![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ສ.. 8, 2008
| ມີ
0 ຄຳເຫັນ
ແລະ
0 trackback(s)
ຂໍເຊີນ ພີ່ນ້ອງ ເຂົ້າຮ່ວມງານ ຄົບຮອບວັນເກີດລາວຊ້າ 1 ປີ ງານນີ້ ຟຣີ ສຳລັບທຸກໆ ທ່ານ ພິເສດສຳລັບ 80 ທ່ານ ທີ່ລົງທະບຽນເທົ່ານັ້ນ
ຫລັງຈາກທີ່ໄດ້ປະກາດໄປວ່າ ຄ່າລົງທະບຽນເຂົ້າງານລາວຊ້າຄົນລະ 40,000 Kip ແຕ່ເທື່ອນີ້ ເຮົາໄດ້ມີຕົ້ນທຶນເລັກນ້ອຍ ທີ່ໄດ້ຮັບການສະຫນັບສະຫນູນຈາກ ທີມງານ ເລີຍຕົກລົງກັນຈັດງານນີ້ຟຣີ.............![alt](http://aycu38.webshots.com/image/50797/2004393888167768849_rs.jpg)
ລາວຊ້າເຮົາຖືກຳເນີດໃນວັນທີ 13 ເມສາ 2007 ແລະເນື່ອງໃນໂອກາດຄົບຮອບ 1 ປີ ນີ້ທາງທີມງານພວກເຮົາ ຈະໄດ້ມີການຈັດງານ Laozaa
BirthDay ຂຶ້ນ ເຊິ່ງທຳອິດ ກະວ່າຈະເຮັດໃນວັນທີ 13 ເມສາ ແຕ່ເນື່ອງຈາກວ່າ ຫລາຍທ່ານ ກໍໄປທ່ຽວຫລິ້ນປີໃຫມ່ກັນ ດັ່ງນັ້ນທາງທີມງານພວກເຮົາ ຈຶ່ງຕົກລົງເຫັນດີ ຈັດງານຂຶ້ນຫລັງປີໃຫມ່.
ສະຖານທີ່ : ບ້ານທ່າພະລານໄຊ ແຖວຫ້ອງແຖວ 24 ຄອບຄົວ (ຍັງບໍ່ແນ່ນອນ ຖ້າມີການຍ້າຍສະຖານທີ່ຈະແຈ້ງໃຫ້ຊາບ ກໍລະນີ ສະຖານທີ່ແນ່ນອນແລ້ວ ຈະມີແຜນທີ່ໃຫ້)
ວັນເວລາ: ວັນທີ 1 ພຶດສະພາ 2008 ເວລາ 13 ໂມງ - 18:00 ໂມງ
ໃນງານທ່ານຈະໄດ້ ຮ່ວມພົບປະກັບທີມງານລາວຊ້າ ທັງ MOD ແລະ Admin ຄົບຫນ້າຄົບຕາ.
- ນຳສະເຫນີຄວາມເປັນມາຂອງລາວຊ້າ.
- ແຜນການທິດທາງ ໃນຕໍ່ຫນ້າຂອງລາວຊ້າ.
- ແນະນຳໃຫ້ຮູ້ຈັກ MOD ແລະ ADMIN ໃຫ້ສະມາຊິກໄດ້ຮູ້ຈັກ ແລະສົນທະນາກັນ.
- ພົບກັບທ່ານ Snapter ຜູ້ທີ່ໄດ້ຊະນະການແຂ່ງຂັນ ເຈາະລະບົບຂອງເວບ CITEC.org.
- ສະມາຊິກຈະໄດ້ສະແດງຄຳຄຶດຄຳເຫັນ ສອບຖາມ ແລກປ່ຽນກັນໃນງານ.
ນອກນັ້ນ ໃນງານຈະໄດ້ພົບການສະແດງຫລາຍຢ່າງເຊັ່ນ: ຕົວຢ່າງການ Hack ການ Crack ໂປແກຣມ ໂດຍທີມງານ LaoHacker, Hi-end PC ພ້ອມໂຊເກມ Next-Gen ໂດຍທີມ Gamer Hardcore, ເທັກນິກການສ້າງຮູບພາບດ້ວຍ Photoshop ໂດຍ Defago, ພົບກັບ Animation ທັງ 2D ແລະ 3D ຈາກທ່ານ Dr.Devil, Tolomod ແລະ The Bou.
ພົບກັບແຂກຮັບເຊີນພິເສດ ກຸ່ມນັກຮ້ອງ Boy Last Child ຈາກ Indee Record ທີ່ຈະມາຮ້ອງເພັງແບບສົດໆໃຫ້ຟັງ ແລະເພັງອວຍພອນວັນເກີດໃຫ້ ລາວຊ້າ ໂດຍສະເພາະ.
ສະມາຊິກຄົນໃດສົນໃຈ ແມ່ນໃຫ້ລົງນາມໄວ້ເລີຍເດີ້ ຢາກເອົາຫມູ່ເອົາແຟນ ຈັ່ງໃດກະເອົາມາຕາມສະບາຍ ແຕ່ວ່າຂໍໃຫ້ບອກຈຳນວນ ເພາະວ່າເຮົາຈະໄດ້ກຽມໄດ້ຖືກ ແລະຈະມີການເສຍຄ່າລົງທະບຽນຮ່ວມງານເດີ້ພີ່ນ້ອງ.
ເຊີນລົງນາມ ຕັ້ງແຕ່ມື້ນີ້ ຈົນຮອດວັນທີ 25 ເມສາ 2008 ແມ່ນຈະປິດຮັບ.ພົບກັບຂອງແຈກຂອງແຖມໃນງານ ມີກິດຈະກຳຫລາກຫລາຍ ມ່ວນຊື່ນ ໄດ້ແລກປ່ຽນຄວາມຮູ້ກັບສະມາຊິກອື່ນໆ
ຢ່າພາດ ໂອກາດແບບນີ້ ດົນໆມີເທື່ອນື່ງ.
ຮັບຈຳນວນຈຳກັດ ພຽງ 80 ຄົນເທົ່ານັ້ນ
ລົງຊື່ໄດ້ທີ່ນີ້ FREE