ຂຽນເມື່ອ: ກ.ພ.. 15, 2009
| ມີ
15 ຄຳເຫັນ
ແລະ
0 trackback(s)
ອ່ານເຕີອນໃຈກັນອີກຄັ້ງ..... ຖ້າວ່າສອນບໍ່ທັນ
ເອົາໄວ້ສອນລູກ ....ສອນຫລານກໍ່ຍັງດີ
ວຽກແສນຫນັກ....
ທາງອີກແສນໄກ.....ໃຜຕໍ່ໃຜ......ທະຍອຍກັນແຊງໜ້າເຣົາໄປ.......
ເມື່ອຍແສນເມື່ອຍ... ກັບພາລະເທິງບ່າ ມີທາງຈະລົດພາລະນີ້ໄດ້ແດ່ຫລື ບໍ່?
ຕັດສິນໃຈ....ລົດພາລະທີ່ແບກຢູ່
ຣ່າ !!!! ເບົາ....ສະບາຍກວ່າເກົ່າຫລາຍຂື້ນ....
ເພື່ອໃຫ້ເດີນທາງສະດວກສະບາຍຂື້ນ...ລົດພາລະລົງຕື່ມອີກດີກວ່າ
ຂື້ນມາຢູ່ແຖວຫນ້າ....ແຊງຄົນອື່ນໄດ້ສະບາຍ
(ອິອິອິ...ຄົນອື່ນຂາດໄຫວພິບ ບໍ່ຮູ້ຈັກລົດພາລະຄືຄົນສະຫລາດເຊັ່ນເຮົາ ອິອິອິ)
ໂອ້!!!!! ພະເຈົ້າ!!! ແມ່ນຫຍັງກັນນິ...
ທາງຫນ້າເປັນທາງຂາດ ແລ້ວຈະຂ້າມໄປໄດ້ແນວໃດ....
ເມື່ອຄົນທາງຫລັງ... ທີ່ແບກພາລະເຕັມທີ່...ເດີນທາງມາເຖິງ......
ຈຶ່ງໄດ້ຮູ້ວ່າ......
ພາລະທີ່ເຮົາແບກໄວ້ມາຕະຫລອດຫົນທາງອັນຍາວໄກ... ທີ່ແທ້...
ຄືສະພານທີໃຊ້ເປັນຂົວ..... ເພື່ອຂ້າມທາງຂາດໄປ.....
ຫີບໃຊ້ຂອງເຮົາເອງ... ຈະໄດ້ຂ້າມໄປໄດ້ແບບນັ້ນ
ແຕ່... ເປັນຫຍັງບໍ່ເປັນແບບນັ້ນ !!!
ທີ່ຂ້າມໄປບໍ່ໄດ້ເພາະໃຜ???
ເພາະໂຕເຣົາເອງ.... ຂາດຄວາມພຽນ
ຂາດຄວາມມະນະອົດທົນ... ຂາດຄວາມພະຍາຍາມ
ຂາດຄວາມຫມຸ່ງຫມັ້ນ..... ຂາດຄວາມຕັ້ງໃຈຢ່າງແທ້ຈິງ
**ດັ່ງນັ້ນ, ພວກເຮົາຄວນເຮັດວຽກທີ່ຮັບຜິດຊອບໃນປັດຈຸບັນ
ໃຫ້ດີທີ່ສຸດ, ຢ່າຄິດລົດວຽກງານລົງ ເພາະເຫັນແກ່ຄວາມສະບາຍ
ເພາະ... ວຽກຄືສະພານ ສູ່ຄວາມສຳເລັດໃນພາຍພາກຫນ້າ
ຂອງເຮົາເອງ