ບໍ່ຮູ້ຈັກວ່າຈະເລີ່ມແນວໃດດີ ແລະ ບໍ່ຮູ້ວ່າເປັນຫຍັງວ່າ ຊ່ວງນີ້ຢາກມາຂຽນ ລະບາຍໃນພັນລາວວະ
ສົງໃສເຮົາກາຍເປັນຄົນຂີ້ເຫງົາຂາດຄວາມສົນໃຈ ແລ້ວ ມາຂຽນຮຽກຮ້ອງຄວາມສົນໃຈບໍ້ນິ
ເອີ່ ພໍດີກຳລັງຈະຂຽນ ພໍດີລູກຄ້າໂທມາວ່າຊັ້ນ ອືມ ເຈັບຫົວເລີຍ
ເວົ້າແລ້ວເຮັດວຽກໄອທີນີ້ມັນກະບໍ່ຕ່າງຫຍັງກັບຂາຍບໍລິການເລີຍວະ ມີຄົນເຄີຍໃຫ້ສາຍາວ່າ ບ່າວບໍລິການວ່າຊັ້ນ (ບໍລິການ ໄອທີ ຄົບວົງຈອນ) ກັ໋ກໆໆ
ເຊັງແລ້ວ ມື້ນີ້ນັ່ງຈົ່ມຕໍ່ກະແລ້ວກັນ
ອາກາດຫນາວຂຶ້ນເຮັດໃຫ້ເຮົານອນຕື່ນສວຍ ມາການສວຍ ແລະ ກະ ນອນແຕ່ເວັນ ບອກເລີຍວ່າຊ່ວງນີ້ເຮົາບໍ່ອອນລາຍຍາມກາງຄືນແລ້ວ ນອນອ່ານຫນັງສືນະ
ເພາະຕອນນີ້ກະໄປເຊື່ອມຕໍ່ປະລິນຍາຕີ ທີ່ ຄ ວ ສ ສາຂາໄອທີ ຮຽນ HTML ກະເປັນຫຍັງທີ່ຕື່ນເຕັ້ນດີ ເພາະເປັນຄັ້ງທຳອິດຂອງຊີວິດທີ່ໄດ້ຮຽນສາຍລັດ
ຮູ້ສຶກວ່າລະບົບລົງທະບຽນຈະເປັນລະບົບທີ່ສຸດຍອດແທ້ໆ ເຮົາໃຊ້ເວລາເກືອບເປັນອາທິດ ໃນການລົງທະບຽນ ເຫີ່ໆໆໆໆໆໆໆໆ
ເອົາເລີ່ມຈັບໃຈຄວາມຕົວເອງບໍ່ໄດ້ອີກແລ້ວ ແມ໋ງເອີ້ຍກຳລັງ ສະຫມອງໄຫລ ດີໆ ຄວາມຄິດກຳລັງບັນເຈີດ
ມີຄົນຟິລິປິນມາລົມກັນບັກແຮງ ຊີໂບ້ຊີເບ້ ບ໋ະ ຫ້ອງການເຣົາຄືມີແຕ່ພວກນີ້ວະ ລົບກວນຄິດຫຍັງບໍ່ອອກ ເຫີ່,,,,,,,,,,,,,
ເອົາປານໃດມັນຊິເຊົາວະ?
ມີຄົນມາຖາມວ່າ ຢາກເຮັດລະບົບ ເມວ ວ່າຊັ້ນ ເອີ່ ຈັກຊິເອົາເທົ່າໃດດີ ? ປະໄວ້ກ່ອນກະແລ້ວກັນ
ບາດວ່າແລ້ວກະຍັງບໍ່ແລ້ວ ໂຄ້ງກັບມາເລື່ອງເກົ່າມັນຍັງບໍ່ໄດ້ເຂົ້າເລື່ອງຕາມຫົວຂໍ້ເລີຍ ຮະຮະ
ຫນຸ້ມໄອທີຫນ້າຕາດີກະຄືຕົວຂ້າພະເຈົ້າເອງນີ້ລະ ເວົ້າແລ້ວຢ່າວ່າຫລົງຕົວເອງເດີ້ ຫນ້າຕາດີແທ້ໆ ບໍ່ໄດ້ຮ້າຍໃຜ ຫຸຫຸ
ແບບວ່າສະຫລຸບແລ້ວ ກະບໍ່ມີຫຍັງຫລາຍ ພຽງແຕ່ຢາກບອກວ່າ
ຫາກທ່ານເຮັດວຽກ ດ້ານໄອທີ ນະ ຢ່າພາກັນເພີດເພີນກັບວຽກຫລາຍເດີ້ ເພາະດຽວຈະເສຍສຸຂະພາບໄປໂດຍໄວ້ເກີນຄວນ
ແບບຂ້າພະເຈົ້າເມື່ອກ່ອນ ນັ່ງຫລິ້ນເນັດເຮັດນັ້ນເຮັດນີ້ ຈົນເດິກ ນອນແຕ່ລະມື້ກະສອງ ສາມ ໂມງ ຈົນມາຮອດດຽວນີ້ ນອນເດິກບໍ່ໄດ້ແລ້ວເພາະເມື່ອຍ ແລະ ປວດຕາ
ເຈັບຫົວ ແລະ ອາການອື່ນໆ ທີ່ຈິງມັນກະບໍ່ມີຫຍັງດອກ ພຽງແຕ່ເປັນຫວ່ງນະພີ່ນ້ອງ
ໂອ້ຍຣູ້ສຶກວ່າຕົວເອງຈະບໍ່ມີສາລະອີກແລ້ວວະ
ເອົາເປັນວ່າສະຫລຸບອອກມາເປັນແບບນີ້ສາ
ພີ່ນ້ອງໄອທີ ພະຍາຍາມຍ່ານອນເດິກຫລາຍເດີ້
ພີ່ນ້ອງໄອທີ ຊ່ວຍແລກປ່ຽນ ຄວາມຣູ້ໃນເວັບບອດແດ່ເດີ້
ພີ່ນ້ອງໄອທີ ຫາເວລາໄປຫລິ້ນກິລາແດ່
ເອີ່ ເວົ້າແຕ່ໃຫ້ເຕືອນຄົນອື່ນ ເຣົາເອງກະຍັງບໍ່ເຮັດຫມົດເລີຍ ແນວໃດກະພະຍາຍາມເດີ້ພີ່ນ້ອງ
ປລ ຝາກເວັບໃຫມ່ແດ່ເດີ້ພີ່ນ້ອງຊາວໄອທີຊ່ວຍກັນໄປສ້າງສັນນຳກັນ
www.laoubuntu.com
ດວ້ຍຣັກ ແລະ ຫ່ວງໃຍ