
ຂຽນເມື່ອ: ກ.ລ.. 14, 2008
| ມີ
8 ຄຳເຫັນ
ແລະ
0 trackback(s)
ສະໄໝໂລກມີພະຈັນສອງດວງ ມີພະຈັນດວງໜຶ່ງເປັນຜູ້ຍິງກັບອີກດວງໜື່ງເປັນຜູ້ຊາຍ
ແລະດວງຈັນທັງສອງນີ້ຕ່າງກໍ່ຮັກກັນຫຼາຍດວງຈັນທັງສອງບໍ່ເຄີຍຫ່າງຈາກກັນ
ທຸກໆຄືນເມື່ອມອງໄປເບິ່ງທ້ອງຝ້າ
ກໍຈະເຫັນດວງຈັນທັງຄູ່ສ່ອງແສງຢູ່ຄຽງຄູ່ກັນສະເໝີ ແຕ່ແລ້ວມື້ໜຶ່ງດວງຈັນຍິງກໍໄດ້ໄປພົບກັບດວງອາທິດ
ເຮັດໄຫ້ດວງຈັນຍິງຫຼົງໄຫຼກັບແສງອາທິດຈົນເລື່ອນຕາມໄປກັບດອງອາທິດ ເທື່ອລະເລັກລະໜ້ອຍ
ແລ້ວກໍແຍກອອກຈາກດວງຈັນຊາຍ
ໃນທີ່ສຸດກໍຮອດຄຳ່ຄືນນັ້ນ ແຕ່ກໍມີພຽງດວງຈັນເຫຼຶອພຽງດວງດຽວທີ່ຍັງສ່ອງແສງຢູ່
ໃນມື້ນັ້ນດວງຈັນຊາຍກໍໄດ້ຄິດກັບໂຕເອງວ່າ
"ດວງຈັນຍິງນັ້ນໄປໃສຄືບໍ່ພົບກັນຄືກັບທຸກໆຄຳຄືນຄືເກົ່າ"
ເວລາຜ່ານໄປດວງຈັນຊາຍກໍໄຊ້ເວລາຊອກຫາດວງຈັນຍິງ ແຕ່ກໍ່ບໍ່ພົບເຫັນດວງຈັນຍິງ
ດ້ວຍຄວາມຄິດຮອດແລະຄິດ ຈື່ງເຮັດໄຫ້ດວງຈັນຊາຍເກີດມີຄວາມຄິດຍາກພົບກັບດວງຈັນຍິງແຮງ
ຈື່ງຄິດວ່າ
"ຖ້າຫາກເຮົາຍັງມົວແຕ່ຊອກຫາແບບນີ້ ກໍຄົງບໍ່ມີວັນພົບດວງຈັນຍິງຈັກເທື່ອ
ກໍເລີຍຕັດສີນໃຈລະເບີດຕົນເອງໄຫ້ເປັນຊີ້ນສ່ວນນ້ອນໆໄປທົວຈັກກະວານ
ເພື່ອໄຫ້ແຕ່ລະຊີ້ນສ່ວນອອກຕາມຫາດວງຈັນຍິງ
ເວລາຜ່ານໄປເຮັດໄຫ້ດວງຈັນຍິງໄດ້ຮູ້ວ່າ ແມ້ແຕ່ດວງອາທິດຈະຊ່ອງແສງເຈີດຈ້າເທົ່າໃດ
ແຕ່ດວງອາທິດບໍ່ໄດ້ສ່ອງແສງເຈີດຈ້າໄຫ້ດວງຈັນເທົ່ານັ້ນ ແຕ່ຍັງໄດ້ສ່ອງແສງໄປຍັງດວງດາວອື່ນໆອີກ
ຈື່ງເຮັດໄຫ້ດວງຈັນຍິງຕັດສິນໃຈກັບມາຫາດວງຈັນຊາຍອີກເທື່ອ ແຕ່ຫາເທົ່າໃດກໍບໍເຫັນ ຕໍ່ມາ
ຈື່ງຮູ້ວ່າດວງຈັນຊາຍຍອມລະເບີດຕົນເອງ ເພື່ອແຕ່ຍາກຊອກຫາດວງຈັນຍິງຈົນກະຈາຍເປັນເສດນ້ອຍໆ
ເຮັດໄຫ້ດວງຈັນຍິງສຳນຶກຜິດທີຈາກດວງຈັນຊາຍໄປ ຈຶ່ງບໍ່ສາມາດມາພົບກັບດວງຈັນຊາຍໄດ້້ອີ້ກແລ້ວ
ດວງຈັນຍິງໄດ້ແຕ່ໂສກເສົ້າ ແລະເສຍໃຈໄຫ້ແກ່ຄວາມຮັກອັນຍິ່ງໃຫຍ່ ທີ່ດວງຈັນຊາຍມີໄຫ້ແກ່ດວງຈັນຍິງ
ໃນທຸກຄຳ່ຄືນຈຶ່ງພະຍາຍາມເປັ່ງປະກາຍແສງທີ່ຍັງເຫຼືອຢູ່ພຽງໜ້ອຍໜຶ່ງຂວງຕົນ
ສົ່ງໄຫ້ເຖິງດວງຈັນຍິງເກີດເປັນແສງລະຍິບລະຍັບໄປເຕັມທ້ອງຟ້າ
ຈົນເກີດເປັນດວງຈັນກັບດວງດາວທີ່ເຮົາຍັງເຫັນທຸກໆມື້ນີ້.