ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ທາຍໃຈຄູ່ຮັກດ້ວຍເລກທ້າຍຂອງເບີໂທລະສັບ

ທ່ານອາດແປກໃຈວ່າພຽງເລກທ້າຍຂອງເບີໂທຈະສາມາດເດົາໃຈຄູ່ຮັກໄດ້ນິ້ກໍ່ເປັນພຽງຂໍ້ມູນໜື່ງ

 

ທີ່ນຳມາໃຫ້ອ່ານແບບມ່ວນໆ   ບໍ່ຕ້ອງໄປຈີ່ງຈັງກັບມັນຫລາຍບາງທີມັນອາດເດົາຖືກກໍ່ເປັນໄດ້ຂອງແນວນິບໍ່ລອງອ່ານບໍ່ຮູ້ໃດ້!

 

1 ​ເລກໜື່ງແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງຈະຈິງຈັງກັບຊີວິດຫລາຍຮັກໃຜກໍ່ໃສ່ໃຈເຫັນຄົນຮັກສຳຄັນກ່ອນທຸກຢ່າງ.

 

2 ເລກສອງແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງລິກລັບຫລາຍໃຈເສີຍຊາບໍ່ຄອຍມີຄວາມອ່ອນຫວານກັບຄູ່ຮັກປານໃດ.

 

3 ເລກສາມແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງຈະບໍ່ໝັ້ນໃຈໂຕເອງປານໃດແຕ່ມີຄວາມສືສັດຕໍ່ຄວາມຮັກຫລາຍມີມິດໄມຕີທີ່ດີຕໍ່ຄົນຣອບຂ້າງ.

 

4 ເລກສີ່ແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງລ້າເລີງມັກເອົາໃຈຄົນຮັກຄຽດງ່າຍແຕ່ເຊົາໄວບໍ່ໃສ່ໃຈເລື່ອງທີຜ່ານມາ.

 

5 ເລກຫ້າແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງຂີ້ຫຶງຂີ້ຫວງມັກລະແວງຄົນຮັກ ແລະ ບໍ່ມັກຈິງຈັງກັບຄວາມຮັກເລີຍ.

 

6 ເລກຫົກແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງໃຈງ່າຍເຫັນໃຜກໍ່ມັກ ແລະ ເບື່ອໄວເຮັດດີເວລາຢູ່ຕໍ່ໜ້າແຟນໃຫ້ຄືຕົນເອງໜ້າຮັກ.

 

7 ເລກເຈັດແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງມັກຄົ້ນຫາໃນເລື່ອງຂອງຄວາມຮັກເພື່ອໃຫ້ຄົນຮັກປະທັບໃຈເວລາຢູ່ນຳ.

 

9 ເລກເກົ້າແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງເສຍສະລະໄດ້ທຸກຢ່າງເພື່ອເຮັດໃຫ້ຄົນຮັກສະບາຍໃຈມີຈິດໃຈເພື່ອແຜ່

 

0 ເລກສູນແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງເປັນຄົນບໍ່ສົນໃນຄວາມຮັກເລີຍຄົບໄປຫລີ້ນພໍຂ້າມມື້ຂ້າມວັນບໍ່ສົນກັບໃຜ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

1 ຫ້າມຫວງແຕ່ຫ່ວງກັນໄດ້ (ເພາະເຮົາເປັນແຄ້ກິ໊ກບໍ່ແມ່ນແຟນ)
2
ມີຫຍັງກັນໄດ້ແຕ່ບໍ່ໄດ້ເປັນຂອງກັນແລະກັນ (ເພາະມີຕົວຈິງຢູ່ແລ້ວ)
3
ບໍ່ສາມາດຮຽກຮ້ອງຫຍັງຫລາຍເກີນເຫດຜົນ (ເພາະວ່າບໍ່ແມ່ນແຟນກັນ)
4
ກິ໊ກອາດປ່ຽນມາເປັນແຟນໄດ້ແຕ່ຖ້າບໍ່ໄດ້ກໍ່ຫ້າມເສົ້າ
 (
ຈະໄປເສົ້າເຮັດຫຍັງເພາະຮູ້ແຕ່ແລກລະວ່າມີແຟນຢູ່ແລ້ວ)
5
ຫ້າມໃຊ້ກິ໊ກຮວມກັນກັບໝູ່ (ເພາະຢາກເກັບໄວ້ເປັນຂອງສ່ວນຕົວອິອິ…)
6
ຖ້າກິ໊ກຢາກໄປມີແຟນເປັນຕົວຕົນຫ້າມເວົ້າໃຫ້ກັນຕ້ອງຍອມຮັບແລະຍິນດີນຳແລ້ວ
ຈິງມາຕົກລົງກັນໃໝ່ວ່າຈະກິ໊ກກັນຕໍ່ໄປຫລືບໍ່ (ກໍ່ແຄ້ກິ໊ກບໍ່ມີສິດຫ້າມ)
7
ບໍ່ຈຳເປັນຕ້ອງແຄ່ເພາະເປັນແຄ້ກິ໊ກ (ໄປໃສມາໃສ່ແບບຕາມສະບາຍ)
8
ກິ໊ກບໍ່ໄດ້ຈຳກັດຈຳນວນແລະບໍ່ຈຳກັດເພດໄວຫລືສະຖານະພາບ (ພໍໃຈກັນກໍ່ເປັນກິ໊ກໄດ້)
9
ກິ໊ກເປັນໄດ້ພຽງຕົວສຳຮອງຈາກແຟນ (ກະແຄ່ຢູ່ແຕ່ບໍ່ປານໃດ555)
10
ກິ໊ກເຖິງຢ່າງໃດກໍ່ເປັນແຄ້ກິ໊ກ (ຕ້ອງຈຽມຕົວແນ່ເພາະເປັນແຄ້ຕົວບັນເທົາຫັນນະ)

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບຸນ​ປອນ​ເປັນ​ຊາຍ​ໂສດ ອາ​ໄສ​ຢູ່​ໃນ​ບ້ານ​ແຫ່ງ​ໜຶ່ງ​ຊຶ່ງ​ຫາງ​ໄກ​ຊອກ​ຫລີກ​ຫລາຍ

​ເມື່ອ​ຄືນ​ບຸນ​ປອນ​ໄດ້​ຝັນ​​ເຖິ່ງປູ່​ຂອງ​ເຂົາ​ທີ່​ເພິ່ງ​ເສຍ​ຊີວິດ​ໄປ, ​ໃນ​ຝັນ​​ເຫັນ​ປູ່​ແຄ່​ພາບ​ຮາງໆ

​ແຕ່​ໄດ້​ຍິນ​ສຽງ​ຊັດ​ເຈນ​

ປູ່​ຂອງ​ເຂົາ​ມາບ​ອກ​ບຸນ​​ປອນ​ວ່າ​ໜາວ​ຫລາຍ​ຢາກ​ໄດ້​ຜ້າ​ຫົ່ມ​ສັກ​ພືນ​ຈະ​ໄດ້​ຫາຍ​ໜາວ ​ແລ້ວ​ກໍ່​ຫາຍ​ໄປ. ມື້​ອືນ​ມາ​ບຸນ​ປອນ​ໄດ້​ຄິດ​ເຖິງ​ຄວາມ​ຝັນ​ຮູ້​ສືກສົງສານ​ປູ່​ຂອງ​ເຂົາ​ຫລາຍ, ​ເຂົາ​ໄດ້​ຕຽມ​ຜ້າ​ຫົ່ມ​ໄວ້ 1 ຜືນ ​ແຕ່​ເກິ​ດບັນຫາ​ເສ່ຍກ່ອນ​ບັນຫາ​ຄື: ບຸນ​ປອນ​ລືມ​ຖາມ​ປູ່​ວ່າ ຈະ​ສົ່ງ​ຜ້າ​ຫົ່ມ​ໃຫ້​ປູ່​ໄດ້​ແນວ​ໃດ?

​ເຖິ່ງຈະ​ໄດ້​ຮັບ​ແລະ​ໄດ້​ຫາຍ​ໜາວ​ເສຍ​ທີ.

ບຸນ​ປອນ​ຄິດໆໆໆໆໆໆໆໆໆໆ ​ແລ້ວ​ເຂົາ​ກໍ່​ນືກ​ໄດ້​ວ່າ​ປູ່​ຂອງ​ເຂົາ​ເປັນ​ຄົນ​ດີ​ຕອນ​ນີ້​ເຂົາ​ຄິດ​ວ່າ​ປູ່​ຂອງ​ເຂົາ​ຢູ່​ເຖິງ​ສະຫວັນ, ຄິດ​ໄດ້​ດັ່ງນັ້ນ​ເຂົາ​ກໍ່​ເຂົ້າ​ໄປ​​ແຕງ​ໂຕ​ແລະ​ຈັບ​ຜ້າ​ຫົ່ມ​ອອກ​ຈາກ​ບ້ານ​ເພື່ອ​ທີ່​ຈະ​ຫາ​ທາງ​ໄປ​ສະຫັວນຕະຫລອດມື້, ​ເຂົາ​ເຫັນ​ໃຜ​ທີ່​ຢ່າງ​ກາຍ​ໄປ​ມາ​ກໍ່​ຖາມ​ຫາ​ທາງ​ໄປ​ສະຫວັນ, ​ແຕ່​ບໍ່​ໃຜ​ໃຫ້​ຄຳ​ຕອບ​ໄດ້, ບຸນ​ປອນ​ຢ່າງ​ມາ​ຕາມ​ທາງ​ຍາງ​ຄົນ​*********​ນຫວັງ​ນຶກ​ສົ່ງ​ສານ​ປູ່​ທີ່​ບໍ່​ສາມາດ​ຊ່ວຍ​ປູ່​ໄດ້.

​ແລ້ວ​ບຸນ​ປອນ​ກໍ່​ໄດ້​ຫຍຸດ​ຢ່າງ​ເພື່ອ​ມາ​ນັງຢູ່​ໜ້າ​ຕູບ​ຫລັງ​ໜຶ່ງ​ແລ້ວ​ຖອນ​ຫາຍ​ໃຈ​ຍາງ​ຄົນ​*********​ນຫວັງ,

​ແຕ່​ແລ້ວ​ບຸນ​ປອນ​ກໍ່​ໄດ້​ຍິນ​ສຽງ​ຄົນ​ລົມ​ກັນ​ອອກ​ມາ​ຈາກ​ຕູບ​ຫລັງ​ນັ້ນ.

“ ອ້າຍ​ທົນ​ບໍ່​ໄດ້​ແລ້ວ ອ້າຍ​ຈະ​ພາ​ນ້ອງ​ໄປ​ສະ​ຫວັນ​ແລ້ວ​ເດີ້”

” ​ເອົາ​ເລີຍ​ອ້າຍ ນ້ອງ​ພ້ອມ​ແລ້ວ ​ເຮົາ​ໄປ​ກັນ​ເລີຍ”

ບຸ​ນປອນ​ໄດ້​ຍິນ​ດັ່ງນັ້ນຈຶ່ງ​ຮີບ​ແລ່ນ​ໄປ​ຖີບ​ປະຕູ​ຕູບ​ທັ່ນທີ​ແລະ​ເວົ້າສຽງ​ດັງ​ວ່າ:

” ດ່ຽວໆ​ຢ່າ​​ຟ້າວ​ໄປ ຂ້ອຍ​ຝາ​ກຜ້າ​ຫົ່ມ​ໃຫ້​ປູ່​ຂ້ອຍ​ແດ່”

ສອງ​ຝົວ​ເມຍ​ອ້າ​ປາກ​ຄ້າງ​ໃນ​ຂະນະ​ທີ່​ບຸນ​ປອນ​ໄດ້​ບອກ​ຊື່​ແລະ​ນາຍ​ສະກຸນ​ປູ່​ແລ້ວ​ແລະ​ເອີຍ​ຄຳ​ຂອບ​ໃຈ​ກ່ອນ​ອອກ​ມາ​ຈາກ​ຕູບ ​ແລະ​ເວົ້າກັບ​ຕົວ​ເອງ​​ເບົ່າໆ​ວ່າ:

” ສົມ​ພໍ​ແລະ​ປູ່​ຈຶ່ງ​ໜາວ​ກະ​ຄົນ​ໄປ​ສະຫວັນ​ເຂົາ​ບໍ່​ນຸ່ງ​ເຄື່ອງ​ໄປ​ກັນ”