ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2013 | ມີ 15 ຄຳເຫັນ ແລະ 0 trackback(s)

               ທີ່ວັດແຫ່ງຫນຶ່ງ(ບໍ່ອອກຊື່) ເຄີຍໄດ້ຍິນວ່າວັດແຫ່ງນີ້ເປັນວັດທີ່ສ້າງຂຶ້ນກ່ອນຫມູ່ໃນປະເທດລາວ ເປັນວັດໜ້າເຊື່ອຫຼາຍ ຕອນຂ້ອຍຮຽນມັດທະຍົມ ຫຼື ຕອນ12ປີຜ່ານມາ ຂ້ອຍຍັງເປັນເດັກນ້ອຍພໍຢາກຮູ້ຢາກເຫັນ ແລະ ຂີ້ດື້ ກໍ່ໄດ້ລອງເຮັດພິທີລີ້ຜີອອກກັບຫມູ່ຕາມຄວາມເຊື່ອຂອງຜູ້ເຖົ້າໃນເຂດນັ້ນ (ລີ້ຜີອອກແມ່ນການເອົາເຄື່ອງມາລໍ້ຜີໃຫ້ອອກມາ ສ່ວນຄົນລີ້ຢູ່ກຳແພງວັດ ເຮັດໄດ້ສະເພາະຕອນຫົວແລງ) ແຕ່ກໍ່ບໍ່ຄາດຄິດວ່າ ເວລາບໍ່ດົນກໍ່ເຫັນຮອຍຕີນນ້ອຍໆຍຽບເຂົ້າມາດິນຊາຍບໍ່ລິເວນທີ່ເຮັດພິທີ(ເລື່ອງເຊື່ອສ່ວນບຸກຄົນ)

              ພໍໃຫຍ່ມາກໍ່ບໍ່ຄິດວ່າຈະໄດ້ກັບໄປບວດໃຫ້ພໍ່ເຖົ້າຢູ່ວັດແຫ່ງນັ້ນອີກ ຕອນຂ້ອຍບວດຈົວໃຫ້ພໍ່ເຖົ້າຂອງຂ້ອຍທີ່ເສຍໃຫມ່(ແຕ່ເລື່ອງຜ່ານມາ 4-5 ປີແລ້ວ) ໃນມື້ສົ່ງສະການ ມີຈົວບວດນຳກັນ ທັງລູກ ແລະ ຫຼານ ລວມທັງຫມົດມີຈົວຢູ່ປະມານ 9 ຕົນ ສ່ວນຂ້ອຍເປັນຫຼານ ມື້ບວດທຳອິດບໍ່ມີໃຜຊິກຈັກຕົນ ພໍແລງມາ ກໍ່ໄດ້ພາກັນອາບນ້ຳ ຈາກນັ້ນກໍ່ໄດ້ພາກັນນອນ(ບ່ອນທີ່ນອນບໍ່ຮູ້ວ່າເພິ່ນເອີ້ນຫຍັງ ເປັນບ່ອນໃສ່ບາດຕອນຝົນຕົກ ແລະ ທັງເປັນບ່ອນໄວ້ຂອງສົບຕາຍທີ່ບໍ່ທັນມີຍາດພີ່ນ້ອງ) ແຕ່ຕອນບວດບໍ່ມີສົບໃຜແລ້ວ ຫາກແຕ່ວ່າເພິ່ນບໍ່ໃຫ້ນອນປິ່ນຫົວ ຫຼື ປິ່ນຕີນໄປທາງພຣະເຈົ້າ ເພາະມັນເປັນທາງວາງໂລງຂອງຄົນຕາຍບໍ່ມີຍາດ ສະນັ້ນເພິ່ນໃຫ້ນອນ ປິ່ນຂ້າງໃສ່ພຣະເຈົ້າ ແລະ ປິ່ນຫົວອອກນອກ ຈາກນັ້ນກໍ່ພາກັນປິດປະຕູນອນ(ບໍ່ແມ່ນເປັນຫ້ອງ ແຕ່ມັນເປັນຫ້ອງໂລ່ງຫມົດເລີຍສາມາດເຫັນທາງນອກໄດ້ຫມົດ) ພໍເດິກໆມາ ຂ້ອຍເອງກຳລັງສິນອນຫຼັບ ປົກກະຕິຂ້ອຍເປັນຄົນເດິກຢູ່ແລ້ວ ແຕ່ມື້ນັ້ນພັດແຮງເຮັດໃຫ້ຂ້ອຍລະແວງແຕ່ກໍ່ບໍ່ຢ້ານປານໃດເພາະຍັງເປັນຈົວຢູ່ ໃນເວລາທີ່ຂ້ອຍກຳລັງຄິດລະແວງຢູ່ນັ້ນ ກໍ່ໄດ້ມີລົມພັດມາຄ່ອຍໆ ຮູ້ສຶກວ່າມັນເຢັນຜິດປົກກະຕິ ຄ້າຍໆເຢັນອາຍນ້ຳກ້ອນ ແລະກໍ່ມີໃບໄມ້ແຫ້ງປິວມານຳ ເພາະວັດນັ້ນມີກົກໄມ້ຫຼາຍ ແລະປະຕູເຫຼັກໃຫຍ່ທີ່ອັດໃສ່ໂສ້ກໍ່ເລີ່ມໂອນອ່ວຍໄປມາ ມີສຽງເບົາໆ (ທຳອິດຄິດວ່າມີແຕ່ຂ້ອຍທີ່ນອນບໍ່ຫຼັບ ແຕ່ຈົວທຸກຕົນກໍ່ນອນບໍ່ຫຼັບຄືກັນ ໂດຍສະເພາະຈົວນ້ອຍບໍ່ນອນເລີຍ) ຖ້າເດົາບໍ່ຜິດປະມານສອງໂມງເດິກ(ບໍ່ມີໂມງ) ມີນ້ຳຫມອກຕົກມາມົວໆ ພ້ອມກັບ ແສງເດືອນໃນຄືນນັ້ນ ເຮັດໃຫ້ຂ້ອຍຫຼຽວອອກໄປນອກເຫັນເງົາຄ້າຍກັບຄົນນັ່ງອ້ອມວົງລົມກັນ ໃກ້ກັບທາດໃຫຍ່ບ່ອນວຽນທຽນອ້ອມຂ້າງວັດໃຫຍ່ ທຸກຄົນກໍ່ເຫັນຄືກັນ ແຕ່ວັດນັ້ນງຽບຫຼາຍ ໄດ້ຍິນແຕ່ສຽງລົມກັບສຽງເຄາະໄມ້ ຫຼື ອີຫຍັງທີ່ດັງ ໂກກ! ໂກກ! ໂກກ! ມານຳສຽງລົມ ພໍໃກ້ສິແຈ້ງ ນ້ຳຫມອກກໍ່ລົງມາຫຼາຍກ່ວາເກົ່າ ຈຶ່ງເຮັດໃຫ້ມົວຫມອກຂາວໄປຫມົດ ຈາກນັ້ນຕື່ນເຊົ້າມາກໍ່ລົມກັນເລື່ອງມື້ຄືນ ລົມສະເພາະຈົວທີ່ບວດນຳກັນ ຈາກນັ້ນຈົວກໍ່ພາກັນຊິກເກືອບຫມົດ ເຫຼືອພຽງສອງຕົນ ຄືຂ້ອຍ ກັບຈົວນ້ອຍຜູ້ເປັນຫຼານນຳກັນ ແລະກໍ່ໄດ້ຍ້າຍໄປນອນກຸຕີນຳກັນ ເພາະວ່າງຫ້ອງຫນຶ່ງ ຕົກກາງຄືນມາອີກ ຈົວນ້ອຍພັດຢາກກິນເຂົ້າ ແລະ ໄດ້ລຸກວ່າສິໄປເອົານົມມາກິນ ຈົວນ້ອຍຢູ່ດີໆກະໂດດມາກອດຂ້ອຍບອກຂ້ອຍວ່າ ມີຍາພໍ່ນັ່ງຢູ່ເຕົາໄຟ ຂ້ອຍກະຢ້ານໆບໍ່ກ້າອອກໄປຊ່ອງເບິ່ງ ຕື່ນເຊົ້າມາຍາພໍ່ໄດ້ຖາມເລື່ອງມື້ຄືນ ເພາະເພິ່ນໄດ້ຍິນສຽງ ຮ້ອງ ແລະ ລົມກັນ ເພິ່ນບອກວ່າ ຢູ່ວັດຖ້າບໍ່ເຮັດຜິດສິນກໍ່ບໍ່ຕ້ອງຢ້ານ ເພາະເພິ່ນກໍ່ເຄີຍເຈີຕອນບວດໃຫມ່ຄືກັນ ເພິ່ນວ່າ ອາດຈະເປັນຜູ້ຮັກສາເຮົາ

               ຫຼັງຈາກມື້ນັ້ນພວກຂ້ອຍກໍ່ໄດ້ຊິກ(ບໍ່ແມ່ນຊິກເພາະເຮັດຜິດສິນແລ້ວຢ້ານ) ເພາະແລ້ວວຽກແລ້ວງານແລ້ວກອງບຸນຂອງພໍ່ເຖົ້າກໍ່ເລີຍຊິກ


               ເລື່ອງເລົ່າເຫດການຈາກວັດທີ່ຢູ່ຫຼວງພຣະບາງ

ຂໍຂອບໃຈ