ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຮູ້ທັນກັບຄວາມຈິງ ກຽມພ້ອມກັບການດຳລົງຊີວິດ

ຄວາມຈິງແລ້ວ ຊີວິດຂອງສັບພະສັດທັງຫຼາຍໃນໂລກນີ້ ລ້ວນແຕ່ເກີດຂື້ນມາແລ້ວດັບໄປ. ບໍ່ວ່າຈະເປັນສິ່ງຂອງໃດໆກໍແລ້ວ​ແຕ່ໄດ້ມາແລ້ວກໍສູນຫາຍໄປ. ເພາະຄວາມຈິງຂອງມັນກໍຄືບໍ່ມີສິ່ງ ໃດທີ່ແນ່ນອນ ແລະ ຢັ້ງຢືນໄດ້. ແມ່ນແຕ່ຊີວິດຂອງຄົນເຮົາກໍ ເຊັ່ນດຽວກັນ; ພຣະພຸດທະອົງຊົງຕັດໄວ້ວ່າ ສັບພະສັດທັງຫຼາຍ ຄົນເຮົາເມື່ອເກີດມາແລ້ວ ກໍຍ່ອມມີແກ່ ມີເຈັບ ແລະ ກໍຕາຍ ໄປເປັນຂອງທຳມະດາ ທ່ານທັງຫຼາຍຈົ່ງຕັ້ງຢູ່ໃນຄວາມບໍ່ ປະມາດເຖີດ ໃນເມື່ອເຮົາຍັງມີຊີວິດຊີວາ ມີເຫື່ອມີແຮງ ກໍຈົ່ງດຳລົງ ຊີວິດດ້ວຍຢາດ​ເຫື່ອຢາດແຮງຂອງເຮົາ, ເຮັດວຽກງານອັນໃດກໍຄວນ ເຮັດດວ້ຍໃຈ, ມີສະຕິໝັ້ນທ່ຽງ, ຕັ້ງໜ້າຕັ້ງຕາຕໍ່ໜ້າທີ່ການງານ, ທຳມາຫາກິດ້ວຍຄວາມຊື່ສັດບໍລິສຸດ ແລ້ວເຮົາກໍຈະເປັນຜູ້ທີ່ມີຄວາມ ສຸກໄດ້.

ການ​ທີ່​ເຮົາ​ດຳລົງ​ຊີວິດ​ຢູ່​ໃນ​ທຸກ​ມື້​ນີ້ ສ່ວນຫຼາຍ​ແມ່ນ​ຄົນ​ເຮົາ​ຍຶດຕິກ​ຢູ່​ການ​ໄດ້ ​ເພາະວ່າ​ການ​ໄດ້​ຮັບ​ສິ່ງ​ທີ່​ດີ​ມີ​ປະ​ໂຫຍ​ດ ​ເປັນ​ສິ່ງ​ທີ່​ຄົນ​ເຮົາ​ໄຝ່ຝັນ​ຫາ ດ້ວຍ​ການ​ຊອກ​ທຸກ​ວິທີ​ທາງ​ເພື່ອ​​ໄຄວ່​ຄວ້າ​ມັນ​ມາ​ໄວ້​ຄອບ​ຄອງ​ເປັນ​ຂອງໆຕົນ, ພໍ​ໄດ້​ສິ່ງ​ທີ່​ຕົນ​ຕ້ອງການ​ນັ້ນ​ມາ​ໄວ້​ຄອບ​ຄອງ​ກໍ​ພໍ​ອົກ​ພໍ​ໃຈ ​ເກີດ​ຄວາມ​ນິຍົມ​ຊົມ​ຊອບ​ດີ​ອົກ​ດີ​ໃຈ​ຢູ່​ກັບ​ສິ່ງ​ນັ້ນ. ພໍ​ຢູ່​ມາ​ວັນໜຶ່ງສິ່ງ​ທີ່​ເຮົາ​ໄດ້​ມາ​ນັ້ນ​ໄດ້​ຖືກ​ເຮົາ​ໄປ​ເປັນ​ການ​ແລກປ່ຽນກັບ​ສິ່ງ​ອື່ນ, ຕົກ​ເຮ່ຍ​ເສຍ​ຫາຍ ຫຼື ຖືກ​ຄົນ​ລັກ​ເອົາ​ໄປ…​ເຫຼົ່ານີ້​ເປັນ​ຕົ້ນ. ກໍ​ເກີດ​ຄວາມ​ເສຍດາຍ​ຂຶ້ນ​ມາ ​ແລະ ອາ​ໄລ​ອາວ​ອນ ຫາ. ມີ​ບາງ​ຄົນ​ຮັບ​ກັບ​ສະພາບ​ອັນ​ສູນຫາຍ​ໄປ​ບໍ​ໄດ້, ຈິ່ງ​ມີ​ການ​ຄິດ​ຢາກ​ຂ້າ​ໂຕ​ຕາຍ, ທຳລາຍ​ໂຕ​ເອງ, ​ເກີດ​ອາການ​ຊ໊ອກ ​ເຮັດ​ໃຫ້​ສຸຂະພາບ​ກາຍ ​ແລະ ສຸຂະພາບ​ໃຈ​ອ່ອນ​ເພຍ. ​ເບັນ​ຫາ​ເຫຼົ່ານີ້​ສ່ວນຫຼາຍມັກ​ເກີດ​ຂຶ້ນ​ກັບ ນັກທຸລະກິດ, ຜູ້​ບໍລິຫານ…​ເພາະວ່າ​ເຂົາ​ເຈົ້າ​ໄດ້​ລົງທຶນ​ໃນ​ການ​ເຮັດ​ວຽກ​ເຮັດ​ກິດຈະການ​ຢ່າງ​ມະຫາສານ; ​ເຊັ່ນ: ບໍລິສັດ​ລົ້ມ​ສະຫຼາຍ, ຫຼຸດທຶນ​ຈາກ​ການ​ຂາຍ, ຊັ້ນ​ຕຳ​ແໜ່ງຕົກ…​

ດັ່ງ​ນັ້ນ​, ເຮົາ​ຄວນ​ມາ​ທຳ​ຄວາມ​ເຂົ້າ​ໃຈກັບ​ຄວາມ​ບໍ່​ທ່ຽງ ຄວາມ​ເປັນ​ອະນິດ​ຈັງ ສິ່ງ​ທີ່​ໄດ້​ມາ​ແລະ​ສູນຫາຍ​ໄປ​ນັ້ນ​ມັນ​ເປັນ​ຂອງ​ທຳ​ມະ​ດາ ​ເຊິ່ງທຳ​ມະ​ຊາດ​ໄດ້​ກຳ​ນົກ​ມາ​ແລ້ວ ​ເຮົາ​ຈົ່ງ​ຮູ້​ຢູ່​ສະ​ເໝີວ່າ ສິ່ງ​ທີ່​ເຮົາ​ໄດ້​ມາ​ນັ້ນ​ມັນ​ເປັນ​ພຽງຊົ່ວ​ຄັ້ງ​ຊົ່ວຄາວ​ເທົ່າ​ນັ້ນ. ​ເຮົາ​ມີ​ໂອກາດ​ເຮົາ​ຈຶ່ງ​ໄດ້​ມັນ​ມາ ຖ້າ​ເຮົາ​ຮັກສາ​ມັນ​ບໍ່​ໄດ້​ກໍ​ຢ່າ​ນ້ອຍ​ອົກ​ນ້ອຍ​ໃຈ ​ສິ່ງ​ທີ່​ສູນຫາຍ​ໄປ​ນັ້ນ​ກໍ​ໃຫ້​ຄິດ​ສະ​ເໝີວ່າ ຄົນ​ເຮົາ​ແມ່ນ​ດຳລົງ​ຊີວິດ​ຢູ່​ໃນ​ໂລກ​ກະທຳ 8 ຄື

ມີ​ຍົດ ​ເສື່ອ​ມຍົດ ມີ​ລາບ ​ເສື່ອ​ມລາບ ມີ​ສຸກ ມີ​ທຸກ ມີ​ສັນລະ​ເສີນ ມີ​ນິນທາ ​ໄປ​ຄູ່ໆກັນ

ແມ່ນ​ວ່າ​ຊີວິດ ຈະ​ຕົກ​ທຸກ​ໄດ້​ຢາກ ຮັງ​ມີ​ເປັນ​ດີ​ຢ່າງ​ໃດ​ກໍ​ຕາມ ​ເຮົາ​ຄວນ​ທຳ​ຕົນ​ໃຫ້​ເປັນ​ຄົນຮູ້​ເທົ່າ​ທັນ​ກັບ​ຄວາມ​ເປັນ​ຈິງ​ຂອງ​ທຳ​ມະ​ຊາດ ມັນ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ການ​ດຳລົງ​ຊີວິດ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ອະຣິຍະ​ສັດ​ສີ

ອະຣິຍະ​ສັດ​ສີ່ ໝາຍ​ເຖິງ​ຄວາມ​ຈິງ​ອັນ​ປະ​ເສີດ​ 4 ປະການ; ປະກອບ​ດ້ວຍ 1.ທຸກ 2.ສະມຸ​ໄທ 3.ນິ​ໂຣດ 4.ມັກຄ໌

1.  ທຸກ: ຄື ຄວາມ​ຫຍຸງ​ຍາກທົນ​ບໍ່​ໄຫວ, ອຶດ​ອັດ, ກະວົນກະວາຍ​ບໍ່​ສະບາຍ​ໃຈ ມີ​ຄວາມ​ຕຶງ​ຄຽດຫົວ​ໃຈ​ແທບ​ແຕກ​ສະຫຼາຍຢູ່​ບໍ່​ໄດ້, ຖືກ​ບີບ​ຄັ້ນ​ມີ​ຄວາມ​ຂັດ​ແຍ້​ງຢູ່​ໃນ​ຕົວ​ຕົນ ​ເພາະ​ປັດ​ໄຈ​ປຸງ​ແຕ່ງ​ໃຫ້​ມີ​ສະພາບ​ເປັນ​ແນວ​ນັ້ນ​ແນວ​ນີ້ ປ່ຽນແປງ​ໄປ​ຈະ​ເຮັດ​ໃຫ້​ຄົງ​ຢູ່​ສະພາບ​ນັ້ນ​ບໍ່​ໄດ້ ພາວະ​ທີ່​ບໍ່​ສົມບູນ​ມີ​ຄວາມ​ບົກ​ຜ່ອງ​ຢູ່​ໃນ​ຕົວ ບໍ່​ໃຫ້​ຄວາມ​ເໝາະສົມ​ຢ່າງ​ແທ້​ຈິງ ຫຼື ຄວາມພໍ​ໃຈ​ເຕັມທີ່​ແກ່​ຜູ້​ຢາກ​ໄດ້​ຄວາມ​ຕັນຫາ ​ແລະ ກໍ່​ໃຫ້​ເກີດ​ທຸກ​ແກ່​ຜູ້​ເຂົ້າ​ໄປ​ຢຶດດ້ວຍ​ຕັນຫາ.

2.  ສະມຸ​ໄທ: ຄື​ຫາ​ສາ​ເຫດ​ຂອງ​ທຸກ​ສັບພະ​ສິ່ງ​ຂອງ​ໂລກ​ເກີດ​ຈາກ​ປັດ​​ໄຈ​ທັງ​ສິ້ນ, ທຸກ​ກໍ​ເຊັ່ນ​ດຽວກັນ, ທຸກ​ເກີດ​ຈາກ​ເຫດ​ປັດ​ໄຈ ຄື ກິ​ເລດ ຕັນຫາ ອຸປາທານ ກຳ​ຊົ່ວຫຼືອະກຸສົນລະກຳ. ​ເຮັດ​ໃຫ້​ເກີດ​ຄວາມ​ຢາກ​ໄດ້​ຢາກ​ມີ ຢາກ​ເອົາ ບໍ່​ຢາກ​ໃຫ້​ເປັນ​ສິ່ງ​ທີ່​ບໍ່​ຢາກ​ມັກ ສາ​ເຫດ​ເກີດ​ໄດ້​ທັງ​ພາຍ​ໃນ​ຈິດ​ໃຈ ​ແລະ ພາຍ​ນອກ​ຄື​ຮ່າງກາຍ.

3.  ນິ​ໂຣດ: ຄື ຄວາມທຸກ​ທີ່​ຕ້ອງການ​ຈະ​ດັບ​ທຸກ ຫຼື ພົນ​ຈາກ​ທຸກ. ຫາກ​ບໍ່​ສົນ​ໃຈ​ຢາກ​ຈະ​ດັບ​ທຸກ​ກໍ​ຈະ​ເປັນ​ທຸກ​ບໍ່​ມີ​ສິ້ນ​ສຸດ.

4.  ມັກຄ໌: ຄື ຫົນທາງ ຫຼື ວິທີ​ການ​ດັບ​ທຸກ ມີ​ຢູ່ 8 ຫົນທາງ ຖ້າ​ປະຕິບັດ​ໄດ້ກໍ​ຈະ​ພົ້ນ​ທຸກ​ໄດ້ ​ເຊິ່ງມີ​ຜູ້​ປະຕິບັດ​ໄດ້​ພົ້ນ​ທຸກ​ມາຫຼາຍ​ແລ້ວ

ຄຳ​ວ່າ​ມັກ​ ​ແປ​ວ່າທາງ ທາງ​ອັນ​ນີ້ ໝາຍ​ເຖິງ​ທາງ​ເດີນ​ຂອງ​ໃຈ. ​ເຊິ່ງ​ເປັນ​ການ​ເດີນ​ຈາກ​ຄວາມ​ທຸກ​ໄປ​ສູ່​ຄວາມ​ເປັນ​ອິດສະຫຼະຫຼຸດພົ້ນ​ຈາກ​ທຸກ ​ເຊິ່ງມະນຸດ​ຫຼົງຢຶດຖື​ແລະ ປະກອບ​ຂຶ້ນ​ໃສ່​ຕົນ​ດ້ວຍ​ອຳນາດ​ຂອງ​ອະວິຊາ ມັກ​ມີ​ອົງ​ 8 ຄື​ຕ້ອງ​ພ້ອມ​ເປັນອັນ​ດຽວກັນ ທັງ​ 8 ​ຢ່າງ​ຄື:

1.  ສຳ​ມາ​ທິຖິ ຄື ຄວາມ​ເຫັນທີ່​ຖື​ກຕ້ອງ

2.  ສຳ​ມາ​ສັງກັບປະ ຄື ​ຄວາມ​ດຳຣິທີ່​ຖືກຕ້ອງ

3.  ສຳ​ມາ​ວາຈາ ຄື ການ​ເວົ້າ​ຈາ​ທີ່​ຖື​ກຕ້ອງ

4.  ສຳ​ມາ​ກຳ​ມັນ​ຕະ ຄື ການ​ກະທຳ​ທີ່​ຖືກຕ້ອງ

5.  ສຳ​ມາ​ອາຊີວະ ຄື ການ​ປະກອບ​ອາຊີບ​ທີ່​ຖືກຕ້ອງ

6.  ສຳ​ມາ​ວາຍາມະ ຄື ຄວາມພຽນທີ່​ຖກຕ້ອງ

7.  ສຳ​ມາສະ​ຕິ ຄື ຄວາມ​ລະນຶກ​ປະຈຳ​ໃຈ​ໃຫ້​ຖືກຕ້ອງ

8. ສຳມາສະມາທິ ຄື ການຕັ້ງໃຈໝັ້ນໃຫ້ຖືກຕ້ອງ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຊາວພຸທທີ່ຈະຄໍ້າຊູພຣະພຸດທະສາສະໜາໄດ້ຕ້ອງປະຕິບັດທັມ

ການປະຕິບັດນີ້ຖືວ່າເປັນສິ່ງສໍາຄັນຫຼາຍທີ່ຈະເຮັດໃຫ້ພຣະພຸທທະສາສະໜາ ມີຄວາມເຂັ້ມແຂງ ແລະ ເປັນສິ່ງທີ່ດີໃຫ້ແກ່ຜູ້ປະຕິບັດ ເພາະວ່າຜູ້ປະຕິບັດຈະຕ້ອງເປັນຜູ້ທີ່ມີຈິດໃຈສະຫງົບ.

ການປະຕິບັດຂັ້ນຕົ້ນໆຄື ພຣະພຸທທະເຈົ້າບອກວ່າໃຫ້ຮູ້ລົມຫາຍໃຈເຂົ້າອອກ ບໍ່ວ່າຈະເປັນໃນເວລານັ່ງ,ນອນ.ຢືນ,ເດີນ ຫຼືຈະທໍາກິດອັນໃດກໍແລ້ວແຕ່ ໃຫ້ຮູ້ລົມຫາຍຈິດ ມີສະຕິຕິດຕາມໄປ. ສິ່ງທີ່ສໍາຄັນຄືຮູ້ສຕິປຖານ ສີ່ ຄື ການພິຈາຣະນາກາຍເປັນເປັນອາຣົມ, ການພິຈາຣະນາເວທະນາເປັນອາຣົມ, ການພິຈາຣະນາໃຈເປັນອາຣົມ ແລະ ການພິຈາຣະນາທັມເປັນອາຣົມ.

ສະຕິປະຖານມີຄວາມໝາຍວ່າ ທັມເປັນທີ່ຕັ້ງຂອງສະຕິ ເປັນວິທີບໍາເພັນກັມມະຖານທີ່ອາໃສສະຕິ ພິຈາທີ່ຕັ້ງແຫ່ງອາຣົມ 4 ຢ່າງ ຄື ກາຍ ວທະນາ ຈິດ ທັມ.

1.ກາຍານຸປັສສະນາ ໝາຍເຖິງສະຕິທີ່ຕາມກໍານົດພິຈາຣະນາ ກາຍເປັນອາຣົມ ກາຍ ໃນທີ່ນີ້ ໄດ້ແກ່ສະຣີຣະກາຍທັງທີ່ມີຊີວິດແລະຕາຍແລ້ວ.ລົມຫາຍໃຈເຂົ້າອອກ,ອະຣິບົດ,ອະວັຍະວະ ແລະທາດ 4 ມີສະຕິ ກໍານົດພິຈາຣະນາ ຢູ່ໃນທີ່ກາຍຢ່າງໃດຢ່າງໜຶ່ງ ຈົນຈິດຕັ້ງໝັ້ນເປັນສະມາທິ ພິຈາຣະນາເບິ່ງຕໍ່ໄປຈົນປັນຍາເຫັນກາຍ ທັງກາຍພາຍໃນ ກາຍພາຍນອກ ທັງກໍາລັງເກີິດແລະກໍາລັງດັບ ທັງທີ່ສ່ວນທີ່ຖືກໃຈແລະບໍ່ຖືກໃຈ ຈົນຄາຍຄວາມຍຶດໝັ້ນຖືໝັ້ນໃນກາຍໄດ້ ມີສະຕິເຫັນແຈ້ງໃນກາຍວ່າ ກາຍນີ້ບໍ່ແມ່່ນສັດ ບຸກຄົນຕົວຕົນ ເຮົາ ເຂົາ.

2.ເວທະນານຸປັສສະນາ ໝາຍເຖິງ ສະຕິທີ່ຕາມກໍານົດພິຈາຣະນາເວທະນາເປັນອາຣົມ ເວທະນາ ໃນທີ່ນີີ້ໄດ້ແກ່ ຄວາມສຸກ, ຄວາມທຸກ,ຫຼືຄວາມບໍ່ສຸກບໍ່ທຸກ,ທີ່ເກີດຈາກຄວາມຖືກຕ້ອງກັນຂອງອາຍະຕະນະພາຍໃນແລະອາຍະຕະນະພາຍນອກ ມີສະຕິກໍານົດພິຈາຣະນາຢູ່ໃນເວທະນາຢ່າງໃດຢ່າງໜຶ່ງ ຈົນຈິດຕັ້ງໝັ້ນເປັນສະມາທິ ພິຈາຣະນາເບິ່ງຕໍ່ໄປຈົນປັນຍາເຫັນເວທະນາ ທັງພາຍໃນ ພາຍນອກ ທັງກໍາລັງເກີິດແລະກໍາລັງດັບ ທັງທີ່ສ່ວນທີ່ຖືກໃຈແລະບໍ່ຖືກໃຈ ຈົນຄາຍຄວາມຍຶດໝັ້ນຖືໝັ້ນໃນເວທະນາໄດ້ ມີສະຕິເຫັນແຈ້ງໃນເວທະນາວ່າ ເວທະນານີ້ບໍ່ແມ່່ນສັດ ບຸກຄົນຕົວຕົນ ເຮົາ ເຂົາ.

3.ຈິດຕານຸປັສສະນາ ໝາຍເຖິງ ສະຕິທີ່ຕາມກໍານົດພິຈາຣະນາຈິດເປັນອາຣົມ ຈິດ ໃນທີ່ນີ້ໄດ້ແກ່ ຕວາມຮູ້ສຶກນຶກຄິດ,ອາຣົມທີ່ເກີດຂຶ້ນ ມີສະຕິພິຈາຣະນາກໍານົດຈິດໃຫ້ຮູ້ອາຣົມ ຫຼືຄວາມຮູ້ສຶກທີ່ເກີດຂຶ້ນໃນເວລານັ້ນວ່າເປັນແນວໃດ ຈຈົນຈິດຕັ້ງໝັ້ນເປັນສະມາທິ ພິຈາຣະນາເບິ່ງຕໍ່ໄປຈົນປັນຍາເຫັນຈິດ ທັງພາຍໃນພາຍນອກ ທັງກໍາລັງເກີິດແລະກໍາລັງດັບ ທັງທີ່ສ່ວນທີ່ຖືກໃຈແລະບໍ່ຖືກໃຈ ຈົນຄາຍຄວາມຍຶດໝັ້ນຖືໝັ້ນໃນຈິດໄດ້ ມີສະຕິເຫັນແຈ້ງຈິດວ່າ ກາຍນີ້ບໍ່ແມ່່ນສັດ ບຸກຄົນຕົວຕົນ ເຮົາ ເຂົາ.

4,ທັມມານຸປັສສະນາ ໝາຍເຖິງ ສະຕິທີ່ຕາມກໍານົດພິຈາຣະນາທັມເປັນອາຣົມ ທັມ ໃນທີ່ນີ້ໄດ້ແກ່ ທັມທີ່ສາມາດກໍານົດຮູ້ດວ້ຍຈິດໄດ້ ທັຝທັມທີ່ເປັນກຸສົນແລະອະກຸສົນ ເຊັ່ນ ອະຣິຍະສັຈ 4. ຂັນ 5. ນິວອນ 5.ອາຍະຕະນະ 12 ເປັນຕົົ້ນ ມີສະຕິພິຈາຣະນາກໍານົດທັມຢ່າງໃດຢ່າງໜຶ່ງຈົນຈິດຕັ້ງໝັ້ນເປັນສະມາທິ ພິຈາຣະນາເບິ່ງຕໍ່ໄປຈົນປັນຍາເຫັນທັມ ທັງພາຍໃນພາຍນອກ ທັງກໍາລັງເກີິດແລະກໍາລັງດັບ ທັງທີ່ສ່ວນທີ່ຖືກໃຈແລະບໍ່ຖືກໃຈ ຈົນຄາຍຄວາມຍຶດໝັ້ນຖືໝັ້ນໃນທັມໄດ້ ມີສະຕິເຫັນແຈ້ງໃນທັມວ່າ ທັມນີ້ບໍ່ແມ່່ນສັດ ບຸກຄົນຕົວຕົນ ເຮົາ ເຂົາ.

ຜູ້ຈະເຣີນສະຕິປະຖານໃຫ້ໄດຜົນ ຕ້ອງປະກອບດ້ວຍຄຸນສົມບັດ 3 ຢ່າງ ຄື

ອາຕາປີ

ມີີຄວາມພຽນເປັນເຄື່ອງເຜົາຜານກິເລສ

ສັມປຊາໂນ

ກໍານົດຮູ້ຢູ່ສະເໝີ

ສຕິມາ

ມີສະຕິຣະນຶກຮູ້ທຸກຂະນະຈິດ.