ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ຮັກແຟນຕ້ອງອົດທົນ ຕ້ອງເປັນຄົນເຄົາລົບແຟນ

ຮັກແຟນຕ້ອງສົ່ງເສຍ ຢ່າໄຫ້ແຟນຕ້ອງສົງໃສ

ຮັກແຟນຕ້ອງຮັກດຽວ ຫ້າມທີ່ຈະຄິດໄປaltໃຜ
 
ຮັກແຟນຕ້ອງທຳໃຈ ບໍ່ວ່າຈັ່ງໃດກາແມ່ນແຟນ

ຮັກແຟນຢ່າອ່ອນແອ altແຟນຕ້ອງແຂງແຮງ

ຮັກແຟນຕ້ອງຍອມແຟນ ເພາະວ່າແຟນນັ້ນບໍ່ຍອມໃຜ

ຮັກແຟນຕ້ອງເຂົ້າໃຈ ບໍ່ມີໃຜໃຫຍ່ໄປກ່ວາແຟນ

ຮັກແຟນຕ້ອງຢ່າຖຽງແຟນ ຄຳວ່າແຟນນັ້ນໃຫຍ່ກ່ວາໃຜໆ

ບໍ່ວ່າຊາດນີ້ຫຼືຊາດໜ້າ ຈຶ່ໄວ້ຢ່າໄດ້altແຟນ
alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ແນ່!ກາຍັງວ່າຫ້າມອ່ານ....

ເອົ້າ..ຍັງອ່ານຢູ່ໄດຫັນ....

ຊິໄຫ້ບອກຈັກເທື່ອ
ກ໋ອກ!


ໂອ້ຍ!....ເບຶ່ອລະໄດນິ!

ເວົ້າບໍ່ຟັງໄດຫັ້ນ .... ເຊັງແລ້ວ  ^o^ ກ໋າກ໋າໆໆ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

 
ສະໄໝໂລກມີພະຈັນສອງດວງ ມີພະຈັນດວງໜຶ່ງເປັນຜູ້ຍິງກັບອີກດວງໜື່ງເປັນຜູ້ຊາຍ

ແລະດວງຈັນທັງສອງນີ້ຕ່າງກໍ່ຮັກກັນຫຼາຍດວງຈັນທັງສອງບໍ່ເຄີຍຫ່າງຈາກກັນ

ທຸກໆຄືນເມື່ອມອງໄປເບິ່ງທ້ອງຝ້າ

ກໍຈະເຫັນດວງຈັນທັງຄູ່ສ່ອງແສງຢູ່ຄຽງຄູ່ກັນສະເໝີ ແຕ່ແລ້ວມື້ໜຶ່ງດວງຈັນຍິງກໍໄດ້ໄປພົບກັບດວງອາທິດ

ເຮັດໄຫ້ດວງຈັນຍິງຫຼົງໄຫຼກັບແສງອາທິດຈົນເລື່ອນຕາມໄປກັບດອງອາທິດ ເທື່ອລະເລັກລະໜ້ອຍ

ແລ້ວກໍແຍກອອກຈາກດວງຈັນຊາຍ


ໃນທີ່ສຸດກໍຮອດຄຳ່ຄືນນັ້ນ ແຕ່ກໍມີພຽງດວງຈັນເຫຼຶອພຽງດວງດຽວທີ່ຍັງສ່ອງແສງຢູ່

ໃນມື້ນັ້ນດວງຈັນຊາຍກໍໄດ້ຄິດກັບໂຕເອງວ່າ

"ດວງຈັນຍິງນັ້ນໄປໃສຄືບໍ່ພົບກັນຄືກັບທຸກໆຄຳຄືນຄືເກົ່າ"

ເວລາຜ່ານໄປດວງຈັນຊາຍກໍໄຊ້ເວລາຊອກຫາດວງຈັນຍິງ ແຕ່ກໍ່ບໍ່ພົບເຫັນດວງຈັນຍິງ

ດ້ວຍຄວາມຄິດຮອດແລະຄິດ ຈື່ງເຮັດໄຫ້ດວງຈັນຊາຍເກີດມີຄວາມຄິດຍາກພົບກັບດວງຈັນຍິງແຮງ

ຈື່ງຄິດວ່າ

"ຖ້າຫາກເຮົາຍັງມົວແຕ່ຊອກຫາແບບນີ້ ກໍຄົງບໍ່ມີວັນພົບດວງຈັນຍິງຈັກເທື່ອ

ກໍເລີຍຕັດສີນໃຈລະເບີດຕົນເອງໄຫ້ເປັນຊີ້ນສ່ວນນ້ອນໆໄປທົວຈັກກະວານ

ເພື່ອໄຫ້ແຕ່ລະຊີ້ນສ່ວນອອກຕາມຫາດວງຈັນຍິງ


ເວລາຜ່ານໄປເຮັດໄຫ້ດວງຈັນຍິງໄດ້ຮູ້ວ່າ ແມ້ແຕ່ດວງອາທິດຈະຊ່ອງແສງເຈີດຈ້າເທົ່າໃດ

ແຕ່ດວງອາທິດບໍ່ໄດ້ສ່ອງແສງເຈີດຈ້າໄຫ້ດວງຈັນເທົ່ານັ້ນ ແຕ່ຍັງໄດ້ສ່ອງແສງໄປຍັງດວງດາວອື່ນໆອີກ

ຈື່ງເຮັດໄຫ້ດວງຈັນຍິງຕັດສິນໃຈກັບມາຫາດວງຈັນຊາຍອີກເທື່ອ ແຕ່ຫາເທົ່າໃດກໍບໍເຫັນ ຕໍ່ມາ

ຈື່ງຮູ້ວ່າດວງຈັນຊາຍຍອມລະເບີດຕົນເອງ ເພື່ອແຕ່ຍາກຊອກຫາດວງຈັນຍິງຈົນກະຈາຍເປັນເສດນ້ອຍໆ


ເຮັດໄຫ້ດວງຈັນຍິງສຳນຶກຜິດທີຈາກດວງຈັນຊາຍໄປ ຈຶ່ງບໍ່ສາມາດມາພົບກັບດວງຈັນຊາຍໄດ້້ອີ້ກແລ້ວ

ດວງຈັນຍິງໄດ້ແຕ່ໂສກເສົ້າ ແລະເສຍໃຈໄຫ້ແກ່ຄວາມຮັກອັນຍິ່ງໃຫຍ່ ທີ່ດວງຈັນຊາຍມີໄຫ້ແກ່ດວງຈັນຍິງ

ໃນທຸກຄຳ່ຄືນຈຶ່ງພະຍາຍາມເປັ່ງປະກາຍແສງທີ່ຍັງເຫຼືອຢູ່ພຽງໜ້ອຍໜຶ່ງຂວງຕົນ

ສົ່ງໄຫ້ເຖິງດວງຈັນຍິງເກີດເປັນແສງລະຍິບລະຍັບໄປເຕັມທ້ອງຟ້າ

ຈົນເກີດເປັນດວງຈັນກັບດວງດາວທີ່ເຮົາຍັງເຫັນທຸກໆມື້ນີ້.

TaR
ອ່ານຄືນຫຼັງ
ໝວດໝູ່