ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ເມືອງວຽງຈັນສະໄໝບູຮານ ກ່ອນເປັນເມືອງຫຼວງຂອງອານາຈັກລາວລ້ານຊ້າງ (ຄສ 1560)

ໃນເຂດທົ່ງພຽງວຽງຈັນແຫ່ງນີ້ ແຕ່ພູເຂົາຄວາມເຖິງອຸດອນ (ເມືອງໜອງຫານນ້ອຍ) ແຕ່ຊະນະຄາມລົງເຖິງປາກຊັນ ໄດ້ມິມະນຸດອາໄສຢູ່ມາແລ້ວກວ່າ 500.000 ປີ ຊຶ່ງໄດ້ຄົ້ນພົບກະດູກ ເຄື່ອງມືທຳມາຫາກິນເຮັດດ້ວຍຫີນ ທອງແດງ ເຫຼັກ ດິນເຜົາ ຢູ່ຫຼາຍແຫ່ງ ເຊັ່ນ: ເມືອງວັງວຽງ ເມືອງຊະນະຄາມ (ແຂວງວຽງຈັນ) ເລົ່າປ່າກໍແຄມນ້ຳງຶ່ມ (ໄກຈາກນະຄອນ ວຽງຈັນໄປທາງທິດຕາເວັນອອກ 50 ກິໂລແມັດ) ບ້ານຊຽງ ແຂວງອຸດອນ (ປະເທດໄທ) ເມືອງນາຊາຍທອງ ບ້ານສະພັງໝໍ້ ເມືອງໄຊເຊດຖາ ແລະ ແຫ່ງອື່ນໆ.

ຊົນເຜົ່າດຶກດຳບັນນີ້ ຕາມບົດຄົ້ນຄວ້າບູຮານນະຄະດີ (Archeology) ຂອງຫຼາຍທ່ານໄດ້ຢັ້ງຢືນນຳກັນວ່າແມ່ນຊົນເຜົ່າ (Austronesien) ຊຶ່ງແມ່ນເຜົ່າດຽວກັບຄົນອິນໂດເນເຊຍ (Indonesia) ຕໍ່ມາໄດ້ກາຍມາເປັນກຸ່ມເຜົ່າລາວເທິງ ເປັນຜູ້ມາຢູ່ ກ່ອນເພິ່ນ ຊຶ່ງນັກຄົ້ນຄວ້າມະນຸດສາດ ຮຽກວ່າ: ເຜົ່າ "ເວດາ ລະວ້າ ຈາມ ເຈືອງ ຕ່າງໆ..." ມາຢູ່ກ່ອນແລ້ວກວ່າ 4.000 ປີ ຈາກນັ້ນມາ ແມ່ນເຜົ່າລາວໄທ ຫຼື ໄທລາວ ໄດ້ເຂົ້າມາຢູ່ກວ່າ 2.000 ປີ ຕາມມາແມ່ນເຜົ່າມອນ ທີ່ໄດ້ນຳເອົາ ສາດສະໜາພຸດເຂົ້າມາ.

ໃນເວລາຟື້ນຟູຖະໜົນເລກ 1 ໃນນະຄອນຫຼວງວຽງຈັນ (2005-2007) ກົມມໍລະດົກໄດ້ຮ່ວມມືກັບຊ່ຽວຊານຂອງຍີ່ປຸ່ນ (Jica) ທ່ານ ໂກບິກິ (Kobiki) ນາງ ນາໂຮ ຊິມິຊຶ (Naho Shimizu) ຊ່ຽວຊານດ້ານດິນເຜົາ ໄດ້ຄົ້ນພົບຫຼັກຖານ ຫຼາຍຢ່າງ ຈຳນວນກວ່າ 140.000 ຊິ້ນສ່ວນ ທີ່ຂຸດຂື້ນມາແລ້ວໄດ້ພິມອອກໃນໜັງສືພິມ (Journal of south east Asian Archeology 27, 2007) ບວກກັບການຄົ້ນຄວ້າຂອງນັກຊ່ຽວຊານສາກົນອື່ນໆ ຈຶ່ງພໍສະຫຼຸບໄດ້ວ່າ:

- ຊິ້ນສ່ວນເຄື່ອງມືທີ່ເກົ່າແກ່ກວ່າໝູ່ນັ້ນ ແມ່ນມາຈາກເຜົ່າ (Austronesien) ແນ່ນອນ ເຂົາໄດ້ຖືຮີດຄອງຜີ ແລະ ໄດ້ມາຢູ່ກ່ອນເພິ່ນ ໃນນາມມະນຸດຊາດ (ພົບເຫັນຊາກກະດູກ ແລະ ເຄື່ອງມືທຳດ້ວຍຫີນອີກ).

- ຖັດຈາກນັ້ນມາກໍໄດ້ຄົ້ນພົບ ທາດວັດ ວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ສອຍທີ່ເປັນດິນເຜົາ ນັບທັງເຄື່ອງມືກະສິກຳ ແລະ ອາວຸດ ທີ່ທຳດ້ວຍເຫຼັກ ຈຶ່ງສັນນິຖານວ່າເປັນຂອງ ໄທ-ລາວ ທີ່ມາດຳລົງຊີວິດຢູ່ທີ່ນີ້ມາໄດ້ກວ່າ 2.000 ປີແລ້ວ ສ່ວນສິ່ງ ກໍ່ສ້າງ ແລະ ວິຈິດສິນ ທີ່ເຮັດດ້ວຍໄມ້ ແມ່ນບໍ່ເຫັນ ເພາະອາຍຸບໍ່ຍາວນານ.

- ຊິ້ນສ່ວນ ວັດຖຸບູຮານ ທີ່ຄົ້ນພົບໃນເວລາຖັດມາ ສ່ວນຫຼາຍແມ່ນຂອງເຜົ່າມອນ (ທະວາຣະວະດີ) ທີ່ມາຈາກປະເທດ ພະມ້າ ແລະ ອິນເດຍ ຫຼັງຄຣິດຕະສັກກະລາດ ເພິ່ນໄດ້ຄົ້ນພົບເຄື່ອງເຫຼົ່ານີ້ໃນພື້ນວັດ ແລະ ທາດ ທີ່ເກົ່າແກ່ຕ່າງໆ ໃນວຽງຈັນ ແລະ ເຂດນອກ ຊາວມອນນີ້ໄດ້ເຂົ້າມາລາວໃນສັດຕະວັດທີ 5-7 ຕໍ່ມາກໍມີຊາວຂະເໝນ ຂື້ນມາຢູ່ແຫ່ງນີ້ ບາງໄລຍະຮ່ວມກັບຊາວມອນ.

   ເພື່ອໃຫ້ເຂົ້າໃຈແຈ້ງຄວາມເປັນມາຂອງຄົນລາວນີ້ ຈຶ່ງຂໍຍົກເອົາເລື່ອງຂຸນບູລົມ ຄຳເວົ້າຂອງບັນພະບູລຸດເຮົາ ແລະ ຜູ້ທີ່ໄດ້ຄົ້ນຄ້ວາພົງສາວະດານຂອງລາວມາແຕ່ກ່ອນໂດຍສັງເຂບດັ່ງນີ້:

ຕຳນານຂອງຂຸນບູລົມກ່າວວ່າ ລາວເດີມມາຈາກ ພູອັນໄຕ ໃນມົງໂກລີ 3.000 ປີກ່ອນ ພຸດທະສັກກະລາດ ຈາກນັ້ນ 500 ປີ ໄດ້ຍ້າຍມາຕັ້ງຢູ່ເມືອງລຸງ ເມືອງປາ ແລະ ເມືອງງ້ຽວ ໃນພາກກາງຂອງຈີນດຽວນີ້ ຄົນລາວມັກປູກຝັງ ມີນິໄສມັກ ສະຫງົບ ເອື້ອເຟື້ອເພື່ອແຜ່ ບໍ່ມັກບຽດບຽນໃຜ ເປັນຄົນມັກງ່າຍ ເມື່ອຖືກຮຸກຮານກໍຈະຍ້າຍທີ່ອົບພະຍົບ ລົງມາທາງໃຕ້ ເລື້ອຍໆ ຈົນເຖິງແຫຼມທອງ (ສຸວັນນະພູມ) ກ່ອນ ຄສ 100 ປີ ລາວພວກນີ້ ໄດ້ທະຍອຍກັນລົງໄປຕາມແມ່ນ້ຳສາລະວີນ (ເປັນໄທໃຫຍ່) ແມ່ນ້ຳເຈົ້າພະຍາ (ເປັນໄທສະຫຍາມ) ແມ່ນ້ຳແດງ (ເປັນໄທດຳ ໄທແດງ) ແລະ ແມ່ນ້ຳຂອງ (ເປົນຄົນລາວມາເຖິງທຸກວັນນີ້).

ສ່ວນພວກທີ່ມາຕາມຫຼັງກໍໄດ້ມາສ້າງຕັ້ງເປັນລັດເອກະລາດ ເຊັ່ນ: ອານາຈັກອ້າຍລາວໃນສະຕະວັດ ທີ 6-7 ອານາຈັກ ໜອງແສ ໃນສະຕະວັດທີ 8-10 (ເມືອງຄຸນໝິງ) ແລະ ອານາຈັກແຖນໃນສະຕະວັດທີ 8-12 (ດຽນບຽນຟູ) ຊຶ່ງແມ່ນ ສະໄໝຂອງຂຸນບູລົມ ຣາຊາທິຣາດ ແລ້ວພະອົງຈຶ່ງໄດ້ແບ່ງອຳນາດໃຫ້ລູກຊາຍ 7 ຄົນໄປປົກຄອງ 7 ຫົວເມືອງ ໃນສຸວັນນະພູມ (ຊຶ່ງແມ່ນອານາຈັກລ້ານຊ້າງໃນຂັ້ນຕໍ່ມາ).

ຕາມຄຳເຫັນຂອງສົມເດັດເຈົ້າ ມະຫາ ອຸປະຣາດ ຣັດຕະນະວົງສາ ເວົ້າວ່າ: "ຊາດລາວເປັນຊາດທີ່ໃຫຍ່ ແລະ ເກົ່າແກ່ ຊາດໜື່ງໃນໂລກນີ້ ທັງເປັນຊາດທີ່ເຄີຍມີຄວາມຮຸ່ງເຮືອງ ມາແຕ່ກ່ອນອີກດ້ວຍ ຕາມຫຼັກຖານໃນພົງສາວະດານຈີນ 2.200 ປີ ກ່ອນພຸດທະສັກກະລາດມາແລ້ວ ຊາວຈີນ ຮ້ອງເຮົາວ່າ: ມົງໃຫຍ່" ຊຶ່ງມີພູມລຳເນົາຢູ່ຕາມແມ່ນ້ຳຢາງເຊກຽງ ໃນປະເທດ ຈີນເວລານັ້ນ ແລະ ປາງນັ້ນ ກໍເປັນສະໄໝດຽວກັບຄາວສ້າງປະເທດເອຊິບສະໄໝບູຮານ ຄື: ສ້າງເຈດີ ປິຣາມິດ ແລະ ນະຄອນບາບີລອນ ແຫ່ງປະເທດກັນລະເດ ພາຍຫຼັງນັ້ນມາ ຊາວຈີນຈຶ່ງເອີ້ນເຮົາວ່າ: "ລາວ" ນັກປາດຊາວຜິວຂາວຫຼາຍຄົນ ເປັນຕົ້ນວ່າ: ດຣ. ດົດ ໄດ້ຫຼັກຖານຈາກພົງສາວະດານຈີນວ່າ ໃນເມື່ອ 2.200 ປີ ກ່ອນ ພຸດທະສັກກະລາດນັ້ນ ຊາວລາວ ເຮົາຮູ້ຈັກລ້ຽງມ້ອນເຮັດໄໝ ແລະ ຕ່ຳຜ້າເປັນດອກເປັນດວງມາແລ້ວ ທັງຮູ້ຈັກເອົາຂີ້ຊາຍ ມາເຮັດແກ້ວອີກດ້ວຍ.

ຕາມການຄົ້ນຄວ້າຂອງທ່ານ ມີແຊນ ລໍຣິຢາ (Michel Lorrillard) ວ່າ: ແຕ່ສະຕະວັດທີ 1 ມາ ເຜົ່າໄທ-ລາວ ໄດ້ອົບ ພະຍົບຈາກພາກໃຕ້ຂອງຈີນ ລົງມາຕາມແມ່ນ້ຳຂອງ ຈົນເຖິງຈຳປາສັກ ແລ້ວເຂົ້າແທນທີ່ຊົນເຜົ່າຂອມ ທີ່ຍ້າຍໜີໄປຢູ່ ເຂດພູດອຍ ຂໍ້ສັນນິຖານນີ້ກໍຖືກກັບບົດຂຽນຂອງ ທ່ານ ຄຳເພົາ ພອນແກ້ວ ປີ 1997 ແລະ ມະຫາ ຄຳ ຈຳປາແກ້ວມະນີ ປີ 1980 ວ່າ: ເຜົ່າອ້າຍລາວ ຫຼື ໄທ-ລາວ ໄດ້ອົບພະຍົບລົງມາແຕ່ພາກໃຕ້ຈີນ ມາຕັ້ງຖິ່ນຖານຢູ່ຂົງເຂດນີ້ ແຕ່ຕົ້ນສະຕະວັດທີ 1.

ຈາກສິ່ງທີ່ໄດ້ກ່າວມາຂ້າງເທິງນີ້ ຈຶ່ງສັນນິຖານໄດ້ວ່າ: ວຽງຈັນໄດ້ກາຍເປັນບ້ານມາແລ້ວກວ່າ 2.000 ປີ ທີ່ມີການປົກຄອງ ກັນມາ ອາດຈະແມ່ນບັ້ນປາຍຂອງສະຫະຊີບ ຫຼື ເຈົ້າກົກເຈົ້າເລົ່າ ໄດ້ກາຍເປັນບ້ານໃຫຍ່ທີ່ຂື້ນກັບຫົວໜ້າເຜົ່າ ທັງເປັນຜູ້ນຳ ທາງສາດສະໜາອີກດ້ວຍ ຈາກນັ້ນກໍພັດທະນາໄປເລື້ອຍໆ ຈົນກາຍເປັນເມືອງ ຊຶ່ງແມ່ນພະຍາເຈົ້າເມືອງເປັນຜູ້ປົກຄອງ.

ປື້ມປະຫວັດສາດຂອງ ດຣ. ສຸເນດ ໂພທິສານ ໄດ້ສະຫຼຸບວ່າ: ສັງຄົມຊົນເຜົ່າໃນລຸ່ມແມ່ນ້ຳຂອງ ແມ່ນມີວັດທະນະທຳ ຮີດຄອງປະເພນີແບບປະຖົມປະຖານເປັນຂອງຕົນ ແລະ ມີຄວາມຈະເລີນຢ່າງມາກມາຍໃນຫຼາຍໆ ດ້ານແລ້ວ ກ່ອນຈະໄດ້ ຮັບເອົາວັດທະນະທຳຈາກອິນເດຍ ແລະ ຈີນ ຄືຮູ້ຈັກປູກເຂົ້ານາດຳເປັນອາຊີບ ສຳຄັນຮູ້ຈັກປັ້ນດິນເຜົາ ແລະ ລະບາຍສີ ຮູ້ຜະລິດເຄື່ອງມືຈາກທອງສຳລິດ ແລະ ເຫຼັກ ມີຄວາມຊຳນານໃນການເດີນເຮືອ ຕາມລຳແມ່ນ້ຳຂອງ ຮູ້ຜະລິດເຄື່ອງນຸ່ງຫົ່ມ ແລະ ຮູ້ສ້າງເຮືອນຮ້ານທີ່ມີກ້ອງຕະລ່າງສູງ ເພື່ອຫຼີກນ້ຳຖ້ວມ ດ້ານສັງຄົມ ຮູ້ນັບຖືຫົວໜ້າເຜົ່າຂອງຕົນ ເປັນຜູ້ດຳເນີນ ການປົກຄອງ ແຕ່ລະບ້ານມີຫົວໜ້າບ້ານ ດ້ານການເຊື່ອຖືແມ່ນນັບຖືຜີ ເຊັ່ນ: ຜີພໍ່ແມ່ ຜີບັນພະບູລຸດ ຜີຟ້າ (ແຖນ) ເຈົ້າແຫ່ງນ້ຳ (ນາກ) ເຈົ້າແຫ່ງແຜ່ນດິນ (ຊ້າງ) ເຈົ້າແຫ່ງອາກາດ (ຄຸດ) ແຕ່ໄລຍະນີ້ ເປັນໄລຍະໄກເກີນນໄປ ທີ່ບໍ່ສາມາດ ກຳນົດໄດ້ວ່າ: ຂອບເຂດຂອງເມືອງວຽງຈັນ ມີນເນື້ອທີ່ກວ້າງແຄບຊ່ຳໃດ ມີຈັກບ້ານ ມີພົນລະເຮືອນເທົ່າໃດ ຜາສາດ ຣາຊະວັງຢູ່ໃສ ແລະ ອື່ນໆ ເພາະຂາດຂໍ້ມູນທັງໜ້າດິນ ແລະ ໃຕ້ດິນ.


* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 20-01-2010

Delicious Digg Fark Twitter