ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຫມູເຮັດນາ  ຫມາກິນເຂົ້າ:

 

ເພິ່ນເຄີຍບອກໃຫ້ຮູ້               ວ່າຫມູຊ່າວນາເຟືອງ

ເປືອງແຕ່ເງງດັງດຸດ                ກ່ອນຫວ່ານດໍາຕາກ້າ

ພາຍທ້າຍຫມາກິນເຂົ້າ          ຫມູເຮົາຕ້ອງກິນແກບ

ແຊບບໍ່ແຊບກໍຫຍໍ້າ              ເພາະເສັຍແຕ້ມໃຫ້ບັກດໍາ...ແລ້ວເດ

ເພິ່ນວ່າຄວາ ຍ ເບື່ອຫຍ້າ          ຢ່າໄປຂົ່ມໃຫ້ເຂົາຫັກ...ມັນເດີ

ມັກແຕ່ມີໂມໂຫ                   ອວດຄຸນຄູຍໂມ້

ເອົາແຕ່ໂວຍໆເວົ້າ                ເຂົາບໍ່ຍອມກໍຍັງຂົ່ມ

ສຸດທ້າຍຫນີບໍ່ມົ້ມ               ໃຫ້ຄົນເຍີ້ຍທັບຖົມ...ເຈົ້າແລ້ວ

ເພິ່ນວ່າກົບອື່ງເພົ້າ              ເຂົາໄປຄຸບຫັກຂາ...ໃສ່ຂ້ອງ

ຍ້ອນວ່າໂຕສຽງດັງ               ຖືກຫິ້ວຂາໄປຈ້ອຍ

ຂ້ອຍວ່າພັງເພີຍເວົ້າ            ໃຫ້ຄົນເຮົາລະວັງປາກ

ຄັນວ່າຄວນຈິ່ງເວົ້າ              ບໍ່ຄວນເວົ້າກໍໃຫ້ເຊົາ...ດີຫຼາຍ

ຄົນໃດເຕະຕູດກົ້ນ               ແລ້ວມາລູບຫລັງດີ...ພາຍຫຼັງ

ຄົນນີ້ມີສັນດານ                  ທ່ານຣະວັງເອົາໄວ້

ຂ້ອຍວ່າຄົນນິສັຍນີ້              ມີມາຍາບໍ່ເຂົ້າທ່າ

ໃຜຫາກພານພົບຫນ້າ         ແນມໄວ້ຢ່າຫ່າງຕາ...ຣະວັງ.

 

 

ກາບກອນນີ້ຂ້າພະເຈົ້າໄດ້ ເອົາມາຈາກ ເວັບນີ້  ໂດຍການຄົ້ນພົບຂອງ devsmudger ແຕ່ດ້ວຍວ່າກອນນີ້ມັນມີເນື້ອຫານທີ່ຖືກຕ້ອງແລະແບວ່າໂດນໆ

ເລີຍເອົາມາໃຫ້ພີ່ນ້ອງໄດ້ອ່ານແບບວ່າມັນໂດນຄັກໆໆ

ເຫີ່ໆໆໆ ຫມົດແນວເວົາລະ ໃຜໂດນແບບນີ້ແດ່ກະ ຄອມເມັ້ນໄວ້ແດ່ເດີເພີ່ນ້ອງ

 

ຮັກແພງ

 

ໂອ້ດ

Delicious Digg Fark Twitter