ຂຽນເມື່ອ: ຕ.ລ.. 29, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
<<<<<< ກາບກອນ: ນັ່ງເສົ້າໃຕ້ເງົາຈັນ>>>>>>>>>>
ພໍແຕ່ ຟ້າມືດຄື້ມ..........................ແສງສ່ອງຫຼັບຫາຍ
ເຮັດໃຫ້ຂ້ອຍໃຈຫາຍ...................ເພາະເຫົງາເຂົ້າມາອີກແລ້ວ
ບໍ່ຍິນສຽງນ້ອງແກ້ວ...................ວີ່ແວວບໍ່ເຫັນເປັນໃຈຕັ້ງຕໍ່
ຍັງລໍຄອຍນາດນ້ອງ.....................ປານໃດແທ້ຊິມາ ແທ້ແລ້ວ
ໃຈຢາກມີຄູ່ຊ້ອນ.........................ຊອນບ່ອນຄືຊິດີ
ໄດ້ແຕ່ຫວັງມາທຸກປີ.....................ບໍ່ເຫັນມີມາໃກ້
ໃຈຊາຍລໍນາດນ້ອງ......................ເນື້ອຄູ່ຊາຍປານໃດຊິເກີດ
ປະກົດໃຫ້ເຫັນດ້ວຍເທີດ...............ຈັ່ງຊິໄດ້ບໍ່ຂຶ້ນຄານ ແທ້ແລ້ວ
ຊາຍລໍຮັກນາດນ້ອງ.......................ຈົດຈໍ່ລໍຄອຍດ້ວຍໃຈ
ບໍ່ຮູ້ວ່າປານໃດ...............................ຈິ່ງຊິມາໃກ້
ຢ່າໃຫ້ໃຈຊາຍນີ້............................ຄອຍນາງໄຫວຫວັ່ນ
ໃສເນື້ອຄູ່ຊາຍນັ້ນ..........................ຢູ່ແຈຂົ້ວຂອບຫົນໃດ ແທ້ແລ້ວ
ຫວັງລໍຮັກນາດນ້ອງ.....................ຫວັງຕໍ່ກໍ່ສ້າງສາ
ລໍປານໃດຊິມາ..............................ຄູ່ຄອງມີນຳເຂົາເຈົ້າ
ຊາຍໄດ້ແຕ່ນັ່ງເສົ້າ........................ໃຕ້ເງົາຈັນຝັນຕັ້ງຕໍ່
ຫວັງໃຫ້ນາງນາດນ້ອງ...................ຄູ່ແທ້ຈົ່ງມາ ແທ້ແລ້ວ
ຈະຮັກນາງນາດນ້ອງ.......................ພຽງແຕ່ຜູ້ດຽວ
ຍິງອື່ນບໍ່ແລຫຼຽວ............................ບໍ່ຫັນເຫໄປໃກ້
ໃຈຈະຮັກແຕ່ນາງນ້ອງ....................ຄົນດຽວບໍ່ແໜງໜ່າຍ
ຂໍຈົ່ງນາງມາຮັກແທ້.......................ຊາຍນີ້ນັ່ງຖ້າຢ່າງເສົ້າໃຕ້ເງົາຈັນ ແທ້ແລ້ວ