ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2008 | ມີ 21 ຄຳເຫັນ ແລະ 0 trackback(s)

 

 

ຫລັງຈາກ ການຈົ່ມຄັ້ງກ່ອນ ຂ້າພະເຈົ້າໄດ້ຫລຸດປາກອອກໄປວ່າ ມີເຂ້ແຕກ ແລະ ສະມາຊິກຫລາຍໆ ທ່ານກໍໃຫ້ຄວາມສົນໃຈວ່າ ມັນເປັນແນວໃດແທ້

ພໍດີມື້ກ່ອນນັ້ນທ່ານ ຫມີ Hitmii ໄດ້ລາງວັນທີ່ ໑ ຈາກການປະກວດຄຳຖາມວິທະຍາສາມ ກະເລີຍໄປສະຫລອງກັນຫນ້ອຍຫນຶ່ງ

 

ມີທ່ານ ແອ (Defago) ທ່ານ ເບີດ (Birdflue.exe) ທ່ານ ໂຍ ກະພາກັນໄປ ແລະໄດ້ໂອກາດກໍເລີຍເອົາມາໃຫ້ເບິ່ງກັນ

 

 

ສັ່ງມາຕອນທຳອິດ ກະເປັນແບບນີ້ລະ

 

 

Laozaa

 

 

 

ຕໍ່ມາແມ່ນການປຸງ

 

ເສຍດາຍຫມີ ຖ່າຍຮູບແຈ່ວບໍ່ແຈ້ງ

 

alt

 

ກິນອີ່ມລະ ວ່າຊັ້ນ

 

alt

 

ທ່ານ ແອ ເສື້ອດຳ ທ່ານ ໂຍ ເສື້ອແດງ

 

 

ຫມົດແລ້ວເຫລືອແຕ່ກະດູກ

 

alt

 

 

 

ອັນນີ້ແມ່ນຖ້ວຍທີ່ສອງຂອງທ່ານຫມີ

 

alt

 

 

ແບບວ່າມັນເປັນມີ່ທີ່ສຸດຍອດສຳລັບທີມງານພວກເຮົາ ຊິ້ນເປື່ອຍ ກະແຊບ ກ້ຽວ ກະແຊບ ເສັ້ນກະຫນຸ້ມ ຊິ້ນຫມູແດງກະມີ

 

ເວົ້າມາລະຢາກໄປກິນອີກ

 

ອ້າ ລືມບອກໄປວ່າ ຈຸດພິເສດມັນແມ່ນທີ່ແຈ່ວເດີ້ ແຈ່ວນັ້ນລະ ພາໃຫ້ ເຂ້ ແຕກ ອິອິ

 

ລາວຊ່າເຣົາກະຂຽນໄວ້ຄືກັນ

www.laozaa.com/viewthread.php

 

 

ເປັນຕາແຊບບໍ່ພີ່ນ້ອງ

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຫມູເຮັດນາ  ຫມາກິນເຂົ້າ:

 

ເພິ່ນເຄີຍບອກໃຫ້ຮູ້               ວ່າຫມູຊ່າວນາເຟືອງ

ເປືອງແຕ່ເງງດັງດຸດ                ກ່ອນຫວ່ານດໍາຕາກ້າ

ພາຍທ້າຍຫມາກິນເຂົ້າ          ຫມູເຮົາຕ້ອງກິນແກບ

ແຊບບໍ່ແຊບກໍຫຍໍ້າ              ເພາະເສັຍແຕ້ມໃຫ້ບັກດໍາ...ແລ້ວເດ

ເພິ່ນວ່າຄວາ ຍ ເບື່ອຫຍ້າ          ຢ່າໄປຂົ່ມໃຫ້ເຂົາຫັກ...ມັນເດີ

ມັກແຕ່ມີໂມໂຫ                   ອວດຄຸນຄູຍໂມ້

ເອົາແຕ່ໂວຍໆເວົ້າ                ເຂົາບໍ່ຍອມກໍຍັງຂົ່ມ

ສຸດທ້າຍຫນີບໍ່ມົ້ມ               ໃຫ້ຄົນເຍີ້ຍທັບຖົມ...ເຈົ້າແລ້ວ

ເພິ່ນວ່າກົບອື່ງເພົ້າ              ເຂົາໄປຄຸບຫັກຂາ...ໃສ່ຂ້ອງ

ຍ້ອນວ່າໂຕສຽງດັງ               ຖືກຫິ້ວຂາໄປຈ້ອຍ

ຂ້ອຍວ່າພັງເພີຍເວົ້າ            ໃຫ້ຄົນເຮົາລະວັງປາກ

ຄັນວ່າຄວນຈິ່ງເວົ້າ              ບໍ່ຄວນເວົ້າກໍໃຫ້ເຊົາ...ດີຫຼາຍ

ຄົນໃດເຕະຕູດກົ້ນ               ແລ້ວມາລູບຫລັງດີ...ພາຍຫຼັງ

ຄົນນີ້ມີສັນດານ                  ທ່ານຣະວັງເອົາໄວ້

ຂ້ອຍວ່າຄົນນິສັຍນີ້              ມີມາຍາບໍ່ເຂົ້າທ່າ

ໃຜຫາກພານພົບຫນ້າ         ແນມໄວ້ຢ່າຫ່າງຕາ...ຣະວັງ.

 

 

ກາບກອນນີ້ຂ້າພະເຈົ້າໄດ້ ເອົາມາຈາກ ເວັບນີ້  ໂດຍການຄົ້ນພົບຂອງ devsmudger ແຕ່ດ້ວຍວ່າກອນນີ້ມັນມີເນື້ອຫານທີ່ຖືກຕ້ອງແລະແບວ່າໂດນໆ

ເລີຍເອົາມາໃຫ້ພີ່ນ້ອງໄດ້ອ່ານແບບວ່າມັນໂດນຄັກໆໆ

ເຫີ່ໆໆໆ ຫມົດແນວເວົາລະ ໃຜໂດນແບບນີ້ແດ່ກະ ຄອມເມັ້ນໄວ້ແດ່ເດີເພີ່ນ້ອງ

 

ຮັກແພງ

 

ໂອ້ດ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2008 | ມີ 17 ຄຳເຫັນ ແລະ 0 trackback(s)

ບໍ່ຮູ້ຈັກວ່າຈະເລີ່ມແນວໃດດີ ແລະ ບໍ່ຮູ້ວ່າເປັນຫຍັງວ່າ ຊ່ວງນີ້ຢາກມາຂຽນ ລະບາຍໃນພັນລາວວະ

ສົງໃສເຮົາກາຍເປັນຄົນຂີ້ເຫງົາຂາດຄວາມສົນໃຈ ແລ້ວ ມາຂຽນຮຽກຮ້ອງຄວາມສົນໃຈບໍ້ນິ

 

ເອີ່ ພໍດີກຳລັງຈະຂຽນ ພໍດີລູກຄ້າໂທມາວ່າຊັ້ນ ອືມ ເຈັບຫົວເລີຍ

ເວົ້າແລ້ວເຮັດວຽກໄອທີນີ້ມັນກະບໍ່ຕ່າງຫຍັງກັບຂາຍບໍລິການເລີຍວະ ມີຄົນເຄີຍໃຫ້ສາຍາວ່າ ບ່າວບໍລິການວ່າຊັ້ນ (ບໍລິການ ໄອທີ ຄົບວົງຈອນ) ກັ໋ກໆໆ

ເຊັງແລ້ວ ມື້ນີ້ນັ່ງຈົ່ມຕໍ່ກະແລ້ວກັນ

ອາກາດຫນາວຂຶ້ນເຮັດໃຫ້ເຮົານອນຕື່ນສວຍ ມາການສວຍ ແລະ ກະ ນອນແຕ່ເວັນ ບອກເລີຍວ່າຊ່ວງນີ້ເຮົາບໍ່ອອນລາຍຍາມກາງຄືນແລ້ວ ນອນອ່ານຫນັງສືນະ

ເພາະຕອນນີ້ກະໄປເຊື່ອມຕໍ່ປະລິນຍາຕີ ທີ່ ຄ ວ ສ ສາຂາໄອທີ ຮຽນ HTML ກະເປັນຫຍັງທີ່ຕື່ນເຕັ້ນດີ ເພາະເປັນຄັ້ງທຳອິດຂອງຊີວິດທີ່ໄດ້ຮຽນສາຍລັດ

ຮູ້ສຶກວ່າລະບົບລົງທະບຽນຈະເປັນລະບົບທີ່ສຸດຍອດແທ້ໆ ເຮົາໃຊ້ເວລາເກືອບເປັນອາທິດ ໃນການລົງທະບຽນ ເຫີ່ໆໆໆໆໆໆໆໆ

 

ເອົາເລີ່ມຈັບໃຈຄວາມຕົວເອງບໍ່ໄດ້ອີກແລ້ວ ແມ໋ງເອີ້ຍກຳລັງ ສະຫມອງໄຫລ ດີໆ ຄວາມຄິດກຳລັງບັນເຈີດ

ມີຄົນຟິລິປິນມາລົມກັນບັກແຮງ ຊີໂບ້ຊີເບ້ ບ໋ະ ຫ້ອງການເຣົາຄືມີແຕ່ພວກນີ້ວະ ລົບກວນຄິດຫຍັງບໍ່ອອກ ເຫີ່,,,,,,,,,,,,,

 

ເອົາປານໃດມັນຊິເຊົາວະ?

 

ມີຄົນມາຖາມວ່າ ຢາກເຮັດລະບົບ ເມວ ວ່າຊັ້ນ ເອີ່ ຈັກຊິເອົາເທົ່າໃດດີ ? ປະໄວ້ກ່ອນກະແລ້ວກັນ

 

ບາດວ່າແລ້ວກະຍັງບໍ່ແລ້ວ ໂຄ້ງກັບມາເລື່ອງເກົ່າມັນຍັງບໍ່ໄດ້ເຂົ້າເລື່ອງຕາມຫົວຂໍ້ເລີຍ ຮະຮະ

 

 

ຫນຸ້ມໄອທີຫນ້າຕາດີກະຄືຕົວຂ້າພະເຈົ້າເອງນີ້ລະ ເວົ້າແລ້ວຢ່າວ່າຫລົງຕົວເອງເດີ້ ຫນ້າຕາດີແທ້ໆ ບໍ່ໄດ້ຮ້າຍໃຜ ຫຸຫຸ

ແບບວ່າສະຫລຸບແລ້ວ ກະບໍ່ມີຫຍັງຫລາຍ ພຽງແຕ່ຢາກບອກວ່າ

ຫາກທ່ານເຮັດວຽກ ດ້ານໄອທີ ນະ ຢ່າພາກັນເພີດເພີນກັບວຽກຫລາຍເດີ້ ເພາະດຽວຈະເສຍສຸຂະພາບໄປໂດຍໄວ້ເກີນຄວນ

ແບບຂ້າພະເຈົ້າເມື່ອກ່ອນ ນັ່ງຫລິ້ນເນັດເຮັດນັ້ນເຮັດນີ້ ຈົນເດິກ ນອນແຕ່ລະມື້ກະສອງ ສາມ ໂມງ ຈົນມາຮອດດຽວນີ້ ນອນເດິກບໍ່ໄດ້ແລ້ວເພາະເມື່ອຍ ແລະ ປວດຕາ

ເຈັບຫົວ ແລະ ອາການອື່ນໆ ທີ່ຈິງມັນກະບໍ່ມີຫຍັງດອກ ພຽງແຕ່ເປັນຫວ່ງນະພີ່ນ້ອງ

 

ໂອ້ຍຣູ້ສຶກວ່າຕົວເອງຈະບໍ່ມີສາລະອີກແລ້ວວະ

 

ເອົາເປັນວ່າສະຫລຸບອອກມາເປັນແບບນີ້ສາ

 

ພີ່ນ້ອງໄອທີ ພະຍາຍາມຍ່ານອນເດິກຫລາຍເດີ້

ພີ່ນ້ອງໄອທີ ຊ່ວຍແລກປ່ຽນ ຄວາມຣູ້ໃນເວັບບອດແດ່ເດີ້

ພີ່ນ້ອງໄອທີ ຫາເວລາໄປຫລິ້ນກິລາແດ່

 

ເອີ່ ເວົ້າແຕ່ໃຫ້ເຕືອນຄົນອື່ນ ເຣົາເອງກະຍັງບໍ່ເຮັດຫມົດເລີຍ ແນວໃດກະພະຍາຍາມເດີ້ພີ່ນ້ອງ

 

ປລ ຝາກເວັບໃຫມ່ແດ່ເດີ້ພີ່ນ້ອງຊາວໄອທີຊ່ວຍກັນໄປສ້າງສັນນຳກັນ

www.laoubuntu.com

 

 

ດວ້ຍຣັກ ແລະ ຫ່ວງໃຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ແບບວ່າ ເຣົາເອງກະບໍ່ໄດ້ຈົ່ມມາດົນລະເອົາລະຫວາ

ຫລົງເຂົ້າມາໃນພັນລາວເຫັນມີລະບົບໃຫມ່ຫລາຍຢ່າງ ຄັກດີ ສວຍໂອກາດພຶມພຳກ່ອນ

ເພາະຊ່ວງຫລັງນີ້ບໍ່ຮູ້ວ່າຕົວເອງເປັນຫຍັງມັນເປັນອາການແບບບອກບໍ່ຖືກວະ ຊີວິດບໍ່ມີຫຍັງຫນ້າສົນໃຈເລີຍ

ແບບວ່າຕົວເອງນີ້ນະ ເບິ່ງຕົວເອງແລ້ວຄືກັບວ່າເປັນຫມາຕົວຫນື່ງ ເອ່ ຫລື ວ່າບໍ່ແມ່ນຫມາວະ ເອີ້ຊັ້ນເປັນ ຫນູ ກະໄດ້ ເຖິງຈະເປັນຫຍັງກະຕາມ ກະຍັງຮູ້ສຶກວ່າຊີວິດຕົວເອງ

ເອົາດີຫຍັງບໍ່ໄດ້ວະ ແບບຈະເຮັດຫຍັງກະບໍ່ໄດ້ຫຍັງ ເອົາໄປເອົາມາແລ້ວຄືຄົນເຮັດຫຍັງບໍ່ເປັນນີ້ລະ ອາດເປັນເພາະເຮົາບໍ່ເປັນແທ້ໆຕິເບາະ

ຫລື ເປັນຍ້ອນຢ່າງອື່ນ ແບບວ່າວຽກ ກະມີຫລາຍຢ່າງສັບສົນ ຊີວິດກະສັບສົນ ຄວາມຣັກກະສັບສົນ

ເບິ່ງເລື່ອງວຽກກະ ປິດແຜນທ້າຍປີແດ່ ມັນເລີຍເປັນໂລກປະຊຸມລະບາດຫນັກ ແຖມຍັງມີການບຽດກັນເກີດຂຶ້ນອີກ ໂອ້ຍ ສັບສົນ ຫາກເຣັດໄດ້ຈະໄປຢູ່ ບ່ອນທີ່ບໍ່ມີ ສິ່ງສັບສົນເຫລົ່ານີ້ ຈັກ ປີສອງປີ

ແບບວ່າ ເກີດມາທຸກນະພີ່ນ້ອງມັນເປັນແບບນີ້ລະຈະເຮັດຫຍັງກະ ຢາກ ເກີດມາບົນພື້ນຖານຂອງ ຄອບຄົວທີ່ບໍ່ມີຖານະ ບໍ່ມີເງຶນຄຳ ພໍ່ແມ່ເປັນຊາວໄຮ່ຊາວສວນ ເວົ້າມາແລ້ວຢາຫກັບໄປເຮັດສວນຊ່ວຍພໍ່ລະກະແລ້ວເອີ່ວະ ຊີວິດ

 

ຄິດໄປຢ່າງພັດວ່າເຮົາຈະຍອມໄປເຮັດຫຍັງ?

ຄິດມາອີກ ແລ້ວເຮົາຈະສູ້ໄປເຮັດຫຍັງວະ?

 

ເອີ່ ງົງ ບໍ່ພີ່ນ້ອງ ມັນເປັນແນວນີ້ລະຊິວິດຄົນມັນສັບສົນແລະວຸ້ນວາຍແບບນີ້ລະ ຫາກວ່າເລືອກໄດ້ ຂໍເລືອກທີ່ຈະບໍ່ເກີດມາເປັນຄົນ ຂໍເກີດເປັນ ກະຕ່າຍ ຫລື ບໍ່ກະໄປເກີດເປັນຫນູ ເລີຍກະໄດ້ (ອ້າວ ແລ້ວກູເປັນຫຍັງກັບຫນູວະ???)

 

ແບບວ່າຊີວິດເປັນຫຍັງທີ່ຫລາຍເລື່ອງທີ່ສຸດກ ແບບວ່າເປັນ Art ໂຕແມ່ ມັນກະເລີຍເຮັດໃຫ້ເຮົາສັບສົນສຸດ ແບບວ່າ ຮັກກະກາຍເປັນບໍ່ຮັກ ບໍ່ຮັກກະກາຍເປັນຮັກ ແລ່ນກໍກາຍເປັນຢຸດ ເອົາຊື່ໆ

 

ຈົນບໍ່ຮູ້ຈະເຮັດຫຍັງນັ່ງຊື່ໆ ບື້ໆ ຊຶ່ງໆ

 

ແລ້ວເວລາກະຜ່ານໄປດົນເຕີບເຮັດໃຫ້ຕົວເອງຄິດໄດ້ວ່າ ກູຈະເອົາແນວໃດດີ

ເພາະເຮົາຍັງບໍ່ລືມວ່າເຮົາຍັງມີ ພໍ່ ແມ່ ພີ່ ນ້ອງ ລຸງ ປ້າ ນ້າ ອາ ວົງສາຄາຣະຍາດ ລວມທັງພີ່ນ້ອງໃນທີມລາວຊ່າທີ່ໃຫ້ຄວາມຮັກແພງຢ່າງອົບອຸ່ນ

ທີ່ສຳຄັນສຸດ ແມ່ນ ຫມີ ແອ ທິບ ທີ່ເປັນແຮງ ໃຫ້ກັບທີມໄດ້ຍັງຄົງຢູ່ ແລະ ທ່ານ ອື່ນກໍເຊັ່ນດຽວກັນ

ໃຈມື້ທີ່ເຮົາໄດ້ ພົບກັບຄຳຖາມທີ່ແອຖາມວ່າ " ແລ້ວໂອ້ດຈະໄປແຄຄົນອື່ນເຮັດຫຍັງ ໃນເມື່ອເຈົ້າຕັດສິນໃຈຈະເຮັດ?"

 

ສຸດທ້າຍເຮົາກໍພົບຄຳຕອບວ່າ " ແມ່ນ ສິ່ງໃດກູມີຄວາມສຸກ ແລ້ວກູຈະເຮັດ ບໍ່ສົນໃຈແມ່ຜູ້ໃດອີກ"

 

ແລ້ວເຮົາກະກັບມາ ບອກກ່ອນວ່າກັບມາ ແຕ່ບໍ່ແມ່ນກັບໄປ ເນັດຫລຸດຕໍ່ໄດ້ ແຕ່ຢ່າງອື່ນຫລຸດຕໍ່ຢາກ ເດີ້ພີ່ນ້ອງ

 

ເອົ້າຫົວຫນ້າເອີ້ນ ເອົາໄວ້ເທົ່ານີ້ກ່ອນ ດຽວມື້ຫນ້າປ່ວງໆ ຈະມາຈົ່ມໃຫມ່

 

ສະຫລຸບແລ້ວທີ່ຈົ່ມໆ ມານີ້ມັນບໍ່ມີເນື້ອໃນຫຍັງດອກ ແບບວ່າຂຽນໄປຊື່ໆນີ້ລະ

ໃຜອ່ານແລ້ວເຫັນວ່າ ຫາໃຈຄວາມກັບມັນບໍ່ໄດ້ກໍ່ ໃຫ້ອ່ານອີກຮອບຫນຶ່ງ ບາງເທື່ອໄດ້ໃຈຄວາມ ຫາກອ່ານອີກຮອບຍັງບໍ່ໄດ້ໃຈຄວາມກະ ບໍ່ຕ້ອງອ່ານອີກດອກ ເພາະມັນບໍ່ມີໃຈຄວາມກັ໋ກໆໆໆ

 

ສະຫລຸບແທ້ຄື ກູຢາຫກິນຫມີ່ຂີ້ແຕກ

 

ດ້ວຍຄວາມຮັກແພງ ໂອ້ດ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

http://www.laozaa.com/

ເຫດມັນເກີດມາເມືອ ສອງສາມເດືອນ ຜ່ານມາ ສັງເກດເຫັນວ່າ Data base ມັນຈະເປັນແວັ໋ບໆ ແຕ່ເຮົາກະບໍ່ໄດ້ ແຄງໃຈແລ້ວມາຊ່ວງຫລັງໆ ເມື່ອຕົ້ນເດືອນ
ຂ້າພະເຈົ້າສັງເກດເຫັນມັນແຈ້ງມາທາງເມວ ຖີ່ຂຶ້ນເລື້ອຍໆ ກໍເລີຍຄິດໃນໃຈວ່າຈະ Back up data base ໄວ້ Local ກ່ອນ... ເນື່ອງດ້ວຍຫລາຍໆຢ່າງ ເລີຍໂດຍສະເພາະແມ່ນເນັດຊ້າເລີຍ ບໍ່ໄດ້ ເຮັດ ແລະ ວຽກກໍຫລາຍ ເລີຍກາຍເປັ້ນວຸ້ນໆໆໆໆ

ຈົນມາຮອດວັນທີ່ 08 / 09 /2008 ປະມານຕອນທ່ຽງ ເວັບກໍ່ເຂົ້າບໍ່ໄດ້  ເຮົາເອງກໍ່ອອກມາອົບຮົມ ເລີຍບໍ່ໄດ້ວ່າແນວໃດ
ຈົນຕອນແລງເວັບກະຍັງເຂົ້າບໍ່ໄດ້ ເລີຍໂທໄປຫາຄົນທີ່ເປັນເຈົ້າຂອງ Server ເພິ່ນວ່າ ກຳລັງຂີ່ລົດເຂົ້າກຸງເທບ ເພາະ Remote Restart ແລ້ວບໍ່ຂຶ້ນ ເຮົາກະລເີຍວາງສາຍ
ຈົນມື້ຮຸ່ງເຊົ້າ ກໍ່ໂທປະນຳອີກ ເພີ່ນໄດ້ບອກວ່າ Hard disk ກ້ອນທີ່ໃຊ້ໃນການ Back up Data base ມີປັນຫາ ສ່ວນກ້ອນທີ່ ເກັບໄຟລຕ່າງໆ ແມ່ນຍັງໃຊ້ໄດ້ ແຕ່ທີ່ ເວັບເຂົ້າບໍ່ໄດ້ ແມ່ນຕ້ອງ Stop Apache ໄວ້ເພາະມັນຈະເອີ້ນໃຫ້ Mysql ເຮັດວຽດຕະຫລອດເຮົາກະບໍ່ວ່າຫຍັງຕໍ່ ແລ້ວເພີ່ນກະບອກອີກວ່າບໍ່ແນ່ໃຈເດີ້ ເພາະ Hard Disk ກ້ອນທີ່ເກັບ Data base ຈະເປັນແນວໃດ ແຕ່ວ່າມີ Back ຫລ້າ ສູດ ຄືວັນທີ່ 11 /08 /09 ເຮົາ ເອງກະຕົກໃຈ ເພາະ ມັນເປັນຂອງເດືອນທີ່ແລ້ວພູ້ນ

ເພາະເຮົາກະຄິດວ່າມີ Daily Backup , Weekly Backup ແລ້ວມັນ ຄືມີເດືອນທີ່ແລ້ວພູ້ນ  ສຸດທ້າຍ ກະມາເຂົ້າໃຈວ່າ ອັນທີ່ ເປັນ Daily , weekly ມັນ ຢູ່ໃນ Hard disk ກ້ອນທີມັນມີປັນຫາ - -"


ເອົາເປັນວ່າ ຈົ່ມໄປເທົ່ານີ້ກ່ອນ ຫມົດກຳລັງໃຈ ທີ່ຈະຈົ່ມຕໍ່
ພີ່ນ້ອງ ກະ ຫ່າງຫາຍ ຍາດມິດກະຈາກໄກ ເວັບກະເຂົ້າບໍ່ໄດ້ ແລ້ວຈະເຮັດແນວໃດຕໍ່???

ສະມາຊິກ ຈົນ ຮອດ ພັນກວ່າແລ້ວ ກະຫາຍໄປ ເຫລືອ ພຽງ 9 ຮ້ອຍ ເຊັງເອົາແທ້ໆ
http://www.laozaa.com/
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2008 | ມີ 1 ຄຳເຫັນ ແລະ 0 trackback(s)

ບັນຫາພາສາລາວໃນ PHP ເວລາເອີ້ນຂໍ້ມູນຈາກ Mysql Server ແລ້ວເປັນເຄື່ອງຫມາຍ ???????

ອັນທີ່ຈິງກະແມ່ນຂຽນໄວທີ່ http://os555.blogspot.com/ ແລ້ວ ແຕ່ວ່າຢາກໃຫ້ເພີ່ນ້ອງ ສິບຮ້ອຍລາວໄດ້ອ່ານເລີຍເອົາມາວາງໄວ້ນີ້ນຳ

ຄວາມຈິງແລ້ວບັນຫານີ້ເຄີຍພົບມາແລ້ວແຕ່ປາງກ່ອນ(ກ່ອນເມື່ອພາສາລາວຍັງບໍ່ເປັນທີ່ໃຊ້ແຜ່ຫລາຍໃນ Computer)ເລື່ອງການ Connect DATA Base ຫລືແມ່ນແຕ່ການນຳໃຊ້ພາສາລາວ ເພື່ອການສ້າງເວັບໄຊ ຫລື Application ຕ່າງໆ
ແລະອັນຂ້າພະເຈົ້າເອງກະເຄີຍແກ້ໄຂ ແລະ ແກ້ໄຂ ແລະ ແກ້ໄຂໄດ້ເມື່ອດົນນານມາແລ້ວ ຈົນບໍ່ຈື່ວ່າຕົວເອງເຄີຍແກ້ໄດ້ແນວໃດ (ຄວາມຈຳສັ້ນ)

ຈົນໄດ້ໄປທັກຖາມນິນ A8 ເພີ່ນກະສົ່ງ Keyword ມາໃຫ້ວ່າ
mysql_query($dbname, "SET character_set_client =utf-8");


ເມື່ອລອງແລ້ວ ປາກົດວ່າ ບໍ່ໄດ້

ແລ້ວສຸດທ້າຍ ກະຕ້ອງ ຖາມລຸງກູ (ກູເກີ້ລ)555 ຫນີບໍ່ພົ້ນ

ສະຫລຸບແລ້ວກະຄື ເພີ່ມຄຳສັ່ງໃນການ Connect ໃຫ້ປ່ຽນ Encode ເປັນ utf8

ດ້ວຍຄຳສັ່ງລຸ່ມນີ້

mysql_query("SET character_set_client =utf8");
mysql_query("SET character_set_connection = utf8");
mysql_query("SET character_set_database =utf8 ");
mysql_query("SET character_set_results = utf8");
mysql_query("SET character_set_server =utf8");



ອັນນີ້ແມ່ນຕົວຢ່າງການນຳໄປໃຊ້ກັບ Code PHP




ແນວໃດກະລອງເອົາໄປໃຊ້ເບີ່ງເດີ້ ພີ່ນ້ອງ
ຫາກມີປັນຫາແນວໃດກະ ເຂົ້າໄປເສວະນາໄດ້ທິ່ http://www.laozaa.com

ເວົ້າໄປເວົ້າມາກະເຫັນທີ່ ທຶບ ເອົາມາລົງໄວ້ໃນບອດ ລາວຊ້າ ຄືກັນ


ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ເຊີນຊ່ວຍກັນ ອອກແບບ Logo Lao ubuntu ເດີ້ພີ່ນ້ອງ
ເຊີນມາຮ່ວມກຸ່ມຜູ້ຮັກຫລົງໄຫລໃນ Open source ແລະ Linux ທຸກ Distro ໂດຍສະເພາະ UBUNTU ລຸງບັນຕູ້ ຂອງເຮົາ

ເນື່ອງຈາກວ່າພວກເຮົາທາງທີມ LAOubuntu ແລະ ທີມງານ Laozaa ຈະເຮັດໂລໂກ້ ສຳລັບ Laoubuntu ເຊີ່ງເປັນ distro ທີ່ໃຊ້ພາສາລາວ ແລະ ມີການປັບແຕ່ງໃຫ້ໃຊ້ງານງ່າຍສະດວກເຫມາະສົມສຳຫລັບຄົນລາວທີ່ສຸດ ເຊິ່ງ Ubuntu ທີ່ເປັນມັນ(ເຊີ່ງກໍ່ໃຊ້ງ່າຍຢູ່ແລ້ວ) ດັ່ງນັ້ນພວກຂ້າພະເຈົ້າຈື່ງໄດ້ຂໍເຊີນຊວນພໍ່ແມ່ພີ່ນ້ອງຍາດມິດສະຫາຍທັງຫລາຍທັງມວນອັນເປັນທີ່ຮັກມາຮ່ວມໃຈກັນອອກແບບໂລໂກ້ Laoubuntu ບາງເທື່ອໂລໂກ້ຂອງທ່ານອາດຈະຖືກນຳໃຊ້ໃນຊີ້ນງານດັ່ງກ່າວຮູບແບບຂອງໂລໂກ້ກໍ່ປະມານວ່າ ມີສີໃຫ້ຄ້າຍໂລໂກ້ ອູບັນຕຸສະແດງເຖິງມິດຕະພາບແລະຄວາມເປັນສາມັກຄີ



ຂໍ້ມູນເພີ່ມເຕີມ
https://launchpad.net/~laoubuntu
http://laoubuntu.blogspot.com/
http://www.laozaa.com
http://www.laoubuntu.com
ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2008 | ມີ 0 ຄຳເຫັນ ແລະ 0 trackback(s)


ຂໍເຊີນ ພີ່ນ້ອງ ເຂົ້າຮ່ວມງານ ຄົບຮອບວັນເກີດລາວຊ້າ 1 ປີ ງານນີ້ ຟຣີ ສຳລັບທຸກໆ ທ່ານ ພິເສດສຳລັບ 80 ທ່ານ ທີ່ລົງທະບຽນເທົ່ານັ້ນ

ຫລັງຈາກທີ່ໄດ້ປະກາດໄປວ່າ ຄ່າລົງທະບຽນເຂົ້າງານລາວຊ້າຄົນລະ 40,000 Kip ແຕ່ເທື່ອນີ້ ເຮົາໄດ້ມີຕົ້ນທຶນເລັກນ້ອຍ ທີ່ໄດ້ຮັບການສະຫນັບສະຫນູນຈາກ ທີມງານ ເລີຍຕົກລົງກັນຈັດງານນີ້ຟຣີ.............

alt

ລາວຊ້າເຮົາຖືກຳເນີດໃນວັນທີ 13 ເມສາ 2007 ແລະເນື່ອງໃນໂອກາດຄົບຮອບ 1 ປີ ນີ້ທາງທີມງານພວກເຮົາ ຈະໄດ້ມີການຈັດງານ Laozaa
BirthDay ຂຶ້ນ ເຊິ່ງທຳອິດ ກະວ່າຈະເຮັດໃນວັນທີ 13 ເມສາ ແຕ່ເນື່ອງຈາກວ່າ ຫລາຍທ່ານ ກໍໄປທ່ຽວຫລິ້ນປີໃຫມ່ກັນ ດັ່ງນັ້ນທາງທີມງານພວກເຮົາ ຈຶ່ງຕົກລົງເຫັນດີ ຈັດງານຂຶ້ນຫລັງປີໃຫມ່.
ສະຖານທີ່ : ບ້ານທ່າພະລານໄຊ ແຖວຫ້ອງແຖວ 24 ຄອບຄົວ (ຍັງບໍ່ແນ່ນອນ ຖ້າມີການຍ້າຍສະຖານທີ່ຈະແຈ້ງໃຫ້ຊາບ ກໍລະນີ ສະຖານທີ່ແນ່ນອນແລ້ວ ຈະມີແຜນທີ່ໃຫ້)
ວັນເວລາ: ວັນທີ 1 ພຶດສະພາ 2008 ເວລາ 13 ໂມງ - 18:00 ໂມງ
ໃນງານທ່ານຈະໄດ້ ຮ່ວມພົບປະກັບທີມງານລາວຊ້າ ທັງ MOD ແລະ Admin ຄົບຫນ້າຄົບຕາ.
-   ນຳສະເຫນີຄວາມເປັນມາຂອງລາວຊ້າ.
-   ແຜນການທິດທາງ ໃນຕໍ່ຫນ້າຂອງລາວຊ້າ.
-   ແນະນຳໃຫ້ຮູ້ຈັກ MOD ແລະ ADMIN ໃຫ້ສະມາຊິກໄດ້ຮູ້ຈັກ ແລະສົນທະນາກັນ.
-   ພົບກັບທ່ານ Snapter ຜູ້ທີ່ໄດ້ຊະນະການແຂ່ງຂັນ ເຈາະລະບົບຂອງເວບ CITEC.org.
-   ສະມາຊິກຈະໄດ້ສະແດງຄຳຄຶດຄຳເຫັນ ສອບຖາມ ແລກປ່ຽນກັນໃນງານ.

ນອກນັ້ນ ໃນງານຈະໄດ້ພົບການສະແດງຫລາຍຢ່າງເຊັ່ນ: ຕົວຢ່າງການ Hack ການ Crack ໂປແກຣມ ໂດຍທີມງານ LaoHacker, Hi-end PC ພ້ອມໂຊເກມ Next-Gen ໂດຍທີມ Gamer Hardcore, ເທັກນິກການສ້າງຮູບພາບດ້ວຍ Photoshop ໂດຍ Defago, ພົບກັບ Animation ທັງ 2D ແລະ 3D ຈາກທ່ານ Dr.Devil, Tolomod ແລະ The Bou.
ພົບກັບແຂກຮັບເຊີນພິເສດ ກຸ່ມນັກຮ້ອງ Boy Last Child ຈາກ Indee Record ທີ່ຈະມາຮ້ອງເພັງແບບສົດໆໃຫ້ຟັງ ແລະເພັງອວຍພອນວັນເກີດໃຫ້ ລາວຊ້າ ໂດຍສະເພາະ.
ສະມາຊິກຄົນໃດສົນໃຈ ແມ່ນໃຫ້ລົງນາມໄວ້ເລີຍເດີ້ ຢາກເອົາຫມູ່ເອົາແຟນ ຈັ່ງໃດກະເອົາມາຕາມສະບາຍ ແຕ່ວ່າຂໍໃຫ້ບອກຈຳນວນ ເພາະວ່າເຮົາຈະໄດ້ກຽມໄດ້ຖືກ ແລະຈະມີການເສຍຄ່າລົງທະບຽນຮ່ວມງານເດີ້ພີ່ນ້ອງ.

ເຊີນລົງນາມ ຕັ້ງແຕ່ມື້ນີ້ ຈົນຮອດວັນທີ 25 ເມສາ 2008 ແມ່ນຈະປິດຮັບ.
ພົບກັບຂອງແຈກຂອງແຖມໃນງານ ມີກິດຈະກຳຫລາກຫລາຍ ມ່ວນຊື່ນ ໄດ້ແລກປ່ຽນຄວາມຮູ້ກັບສະມາຊິກອື່ນໆ
 ຢ່າພາດ ໂອກາດແບບນີ້ ດົນໆມີເທື່ອນື່ງ.

ຮັບຈຳນວນຈຳກັດ ພຽງ 80 ຄົນເທົ່ານັ້ນ

ລົງຊື່ໄດ້ທີ່ນີ້ FREE