ຂຽນເມື່ອ: ພ.ຈ.. 6, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ວ່າກັນວ່າໂລກຫຼັງຄວາມຕາຍເປັນສິ່ງທີ່ໜ້າກົວ, ຄົນທີ່ຕາຍໄປແລ້ວຕ້ອງຊົດໃຊ້ກຳຕ່າງໆນາໆ, ຕ້ອງກາຍເປັນສຳພະເວສີຕ່າງໆທີ່ຄອຍຕິດຕາມຂໍສ່ວນບຸນກຸສົນ, ຕ້ອງໃຊ້ໜີ້ກຳໃຫ້ແກ່ເຈົ້າກຳນາຍເວນ.
ແຕ່ສິ່ງເຫຼົ່ານັ້ນມີໃຜແດ່ທີ່ພິສູດໄດ້ວ່າມີຄວາມຈິງ, ມີໃຜພິສູດວ່າມີດວງວິນຍານ ຫຼືທີ່ເຂົາເອີ້ນກັນວ່າຜີມາຕິດຕາມເພື່ອຫຼອກຫຼອນ ແລະ ຂໍສ່ວນບຸນ. ມັນມີນະຫຼົກຫຼືໂລກຫຼັງຄວາມຕາຍອີກຊັ້ນບໍ ? ໃຜທີ່ພິສູດໄດ້ຫຼືວ່າຄົນທີ່ຕາຍໄປແລ້ວຟື້ນກັບມາເລົ່າສູ່ຄົນທີ່ເອົາເລື່ອງລາວຕ່າງໆນັ້ນມາເຫຼົ່າສື້ບຕໍ່ສູ່ຝັງຊຶ່ງມັນບໍ່ອາດເປັນໄປໄດ້ດ໋ອກ. ເວົ້າກັນຕາມຕງໂລກຫຼັງແຫ່ງຄວາມຕາຍກໍ່ຄືຄວາມຫວ້າງເປົ່າ, ບໍ່ມີສີສັນ, ບໍ່ມີລົດ, ບໍ່ມີກີ່ນກາຍເປັນພຽງເຖົ້າທຸລີທີ່ຈະໝົດຫາຍໄປນຳກະແສລົມ, ແມ່ນໍ້າລຳເຊ ແລະ ພື້ນດິນທີ່ຄອຍຮອງຮັບເອົາຕັ້ງແຕ່ມື້ທີ່ກຳເນີ້ດຈົນຮອດມື້ທີ່ສີ້ນສຸດ.
ໂລກທີ່ໜ້າກົວທີ່ສຸດຄືໂລກແຫ່ງຄວາມເປັນຈີງ, ໂລກຂອງການຈະເລີນກ້າວໜ້າທາງດ້ານເຕັກໂນໂລຍີທີ່ຄອຍກັດກີນຄອຍທຳລາຍທຳມະຊາດໄປທີ່ລະນ້ອຍໂດຍທີ່ເຮົາບໍ່ທັນຮູ້ຕົວ. ຄວາມໜ້າກົວຂອງຄົນທີ່ຫວັງແຕ່ຈະເອົາຊະນະໂດຍບໍ່ສົນໃຈກັບສິ່ງໃດໆທັງໝົດເຮັດໃຫ້ໂລກແຫ່ງຄວາມເປັນຈິງເຕັມໄປດ້ວຍການແຍ້ງຊິງ, ຊິງດີຊິງເດັ່ນເພື່ອທີ່ສະໜອງຕັນຫາແຫ່ງຄຳວ່າ ( ຢາກ ) ເຊິ່ງມັນບໍ່ເຄີຍເຕີມເຕັມ ແລະ ສະໜອງໄດ້ພຽງພໍຈັກເທື່ອ, ຄົນບໍ່ມີຢາກຈະມີ, ຄົນທີ່ມີຢູ່ແລ້ວຢາກມີຫຼາຍກວ່ານັ້ນ.
ໂລກແຫ່ງຄວາມເປັນຈິງແຫ່ງການຊິງດີຊິງເດັ່ນໄດ້ສ້າງໃຫ້ເຮົາກົວ, ກົວວ່າທຳມະຊາດຈະປະຖືມເຮົາໄປມື້ໃດເວລາໃດ, ກົວວ່າຈະຫາປັດໃຈສາມປະການມາຈາກໃສເພື່ອຈຸນເຈືອຄອບຄົວ. ສິ່ງທີ່ກົວທີ່ສຸດຄືກົວໃຈຂອງຕົນເອງ....
ຂອບໃຈທີ່ເຫັນຄວາມສຳຄັນ
ນາມປາກກາ ສາຍລົມ ແສງແດດ
ຕຳນິຕິຊົມ Taphetoudom@yahoo.com