ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ເປັນບັນຫາ ທີ່ ເປັນທີ່ຈັບຕາມອງແບບສົດໆ ຮ້ອນໆ...ກຽ່ວກັບທ່ານລັດຖະມົນຕີກະຊວງວັັດທະນະທຳ ຂອງປະເທດຝຣັ່ງ ທ່ານ Frédéric Mitterrand ທີ່ໄດ້ອອກມາຂຽນໜັງສືເຫຼັ້້ມ1ທີ່ມີຊື່ວ່າ  "La Mauvaise Vie" ຫຼືວ່າ "ຊີວິດອັນບໍ່ດີ" ເຊິ່ງວາງຈຳໜ່າຍມາ ແຕ່ປີ 2005

ໃນໜັງສືເຫຼັ້໊ມດັ່ງກ່າວ ທ່ານໄດ້ ກ່າວເຖິງ ປະສົບການ ທີ່ທ່ານໄດ້ມີສ່ວນຮ່ວມ ໃນຂະບວນທົວທີ່ເອີ້ນ ວ່າ le tourisme sexuel ຫຼືທົວເຊັກ..ເຊິ່ງທ່ານກໍ່ໄດ້ຍອມຮັບວ່າ ໄດ້ມີຄວາມສຳພັນທາງເພດ ກັບເດັກຊາຍໄທອາຍຸຕ່ຳກວ່າ18ປີ ເຊີ່ງມີອາຊີບ ຂາຍບໍລິການ...ທ່ານໄດ້ເລົ່າເຫດການທີ່ເກິດຂຶ້ນ..ບັນລະຍາຍສະຖານທີ່..ແລະມີການສະແດງຄວາມຮູ້ສືກຂອງຕົນອອກມາຢ່າງຈະແຈ້ງ...


ແລະໃນຄືນວັນຈັນ ທີ5 ຕຸລາທີ່ຜ່ານມາ ລາຍການໂທລະພາບທີ່ຊື່ວ່າ Mots croisés  ໄດ້ຍົກເອົາບັນຫານີ້ມາຖົກຖຽງໂດຍທ່ານນາງ Marine Le Pen ເຊີ່ງເປັນທະນາຍຄວາມແລະນັກການເມືອງຂອງຝຣັ່ງ
...ຕະຫຼອດໄລຍະການອອກອາກາດ...ນາງ ໄດ້ໃຫ້ຄຳເຫັນວ່າ
ໃນປີ2005 ທ່ານ Frédéric Mitterrand  ໄດ້ຂຽນປື້້ມ ທີ່ກ່າວເຖິງຄວາມພໍໃຈຂອງຕົນໃນການຊື້ບໍລິການຈາກເດັກຊາຍໄທ ທັ້ງໆທີ່ ທ່ານ ເປັນເຖິງນາຍຍົກກະຊວງວັດທະນະທຳ...ພວກເຮົາສິວ່າແນວໃດ ໃນ ເມື່ອ ທ່ານຍັງຄົງເປັນນາຍຍົກຢູ່ຄືເກົ່າ..... ທ່ານສົມຄວນຖືກໄລ່ອອກ..ແລະການທີ່ທ່ານຍັງມີສິດອຳນາດມາຮອດທຸກມື້ນີ້ກໍ່ອາດຈະເວົ້າໄດ້ວ່າ...«Le poisson pourrit toujours par la tête» ປາມັກຈະເນົ່າມາແຕ່ຫົວສະເໝີ....

 

ຊິ່ງໃນປັດຈຸບັນກໍ່ຍັງບໍ່ມີຄຳຕັດສິນຢ່າງເປັນທາງການ... ແຕ່ກໍ່ເປັນທີ່ຮູ້ກັນດີ ວ່າ ທ່ານຕ້ອງຖືກປົດຈາກຕຳແໜ່ງແນ່ນອນ..

 

 

alt

 

 

 

alt

 

 

 

alt

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

   ບາຍດີໝູ່ເພື່ອນພັນລາວ..... ກະບໍ່ມີຫຍັງຫຼາຍເນາະ..ແບບວ່າເຫັນເພິ່ນເຮັດໂຄດແຕ່ງໂປຣໄຟມາແຈກ..ກະເລີຍຢາກລອງເຮັດຈັກບາດ...ວ່າ ແລ້ວ ກະເລີຍລົງຂຽນໂຄດຈົນສຳເລັດ ແບບ ຮົກໆໆໜ້ອຍໜຶ່ງ...ອິອິອິ

ກະຫາກໍ່ຮຽນເຮັດເດຊັ່ນ..... ຝີມືຍັງໄກຄວາມຈະເລີນ..!!!! ເອົາເປັນວ່າ ລອງ ກ໊ອບປີ້ ໂຄດໄປໃຊ້ລອງເບິ່ງເນາະ..ແລ້ວຈັ່ງມາວິຈານນຳຫຼັງ..ອິອິອິ

 

alt

 


#### COPY ເອົາໂຄດທາງລຸ່ມນີ້ເດີ #####:

 

 

body { background-image: url(http://img.laoupload.com/images/4iz1u3se1fqsn9c0n61.png);

 background-repeat: repeat;

background-position : center;

 background-attachmentge: fixed ; }

 

div.page_header {height:650 px;

background: url(http://img.laoupload.com/images/2gawk74x3yoev1rrob.gif);

background-position: center;

height:650px;

background-repeat:no-repeat;} 

 

td.profile_photo  { background: none; border:none }

div.profile_profile  { background-image:transparent; }

 

div.content { background:none; border:none;} 

 

 

td.header { background:none; border: none;}

 

 td.profile  { background:none; border: none;}

 

td.top_menu { background: none; border: none; }

 

td.top_menu2 { background: none; border :none; }

 

td.menu_user { background: none; border: none; }

 

div.top_menu_link { background: none; border: none; }

 

div.top_menu_link_container { background: none; border: none; }

div.top_menu_link_container_end { background: none; border: none; }

 

td.profile_leftside header { background: none; border: none; }

 

 

td.header {

    border: none;

    background-image: url(http://dl5.glitter-graphics.net/pub/843/843265b8tr69s6wa.gif);

    background-repeat: repeat;}

 

div.profile_action {  background-image: url(http://dookdik.kapook.com/upload/whatsnew/38106.gif);

background-position: center;

background-repeat: no-repeat;border none; }

 

textarea {

  background: url(http://img.laoupload.com/images/qjw3b2f4rnefrptpo2ft.jpg);

    height:150 px;

background-position: bottom left;

background-repeat:no-repeat

    font-size: 14px;}

 

div.profile_comment_date {background:url(http://dl5.glitter-graphics.net/pub/843/843265b8tr69s6wa.gif);

height:50 px ;}

 

div.profile_comment_author {background:url(http://dl5.glitter-graphics.net/pub/843/843265b8tr69s6wa.gif);

height:50 px;}

 

div.profile_postcomment {

background: url(http://img.laoupload.com/images/fw5tdyb3f6qryelw02gn.gif); background-repeat :no-repeat; position:top-left;height :210px ; border:none; padding-left: 70px; margin-left:10px; font-color:#ffffff;}

 

 

 

 

ສ່ວນວ່າວິທີການໃຊ້ ກະແມ່ນ ເຂົ້າໄປທີ່ ປຽນ່ສີສັນໂປຣໄຟ ແລ້ວລຶບໂຄດເກົ່າອອກໃຫ້ໝົດ ເອົາໂຄດນີ້ໄປວາງໃສ່ ແລ້ວ ບັນທຶກຄວາມປຽ່ນແປງ

 

 

 

ເປັນຈັ່ງໃດກະຢ່າລືມມາຕິເດີ.... ແຕ່ໂດຍສ່ວນຕົວຮູ້ສືກວ່າມັນລາຍຕາໜ້ອຍໜື່ງ....ຮ່າຮ່າຮ່າຮ່າ

 

 

ຂອບໃຈທີ່ເຂົ້າມາອ່ານ...ແລ້ວເຈິກັນໃໝ່!!!!!!

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

ມື້ກ່ອນ ເຂົ້າໄປຫຼິ້ນຢູ່ laos2009.ning.com  ເຫັນຫົວຂໍ້ທີ່ເພິ່ນໄວ້ ໜ້າສົນໃຈເລີຍໄປອ່ານເບິ່ງ..... ເພິ່ນວ່າຈັ່ງຊີ້ເດີ......

ຄຳວ່າ ເມຍ ໃນພາສາອັງກິດແມ່ນ  WIFE

W = ມາຈາກ WITHOUT ແປວ່າ ບໍ່ມີ

I = ມາຈາກ INFORMATION ແປວ່າ ການບອກໃຫ້ຮູ້


F = ມາຈາກ FIGHTING ແປວ່າ ການຕໍ່ສູ້ ພາສາບ້ານເຮົາ ເອີ້ນວ່າ ( ຜິດກັນ, ຕີກັນ )


E = ມາຈາກ EVERY DAY ແປວ່າ ທຸກຯມື້


ເມື່ອເຮົາເອົາມາຮວມກັນແລ້ວ ....

WITHOUT INFORMATION FIGHTING EVERY DAY


ເຊິ່ງກະໝາຍຄວາມວ່າ....


ຫາເລື້ອງຜິດກັນ ໄດ້ທຸກຯມື້ ໂດຍບໍ່ມີການບອກໃຫ້ຮູ້ກ່ອນ 55555555555555555 ++

ໝູ່ເພື່ອນເດ...ເຫັນດີນຳບໍ? ^.^

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຖ້າຫາກໃຫ້ປຽບຄວາມຮັກ ກັບ ປາກກາ ແລະສໍໄມ້....ຈະເລືອກອັນໃດດີນໍໍ.....


ເວລາຈະຂຽນ... ເຮົາກໍ່ຈັບປາກກາຂຶ້ນມາ  ໄຂຝາອອກ ແລ້ວກໍ່ຂຽນໂລດ  ..... ພໍຂຽນໄປໄດ້ໄລຍະໜຶ່ງ ນ້ຳມຶກໃນປາກການັ້ນກໍ່ໝົດໄປ....ຕ້ອງໄດ້ເຕີມມຶກໃໝ່ມັນຈຶ່ງຈະໃຊ້ໄດ້ອີກຄັ້ງ

ຄວາມຮັກທີ່ເໝືອນປາກກາກໍ່ແມ່ນຄວາມຮັກທີ່ງ່າຍໆ ສະບາຍໆ ບໍ່ຈຳເປັນຕ້ອງໃສ່ໃຈດູແລຫຍັງຫຼາຍ ກໍ່ສາມາດມີຄວາມຮັກທີ່ງົດງາມໄດ້......ເມື່ອຮັກຄັ້ງນີ້ໝົດໄປ ກໍ່ພຽງແຕ່ໃຊ້ເວລາຢູ່ກັບໂຕເອງໄລຍະໜຶ່ງ  ແລະກໍ່ສາມາດເປີດໃຈຮັບເອົາຮັກຄັ້ງໃຫມ່ໄດ້ຢ່າງສົມບູນຄືກັບປາກກາທີ່ພ້ອມໃຊ້ງານສະເຫມີ...


ແຕ່ຖ້າເປັນສໍໄມ້....ກ່ອນທີ່ເຮົາຈະໃຊ້ງານ...ຕ້ອງໄດ້ເຫຼົາມັນໃຫ້ແຫຼມສາກ່ອນ.....ເຖິງເຮົາຈະໃຊ້ງານມັນຫຼາຍເທົ່າໃດກໍ່ຕາມ...ແຕ່ເຮົາກໍ່ບໍ່ສາມາດຂຽນມັນຈົນໝົດກ້້ານໄດ້...ຢ່າງໜ້ອຍມັນກໍ່ຕ້ອງຍັງຫຼົງເຫຼືອສ່ວນທີ່ເຮົາບໍ່ສາມາດເຫຼົາມັນໄດ້ອີກແລ້ວ

ຄວາມຮັກແບບສໍໄມ້ ແມ່ນຮັກທີ່ໄດ້ຮັບການເອົາໃຈໃສ່ເປັນຢ່າງດີ....ເຖິງວ່າເຮົາຈະບໍ່ສາມາດສານຕໍ່ຄວາມຮັກຄັ້ງນີ້ໄດ້ອີກຕໍ່ໄປ ແຕ່ຄວາມຮັກກໍ່ຍັງຄົງຢູ່ໃນໃຈຂອງເຮົາຕະຫຼອດໄປ ຄືກັບສໍໄມ້ກ້ານນີ້ທີ່ບໍ່ມີທາງຖືກໃຊ້ງານຈົນໝົດ...


ມາຮອດດນີ້..ໝູ່ເພື່ອນພັນລາວເລືອກໄດ້ຫຼືຍັງ ລະຫວ່າງປາກກາ ກັບ ສໍໄມ້ ຈະເລືອກ ອັນໃດດີ.... =^_^=



(ອັນນີ້ແມ່ນຜູ້ຂຽນໄດ້ອ່ານມາຈາກປຶ້ມເຫຼັ້ມໜຶ່ງ...ແຕ່ອ່ານມາດົນແລ້ວ ກໍ່ເລີຍມີການປຽ່ນແປງເນື້້ອໃນເລັກໜ້ອຍ ມັນບໍ່ຈື່ຫັ້ນໜາ......*_*)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2009 | ມີ 32 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກກໍ່ປຽບເໝືອນ ເລກໂຈດ

ຄວາມຮັກແມ່ນ ຜົນບວກ ຂອງຄົນສອງຄົນ

ເມື່ອເກີດຄວາມບໍ່ເຂົ້າໃຈກັນ ກໍ່ ລົບ ມັນດ້ວຍການຫັນໜ້າມາປັບຄວາມເຂົ້າໃຈ

ເມື່ອຮູ້ສຶກເຫງົາ  ກໍ່ ຄູນ ຄວາມຮັກເຂົ້າ ເພື່ອໃຫ້ຫົວໃຈຊຸ່ມຊື່ນ

ແຕ່ ເມື່ອຮູ້ສຶກຫ່າງເຫີນ ກໍ່ ຫານ ຊ່ອງວ່າງລະຫວ່າງເຮົາໃຫ້ໜ້ອຍລົງ

ເມື່ອເຂົາມີຄົນອື່ນ ຕ້ອງ ຖອນຮາກຂັ້ນສອງ ເພື່ອໃຫ້ເຫລືອແຕ່ເຮົາຄົນດຽວ  =^_^=