14ກຸມພາວັນແຫ່ງຄວາມຮັກ
ຖ້າເວົ້າເຖິງ ວັນທີ 14 ກຸມພາ ທຸກຄົນກໍ່ຈະຮູ້ເລີຍວ່າແມ່ນວັນຫຍັງ
ວັນທີ່14 ກຸມພາກໍ່ແມ່ນວັນແຫ່ງຄວາມຮັກ ຫລືວ່າວັນວາເລັນທາຍທີ່ເຮົາຮູ້ກັນດີ
ແຕ່ເພື່ອນໆຮູ້ຫລືບໍ່ວ່າວັນວາເລັນທາຍມີຄວາມເປັນມາແນວໃດ
ເຮົາມາໄຂຂໍ້ຂ້ອງໃຈນຳກັນເລີຍດີກ່ວານໍ
14 ກຸມພາ ວັນແຫ່ງຄວາມຮັກ
ວັນທີ່ 14ກຸມພາກໍ່ເປັນອີກຫນຶ່ງມື້ກັບການສະເຫລີມສະຫລອງຄວາມຮັກ
ແລະຄວາມໂລແມນຕິກຂອງຄົນນັບຫລາຍລ້ານຄົນທົ່ວໂລກ
ວັນພັກນີ້ເປັນວັນທີ່ນິຍົມທີ່ສຸດໂດຍສະເພາະສະຫະລັດອາເມລິກາ,
ລາຊາອານາຈັກແຄນນາດາ, ອິນເດຍ, ຝຮັ່ງ, ແມັກຊິໂກ້, ອອສະເຕເລຍ
ແລະ ຍີ່ປຸ່ນໂດຍສັງເກດໄດ້ເປັນສ່ວນໃຫຍ່.
ຄວາມຈິງ
ແລ້ວວັນວາເລັນທາຍ ຫລືວັນແຫ່ງຄວາມຮັກນີ້
ເປັນວັນທີ່ລະນຶກເຖິງນັກບຸນເຊນ (Saint Valentine)
ຜູ້ທີ່ເຕັມໄປດ້ວຍຄວາມຮັກອັນບໍລິສຸດມາພ້ອມກັບຄວາມຫວັງດີຕໍ່ເພື່ອນມະນຸດ
ແຕ່ວ່າຕ້ອງໄດ້ຈາກໂລກນີ້ໄປດ້ວຍການຮັບໂທດປະຫານຊີວິດໃນວັນທີ່14 ກຸມພາ ຄ.ສ 270
ຄວາມເປັນມາຂອງເລື່ອງແມ່ນເກີດຂຶ້ນໃນຄຣິສຕະສັກກະລາດສັດຕະວັດທີ່ 3
ມີຜູ້ນຳຄຣິສສະຕຽນຄົນຫນຶ່ງຊື່ວ່າ “ວາເລັນຕີນັຊ”ລາວເປັນບຸກຄົນທີ່ມີຄວາມຮັກໂອບອອ້ມອາລີ
ມີເມດຕາກະລຸນາຕໍ່ເພື່ອນມະນຸດຮ່ວມໂລກດຽວກັນລາວຈະມັກຈອບເອົາອາຫານການກິນ
ແລະເຄື່ອງໃຊ້ສອຍທີ່ຈຳເປັນໄປວາງໄວ້ຫນ້າບ້ານຂອງຄົນທຸກຍາກ
ໂດຍບໍ່ໃຫ້ພວກເຂົາເຫລົ່ານັ້ນຮູ້ຕົວໃນທຸກໆມື້.
ໃນສະໄຫມນັ້ນ
ສາດສະຫນາຄຣິສຍັງບໍ່ເປັນທີ່ຍອມຮັບໃນຈັກກະວັດໂຣມັນ
ຜູ້ໃດທີ່ນັບຖືແມ່ນຖືວ່າມີຄວາມຜິດຂັ້ນຮ້າຍແຮງ
ດ້ວຍເຫດນັ້ນຜູ້ຄົນທີ່ນັບຖືຄຣິດຈຶ່ງຖືກກົດຂີ່ຂົ່ມເຫັ່ງແລະຖືກທໍລະມານຢ່າງສາຫັດ
ຜູ້ໃດທີ່ບໍ່ປະຕິບັດຕາມຈະຖືກຂ້າຖິ້ມວາເລັນຕິນັຊກໍ່ເປັນຫນຶ່ງໃນນັ້ນ
ແຕ່ວ່າລາວບໍ່ເຊົາທີ່ຈະນັບຖືຄຣິສດັ່ງນັ້ນລາວຈຶ່ງຖືກຄຸມຂັງເຂົ້າຄຸກຂໍ້ຫາເປັນຄຣິສສະຕຽນ.
ໃນຂະນະທີ່ລາວຢູ່ໃນຄຸກລາວກໍ່ໄດ້ພົບຮັກກັບລູກສາວຂອງຜູ້ຄຸມຂັງຊຶ່ງເປັນຄົນພິການທາງສາຍຕາ
ດ້ວຍຄວາມຮັກອັນບໍລິສຸດແລະຄຳອະທິຖານຂອງລາວພະຜູ້ເປັນເຈົ້າຈຶ່ງປະທານດວງຕາ
ໃຫ້ລູກສາວຜູ້ຄຸມນັ້ນກັບຄືນມາເປັນປົກກະຕິຜູ້ຄຸມແລະຄອບຄົວຈຶ່ງຫັນປ່ຽນມານັບຖືຄຣິສ
ເມື່ອຮູ້ຮອດອົງຈັກກະພັດຄຣໍດິອຸຊທີ່ 2 ພະອົງຈຶ່ງສັ່ງໃຫ້ລົງໂທດວາເລັນຕິນັຊຢ່າງສາຫັດ
ໂດຍການຂ່ຽນຕີແລ້ວນຳໄປຕັດຫົວ
ຄືນສຸດທ້າຍ
ກ່ອນທີ່ລາວຈະຖືກນຳໄປປະຫານຊິວິດນັ້ນລາວໄດ້ຂຽນຈົດຫມາຍເພື່ອເປັນການອຳລາ
ສົ່ງໄປໃຫ້ລູກສາວຜູ້ຄຸມຄົນຮັກລົງທ້າຍວ່າ: From Your Valentine.
ໃນຕອນເຊົ້າວັນທີ່14 ກຸມພາຄ.ສ 270
ວາເລັນຕິນັຊຖືກຕັດຫົວແລ້ວເອົາສົບໄປຝັງໄວ້ທີ່ເຟມມີເນຍເວ
ເຊິ່ງພາຍຫລັງມີການສ້າງໂບດຫລັງໃຫຍ່ຄຸມສຸສານຂອງລາວເອົາໄວ້
ເປັນອານຸສາວະລີລະນຶກເຖິງຄວາມຮັກແລະຊີວິດອັນມະຫາສານຂອງລາວ
ຈູເລຍຄົນຮັກຂອງລາວໄດ້ປູກຕົ້ນອາມອລສີລບົວ
ໄວ້ໃກ້ໆກັບຂຸມສົບຂອງລາວແດ່ຜູ້ອັນເປັນທີ່ຮັກຂອງຕົນ
ໂດຍທຸກໆມື້ຕົ້ນອາມອລສີບົວຈະເປັນຕົວແທນແຫ່ງຮັກນິລັນ
ແລະມິດຕະພາບອັນງົດງາມ.ນັກບຸນວາເລັນຕິນັຊມີຄວາມເຫລື້ອມໃສສັດທາຕໍ່ພະຄຣິດຫລາຍ
ລາວໄດ້ກ່າວໄວ້ວ່າ ຄວາມຕາຍກໍ່ບໍ່ສາມາດມາປ່ຽນຄວາມຄິດຂອງລາວໄດ້.
ຄວາມເປັນມາຂອງວັນວາເລັນທາຍ ຫລືວັນແຫ່ງຄວາມຮັກນີ້ໄດ້ສືບຕໍ່ເລົ່າກັນມາຈົນຮອດປະຈຸບັນນີ້
ເທົ່າທີ່ຄົນເຮົາຫາມາໄດ້ແລະໃນປະຈຸບັນວັນແຫ່ງຄວາມຮັກກໍ່ເປັນອີກມື້ຫນຶ່ງທີ່ສຳຄັນ
ເຮົາສາມາດສະແດງຄວາມຮັກກັບຄົນທີ່ເຮົາຮັກໄດ້ ດ້ວຍການສົ່ງຊ໋ອກໂກແລັດ,
ດອກໄມ້ ແລະອື່ນໆທີ່ສາມາດສື່ເຖິງຄວາມຮັກ
ແຕ່ສິ່ງໃດກໍ່ບໍ່ສຳຄັນເທົ່າຄວາມຈິງໃຈມີເມດຕາກະລຸນາ
ມີນ້ຳໃຈທີ່ຢູ່ໃນສ່ວນລຶກໆຂອງຫົວໃຈທຸກຄົນທີ່ບໍ່ນຳອອກມາໃຊ້ ເຮົາມາມອບຄວາມຮັກ
ຄວາມຫວັງດີ ມີນ້ຳໃຈ ຈິງໃຈ ໃຫ້ກັບຄົນທີ່ເຮົາຮັກທຸກໆມື້ກັນເທາະ
ເພາະບໍ່ມີໃຜຮູ້ວ່າມື້ອື່ນຈະເກີດຫຍັງຂຶ້ນ ຂໍມອບຄວາມຮັກໃຫ້ຜູ້ອ່ານທຸກຄົນເດີ້