![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ພ.. 3, 2010
| ມີ
13 ຄຳເຫັນ
ແລະ
0 trackback(s)
ພະລັງແຫ່ງຮັກ
ຊີວິດທີ່ປາດສະຈາກຄວາມຮັກ ບໍ່ແມ່ນຊີວິດ
ສຳຄັນທີ່ສຸດໃນຊີວິດ ຄືຄວາມຮັກ
ຄວາມສຸກຂອງຊີວິດ ເກີດຈາກຄວາມຮັກ
ຄວາມທຸກຂອງຊີວິດ ເກີດຈາກຄວາມຮັກເຊັ່ນກັນ![](http://www.ibiblio.org/wm/paint/auth/bassano/valentine/valentine.jpg)
ເດືອນກຸມພາຄົນຢູໂຣບ ຫລື ແຖບເອເຊຍ ລວມທັງລາວເຮົານຳ
ມັກຖືກັນວ່າເປັນເດືອນແຫ່ງຄວາມຮັກ ເປັນເດືອນທີ່ຫນຸ່ມສາວທົ່ວໂລກ ນິຍົມມອບກຸຫລາບສະແດງຄວາມຮັກຕໍ່ກັນເປັນສື່ຮັກຈາກຫົວໃຈ ໂດຍສະເພາະວັນທີ 14 ກຸມພາ ວັນວາເລນໄທນ໌ ຫລື ວັນແຫ່ງຄວາມຮັກ ເປັນ
ວັນທີ່ບັນຍາກາດແຫ່ງຄວາມຮັກຄຶກຄັກເປັນພິເສດ ກຸຫລາດສີແດງເຖິງວ່າລາຄາ
ມັນຈະແພງກໍຍັງຂາຍດີ ແລະ ຢູ່ທີ່ສຳນັກງານປົກຄອງນະຄອນຫລວງກໍມີຄູ່ບ່າວ
ສາວທີ່ໄປຈົດທະບຽນສົມລົດ ເພື່ອເປັນຄູ່ຊີວິດຢູ່ຮ່ວມຄອບຄົວດຽວກັນດ້ວຍສີຫນ້າ
ທີ່ຫວານຊື່ນ ປ່ຽມລົ້ມດ້ວຍຄວາມສຸກ ດັ່ງຄຳທີ່ວ່າ: "ຄວາມສຸກຂອງຊີວິດ ເກີດ
ຈາກຄວາມຮັກ"
ວັນວາເລນໄທນ໌ຕາມຕຳນານເລົ່າກັນວ່າ ເປັນວັນແຫ່ງການລະລຶກເຖິງຄວາມ
ຮັກອັນບໍລິສຸດ ແລະ ຄວາມເສຍສະຫລະທີ່ຍິ່ງໃຫຍ່ຂອງນັກບຸນວາເລນໄທນ໌ ທີ່
ຖືກຈັກກະພັດແຫ່ງໂຣມປະຫານຊີວິດ ເພາະເຫດທີ່ທ່ານຝ່າຝືນກົດທີ່ຫ້າມຍິງຊາຍ
ແຕ່ງງານກັນ ແລະ ຫ້າມປະກອບພິທີແຕ່ງງານ ແຕ່ດ້ວຍຄວາມສັດທາຕໍ່ຄວາມ
ຮັກ ແລະ ເມດຕາທີ່ຫາປະມານບໍ່ໄດ້ ທ່ານຈຶ່ງໄດ້ເຮັດພິທີແຕ່ງງານໃຫ້ແກ່ຄູ່ບ່າວ
ສາວທີ່ຮັກກັນຫລາຍຄູ່ຫນື່ງ ທັງທີ່ຮູ້ວ່າເປັນຂໍ້ຫ້າມ ທັງທີ່ຮູ້ວ່າຈະຕ້ອງໂທດເຖິງ
ປະຫານ ແຕ່ດ້ວຍຄວາມຮັກທີ່ບໍລິສັດ ຄວາມເມດຕາທີ່ສູງສົ່ງ ຄວາມເສຍສະລະ
ທີ່ຍິ່ງໃຫຍ່ ແລະ ດ້ວຍພະລັງແຫ່ງຮັກ ຈຶ່ງເຮັດໃຫ້ຄວາມຕາຍບໍ່ມີອິດທິພົນໃດໆ ຕໍ່ຊີວິດຂອງນັກບຸນວາເລນໄທນ໌ ດ້ວຍຄະຕິທີ່ວ່າ: "ສຳຄັນທີ່ສຸດໃນຊີວິດ ຄື
ຄວາມຮັກ" ດັ່ງນັ້ນຄົນທັງຫລາຍຈຶ່ງພາກັນກຳນົດວັນທີ່ 14 ກຸມພາ ຂື້ນມາເປັນ
ວັນແຫ່ງຄວາມຮັກເພື່ອນເພື່ອລະລຶກເຖິງຄຸນຄວາມດີ ໃນຄວາມເມດຕາຂອງທ່ານ.
ແຕ່ທຸກມື້ນີ້ແມ່ນກາຍເປັນວ່າວັນວາເລນໄທນ໌ເປັນວັນທີ່ຫນຸ່ມສາວມອບກຸຫລາບ ສະແດງຄວາມຮັກຕໍ່ກັນ ສຳຄັນວ່າເປັນຄວາມຮັກ ແລະ ເປັນວັນທີ່ສາວວັຍລຸ້ນເສຍຕົວໃຫ້ກັບຊາຍຫນຸ່ມຄູ່ຮັກຂອງຕົນກ່ອນວັຍອັນຄວນຫລາຍທີ່ສຸດ ຈົນມີວັຍລັຸນຫລາຍຄົນຕ້ອງເສຍໂຕ ເສຍອະນາຄົດ ແລະ ເສຍຄົນດ້ວຍອາລົມຊົ່ວວູບທີ່ເກີດຈາກຄວາມຮັກຈອມປອມ ຮັກທີ່ເຫັນແກ່ໂຕ ຮັກສະນຸກ ແລະ ຫວັງຜູກພັນຕໍ່ກັນ ໂດຍລືມໄປວ່າຄວາມ
ສຳພັນທີ່ດີທີ່ສຸດ ຄືຄວາມຮັກບໍ່ແມ່ນຄວາມໃຄ່ (ຕັນຫາບ້າກາມ)
ຄວາມຮັກເປັນສິ່ງທີ່ດີງາມ ເປັນເຄື່ອງຈັນໂລງໂລກໃຫ້ສົດໃສ ແລະ ເປັນຕາຢູ່ຍິ່ງຂຶ້ນ
- ພະລັງແຫ່ງຮັກຈະແຜ່ລາມເຂົ້າໄປຝົນຫົວໃຈ ເຮັດໃຫ້ຄົນເຮົາມີຊີວິດຢ່າງສຸກສຳລານ ເຮັດໃຫ້ຈິດໃຈຫລຸດພົ້ນຈາກຄວາມວິຕົກ, ຄວາມຢ້ານ ແລະ ສິ່ງທີ່ກັງວົນທັງຫລາຍ ຫາກທຸກຄົນມີຄວາມຮັກ ຄວາມເມດຕາ ຄວາມເອື້ອເຝື້ອ ຢ່າງຈິງໃຈມອບໃຫ້ແກ່ກັນ ແລະ ກັນ ດ້ວຍໄມຕີຈິດທີ່ບໍລິສັດ ສົງຄາມ ແລະ ຄວາມຂັດແຍ້ງທີ່ຮຸນແຮງຈະບໍ່ເກີດຂື້ນ ສັງຄົມກໍ່ເປັນສຸກ ທຸກຖິ່ນຖານກໍ່ມີແຕ່ສັນຕິພາບ ແລະ ພະລັງແຫ່ງຮັກເປັນໂຕກະຕຸ້ນລະບົບພູມປ້ອງກັນທີ່ມີອະນຸພາບທີ່ສຸດ
- ພະລັງແຫ່ງຮັກສາມາດສ້າງສັນເນລະມິດສິ່ງມະຫັດສະຈັນ ແລະ ມີຄຸນຄ່າໃຫ້ເກີດຂື້ນໄດ້ແກ່ໂລກຢ່າງຫລວງຫລາຍ ບໍ່ວ່າຈະເປັນ
ພຣະຣາຊວັງທີ່ສວຍງາມທີ່ສຸດ ຄື: ທັດຊະມາຮານແຫ່ງອິນເດຍ, ປິຣາມິດແຫ່ງອີຢີບ ແລະ ຫໍເອນປິຊ່າແຫ່ງອິຕາລີ - ພະລັງແຫ່ງຮັກສາມາດທຳລາຍລ້າງໄດ້ຢ່າງຮຸນແຮງ ດ້ວຍຄວາມຫຶງຫວງ ແລະ ຕັນຫາ ທີ່ເຮັດໃຫ້ເກີດການຂ້າຟັນລັນແທງກັນຢ່າງ ບໍ່ມີຄວາມເມດຕາເລີຍ ເຊັ່ນ: ມະຫາສົງຄາມແຫ່ງທຣອຍ ສູ້ຮົບກັນເພື່ອຍາດຜູ້ຍິງຄົນດຽວ ຫຶງຫວງແບບເປັນຕາຢ້ານ ເຊັ່ນ: ແມ່ນາກ
ແຫ່ງພຣະຂະໂນງ - ພະລັງແຫ່ງຮັກຄືສາຍໃຍຂອງຊີວິດທີ່ເຊື່ອມໂຍງໃຫ້ເກີດຄວາມຜູກພັນ ແລະ ສັນຕິສຸກແກ່ມວນມະນຸດຊາດ ທຸກຊີວິດລ້ວນດຳລົງຄົງ
ຢູ່ໄດ້ດ້ວຍຄວາມຮັກ ຢູ່ໄດ້ເພາະມີຄົນທີ່ຕົນຮັກ ຢູ່ໄດ້ເພື່ອເຮັດໃນສິ່ງທີ່ຕົນຮັກ ຢູ່ໄດ້ເພື່ອໃຫ້ຄົນອື່ນຮັກ ຄືກັບຕົ້ນໄມ້ ທີ່ຢູ່ໄດ້ເພາະມີນ້ຳ ແຜ່ກິ່ງສາຂາຈະເລີນເຕີບໃຫຍ່ອອກຫມາກໄດ້ເນື່ອງຈາກອາໄສນ້ຳ ເຊັ່ນດຽວກັບຊີວິດຫາກປາດສະຈາກຄວາມຮັກກໍ່ບໍ່ຕ່າງຫຍັງໄປ
ຈາກຕົ້ນໄມ້ທີ່ຂາດນ້ຳ ຕ້ອງແຫ້ງຫ່ຽວ ແຫ້ງຈົນລໍມື້ຕາຍ ແລະ ລົ້ມລົງທີ່ສຸດ![](http://sex.sanook.com/story_picture/b/11762_003.jpg)
ຄວາມຮັກເກີດໄດ້ເພາະອາໄສເຫດ 2 ປະການຄື: ການຢູ່ຮ່ວມກັນ ຜູກພັນຊ່ວຍເຫລືອກັນໃນປັດຈຸບັນ ແລະ ການເຄີຍເຮັດບຸນຮ່ວມກັນມາແຕ່ຊາດກ່ອນ ທີ່ເອີ້ນວ່າ: "ບຸບເພສນນິວາດ ອຸປະມາຄືກັບດອກບົວ ທີ່ອາໄສນ້ຳ ແລະ ດິນຕົມຈິ່ງເກດຄວາມຮັກກໍໃຫ້ເກີດພະລັງທັງດ້ານບວກ ແລະ ລົບ ທັງສ້າງສັນ ແລະ ທຳລາຍ ເຮັດໃຫ້ມີຄວາມສຸກ ແລະ ຄວາມທຸກໄດ້ ໃນສິ່ງດຽວກັນປຽບເຫມືອນກັບໄຟທີ່ໃຫ້ທັງຄຸນ ແລະ ໂທດ ມັນຂື້ນກັບວ່າຜູ້ໃດຈະຮູ້ໃຊ້ໃຫ້ເກີດປະໂຫຍດພຽງໃດ ດ້ວຍວິທີໃດເທົ່ານັ້ນ ເມື່ອຄົນສົມຫວັງໃນຮັກ
ມັກຈະມີຄວາມສຸກສົດຊື່ນຫວານແວວ ແລະ ດື່ມດຳໃນລົດຫວານແຫ່ງຄວາມຮັກ ຈະເຫັນໂລກທັງໂລກ
ເປັນສີຊົມພູ
ເຖິງຢ່າງໃດກໍ່ຕາມເມື່ອມື້ໃດທີ່ເກີດຜິດຫວັງໃນຮັກຂື້ນມາ ໂລກຈະປ່ຽນຈາກສີຊົມພູເປັນສີດຳ ນ້ຳຕາ
ແຫ່ງຄວາມໂສກເສົ້າທໍລະມານ ແລະ ລົດຊາດທີ່ຂົມຂື່ນ ອັນເປັນພິດແຫ່ງຮັກຈະກັດທຳລາຍຊີວິດໃຫ້
ອັບເສົາ ຫ່ຽວແຫ້ງ ໂດດດ່ຽວປ່ຽວເຫງົາແບບຫນ້າສົງສານ
ພຣະພຸດທະອົງຊົງຕຣັດວ່າ: "ບ່ອນໃດມີຮັກບ່ອນນັ້ນມີທຸກ ເມື່ອມີຮັກຮ້ອຍກະທຸກຮ້ອຍ ມີຮັກນ້ອຍຈະທຸກນ້ອຍ ຖ້າບໍ່ຮັກກະບໍ່ທຸກ" ເປັນຈິງ
ດັ່ງຄຳຕຣັສ ຫາກຮັກທີ່ວ່ານີ້ເປັນຮັກທີ່ປົນດ້ວຍຣາຄະ ຄວາມເຫັນແກ່ໂຕ ຄວາມໃຈງ່າຍ ໃຝຕ່ຳ ເຮັດຕາມອາລົມຊົ່ວວູບ ແລະ ຄວາມຍຶດມັ່ນ
ຖືກຫມັ້ນໃນຮັກແບບງົມງ່າຍ ບໍ່ມີເຫດຜົນ ຂາດການພິຈາລະນາ ຄຸມສະຕິ ປ່ອຍໃຫ້ມັນມີອິດທິພົນຢູ່ເຫນືອຈິດໃຈ ເຫນືອສິນທຳຂອງຄວາມຖືກ
ຕ້ອງ ແລະ ເຫນືອຮີດຄອງປະເພນີອັນດີງາມຂອງສັງຄົມໄປ ສະນັ້ນທ່ານທັງຫລາຍຢ່າປ່ອຍໃຫ້ອາລົມຢູ່ເຫນືອເຫດຜົນ ຄວາມຮັກທີ່ແທ້ຈິງ
ຄວນຢູ່ໃນພື້ນຖານແຫ່ງຄວາມຖືກຕ້ອງ
* ຖ້າຄິດຈະມີຄວາມຮັກ ຕ້ອງຮູ້ຈັກຄວບຄຸມມັນໃຫ້ໄດ້
* ຕ້ອງໄຈ້ແຍກວ່າອັນໃດເປັນອັນໃດ ຢ່າປ່ອຍໃຫ້ມັນເປັນນາຍມາຄຸມເຮົາ
* ເວລາວຽກກະເຮັດວຽກຢ່າງຕັ້ງໃຈ ບໍ່ແມ່ນມົວລະເມີຝັນເພີ້ຣຸເຖິງຄົນອື່ນ
* ອະນາຄົດ ແລະ ຊີວິດເປັນຂອງເຮົາ ຢ່າເຜົາມັນດ້ວຍຮັກທີ່ບໍ່ເປັນຈິງ
ຄວາມຮັກ ຄວາມເມດຕາ ຄວາມເຂົ້າໃຈ ຄວາມຫ່ວງໃຍ ແລະ ຄວາມບໍ່ເຫັນແກ່ໂຕ ແມ່ນເປັນຮາກຖານຂອງສັນຕິສຸກໃນຊີວິດ ແລະ ສັນຕິພາບໃນສັງຄົມ ຫາກແຕ່ລະຄົນໄດ້ອົບຮົມບົ່ມປູກເມັດພັນແຫ່ງຮັກ ແລະ ສິ່ງທີ່ດີງາມເຫລົ່ານີ້ໃຫ້ເກີດຂື້ນ ແລະ ເບິ່ງແຍງຮັກສາໃຫ້
ຈະເລີນເຕີບໃຫຍ່ງອກງາມໃນດວງຈິດນ້ອຍໆຂອງເຮົາ ອີກບໍ່ດົນດອກຮັກ ດອກເມດຕາ ແລະ ດອກໄມ້ແຫ່ງພຸດທະ ຄື: ຮູ້ ຕື່ນ ແລະ ເບິກ
ບານ ຈະເບັ່ງບານແຜ່ຂະຫຍາຍໄປເປັນ ພະລັງແຫ່ງຮັກ ອອກໄປຈາກແຕ່ລະບຸກຄົນ ສູ່ຄອບຄົວ ຈາກຄອບຄົວ ສູ່ຫມູ່ບ້ານ ຈາກແຕ່ລະບ້ານ
ສູ່ປະເທດ ຈາກແຕ່ລະປະເທດ ສູ່ສັງຄົມໂລກ
" ຈົ່ງສົ່ງມອບພະລັງແຫ່ງຮັກໄປສູ່ທຸກດວງຈິດ ເພາະເມື່ອເຮົາໃຫ້ສິ່ງດີໆ ກັບຄົນອື່ນເທົ່າກັບເປິດໂອກາດໃຫ້ສິ່ງດີໆ ເຂົ້າມາສູ່ຕົນເອງ"
* ຄັດ ແລະ ແປ ໂດຍ: ວຽງສອນ ວົງສ໌ຄຳ, ວັນທີ 23-06-2005
ອ້າງອີງຈາກ: ** ຫນັງສື "ສາລະແຫ່ງຊີວິດ ຄືຮັກ ແລະ ເມດຕາ" ໂດຍ: ພຣະອາຈານ ມິຕຊູໂອະ ຄະເວສໂກ