ງ ໃນຄຳສັດຈາທິຖານຂອງ ເຈົ້າແຜ່ນດິນທັງສອງ ອ່ານໃນເວລາສະຫຼອງທາດວ່າ: ... ໃຫ້ເປັນພະລາຊະໄມຕີ ໂດຍບໍລົມປະເພນີ ເພື່ອຈະສືບເຊື້ອສຸລິວົງ ແລະ ຍາດວົງສຳພັນ ທະມິດຕະອຸສາລຳມະນະ ... ຂໍຈົ່ງເປັນເອກະສິມາມົນທົນ ວັນດຽວກັນ ໃຫ້ກ້ຽງກົມງາມມົນທົນ ເທົ້າຍອດພົງພັນລູກເຕົ້າຫຼານເຫຼັນ ຢ່າໄດ້ຊີງຊ່ວງລ່ວງແດນ ແຜ່ນຫຍ້າຢ່າໄດ້ກະທຳ ໂລບລ້ຽວແກ່ກັນ ... ດັ່ງນັ້ນ ທາດອົງນີ້ ນັບວ່າເປັນຖາວອນວັດຖຸສະຖານ ທີ່ມີຄວາມສຳຄັນ ເປັນມໍລະດົກ ວັດທະນະທຳ ທັງເປັນສັນຍາລັກ ການພົວພັນຕ່າງປະເທດທີ່ດີງາມ ຂອງອະດີດຕະການ ຂອງສອງແຜ່ນດິນ ຊຶ່ງແກ້ໄຂເສັ້ນຊາຍແດນ ບູຮານ ໂດຍທັງສອງຝ່າຍ ຖືເອົາສາຍພູດົງພະຍາໄຟ ແລະ ສາຍພູດົງພະຍາພໍ່ ເປັນເສັ້ນຊາຍແດນ ແລະ ທັງເປັນ ການຢັ້ງຢືນວ່າ ທັງສອງຝ່າຍຈະບໍ່ຂະຫຍາຍດິນແດນຂອງຕົນ ເລື່ອນລ້ຳເຂົ້າໄປຍັງ ດິນແດນຂອງອີກຝ່າຍໜຶ່ງ ດັ່ງນັ້ນ ທາດສີສອງຮັກ ຈຶ່ງຖືກສ້າງຢູ່ເໜືອສຸດຂອງສາຍພູພະຍາພໍ່ ກຳນົດຕັ້ງຢູ່ເຄິ່ງກາງລະຫວ່າງ ແມ່ນ້ຳຂອງ ກັບແມ່ນ້ຳນ່ານ ຍະຫ່າງກັນ ທາດສີສອງຮັກ ນອກຈາກເປັນສັນຍາຫຼັກ ແດນທາງວັດຖຸແລ້ວ ຍັງເປັນສິ່ງສຳນຶກທາງຈິດໃຈ ທີ່ສະແດງອອກເຖິງ ຄວາມຊື່ສັດສຸດຈະລິດ ຮັກແພງກັນ.

ດັ່ງຄຳສັດຕະຍາທິຖານຕອນໜຶ່ງວ່າ: ... ໄດ້ມີຄວາມຮັກແພງກັນ ເພື່ອໃຫ້ອານາຈັກທັງສອງຍືນໝັ້ນ ເທົ່າຊົ່ວພົງພັນລູກເຕົ້າ ຫຼານເຫຼັນ ໃຜຢ່າໄດ້ຊີງຊ່ວງ ລ່ວງແດນແຜ່ນຫຍ້າ ຢ່າໄດ້ກະທຳໂລບລ້ຽວແກ່ກັນ ຈົນເທົ່າສ້ຽງພະອາທິດ ຕົກລົງມາຢູ່ເໜືອ ແຜ່ນດິນອັນນີ້ເທີ້ນ.


* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 04-12-2009