ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ພັນລາວແມ່ນຫຍັງ?

ພັນລາວ ຫຼື Punlao.com ເປັນເວັບໄຊປະເພດ Social Networking ແຫ່ງທຳອິດຂອງປະເທດລາວທີ່ມີຮູບແບບ ແລະການໃຊ້ງານທີ່ງ່າຍ ເປັນພາສາລາວ ແລະມີຄົນລາວທີ່ໃຊ້ພາສາລາວນຳໃຊ້ຢູ່.

ມັນເຮັດຫຍັງໄດ້?

ພັນລາວແຫ່ງນີ້ເປັນຖືເປັນເວທີໃຫ້ທຸກ ໆ ຄົນສາມາດເຂົ້າມາຮ່ວມເປັນສ່ວນໜຶ່ງໄດ້; ສະມາຊິກໃນພັນລາວ ສາມາດທີ່ຈະບອກເລົ່າກ່ຽວກັບຕົວເອງ ແລກປ່ຽນປະສົບການ ຫຼືເລື່ອງເລົ່າຜ່ານຫຼາຍຊ່ອງທາງເຊັ່ນ ໄດອາຣີ່, ຮູບພາບ, ກຸ່ມ, ຫຼືແບບສຳຫຼວດຄວາມຄິດເຫັນຕ່າງ ໆ ເພື່ອໃຫ້ສະມາຊິກຄົນອື່ນ ໆ ສາມາດສະແດງຄຳຄິດຄຳເຫັນໄດ້.

ໃຜເປັນຄົນສ້າງ?

ກ່າວໂດຍທາງເທັກນິກແລ້ວ ທີມງານພັນລາວເປັນຜູ້ຈັດສັນລະບົບຂຶ້ນມາເພື່ອຮອງຮັບສະມາຊິກ ແລະຜູ້ເຂົ້າຊົມເວັບທົ່ວໄປ ແຕ່ເນື້ອຫາທັງຫຼາຍທີ່ປະກົດໃນເວັບ ເຊັ່ນຂໍ້ມູນສະມາຊິກ, ໄດອາຣີ່, ຮູບພາບ, ຫຼືແບບສຳຫຼວດຕ່າງ ໆ ແມ່ນສະມາຊິກເປັນຄົນສົ່ງເຂົ້າມາ ເຊິ່ງນັ້ນໝາຍຄວາມວ່າ ສະມາຊິກທຸກ ໆ ຄົນມີສ່ວນໃນການສ້າງໃຫ້ມີພັນລາວຂຶ້ນມາໄດ້.
ລາຍຊື່ທີມງານສາມາດເບິ່ງໄດ້ໃນໜ້າ ທີມງານພັນລາວ

ມີຄ່າໃຊ້ຈ່າຍໃນການເປັນສະມາຊິກບໍ່?

ຂະນະນີ້ທາງພັນລາວ ຍັງບໍ່ມີແຜນການທີ່ຈະເກັບຄ່າສະມາຊິກ ຫຼືຄ່ານຳໃຊ້ແຕ່ຢ່າງໃດ ທຸກຄົນສາມາດເປັນສະມາຊິກໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ.

ມີກົດລະບຽບຫຍັງແດ່?

ສຳລັບກົດລະບຽບ ແລະຂໍ້ປະຕິບັດໃນການນຳໃຊ້ພັນລາວ ທ່ານສາມາດອ່ານໄດ້ຈາກໜ້າ ຂໍ້ຕົກລົງການໃຊ້ງານ



ຫາກທ່ານມີຄຳຖາມ ຫຼືຂໍ້ສະເໜີແນະນຳນຕ່າງ ໆ ຕະຫຼອດຮອດບັນຫາການນຳໃຊ້ ສາມາດຕິດຕໍ່ໄດ້ຜ່ານທາງແບບຟອມຕິດຕໍ່ທີມງານ ຄລິກບ່ອນນີ້