ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ເວລາທີ່ທ່ານຈະເລືອກຂອງຂວັນໃຫ້ຜູ້ອື່ນ ບາງສິ່ງອາດຈະບົ່ງບອກເຖິງນິໄສຂອງທ່ານເອງກໍ່ເປັນໄປໄດ້

ຖ້າຂອງຂວັນທີ່ເຈົ້າມອບໃຫ້ເປັນ..........

ຂອງໃຊ້ປະຈຳວັນ: ສະແດງວ່າທ່ານເປັນຄົນທີ່ບໍ່ຄ່ອຍເປີດເຜີຍ ແລະ ໝົກໝຸ່ນຢູ່ກັບສິ່ງໃດສິ່ງໜຶ່ງເປັນປະຈຳ

ຂອງທີ່ທ່ານມັກ: ສະແດງວ່າທ່ານຖືຕົນເອງເປັນສູນກາງໃນການຄົບຫາຄົນອື່ນ

ຂອງທີ່ໝູ່ເຮົາຢາກໄດ້: ສະແດງວ່າເຈົ້າຄຳນຶ່ງເຖິງຈຸດຢືນຂອງຜູ້ອື່ນສະເໝີ ແລະ ຕ້ອງການໃຫ້ຄົນອື່ນຍອມຮັບໃນໂຕຂອງທ່ານ

ຂອງທີ່ທັນສະໄໝ: ສະແດງວ່າທ່ານເປັນຄົນສົນໃຈໃນສະພາບແວດລ້ອມອ້ອມຕົວຂອງທ່ານຫຼາຍກວ່າຕົວເອງ ແລະ ສິ່ງອື່ນໆ

ຂອງທີ່ທ່ານປະດິດສ້າງຂຶ້ນເອງ: ສະແດງວ່າທ່ານມີແນວໂນ້ມທີ່ຈະເຮັດສິ່ງໃດສິ່ງໜຶ່ງເກີນຕົວ ແຕ່ໂດຍທົ່ວໄປແລ້ວທ່ານຈະໃຫ້ຄວາມສຳຄັນຕໍ່ໝູ່ຫຼາຍ