ເປົ້າຫມາຍຂອງຊີວິດ:
|
ເມື່ອພົ້ນກະສຽນແລ້ວ ຢາກໃຊ້ເວລາຫວ່າງສອນຊາວລາວຜູ້ທີ່ສົນໃຈ ໃນດ້ານວິຊາຊີບແລະ ການບໍຣິຫານທຸຣະກິດ. ໃຊ້ເວລາຮຽນມາຈາກ ພາກຕົວຈິງເປັນ ເວລາເຖິງສາມສິບປີ ເປັນປະຊົບປະການທີ່ໄດ້ມາ ຈາກພາກປະຕິບັດຢ່າງແທ້ຈິງ.
|
ຄະຕິປະຈຳໃຈ:
|
ເມື່ອໄດ້ດີມີສຸກກະບໍ່ລືມຄືດຮອດພີ່ນ້ອງຊາວລາວຜູ້ທຸກ ແລະຍາກ ເຢັນເຂັນໃຈ.ໃຫ້ກຽດຜູ້ອື່ນສູງກວ່າໂຕເອງສະເມີໆ ເພື່ອຕົວເອງຈະໄດ້ ຮຽນເປັນຄົນຖ່ອມຕົວຖ່ອມໃຈ. ບໍ່ແບ່ງຊັ້ນວັນນະ ບໍ່ວ່າຈະເປັນຄົນຈົນ ຄົນລວຍ ທຸກຄົນມີສິດສເມີພາບເທົ່າທຽມກັນ ຮຽນຮັກເພື່ອນບ້ານໃຫ້ ຫຼາຍເທົ່າກັບຮັກຄອບຄົວຕົວເອງ
|
ສີທີ່ມັກ:
|
|
Hobby:
|
ມັກສ້ອມແປງຄອມພິວເຕີ. ດຽວນີ້ເປັນພຽງຊ່າງມ້າງເນາະ ບໍ່ດົນກະຄິດວ່າຊິກາຍເປັນຊ່າງສ້ອມ.
|
ດາລາໃນດວງໃຈ:
|
ບໍ່ມີເພາະບໍ່ເບີ່ງໜັງ ບໍ່ເບິ່ງTV.
|
ນັກຮ້ອງ:
|
ບໍ່ມີເພາະບໍມັກຟັງເພງ
|
ເພງທີ່ມັກ:
|
ບໍ່ຄ່ອຍມີເວລາໄດ້ຟັງກໍເລີຍບໍ່ຮູ້ໃຜ. ມີເພງເກົ່າໆ ປີ ໕໐ ຫາ ໖໐ປະເພດຄລາສິກຣອກ ທີ່ຟັງຢູ່ໜ້ອຍນື່ງເທົ່ານັ້ນ Elvis, The Beattles Rolling Stone...
|
ນັກກິລາ:
|
ບໍ່ມີເພາະເວລາເອົາໄປໃຊ້ໃນການຮຽນໝົດ.
|
ອາຫານທີ່ມັກ:
|
ກິນໄດ້ເມິດບໍ່ເລືອກອາຫານຊາດໃດ. ຝະຣັ່ງ ຈີນ ໄທ ລາວ ວຽດ ບໍ່ຕິ. ບໍ່ມັກກິນເຜັດປານໃດ ປາແດກກະບໍ່ຄ່ອຍມັກກິນປານໃດ (ເອີ ຫຼາຍປີ ແລ້ວເດີ້ ບໍ່ໄດ້ກິນແຈ່ວປາແດກ) ເຄື່ອງດອງເຄື່ອງກະປ໊ອງ ກະບໍ່ຄ່ອຍມັກກິນ.ອັນນີ້ບໍ່ແມ່ນລືມຊາດເດີ້, ເຂົ້າໜຽວກະບໍ່ຄ່ອຍ ຊິໄດ້ກິນປານໃດ. ກິນແລ້ວຮູ້ສຶກງ້ວງນອນເດ ແລະເຮັດວຽກກະບໍ່ ຢາກໄດ້.
|
ອື່ນ ໆ:
|
ຢາກຟຶກຊ້ອມພາສາລາວໃຫ້ໃຊ້ໄດ້ລ່ຽນໄຫຼນຳເພິ່ນ ຢາກຮັກສາໄວ້ເປັນມໍຣະດົກ. ເປັນພາສາຈາກບ້ານເກີດເມືອງນອນ ເຖິງວ່າຕົວເອງບໍ່ແມ່ນສັນຊາດລາວອີກແລ້ວກໍຕາມ. ຍັງມີຄວາມ ຮັກແລະຄວາມຄິດຮອດຄິດເຖີງ ຊາວລາວແລະບ້ານເກີດເມືອງ ນອນສເມີໆ. ຄິດຮອດແລະເປັນຫ່ວງຫາຄົນທຸກຄົນຍາກຢູ່ບ້ານ ເຮົາສະເໝີໆ. ກິນຫຍັງແຊບກະຄິດໆຮອດໄດ໋ ຕິແຕ່ຢູ່ໄກກັນໂພດ ຢາກໄປຂ່າວເຮືອນໄຕ້ເຮືອນເໜືອກະບໍ່ໄດ້ເນາະ. ຫຼິງເຫັນຄວາມ ທຸກຍາກລຳບາກຂອງໝູ່ຄູ່ພີ່ນ້ອງແຕ່ສະໝັຍໂຕເອງຍັງນ້ອຍ ວາດເຫັນພາບນັ້ນຍາມໃດ ນ້ຳຕາຄຸຍ່າວພຸ້ນໄດ໋.
|